ທ່ານເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ.ລາວ ໄດ້ໂທລະເລກຊົມເຊີຍ ເຖິງທ່ານປະທານປະເທດ ສສ.ຫວຽດນາມ ຫວໍວັນເຖືອງ

15:23 | 03/03/2023

ເນື່ອງໃນໂອກາດທີ່ ທ່ານຫວໍວັນເຖືອງ ໄດ້​ເລືອກ​ຕັ້ງ​ໃຫ້​ດຳ​ລົງ​ຕຳ​ແໜ່ງ​ປະທານປະເທດແຫ່ງ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ​ຫວຽດ​ນາມ, ທ່ານເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ປະ​ທານ​ປະ​ເທດ​ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ທອງ​ລຸນ ສີ​ສຸ​ລິດ ໄດ້​ສົ່ງ​ໂທລະ​ເລກ​ຊົມ​ເຊີຍ.

ທ່ານ ຫວໍວັນເຖືອງ ຮັບດຳລົງຕຳແໜ່ງເປັນປະທານປະເທດ ແຫ່ງ ສສ. ຫວຽດນາມ, ອາຍຸການ 2021 – 2026 ທ່ານ ຫວໍວັນເຖືອງ ຮັບດຳລົງຕຳແໜ່ງເປັນປະທານປະເທດ ແຫ່ງ ສສ. ຫວຽດນາມ, ອາຍຸການ 2021 – 2026
ທ່ານເລຂາທິການໃຫຍ່, ປະທານປະເທດ ສປປ.ລາວ ຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການ ທ່ານເລຂາທິການໃຫຍ່, ປະທານປະເທດ ສປປ.ລາວ ຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການ

ວັນທີ 2 ມີນາ 2023 ນີ້, ສະຫາຍ ທອງ​ລຸນ ສີ​ສຸ​ລິດ ປະທານ​ປະ​ເທດ ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ​ໄດ້​ສົ່ງ​ໂທລະ​ເລກ​ຊົມ​ເຊີຍ ​ເຖິງ ສະຫາຍ ຫວໍ ວັນ ເຖືອງ ເນື່ອງໃນໂອກາດທີ່ ສະຫາຍ ໄດ້ຮັບເລືອກຕັ້ງ ໃຫ້ດໍາລົງຕໍາແຫນ່ງ ເປັນປະທານປະເທດ ແຫ່ງ ສສ ຫວຽດນາມ.

​ເນື້ອ​ໃນ​ໂທລະ​ເລກ ​ໄດ້​ລະບຸ​ວ່າ: ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍ ຢ່າງຈິງໃຈມາຍັງ ສະ ຫາຍ ເນື່ອງໃນໂອກາດທີ່ ສະຫາຍ ໄດ້ຮັບເລືອກຕັ້ງ ໃຫ້ດໍາລົງຕໍາແໜ່ງເປັນ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນກອງປະຊຸມສະໄໝວິສາມັນ ຂອງສະພາແຫ່ງຊາດ ຫວຽດນາມ ເທື່ອທີ 4 ຊຸດທີ XVໃນວັນທີ 2 ມີນາ 2023.

ທ່ານເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ.ລາວ ໄດ້ໂທລະເລກຊົມເຊີຍ ເຖິງທ່ານປະທານປະເທດ ສສ.ຫວຽດນາມ ຫວໍວັນເຖືອງ
ທ່ານເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ

ການທີ່ສະຫາຍ ໄດ້ຮັບເລືອກຕັ້ງເປັນ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນຄັ້ງນີ້ ແມ່ນສະແດງໃຫ້ເຫັນເຖິງ ຄວາມໄວ້ເນື້ອເຊື່ອໃຈຂອງ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຕໍ່ສະຫາຍ.ຕາງໜ້າພັກ, ລັດ ແລະ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສະແດງຄວາມຍິນດີ ແລະ ຊົມເຊີຍຢ່າງສຸດອົກສຸດໃຈ ມາຍັງສະຫາຍ.

ຂ້າພະເຈົ້າມີຄວາມຍິນດີ ແລະ ພ້ອມທີ່ຈະເຮັດວຽກຢ່າງໃກ້ຊິດກັບ ສະຫາຍ ເພື່ອປະກອບ ສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ອັນເປັນມູນເຊື້ອລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດຂອງພວກເຮົາ ທີ່ມີປະທານ ໂຮ່ຈີ່​ມິ​ງ​ ຜູ້ນໍາທີ່ຍິ່ງໃຫຍ່,​ ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ແສນເຄົາລົບຮັກ ຂອງພວກເຮົາໄດ້ລິເລີ່ມ ແລະ ໄດ້ຮັບການປົກປັກຮັກສາ,​ ຖະນຸຖະໜອມ ແລະ ເສີມຂະຫຍາຍໂດຍການນໍາຫລາຍຮຸ່ນຕໍ່ໆມາ ໃຫ້ນັບມື້ຈະເລີນງອກງາມ ແລະ ແຕກດອກອອກຜົນ.

ທ່ານເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ.ລາວ ໄດ້ໂທລະເລກຊົມເຊີຍ ເຖິງທ່ານປະທານປະເທດ ສສ.ຫວຽດນາມ ຫວໍວັນເຖືອງ

ທ່ານເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ.ລາວ ໄດ້ໂທລະເລກຊົມເຊີຍ ເຖິງທ່ານປະທານປະເທດ ສສ.ຫວຽດນາມ ຫວໍວັນເຖືອງ

ຂ້າພະເຈົ້າເຊື່ອໜັ້ນວ່າ ດ້ວຍຄວາມຮູ້, ຄວາມສາມາດ ແລະ ປະສົບການອັນອຸດົມສົມບູນ ຂອງສະຫາຍ, ສະຫາຍ ຈະຮ່ວມກັບບັນດາສະຫາຍ ການນໍາຫວຽດນາມ ນໍາພາປະເທດຊາດ ແລະ ປະຊາ ຊົນຫວຽດນາມ ສືບຕໍ່ໄດ້ຮັບ ການພັດທະນາຢ່າງບໍ່ຢຸດຢັ້ງ ແລະ ບັນລຸຈຸດໝາຍທີ່ໄດ້ກໍານົດໄວ້ ຄື ປະເທດຊາດມັ່ງຄັ່ງເຂັ້ມແຂງ, ມີປະຊາທິປະໄຕ,​ ຍຸຕິທໍາ ແລະ ສີວິໄລ.

ຂ້າພະເຈົ້າ ຂໍຖືໂອກາດອັນມີຄວາມໝາຍສຳຄັນນີ້, ອວຍພອນໄຊອັນປະເສີດມາ​ຍັງ ສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດ ໃນໜ້າທີ່ວຽກງານອັນສູງສົ່ງ ແລະ ມີກຽດສະຫງ່າຂອງສະຫາຍ.

ອວຍພອນໃຫ້ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຈົ່ງຂຽວສົດງົດງາມ ແລະ ໝັ້ນຄົງຂະໜົງແກ່ນ ຕະຫລອດກາລະນານ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.