ໃນ​ສົກ​ຮຽນ 2021-2022, ມີນັກ​ສຶກ​ສາ​ລາວ 14.000 ກວ່າ​ຄົນ​ໄປ​ຮຽນ​ຢູ່​ຫວຽດ​ນາມ

17:01 | 02/03/2023

ຍ​ສ​ໝ - ຕາມ​ຂໍ້​ມູນ​ທີ່​ໄດ້​ລາຍ​ງານ​ໃນ​ກອງ​ປະຊຸມ​ສະຫຼຸບວຽກງານການຄຸ້ມ​ຄອງ​ນັກ​ສຶກສາ​​ລາວ ສົກປີ 2020 - 2021, 2021 - 2022 ​ແລະ ​​ແຜນການ​ປີ 2023 ທີ່ໄດ້​ຈັດ​ຂຶ້ນ​ຢູ່​ມະຫາວິທະຍາ​ໄລ​ວິງແລ້ວ, ​ໃນ​ສົກ​ຮຽນ 2021-2022 ມີນັກ​ສຶກ​ສາ​ລາວ 14.050 ຄົນພວມ​ຮ່ຳ​ຮຽນ​ຢູ່​ຫວຽດ​ນາມ, ໃນ​ນັ້ນ​ມີນັກ​ສຶກ​ສາ​ຮຽນ ຂົງ​ເຂດ​ບໍ​ລິ​ຫານ11.884 ຄົນ​, ມີ 2.166 ຄົນຮຽນ​ໃນ​ຂົງ​ເຂດ​ປ້ອງ​ກັນ​ຊາດ.

ມີ​ນັກ​ສຶກ​ສາ​ນິວ​ຊີ​ແລນ 50 ກວ່າ​ຄົນ​ເລືອກ​ເອົາ​ຫວຽດ​ນາມເພື່ອ​ຝຶກ​ງານ ມີ​ນັກ​ສຶກ​ສາ​ນິວ​ຊີ​ແລນ 50 ກວ່າ​ຄົນ​ເລືອກ​ເອົາ​ຫວຽດ​ນາມເພື່ອ​ຝຶກ​ງານ
ຄ້າຍ​ພັກ​ແລ້ງ ຫວຽດ​ນາມ ປີ 2022 ຢູ່​ກ໋​ວາງ​ນາມ: ເຊື່ອມ​ຕໍ່​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ​ກັບ​ບ້ານ​ເກີດ​ເມືອງນອນ ຄ້າຍ​ພັກ​ແລ້ງ ຫວຽດ​ນາມ ປີ 2022 ຢູ່​ກ໋​ວາງ​ນາມ: ເຊື່ອມ​ຕໍ່​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ​ກັບ​ບ້ານ​ເກີດ​ເມືອງນອນ

ທ່ານ ຄຳພັນ ຄຳອ່ອນ, ທີ່ປຶກສາຝ່າຍສຶກສາ-ສັດທະນະທຳ, ສະຖານເອກອັກຄະລັດຖະທູດ ສປປ ລາວ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: ມີ ນັກສຶກສາລາວ 2.151 ຄົນທີ່ຮຽນຈົບ ແລະ ກັບຄືນປະເທດ, ສະ​ເພາະພາກເໜືອ ຫວຽດນາມ ມີ 1.166 ຄົນ (ໃນນັ້ນມີປະ​ລິນ​ຍາ​ເອກ 29 ຄົນ, ປະລິນຍາໂທ 286 ຄົນ, ປະລິນຍາຕີ 659 ຄົນ), ພາກກາງ 967 ຄົນ ແລະ ພາກໃຕ້ 18 ຄົນ.

ນອກຈາກນັ້ນ, ໃນປີ 2022, ມີນັກສຶກສາລາວ 200 ຄົນໄດ້ຮັບທຶນການສຶກສາຈາກສະມາຄົມສົ່ງເສີມການ​ຮຽນ ຫວຽດ​ນາມ, ດັ່ງນັ້ນ ເຂົາເຈົ້າຈິ່ງມີ​ຄວາມ​ອຸ່ນ​ອ່ຽນ​ໃຈໃນການຮຽນ-ການຝືກ​ອົບ​ຮົມ, ພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ ແລະ ອຸປະສັກຕ່າງໆ. ໃນ 2 ສົກຮຽນຜ່ານມາ ມີນັກຮຽນລະດັບເກັ່ງ 143 ຄົນ, ນັກຮຽນລະດັບດີ 224 ຄົນ, ໄດ້ຮັບໃບຍ້ອງຍໍຈາກສະຖານທູດລາວ, ນັກສຶກສາຍິງ 1 ຄົນ ຄ້​ວາ​ໄດ້ລາງວັນທີ 1 ໃນການ​ສອບ​ເສັງ Olympic ຟີຊິກສາດ​ທົ່ວ​ປະ​ເທດ ຄັ້ງທີ 14 ໃນປີ 2022 ແລະ ໄດ້​ຮັບ​ໃບ​ຍ້ອງຍໍ​ຈາກ​ຄະນະ​ຈັດ​ຕັ້ງ​ການ​ແຂ່ງຂັນ.

ໃນ​ສົກ​ຮຽນ 2021-2022, ມີນັກ​ສຶກ​ສາ​ລາວ 14.000 ກວ່າ​ຄົນ​ໄປ​ຮຽນ​ຢູ່​ຫວຽດ​ນາມ

ສະ​ຖານ​ເອກອັກຄະລັດຖະທູດ ສ​ປ​ປ.ລາວ ປະ​ຈຳ ຫວຽດ​ນາມ ໄດ້​ສົມ​ທົບ​ກັບ​ມະ​ຫາ​ວິ​ທະ​ຍາ​ໄລ ວິງ ຈັດ​ຕັ້ງ​ກອງ​ປະ​ຊຸມ​ສະຫຼຸບ​ການຄຸ້ມ​ຄອງ​ນັກ​ສຶກ​ສາລາວ ປີ 2020 – 2021, 2021 – 2022 ແລະ ​ແຜ​ນ​ການປີ 2023 (ພາບ: ມະ​ຫາ​ວິ​ທະ​ຍາ​ໄລ​ວິງ)

ນັກສຶກສາລາວສ່ວນໃຫຍ່ທີ່ຮຽນຢູ່ຫວຽດນາມ ມາໃນທຶນລັດຖະບານລ້ວນ​ແຕ່ມີຜົນງານທີ່ດີ, ເຖິງຢ່າງໃດກໍຕາມ, ນັກສຶກສານອກທຶນລັດຖະບານ ແລະ ທຶນສ່ວນຕົວ, ເຖິງວ່າໄດ້ຮັບການປັບປຸງໃນຫຼາຍດ້ານ ແຕ່ໂດຍທົ່ວໄປແລ້ວຍັງມີຄວາມຫຍຸ້ງຍາກໃນການແກ້ໄຂ. ທ່ານ ຄຳພັນ ຄຳອ່ອນ ໃຫ້ຮູ້ວ່າ: ນັບແຕ່ປີ 2021 ຫາ 2022, ມີ​ນັກ​ສຶກ​ສາທັງໝົດ 214 ຄົນຂໍ​ຕໍ່​ເວ​ລາ​ຮຽນ, ໃນນັ້ນ ນັກສຶກສາລະດັບປະລິນຍາເອກ 13 ຄົນ, ນັກສຶກສາປະລິນຍາໂທ 121 ຄົນ, ປະລິນຍາຕີ 80 ຄົນ, ຂໍໂຈະການຮຽນ 30 ຄົນ.

ສົກຮຽນ 2022 – 2023 ແມ່ນປີທີ 3 ຂອງການຈັດຕັ້ງປະຕິບັດໂຄງການ “ຍົກສູງຄຸນນະພາບ ແລະ ປະສິດທິຜົນການຮ່ວມມື ຫວຽດນາມ - ລາວ ໃນຂົງເຂດການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ ໄລຍະ 2021 – 2030”, ສະຖານເອກອັກຄະລັດຖະທູດ ສປປ ລາວ ປະ​ຈຳ ຫວຽດນາມ ​ໄດ້​ຢັ້ງຢືນສືບ​ຕໍ່​ສົມທົບ​ກັບ​ກະຊວງ​ສຶກສາ​ທິການ ​ແລະ ກິລາ​ລາວ, ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ​ຫວຽດນາມ ​ແລະ ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ​ເພື່ອ​ຜັນ​ຂະຫຍາຍ​ໂຄງການ​ເປັນ​ຢ່າງ​ດີ, ສົມທົບ​ກັບ​ໂຮງຮຽນ​ກວດກາ ​ແລະ ຊຸກຍູ້​ສະພາບການຮ່ຳ​ຮຽນ​, ສະພາບ​ການ​ດຳລົງ​ຊີວິດ​ຂອງ​ນັກ​ສຶກສາ​​ລາວ ​ແລະ ​ແກ້​ໄຂ​ບັນຫາ​ທີ່​ເກີດ​ຂຶ້ນ​ຢ່າງ​ທັນ​ການ; ໄປ​ຄຽ​ງ​ຄູ່​ກັນ​ນັ້ນ, ກໍ່​ສືບ​ຕໍ່​ຝຶກ​ຝົນນັກ​ສຶກສາ​ລາວ​ ໃຫ້​ມີ​ສະຕິ​ຕໍ່​ລະບຽບ​ວິ​ໄນ​ຢ່າງ​ຈິງ​ຈັງ ​ແລະ ຕ້ານປະກົດການຫຍໍ້ທໍ້ໃນ​ການ​ຮ່ຳຮຽນ ​ແລະ ການ​ດຳລົງ​ຊີວິດ.

ທ່ານ ແສງເພັດ ຮຸ່ງບຸນເຍືອງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ຫວຽດນາມ ແບ່ງປັນວ່າ: ເຖິງວ່າວຽກງານບຳລຸງສ້າງຊັບພະຍາກອນມະນຸດຈະໜັກໜ່ວງຫຼາຍກໍ່ຕາມ, ແຕ່ດ້ວຍປະສົບການ ແລະ ຄວາມ​ສຸດ​ຈິດ​ສຸດ​ໃຈຂອງບັນ​ດາ​ມະຫາວິທະຍາໄລ, ຮາກ​ຖານການສຶກສາ ຫວຽດ​ນາມ ກໍ່​ຄືການປະສານງານລະຫວ່າງບັນດາກະຊວງ, ຄະ​ນະ, ຂະ​ແໜງ​ການ, ທ່ານ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ ແຫ່ງ ສປປ ລາວ ປະຈຳ ຫວຽດນາມ ​ເຊື່ອ​ໝັ້ນ​ວ່າ ການ​ບຳລຸງ​ສ້າງ ​ແລະ ຄຸ້ມ​ຄອງ​ນັກ​ສຶກສາ ລາວ ຈະ​ນັບ​ມື້​ນັບ​ມີ​ຄຸນ​ນະພາ​ບ ​ແລະ ພ້ອມກັນນັ້ນ ກໍ່​ຢືນຢັນ​ຄວາມ​ສາມັກຄີ​ ​ລະຫວ່າງ ຫວຽດນາມ - ລາວ ນັບ​ມື້​ນັບ​ຍືນ​ຍົງຄົງ​ຕົວ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.