ດາໜັງ ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມື ແລະ ພັດທະນາກັບ 5 ແຂວງພາກໃຕ້ ແລະ ພາກກາງຂອງລາວ

10:24 | 03/03/2023

ຍ​ສ​ໝ - ໃນໄລຍະຜ່ານມາ, ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ດາໜັງ ແລະ 5 ແຂວງພາກໃຕ້ ແລະ ພາກກາງຂອງລາວ (ສະຫວັນນະເຂດ, ຈຳປາສັກ, ເຊກອງ, ສາລະວັນ ແລະ ອັດຕະປື) ແມ່ນມີຄວາມເລິກເຊິ່ງ ແລະ ໃກ້ຊິດສະ​ໜິດ​ແໜ້ນທີ່ສຸດ. ບັນດາ​ຝ່າຍ​ສືບ​ຕໍ່​ສົມທົບ​ກັນ​ສ້າງສາ​ຍພົວພັນ​ມິດຕະພາບ, ການ​ຮ່ວມ​ມື ​ແລະ ພັດທະນາ, ປະກອບສ່ວນ​ເຂົ້າ​ໃນ​ການ​ເພີ່​ມ​ພູນ​ຄູນ​ສ້າງ​ສາຍ​ພົວພັນ​ຖານ​ບ້ານ​ໃກ້​ເຮືອນ​ຄ​ຽງ​ແບບ​ພິ​ເສດ ລະ​ຫວ່າງ ​ຫວຽດນາມ - ລາວ.

ເປີດສາຍການບິນໄທເປ - ດ່າໜັງ ຄືນໃໝ່ ເປີດສາຍການບິນໄທເປ - ດ່າໜັງ ຄືນໃໝ່
ສາມັກຄີກໍ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ສາມັກຄີກໍ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື

ໂດຍ​ໄດ້ຮູ້​ວ່າ ໃນຊຸມປີມໍ່ໆມານີ້, ດາໜັງ ໄດ້ສົມ​ທົບ​ກັນກັບ 5 ແຂວງພາກໃຕ້ ແລະ ພາກກາງຂອງລາວ (ສະຫວັນນະເຂດ, ຈໍາປາສັກ, ເຊກອງ, ສາລະວັນ ແລະ ອັດຕະປື), ເພື່ອ​ຜັນ​ຂະ​ຫຍາຍຫຼາຍໂຄງການຮ່ວມມື, ສຸມໃສ່ເຂົ້າໃນບັນດາໂຄງການ, ກິດ​ຈະ​ກຳໃນ​ຂົງ​ເຂດກໍ່ສ້າງ ແລະ ຍົກລະດັບໂຮງຮຽນ, ໂຄງ​ການສາທາລະນະ, ສູນສອນພາສາຫວຽດນາມ, ສະໜອງທຶນການ​ສຶກ​ສາໃຫ້ນັກສຶກສາໄປຮຽນຢູ່ ດ່າໜັງ… ໄລຍະ 2018-2022, ນະຄອນໄດ້ໃຊ້ງົບປະມານກວ່າ 115 ຕື້ດົ່ງເພື່ອໜູນຊ່ວຍບັນດາແຂວງຂອງລາວ.

ພາບ​ປະ​ກອບ:  danang.gov.vn
ພາບ​ປະ​ກອບ: danang.gov.vn

ມາ​ຮອດ​ປະຈຸ​ບັນ, ນະຄອນ​ດາ​ໜັງ​ ໄດ້​ລົງ​ນາມ​ເອກະສານ ​ແລະ ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ ​30 ສະບັບ ກັບ 7 ທ້ອງ​ຖິ່ນ​ຂອງ​ລາວ, ລວມມີ: ນະຄອນຫຼວງ​ວຽງ​ຈັນ, ​ແຂວງ​ໄຊ​ຍະ​ບູລີ, ​ແຂວງ​ສະຫວັນ​ນະ​ເຂດ, ​ແຂວງ​ຈຳປາ​ສັກ, ​ແຂວງ​ເຊ​ກອງ, ​ແຂວງ​ສາລະ​ວັນ ​ແລະ ​ແຂວງ​ອັດ​ຕະປື. ພິ​ເສດ​ແມ່ນ​ໂຄງການ​ຮ່ວມ​ມື​ໄລຍະ 2018-2022 ລະຫວ່າງ ດ່າໜັງ ກັບ 5 ​ແຂວງ​ພາກ​ໃຕ້ ​ແລະ ພາກ​ກາງ​ລາວ (ສະ​ຫວັນນາ​ເຂດ, ຈຳປາສັກ, ເຊ​ກອງ, ສາລະ​ວັນ ​ແລະ ອັດ​ຕະປື) ເຊິ່ງ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ ​ໂດຍ​ສຸມ​ໃສ່​​ບັນດາ​ໂຄງການໜູນ​ຊ່ວຍ​ລາວ​ໃນ​ບັນ​ດາ​ຂົງເຂດຄື: ກໍ່ສ້າງ ແລະ ຍົກລະດັບໂຮງຮຽນ, ໂຄງ​ການສາທາລະນະ, ການ​ໜູນ​ຊ່ວຍ​ກ່ຽວ​ກັບ​ການປູກຝັງ ແລະ ລ້ຽງສັດ; ໜູນ​ຊ່ວຍການຄົ້ນຄວ້າວາງ​ແຜນ​ກຳ​ນົດການ​ພັດ​ທະ​ນາ​ເສດ​ຖະ​ກິດ​-ສັງຄົມ​ທ້ອງ​ຖິ່ນ…

ນັບແຕ່ປີ 2020 ເປັນຕົ້ນມາ, ນະຄອນ ດາໜັງ ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານການບຳລຸງສ້າງຊັບພະຍາກອນມະນຸດໃຫ້​ແກ່ລາວ ແລະ ກຳປູເຈຍ ລວມມີການຮັບ​ສະ​ໝັກ​ນັກ​ສຶກ​ສາ ແລະ ໜູນຊ່ວຍດ້ານທຶນການ​ສຶກ​ສາ, ຄ່າໃຊ້ຈ່າຍໃນການດຳລົງຊີວິດໃຫ້ແກ່ນັກສຶກສາລາວ ປະມານ 100-120 ຄົນທີ່​ໄດ້ໄປຮຽນຕາມ​ບັນ​ດາ​ຂະ​ແໜງ, ຫຼັກການ​ບຳ​ລຸງ​ສ້າງ​ຢູ່ມະຫາວິທະຍາໄລດາ​ໜັງ, ໜູນ​ຊ່ວຍ​ການ​ບຳ​ລຸງ​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ເໝາະ​ສົມ​ກັບ​ຄວາມ​ຕ້ອງ​ການ​ໃນ​ການ​ພັດ​ທະ​ນາ​ຂອງ ລາວ. ປະຈຸ​ບັນ, ມີ​ນັກ​ສຶກສາ​ຕ່າງປະ​ເທດທີ່ພວມ​ຮ​ຽນ​ຢູ່​ມະຫາວິທະຍາ​ໄລ​ດາ​ໜັງ 279 ຄົນໂດຍໄດ້​ຮັບ​ທຶນ​ການສຶກສາ​ຂອງ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​.

ແລະ​ກໍ່​ໃນປີ 2022, ນະຄອນ ດາໜັງ ໄດ້ຈັດ​ຕັ້ງ​ພິ​ທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (5 ກັນຍາ 1962 – 5 ກັນຍາ 2022) ແລະ 45 ປີ ແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (18 ກໍລະກົດ 1977 - 18 ກໍລະກົດ 2022); ​ໄດ້​ຕ້ອນຮັບ​ຄະນະ​ຜູ້​ແທນ​ລາວ 15 ຄະ​ນະ, ​ໃນ​ນັ້ນ​ມີ​ຄະນະ​ຜູ້​ແທນ​ຂັ້ນ​ສູງຂອງ​ສູນ​ກາງ ​ແລະ ບັນດາ​ທ້ອ​ງ​ຖິ່ນ​ຂອງ​ລາວ ມາ​ຢ້ຽມຢາມ, ​ແລກປ່ຽນ​ບົດຮຽນ ​ແລະ ​ຮ່ວມ​ມື​ດ້ານ​ການ​ລົງທຶນ, ການ​ຄ້າ, ການທ່ອງທ່ຽວ, ​ເຂົ້າ​ຮ່ວມ​ບັນດາ​ເຫດການ​ຊຸກຍູ້​ການ​ຄ້າ​ລະຫວ່າງ​ສອງ​ຝ່າຍ, ການ​ກວດ​ ແລະ​ ການ​ປິ່ນ​ປົວພະ​ຍາດ​ຢູ່​ດາ​ໜັງ​.

ບົນ​ພື້ນຖານ​ສາຍ​ພົວພັນ​ຮ່ວມມືມິດຕະພາບແບບ​ພິ​ເສດຂອງ​ພັກ, ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ ຫວຽດນາມ - ລາວ, ທາງນະຄອນ ດາ​ໜັງ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່ ​ແລະ ຕີ​ລາຄາ​ສູງ​ການ​ພົວພັນ​ຮ່ວມ​ມື​ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ​ລາວ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ດາ​ໜັງ ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ບັນດາ​ແຂວງ​ຂອງ​ລາວ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ສ້າງສາ ​ແລະ ປົກ​ປັກ​ຮັກ​ສາ​ປະ​ເທ​ດຊາດ ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ຮ່ວມ​ມື​ໃນ​ພາກ​ພື້ນ ​ແລະ ສາກົນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.