ຮ່​ວມສາຍ​​ແມ່​ນ້ຳ​ຂອງ 2023: ຮັດ​ແໜ້ນ​ນ້ຳ​ໃຈ​ມິດ​ຕະ​ພາບ​ລະ​ຫວ່າງ​ສາມ​ປະ​ເທດ ຫວຽດ​ນາມ, ລາວ, ກຳ​ປູ​ເຈຍ

08:00 | 14/03/2023

ຍ​ສ​ໝ - ຄະ​ນະ​ເລ​ຂາ​ສະ​ມ​າ​ຄົມ​ນັກ​ສຶກ​ສາ ແຂວງ​ບິ່ງ​ເຢືອງ ຫາ​ກໍ່​ສົມ​ທົບ​ກັບ​ມະ​ຫາ​ວິ​ທະ​ຍາ​ໄລ ທູ​ເຢົາໂໝດ ແລະ ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ແຂວງບິ່ງ​ເຢືອງ ​ຈັດ​ລາຍ​ການຮ່​ວມສາຍ​​ແມ່​ນ້ຳ​ຂອງ 2023 ແຂ​ວງ​ບິ່ງ​ເຢືອງ​ ຄັ້ງ​ທີ 11 ປີ 2023.

ນັກ​ຮຽນ ຫວຽດ​ນາມ ຢູ່​ອາ​ເມ​ລິ​ກາ ຂົວ​ເຊື່ອມ​ຕໍ່​ສຳ​ຄັນລະ​ຫວ່າງ​ປະ​ຊາ​ຊົນ ຫວຽດ​ນາມ - ອາ​ເມ​ລິ​ກາ ນັກ​ຮຽນ ຫວຽດ​ນາມ ຢູ່​ອາ​ເມ​ລິ​ກາ ຂົວ​ເຊື່ອມ​ຕໍ່​ສຳ​ຄັນລະ​ຫວ່າງ​ປະ​ຊາ​ຊົນ ຫວຽດ​ນາມ - ອາ​ເມ​ລິ​ກາ
ຫວຽດ​ນາມ - ລາ​ວ​ ຮັດ​ແໜ້ນ​ການ​ຮ່ວມ​ມື​ໃນ​ການ​ປ້ອງ​ກັນ, ຕ້ານ​ການ​ຄ້າ​ມະ​ນຸດ ຫວຽດ​ນາມ - ລາ​ວ​ ຮັດ​ແໜ້ນ​ການ​ຮ່ວມ​ມື​ໃນ​ການ​ປ້ອງ​ກັນ, ຕ້ານ​ການ​ຄ້າ​ມະ​ນຸດ

ຄະ​ນະ​ເລ​ຂາ​ສະ​ມ​າ​ຄົມ​ນັກ​ສຶກ​ສາ ແຂວງ​ບິ່ງ​ເຢືອງ ຫາ​ກໍ່​ສົມ​ທົບ​ກັບ​ມະ​ຫາ​ວິ​ທະ​ຍາ​ໄລ ທູ​ເຢົາໂໝດ ແລະ ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ແຂວງບິ່ງ​ເຢືອງ​ ຈັດ​​ລາຍ​ການ ຮ່​ວມສາຍ​​ແມ່​ນ້ຳ​ຂອງ 2023 ແຂ​ວງ​ບິ່ງ​ເຢືອງ ​ຄັ້ງ​ທີ 11 ປີ 2023.

ຮ່​ວມສາຍ​ແມ່​ນ້ຳ​ຂອງ 2023 ດຶງ​ດູດ​ໄດ້​ນັກ​ສຶກ​ສາ​ກ່​ວາ 1000 ຄົນ​ທີ່​ມາ​ຈາກ​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ​ໃນ​ບໍ​ລິ​ເວນ​ແຂວງ, ພິ​ເສດ​ແມ່ນ​ນັກ​ສຶກ​ສາ​ລາວ ແລະ ກຳ​ປູ​ເຈຍ. ບັນ​ດາ​ນ້ອງໆ​ນັກ​ສຶກ​ສາ ໄດ້​ເຊື່ອມ​ຕໍ່​ຜ່ານຫຼາຍ​ການ​ເຄື່ອນ​ໄຫວ​ຄື: ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ອາ​ຫານ​ການ​ກິນ ດ້ວຍ​ບັນ​ດາ​ຮ້ານ​ວາງ​ສະ​ແດງ​ຂາຍ​ອາ​ຫານ​ຂອງ 3 ປະ​ເທດ​ທີ່​ມີ​ຄວາມ​ດຶງ​ດູດ​ໃຈ, ການ​ແຂ່ງ​ຂັນ​ມິດ​ຕະ​ພາບ​ບານ​ເຕະ, ພິ​ເສດ​ແມ່ນ​ລາຍ​ການ​ສະ​ແດງ​ສິ​ລະ​ປະ ແລະ ຊຸດ​ອາ​ພອນ​ປະ​ຈຳ​ຊາດ​ຂອງ​ສາມ​ປະ​ເທດ.

ພາບ​ປະ​ກອບ:
ລາຍ​ການ​ສະ​ແດງ​ຊຸດ​ອາ​ພອນ​ປະ​ຈຳ​ຊາດ

ທີ່​ລາຍ​ການ, ຄະ​ນະ​ປະ​ຈຳ​ຄະນະຊາວ​ໜຸ່ມ​ແຂວງ, ຄະ​ນະ​ເລ​ຂາ​ສະ​ມາ​ຄົມ​ນັກ​ສຶກ​ສາ ຫວຽດ​ນາມ ແຂວງ ໄດ້​ສົມ​ທົບ​ກັບ​ວິ​ສາ​ຫະ​ກິດມອບ​ຂອງ​ຂວັນ 20 ພູດ​ໃຫ້​ແກ່​ບັນ​ດາ​ນ້ອງໆ​ນັກ​ສຶກ​ສາ, ນັກ​ສຳ​ມະ​ນາ​ກອນ​ລາວ ແລະ ກຳ​ປູ​ເຈຍ ​ທີ່​ພວມ​ຮ່ຳ​ຮຽນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ໂງກວຽນ ແລະ ມະ​ຫາ​ວິ​ທະ​ຍາ​ໄລ ທູ​ເຢົາໂໝດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.