ການ​ນຳ​ລາວ ຕີ​ລາ​ຄາ​ສູງ​ໝາກ​ຜົນ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ອົງ​ການ​ຂອງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ລາວ.

00:25 | 08/03/2023

ຍ​ສ​ໝ - ບັນ​ດາ​ການ​ນຳ​ລາວ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ, ຕີ​ລາ​ຄາ​ສູງ​ຄວາມ​ໝາຍ​ຂອງ​ການ​ຢ້ຽມ​ຢາມ ແລະ ໝາກ​ຜົນ​ຂອງ​ການ​ເຮັດ​ວຽກ​ລະ​ຫວ່າງ​ສະ​ພາ​ຊົນ​ເຜົ່າ ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ກຳ​ມາ​ທິ​ການ​ບັນ​ດາ​ເຜົ່າ​ສະ​ພາ​ແຫ່ງ​ຊາດ ລາວ.

ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ກັບ UNESCO ເພື່ອ​ຮັບ​ໃຊ້​ການ​ພັດ​ທະ​ນາ​ປະ​ເທດ​ຊາດ ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ກັບ UNESCO ເພື່ອ​ຮັບ​ໃຊ້​ການ​ພັດ​ທະ​ນາ​ປະ​ເທດ​ຊາດ
ນັກ​ຮຽນ ຫວຽດ​ນາມ ຢູ່​ອາ​ເມ​ລິ​ກາ ຂົວ​ເຊື່ອມ​ຕໍ່​ສຳ​ຄັນລະ​ຫວ່າງ​ປະ​ຊາ​ຊົນ ຫວຽດ​ນາມ - ອາ​ເມ​ລິ​ກາ ນັກ​ຮຽນ ຫວຽດ​ນາມ ຢູ່​ອາ​ເມ​ລິ​ກາ ຂົວ​ເຊື່ອມ​ຕໍ່​ສຳ​ຄັນລະ​ຫວ່າງ​ປະ​ຊາ​ຊົນ ຫວຽດ​ນາມ - ອາ​ເມ​ລິ​ກາ

ໃນ​ຂອບ​ເຂດ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ລາວ, ວັນ​ທີ 6 ມີ​ນາ, ຢູ່​ນະ​ຄອນຫຼວງ ວຽງ​ຈັນ, ທ່ານ​ປະ​ທານ​ສະ​ພາ​ຊົນ​ເຜົ່າ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ, ອີ​ແທັງ​ຮ່າ ນີ​ເອ ເກີ​ດຳ ພ້ອມ​ກັບ​ຄະ​ນະ​ໄດ້​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ ໄຊ​ສົມ​ພອນ ພົມ​ວິ​ຫານ, ປະ​ທານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ສິນ​ລະ​ວົງ ຄຸດ​ໄພ​ທູນ ແລະ ໂອ້​ລົມ​ສົນ​ທະ​ນາ ກັບ​ທ່ານ ຄຳ​ຈັນ ໂສ​ຕາ​ປະ​ເສີດ ປະ​ທານ​ກຳ​ມາ​ທິ​ການ​ບັນ​ດາ​ເຜົ່າ​ສະ​ພາ​ແຫ່ງ​ຊາດ ລາວ.

ຕາມ​ນັກ​ຂ່າວ​ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ ແລ້ວ, ຢູ່​ບັນ​ດາ​ການ​ຕ້ອນ​ຮັບ, ທ່ານ​ປະ​ທານ​ສະ​ພາ​ບັນ​ດາ​ເຜົ່າ ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໄດ້​ລາຍ​ງານ​ກັບ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ ໄຊ​ສົມ​ພອນ ພົມ​ວິ​ຫານ ແລະ ທ່ານ​ປະ​ທານ​ແນວ​ລາວ​ສ້າງ​ຊາດ ສິນ​ລະ​ວົງ ຄຸດ​ໄພ​ທຸນ ກ່ຽວ​ກັບ​ໝາກ​ຜົນ​ການ​ຮ່ວມ​ມື​ລະ​ຫວ່າງ​ສະ​ພາ​ຊົນ​ເຜົ່າ ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ​ກຳ​ມາທິ​ການ​ບັນ​ດາ​ເຜົ່າ ​ສະ​ພາ​ແຫ່ງ​ຊາດ ລາວ ໃນ​ໄລ​ຍະ​ຜ່ານ​ມາ, ກຳ​ນົດ​ທິດ​ການ​ຮ່ວມ​ມື​ໃນ​ໄລ​ຍະ​ຈະ​ມາ​ເຖິງ ແລະ ກ່ຽວ​ກັບ​ເລື່ອງ​ສອງ​ຝ່າຍ​ໄດ້​ຈັດ​ຕັ້ງ​ການ​ໂອ້​ລົມ​ສົນ​ທະ​ນາ​ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ໃນ​ວຽກ​ງານ​ຊົນ​ເຜົ່າ​ຂອງ​ສອງ​ປະ​ເທດ…

ການ​ນຳ​ລາວ ຕີ​ລາ​ຄາ​ສູງ​ໝາກ​ຜົນ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ອົງ​ການ​ຂອງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ລາວ.
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ ໄຊ​ສົມ​ພອນ ພົມ​ວິ​ຫານ ໃຫ້ການຕ້ອນຮັບທ່ານ​ປະ​ທານ​ສະ​ພາ​ຊົນ​ເຜົ່າ ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ອີ​ແທັງ​ຮ່າ ນີ​ເອ ເກີ​ດຳ ແລະ ຄະນະ (ພາບ: TTXVN)

ບັນ​ດາ​ການ​ນຳ​ລາວ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ, ຕີ​ລາ​ຄາ​ສູງ​ຄວາມ​ໝາຍ​ຂອງ​ການ​ຢ້ຽມ​ຢາມ ແລະ ໝາກ​ຜົນ​ຂອງ​ການ​ເຮັດ​ວຽກ​ລະ​ຫວ່າງ​ສະ​ພາ​ຊົນ​ເຜົ່າ ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ກຳ​ມາ​ທິ​ການ​ບັນ​ດາ​ເຜົ່າ ​ສະ​ພາ​ແຫ່ງ​ຊາດ ລາວ, ທ່ານ​ຢັ້ງ​ຢືນ​ວ່າ ການ​ຢ້ຽມ​ຢາມ​ຈະ​ປະ​ກອບ​ສ່ວນ​ເຮັດ​ໃຫ້​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ຍິ່ງ​ໃຫຍ່, ມີ​ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ - ລາວ​ ເວົ້າ​ລວມ ແລະ ສອງ​ອົງ​ການ​ຮັບ​ຜິດ​ຊອບ​​ກ່ຽວ​ກັບ​ວຽກ​ງານ​ຊົນ​ເຜົ່າ​ຂອງ​ສະ​ພາ​ແຫ່ງ​ຊາດ​ສອງ​ປະ​ເທດ​ ເວົ້າ​ສະ​ເພ​າ​ະ.

ທ່ານປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ ໄຊ​ສົມ​ພອນ​ ພົມ​ວິ​ຫານ ແລະ ທ່ານ​ປະ​ທານ​ສູນ​ການ​ແນວ​ລາວ​ສ້າງ​ຊາດ ສິນ​ລະ​ວົງ ຄຸດ​ໄພ​ທູນ ກໍ່​ຕີ​ລາ​ຄາ​ສູງ​ບົດ​ຮຽນ​ປະ​ສົບ​ການ​ຂອງ ຫວຽດ​ນາມ ໃນ​ວຽກ​ງານ​ຊົນ​ເຜົ່າ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ, ທ່ານ​ຫໍກໍ່ຫວັງ​ວ່າ​ ຝ່າຍຫວຽດ​ນາມ ຈະ​ສືບ​ຕໍ່​ໜູນ​ຊ່ວຍ ແລະ ແບ່ງ​ປັນ​ບັນ​ດາ​ບົດ​ຮຽນ​ປະ​ສົບ​ການ​ອັນ​ລ້ຳ​ຄ່າ​ກັບ​ຝ່າຍ​ລາວ ໃນ​ບັນ​ດາ​ຂົງ​ເຂດ​ນີ້, ທ່ານ​ກໍ່​ສະ​ເໜີ​ໃຫ້​ກຳ​ມາ​ທິ​ການ​ຊົນ​ເຜົ່າ​ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ກຳ​ມາ​ທິ​ການ​ບັນ​ດາ​ເຜົ່າ​ ສະ​ພາ​ແຫ່ງ​ຊາດ​ລາວ ສືບ​ຕໍ່​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ບົດ​ບັດ​ທຶນ​ກ່ຽວ​ກັບ​ການ​ຮ່ວມ​ມືຢ່າງ​ມີ​ຄຸນ​ນະ​ພາບ ແລະ ມີ​ປະ​ສິດ​ທິ​ຜົນ, ນຳ​ຜົນ​ປະ​ໂຫຍດ​ມາ​ໃຫ້​ປະ​ຊາ​ຊົນ​ສອງ​ປະ​ເທດ.

ກ່ອນ​ໜ້າ​ນັ້ນ, ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ຄະນະ​ຜູ້​ແທນ​ສະພາຊົນເຜົ່າ ສະພາ​ແຫ່ງ​ຊາດ ​ຫວຽດນາມ ​ໂດຍ​ສະຫາຍ ອີ​ແທັງ​ຮ່າ ນີ​ເອ ​ເກີ​ດຳ ນຳ​ໜ້າ​ ໄດ້​ມີ​ການໂອ້ລົມ​ເຈລະຈາ​ກັບ​ຄະນະ​ຜູ້​ແທນ​ກຳ​ມາ​ທິ​ການ​ບັນດາ​ເຜົ່າ​ຂອງ​ສະພາ​ແຫ່ງ​ຊາດ ​ລາວ ນຳ​ໂດຍ​ສະຫາຍ ຄຳຈັນ ໂສ​ຕາ​ປະ​ເສີດ ເປັນຫົວໜ້າຄະ​ນະ. 2 ຝ່າຍ​ໄດ້​ຕີ​ລາຄາ​ຄືນ​ບັນດາ​ໝາກຜົນ​ການ​ຮ່ວມ​ມື​ໃນ​ໄລຍະ​ປ່ານມາ, ວາງ​ອອກ​ບັນດາ​ທິດ​ທາງ​ການ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ, ​ໃນ​ນັ້ນ​ເຫັນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຮອບດ້ານ, ສືບ​ຕໍ່​ແລກປ່ຽນ​ບົດຮຽນ​ເຊິ່ງກັນ ​ແລະ ກັນ ​ແລະ ພັດທະນາ​ການ​ພົວພັນ​ລະຫວ່າງ​ບັນດາ​ອົງການ​ທີ່​ຮັບຜິດຊອບວຽກງານຊົນເຜົ່າຂອງສອງປະເທດ…

​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ຄະນະ​ຜູ້​ແທນ​ສະພາ​ຊົນ​ເຜົ່າ ສະພາ​ແຫ່ງ​ຊາດ​ຫວຽດນາມ ກໍ່​ໄດ້​ສົມທົບ​ກັບ​​ກຳມະທິການ​ບັນດາ​ເຜົ່າ​ຂອງ​ສະພາ​ແຫ່ງ​ຊາດ ລາວ ຈັດ​ຕັ້ງ​ກອງ​ປະຊຸມເພື່ອ​ແນ​ໃສ່​ແລກປ່ຽນ​ຂໍ້​ມູນ​ຂ່າວສານ ​ແລະ ປະສົບ​ການ​ກ່ຽວ​ກັບ​ວຽກ​ງານ​ກໍ່ສ້າງ​ນະ​ໂຍບາຍກົດ​ໝາຍ ​ແລະ ການ​ຕິດ​ຕາມກວດກາການປະຕິບັດ​ນະ​ໂຍບາຍ​ກ່ຽວ​ກັບ​ຊົນ​ເຜົ່າ​, ຫຼຸດຜ່ອນ​ຄວາມທຸກ​ຍາກ​ແບບ​ຍືນ​ຍົງ, ຮັບປະກັນ​ຊີວິດ​ສັງຄົມ​ຂອງ​ບັນດາ​ຝ່າຍ; ​ແລກປ່ຽນບົດ​ຮຽນ​ປະສົບ​ການ​ໃນ​ການ​ຕິດຕາມການ​ພັດທະນາ​ຊົນນະບົດ, ຫຼຸດຜ່ອນ​ຄວາມທຸກ​ຍາກ ​ແລະ ການ​ຈັດທີ່​ຢູ່ອາໄສ ​ແລະ ວຽກ​ເຮັດ​ງານ​ທຳ​​ທີ່​ໝັ້ນຄົງໃຫ້​ປະຊາຊົນ...

ບຸນ​ຄົງ

ເຫດການ
302 Found

Found

The document has moved here.