ຍສໝ - ຕອນເຊົ້າວັນທີ 2 ມີນາ, ຢູ່ຮ່າໂນ້ຍ, ຄະນະຫົວໜ້າສຳນັກງານຜູ້ແທນຫວຽດນາມ ຢູ່ຕ່າງປະເທດ ອາຍຸການ 2024-2027 ໂດຍການນຳໜ້າຂອງ ທ່ານຮອງລັດຖະມົນຕີການຕ່າງປະເທດ ໂດຮູ່ງຫວຽດ ໄດ້ມີການພົບປະເຈລະຈາກັບກຸ່ມ Vingroup.
ຍສໝ - ນີ້ແມ່ນຄຳປາໄສຂອງທ່ານເອກອັກຄະລັດຖະທູດ ບຸນກາຣີ ປະຈຳ ຫວຽດນາມ Pavlin Todorov ທີ່ພິທີສະເຫຼີມສະຫຼອງ 146 ປີແຫ່ງວັນຊາດສາທາລະນະລັດ ບຸນກາຣີ ເມື່ອວັນທີ 1 ມີນາ. ໂຄງການຈັດຕັ້ງ ໂດຍສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈິມິນ (HCMC) ສົມທົບກັບສະມາຄົມມິດຕະພາບ ຫວຽດນາມ - ບຸນກາຣີ ນະຄອນ ໂຮ່ຈີມິນ.
ຍສໝ - ເມື່ອຕີລາຄາກ່ຽວກັບການພົວພັນຮ່ວມມືໃນໄລຍະປະຈຸບັນລະຫວ່າງຫວຽດນາມ ແລະ ອຽກລັງ, ທ່ານເອກອັກຄະລັດຖະທູດ ຫງວຽນຮວ່າງລອງ ໃຫ້ຮູ້ວ່າ ການຮ່ວມມືດ້ານເສດຖະກິດ-ການຄ້າ-ການລົງທຶນລະຫວ່າງຫວຽດນາມ ແລະອຽກລັງ ໃນໄລຍະຜ່ານມາ ບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງ.
ຍສໝ - ໃນທ່າມກາງບັນຍາກາດແຫ່ງຄວາມສາມັກຄີ, ມິດຕະພາບແບບພິເສດ, ສອງຝ່າຍໄດ້ເຫັນດີເປັນເອກະພາບ, ຕີລາຄາສູງບັນດາໝາກຜົນທີ່ບັນລຸໄດ້ໃນການສົມທົບກັນປະຕິບັດວຽກງານການພົວພັນຕ່າງປະເທດດ້ານປ້ອງກັນຊາດໃນປີ 2023.
ຍສໝ - ຫວຽດນາມ ແລະ ການາດາ ໄດ້ອັດປີທີ່ມີຫຼາຍວຽກງານ ດ້ວຍການເຄື່ອນໄຫວທີ່ຫຼາກຫຼາຍທັງຂອບຂະໜາດ ແລະ ຮູບແບບ ເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ.
ຍສໝ - ຫຼາຍກວ່າຫນຶ່ງປີຫຼັງຈາກການຜັນຂະຫຍາຍຍຸດທະສາດ ມະຫາສະໝຸດອິນເດຍ - ປາຊີຟິກ, ການາດາ ໄດ້ຮັບຮູ້ເຖິງຄວາມສໍາຄັນຂອງພາກພື້ນຕໍ່ກັບຄວາມໝັ້ນຄົງ ແລະ ຄວາມຈະເລີນຮຸ່ງເຮືອງຂອງຕົນ.
ຍສໝ - ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ໄດ້ດຳເນີນການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ແຕ່ວັນທີ 11 – 13 ມັງກອນ, ຕາມຄຳເຊີນຂອງທ່ານປະທານປະເທດຫວຽດນາມ ຫວໍວັນເຖືອງ.
ຍສໝ - ທີ່ກອງປະຊຸມ, ບັນດາຜູ້ແທນ, ຄະນະພະສົງ, ນັກຮຽນຮູ້, ນັກບວດຂອງສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ ໄດ້ແລກປ່ຽນ, ປຶກສາຫາລື ແລະ ຍົກໃຫ້ເຫັນບົດບາດຂອງພຸດທະສາສະໜາໃນການຊຸກຍູ້ສັນຕິພາບ, ຄວາມຖືກຕ້ອງປອງດອງ ແລະການປົກປັກຮັກສາສິ່ງແວດລ້ອມໃນພາກພື້ນ..
ຍສໝ - ນັ້ນແມ່ນໜຶ່ງໃນບັນດາເນື້ອໃນທີ່ໄດ້ຮັບການປຶກສາຫາລືລະຫວ່າງທ່ານປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຟ່ານວັນໝາຍ ແລະ ຜູ້ວ່າການແຂວງ Hyogo (ຍີ່ປຸ່ນ) ທ່ານ Saito Motohiko ໃນຕອນເຮັດວຽກວັນທີ 20 ທັນວາ ຢູ່ນະຄອນ ໂຮ່ຈີມິນ.
ຍສໝ - ນີ້ແມ່ນຄຳປາໄສຂອງທ່ານເອກອັກຄະລັດຖະທູດ ຣູມານີ ປະຈຳ ຫວຽດນາມ ນາງ Cristina Romila ກ່ອນການໄປຢ້ຽມຢາມ ຣູມານີ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ. ການຢ້ຽມຢາມ ໄດ້ດຳເນີນເນື່ອງໃນໂອກາດທີ່ທ່ານນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມປະຈຳປີຄັ້ງທີ 54 ຂອງເວທີປາໄສເສດຖະກິດໂລກ (WEF).
ຍສໝ - ໂດຍໄດ້ຮັບການຕີລາຄາວ່າ ແມ່ນໜຶ່ງໃນບັນດາທ້ອງຖິ່ນນຳໜ້າຂອງທົ່ວປະເທດ ກ່ຽວກັບການສົ່ງເສີມ ແລະ ຜັນຂະຫຍາຍບັນດາລາຍການຮ່ວມມືສອງຝ່າຍຂັ້ນທ້ອງຖິ່ນ. ມາຮອດປະຈຸບັນ, ນະຄອນ ດານັງ ໄດ້ສ້າງຕັ້ງການພົວພັນມິດຕະພາບ, ການຮ່ວມມືກັບ 48 ທ້ອງຖິ່ນຂອງ 22 ປະເທດ ແລະ ເຂດແຄວ້ນ ດ້ວຍສັນຍາທີ່ໄດ້ລົງນາມ 104 ສະບັບ.
ຍສໝ - ວັນທີ 14 ມັງກອນນີ້, ສະມາຄົມມິດຕະພາບ ຫວຽດນາມ - ບຸນກາຣີ ແຂວງ ຫວີງຟຸກ ໄດ້ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນຄັ້ງທີ 3 ອາຍຸການ 2023-2028.
ຍສໝ - ວັນທີ 11 ມັງກອນ 2024 ເປັນຂີດໝາຍ 55 ປີແຫ່ງວັນຫວຽດນາມ ແລະ ຊູແອັດ ສ້າງຕັ້ງການພົວພັນທາງການທູດ (11/1/1969-11/1/2024). ໃນຕະຫຼອດ 55 ປີ ຜ່ານມາ, ສອງປະເທດໄດ້ຕັ້ງໜ້າກໍ່ສ້າງ, ເພີ່ມພູນຄູນສ້າງ, ພັດທະນາການພົວພັນສອງຝ່າຍໃຫ້ນັບມື້ນັບຍືນຍົງ, ເຂົ້າສູ່ລວງເລິກ ແລະບັນລຸໄດ້ບັນດາຜົນງານທີ່ໜ້າເອກອ້າງທະນົງໃຈໃນຫຼາຍຂົງເຂດ.
ຍສໝ - ທີ່ການເຮັດວຽກກັບສະມາຄົມມິດຕະພາບຫວຽດນາມ - ໂອຕາລິດ ໃນວັນທີ 9 ມັງກອນນີ້, ຢູ່ຮ່າໂນ້ຍ, ທ່ານ ປອ Patrick Horvath, ເລຂາທິການ “ກອງທຶນນະໂຍບາຍເສດຖະກິດວິທະຍາສາດ” (ວຽນນາ, ໂອຕາລິດ) ໃຫ້ຮູ້ວ່າ ມີ 3 ຂົງເຂດຮ່ວມມືສຳຄັນທີ່ ຫວຽດນາມ ແລະ ໂອຕາລິດ ອາດສາມາດຂຸດຄົ້ນໄດ້ຄື: ການລົງທຶນອຸດສາຫະກຳ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ແລະ ກຳນົດການພົວພັນ “ຄູ່ຮ່ວມມືສີຂຽວ”.
ຍສໝ - ສອງຝ່າຍໄດ້ຕີລາຄາສູງບັນດາບາດກ້າວພັດທະນາທີ່ຕັ້ງໜ້າໃນການຮ່ວມມືສອງຝ່າຍໃນທຸກຂົງເຂດ; ເຫັນດີສືບຕໍ່ຊຸກຍູ້ການຢ້ຽມຢາມ ແລະການພົົບປະຂັ້ນສູງ ແລະທຸກຂັ້ນໃນທຸກຊ່ອງທາງ, ຜັນຂະຫຍາຍບັນດາກົນໄກ ແລະຂໍ້ຕົກລົງຮ່ວມມືສອງຝ່າຍຢ່າງມີປະສິດທິຜົນ; ທ່ານ ຟ້າມມິງຈິ໊ງ ຫວັງວ່າ ນັບມື້ຈະນັບມີຫຼາຍວິສາຫະກິດ ແລະນັກລົງທຶນຂອງຫວຽດນາມ ແລະ ບຸນກາຣີ ລົງທຶນເຂົ້າຕະຫຼາດຂອງກັນ.
ຍສໝ - ຕອນເຊົ້າວັນທີ 6 ມັງກອນ, ຢູ່ທຳນຽບປະທານປະເທດ, ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ສປປ.ລາວ ສອນໄຊ ສີພັນດອນ ແລະ ພັນລະຍາ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ເປັນປະທານຮ່ວມກອງປະຊຸມຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລາວ ຄັ້ງທີ 46 ແຕ່ວັນທີ 6-7 ມັງກອນ.
ຍສໝ - ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ຕອນຄ່ຳວັນທີ 7 ມັງກອນ, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ບຸນກາຣີ Rossen Dimitrov Jeliazkov ໄດ້ມີການພົບປະກັບຊາວ ຫວຽດນາມ ທີ່ເຄີຍຮ່ຳຮຽນ, ເຮັດວຽກຢູ່ ບຸນກາຣີ. ເນື່ອງໃນໂອກາດນີ້, ທ່ານໄດ້ມອບໃບຍ້ອງຍໍຂອງສະພາແຫ່ງຊາດ ບຸນກາຣີ ໃຫ້ແກ່ບຸກຄົນ ຫວຽດນາມ 6 ທ່ານ ທີ່ມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ການພົວພັນມິດຕະພາບ, ຄວາມສາມັກຄີລະຫວ່າງປະຊາຊົນສອງປະເທດ.
ຍສໝ - ກ່ຽວຂ້ອງເຖິງການສັງລວມເອກະສານກ່ຽວກັບການພົວພັນລະຫວ່າງສະພາແຫ່ງຊາດສອງປະເທດ, ທ່ານ ບຸ່ຍວັນເກື່ອງ ຢືນຢັນວ່າ ການພົວພັນລະຫວ່າງສະພາແຫ່ງຊາດຫວຽດນາມ ກັບສະພາແຫ່ງຊາດລາວ ແມ່ນສ່ວນໜຶ່ງທີ່ສຳຄັນຂອງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ. ຝ່າຍຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍ ແລະສົມທົບກັນສະໜອງຂໍ້ມູນຂ່າວສານເພື່ອຊ່ວຍປະເທດລາວ ສ້າງເອກະສານກ່ຽວກັບປະຫວັດສາດຂອງສະພາແຫ່ງຊາດລາວ.
ຍສໝ - ນີ້ແມ່ນການຢ້ຽມຢາມຫວຽດນາມ ຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ນັບແຕ່ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ.
ຍສໝ - ຕອນບ່າຍວັນທີ 4 ມັງກອນນີ້, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫາະ ໄດ້ໃຫ້ການຕ້ອນຮັບທ່ານຮອງປະທານສະພາແຫ່ງຊາດ ລາວ ຈະເລີນ ເຢຍປາວເຮີ.