ການພົວພັນຫວຽດນາມ-ຍີ່ປຸ່ນ ໄດ້ຮັບການເປີດກວ້າງ, ເຂົ້າສູ່ລວງເລິກ, ແທດຈິງຢ່າງບໍ່ຢຸດຢັ້ງ

20:00 | 07/08/2024

ຍສໝ - ທ່ານ ຟ້າມມິງຈິ໊ງ ຢັ້ງຢືນວ່າ ລັດຖະບານຫວຽດນາມ ຈະອຳນວຍຄວາມສະດວກເພື່ອໃຫ້ກະຊວງປ້ອງກັນປະເທດສອງປະເທດເພີ່ມທະວີການພົບປະແລກປ່ຽນ, ຍົກສູງຄວາມເຂົ້າອົກເຂົ້າໃຈ, ປັບປຸງຄວາມເຊື່ອໝັ້ນ ແລະພ້ອມກັນຮ່ວມມືບົນພື້ນຖານສອດຄ່ອງກັບຄວາມຕ້ອງການ, ຄວາມສາມາດ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດບົນຈິດໃຈການພົວພັນ “ຈິງໃຈ, ຮັກແພງ, ໄວ້ເນື້ອເຊື່ອໃຈ” ລະຫວ່າງສອງປະເທດ.

ເອກອັກຄະລັດຖະທູດ Choi Young Sam: ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນຊຸກຍູ້ການພັດທະນາການພົວພັນລະຫວ່າງສອງປະເທດຢ່າງແທດຈິງ ແລະມີປະສິດທິຜົນ ເອກອັກຄະລັດຖະທູດ Choi Young Sam: ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນຊຸກຍູ້ການພັດທະນາການພົວພັນລະຫວ່າງສອງປະເທດຢ່າງແທດຈິງ ແລະມີປະສິດທິຜົນ
ທ່ານ ໂດ້ຮຸ່ງຫວຽດ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາ: ການຢ້ຽມຢາມ ສ້າງກໍາລັງໜູນໃໝ່ໃນການພົວພັນລະຫວ່າງຫວຽດນາມ ກັບລາວ ແລະກຳປູເຈຍ ທ່ານ ໂດ້ຮຸ່ງຫວຽດ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາ: ການຢ້ຽມຢາມ ສ້າງກໍາລັງໜູນໃໝ່ໃນການພົວພັນລະຫວ່າງຫວຽດນາມ ກັບລາວ ແລະກຳປູເຈຍ
ຍີ່ປຸ່ນ ເຊີດຊູ ທ່ານ ຮວ່າງບິ່ງກວນ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ ຍີ່ປຸ່ນ ເຊີດຊູ ທ່ານ ຮວ່າງບິ່ງກວນ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ

ຕອນບ່າຍວັນທີ 6 ສິງຫາ, ຢູ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Kihara Minoru, ລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ ເນື່ອງໃນໂອກາດມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.

ທີ່ການຕ້ອນຮັບ, ທ່ານ ຟ້າມມິງຈິ໊ງ ຢັ້ງຢືນວ່າ ລັດຖະບານຫວຽດນາມ ຈະອຳນວຍຄວາມສະດວກເພື່ອໃຫ້ກະຊວງປ້ອງກັນປະເທດສອງປະເທດເພີ່ມທະວີການພົບປະແລກປ່ຽນ, ຍົກສູງຄວາມເຂົ້າອົກເຂົ້າໃຈ, ປັບປຸງຄວາມເຊື່ອໝັ້ນ ແລະພ້ອມກັນຮ່ວມມືບົນພື້ນຖານສອດຄ່ອງກັບຄວາມຕ້ອງການ, ຄວາມສາມາດ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດບົນຈິດໃຈການພົວພັນ “ຈິງໃຈ, ຮັກແພງ, ໄວ້ເນື້ອເຊື່ອໃຈ” ລະຫວ່າງສອງປະເທດ.

ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Kihara Minoru ລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນສະແດງຄວາມພາກພູມໃຈເມື່ອເຫັນວ່າ ນັບແຕ່ເມື່ອສອງປະເທດສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການ (ເດືອນກັນຍາ 1973), ດ້ວຍຄວາມມານະພະຍາຍາມຂອງສອງຝ່າຍ, ການພົວພັນຫວຽດນາມ-ຍີ່ປຸ່ນ ໄດ້ມີບາດກ້າວພັດທະນາຢ່າງໝັັ້ນຄົງເຂັ້ມແຂງ, ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະເປີດກວ້າງໃນທຸກຂົງເຂດ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ຫວຽດນາມ ຈະປະຕິບັດນະໂຍບາຍພົວພັນຕ່າງປະເທດເປັນເອກະລາດ, ເປັນເຈົ້າຕົນເອງ, ເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍ, ແມ່ນເພື່ອນມິດ, ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນເພື່ອເປົ້າໝາຍສັນຕິພາບ, ການຮ່ວມມືພັດທະນາຢູ່ພາກພື້ນ ແລະໃນໂລກ; ຖືເປັນສຳຄັນ ແລະປາດຖະໜາຢາກພ້ອມກັບ ຍີ່ປຸ່ນ ຜັນຂະຫຍາຍຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານເພື່ອສັນຕິພາບ, ວັດທະນາຖາວອນຢູ່ອາຊີ ແລະໃນໂລກຢ່າງແທດຈິງ ແລະມີປະສິດທິຜົນໃນ.

ການພົວພັນຫວຽດນາມ-ຍີ່ປຸ່ນ ໄດ້ຮັບການເປີດກວ້າງ, ເຂົ້າສູ່ລວງເລິກ, ແທດຈິງຢ່າງບໍ່ຢຸດຢັ້ງ
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Kihara Minoru ລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ. ພາບ: TTXVN

ສະແດງຄວາມຂອບອົກຂອບໃຈຕໍ່ລັດຖະບານ ຍີ່ປຸ່ນ ທີ່ໄດ້ໜູນຊ່ວຍ, ຊ່ວຍເຫຼືອກະຊວງປ້ອງກັນປະເທດຫວຽດນາມ ການຢ່າງມີປະສິດທິຜົນ ແລະຢັ້ງຢືນວ່າ ການພົວພັນຮ່ວມມືດ້ານປ້ອງກັນຊາດແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນໃນການພົວພັນສອງຝ່າຍ. ທ່ານ ຟ້າມມິງຈິ໊ງ ຕີລາຄາສູງ ແລະສະເໜີໃຫ້ສອງກະຊວງປ້ອງກັນປະເທດ ສືບຕໍ່ເພີ່ມທະວີການພົວພັນ ຮ່ວມມືດ້ານປ້ອງກັນຊາດໃນຂົງເຂດບຳລຸງກໍ່ສ້າງຊັບພະຍາກອນມະນຸດ, ຖ່າຍຖອດເຕັກໂນໂລຢີ, ໜູນຊ່ວຍວັດຖຸອຸປະກອນ, ຄວາມໝັ້ນຄົງທາງອິນເຕີເນັດ, ການຮ່ວມມືລະຫວ່າງວິສາຫະກິດປ້ອງກັນຊາດ...

ແລກປ່ຽນກ່ຽວກັບສະພາບການໂລກ ແລະພາກພື້ນ, ສອງຝ່າຍເນັ້ນໜັກຄວາມສຳຄັນຂອງການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີດ້ານການບິນ ແລະການເດີນທະເລຢູ່ທະເລຕາເວັນອອກ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ໂດຍສະເພາະແມ່ນກົດບັດສະຫະປະຊາຊາດ ແລະສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982.

ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 6 ສິງຫາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນເອກ ຟານວັນຢາງ, ກຳມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນ ກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ເປັນເຈົ້າພາບພິທີຕ້ອນຮັບທ່ານ Kihara Minoru ລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ. ພາຍຫຼັງພິທີຕ້ອນຮັບສອງຝ່າຍດໍາເນີນ ການພົບປະເຈລະຈາ.

ການພົວພັນຫວຽດນາມ-ຍີ່ປຸ່ນ ໄດ້ຮັບການເປີດກວ້າງ, ເຂົ້າສູ່ລວງເລິກ, ແທດຈິງຢ່າງບໍ່ຢຸດຢັ້ງ
ທ່ານພົນເອກ ຟານວັນຢາງ ແລະທ່ານ Kihara Minoru ລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ ກວດແຖວກຽດຕິຍົດກອງທັບປະຊາຊົນຫວຽດນາມ. ພາບ: tienphong.vn

ທີ່ການພົບປະເຈລະຈາ, ທ່ານພົນເອກ ຟານວັນຢາງ ຢັ້ງຢືນວ່າ ໃນໄລຍະຜ່ານມາ, ພ້ອມກັບການພັດທະນາອັນດີງາມຂອງການພົວພັນສອງປະເທດ, ການພົວພັນດ້ານປ້ອງກັນຊາດສອງຝ່າຍໄດ້ຮັບການເປີດກວ້າງຢ່າງບໍ່ຢຸດຢັ້ງ, ເຂົ້າສູ່ລວງເລິກ, ແທດຈິງ, ສົມເປັນໜຶ່ງໃນບັນດາເສົາຄ້ຳສຳຄັນຂອງການພົວພັນສອງປະເທດ, ພົ້ນເດັ່ນໃນທຸກຂົງເຂດ, ຄື: ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ; ບຳລຸງສ້າງ; ການແພດທະຫານ, ກູ້ຊີບ-ກູ້ໄພ; ຮັກສາສັນຕິພາບສະຫະປະຊາຊາດ; ດຳເນີນການທາບທາມຄຳເຫັນໃນເວທີປາໄສພາກພື້ນເປັນປະຈຳ, ໂດຍສະເພາະແມ່ນໃນຂອບເຂດ ADMM+... ບັນດາກົນໄກເຈລະຈາ, ປຶກສາ, ພົບປະແລກປ່ຽນໄດ້ຈັດຕັ້ງປະຕິບັດເປັນຢ່າງດີ.

ສອງຝ່າຍໄດ້ຮັກສາການເຈລະຈານະໂຍບາຍປ້ອງກັນຊາດຂັ້ນຮອງລັດຖະມົນຕີປ້ອງກັນປະເທດ, ກອງປະຊຸມປຶກສາຫາລືນາຍທະຫານເສນາທິການຂອງ 3 ເຫຼົ່າທັບ: ທະຫານເຮືອ, ທະຫານບົກ, ທະຫານອາກາດ. ນີ້ແມ່ນບັນດາກົນໄກສຳຄັນທີ່ສອງຝ່າຍໄດ້ຮັກສາ, ຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ, ຊຸກຍູ້ການຮ່ວມມືຢ່າງລະອຽດ, ແທດຈິງໃນທຸກຂົງເຂດ.

ການພົວພັນຫວຽດນາມ-ຍີ່ປຸ່ນ ໄດ້ຮັບການເປີດກວ້າງ, ເຂົ້າສູ່ລວງເລິກ, ແທດຈິງຢ່າງບໍ່ຢຸດຢັ້ງ
ບັນຍາກາດທີ່ການພົບປະເຈລະຈາ. ພາບ: tienphong.vn

ກ່ຽວກັບທິດທາງຮ່ວມມືໃນໄລຍະຈະມາເຖິງ, ທ່ານພົນເອກ ຟານວັນຢາງ ສະເໜີສອງຝ່າຍສືບຕໍ່ຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດໃຫ້ກ້າວເຂົ້າສູ່ໄລຍະພັດທະນາໃໝ່, ມີປະສິດທິຜົນ, ສອດຄ່ອງກັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານເພື່ອສັນຕິພາບ ແລະການພັດທະນາຢູ່ອາຊີ ແລະໃນໂລກ.

ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການຂອງໂລກ ແລະພາກພື້ນ. ບັນຫາຢູ່ທະເລ, ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ ຫວຽດນາມ ຢຶດໝັ້ນແຜນນະໂຍບາຍແກ້ໄຂທຸກຂໍ້ຂັດແຍ່ງກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ຄຳໝັ້ນສັນຍາຢູ່ພາກພື້ນ, ໂດຍສະເພາະແມ່ນ ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982, ຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຢ່າງແທດຈິງ, ມີປະສິດທິຜົນ.

ສົມເພັດ

ເຫດການ
302 Found

Found

The document has moved here.