ຫວຽດນາມ - ອິນເດຍ ມຸ່ງໄປເຖິງຈຸດໝາຍວົງເງິນການຄ້າສອງຝ່າຍບັນລຸ 20 ຕື້ USD

14:34 | 05/08/2024

ຍສໝ - ຫວຽດນາມ - ອິນເດຍ ໜູນຊ່ວຍ ແລະ ຊຸກຍູ້ການເຄື່ອນໄຫວໂອ້ລົມສົນທະນາ, ເຊື່ອມຕໍ່ການລົງທຶນ, ສ້າງເງື່ອນໄຂໃຫ້ວິສາຫະກິດຂອງ 2 ຝ່າຍເປີດກວ້າງການຮ່ວມມື, ລົງທຶນ ແລະ ດຳເນີນທຸລະກິດຢ່າງມີປະສິດທິຜົນ; ຍູ້​ແຮງ ​ແລະ ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ຢ່າງ​ມີ​ປະສິດທິ​ຜົນ ​ເພື່ອແນໃສ່​ປະຕິບັດ​ສຳ​ເລັດ​ຈຸດໝາຍ​ວົງ​ເງິນ​ການ​ຄ້າ 2 ຝ່າຍ​ບັນລຸ 20 ຕື້ USD ​ໃນ​ໄລຍະ​ຈະ​ມາ​ເຖິງ.

ກອງປະຊຸມໃຫຍ່ຜູ້ແທນສະມາຄົມມິດຕະພາບ ຫວຽດນາມ - ອິນເດຍ ຄັ້ງທີ 3
ຫວຽດນາມ ຢືນອັນດັບໜຶ່ງໃນການຄັດເລືອກໄປທ່ອງທ່ຽວຕ່າງປະເທດ ຂອງຊາວ ອິນເດຍ

ວັນທີ 31 ກໍລະກົດ, ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ ອິນເດຍ, ທີ່ນະຄອນຫຼວງ ນິວເດລີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິ໋ງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສທີ່ເວທີປາໄສວິສາຫະກິດ ຫວຽດນາມ - ອິນເດຍ.

ເວທີ​ປາ​ໄສ​ໂດຍ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ຫວຽດນາມ, ສະຖານທູດ ຫວຽດນາມ ປະຈຳ ອິນ​ເດຍ ​ແລະ ສະຫະພັນ​ບັນດາ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ອິນ​ເດຍ ຈັດ​ຕັ້ງ. ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ມີ​ການ​ນຳ​ບັນດາ​ກະຊວງ, ຂະແໜງການ ​ແລະ ຜູ້​ຕາງຫນ້າ​ຂອງ​ບັນດາ​ປະຊາ​ຄົມ​ວິ​ສາ​ຫະກິດ 2 ປະ​ເທດ.

ບັນດາວິສາຫະກິດ 2 ປະເທດໄດ້ແນະນຳກ່ຽວກັບຄວາມສາມາດບົ່ມຊ້ອນ ແລະ ກາລະໂອກາດຮ່ວມມື, ປຶກສາຫາລືກ່ຽວກັບແຜນການ ແລະ ໂຄງການລົງທຶນດຳເນີນທຸລະກິດ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ, ປະກອບຄຳຄິດຄຳເຫັນ, ຂໍ້ສະເໜີແນະໃຫ້ອຳນາດການປົກຄອງ 2 ປະເທດ.

ຫວຽດນາມ - ອິນເດຍ ມຸ່ງໄປເຖິງຈຸດໝາຍວົງເງິນການຄ້າສອງຝ່າຍບັນລຸ 20 ຕື້ USD

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິນຈິ໋ງ ໄດ້​ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ປາໄສ​ທີ່​ເວ​ທີ​ປາ​ໄສ​ວິ​ສາ​ຫະ​ກິດ​ ຫວຽດ​ນາມ - ອິນ​ເດຍ.

ຕາມ​ໜັງ​ສື​ພິມ​ເອ​ເລັກ​ໂຕນິກ​ຂອງ​ລັດຖະບານ, ກ່າວ​ຄຳ​ປາໄສ​ທີ່​ເວທີ​ປາ​ໄສ, ທ່ານ​ນາຍົກລັດຖະມົນຕີ ຟ້າ​ມມິນຈິ໋ງ ​ໃຫ້​ຮູ້​ວ່າ: ພາຍຫຼັງ 5 ທົດ​ສະ​ວັດ​ແຫ່ງ​ການ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ, ການ​ຍົກ​ລະດັບ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ຂຶ້ນ​ສູ່​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ໄດ້​ເປີດ​ພື້ນທີ່ການຮ່ວມມືໃໝ່ກ່ຽວກັບຕ່ອງ​ໂສ້​ມູນ​ຄ່າ ​ແລະ ຊັບພະຍາກອນ​ຍຸດ​ທະ​ສາດ, ຄວາມ​ໝັ້ນຄົງ​ດ້ານ​ເສດຖະກິດ, ການ​ການຮັບມືກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ສິ່ງ​ແວດ​ລ້ອມ, ວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ການ​ເຊື່ອມ​ໂຍງ​ດ້ານ​ການ​ເງິນ, ຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ, ການ​ສຶກສາ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ...

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຕີ​ລາ​ຄາ​ວ່າ ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ລົງ​ທຶນ, ການ​ຄ້າ​ໄດ້​ກາຍ​ເປັນ​ຈຸດ​ສະ​ຫວ່າງ ແລະ ເປັນ​ເສົາ​ຄ້ຳ​ສຳ​ຄັນ​ໃນ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ. ທ່ານນາຍົກລັດຖະມົນຕີ ສະແດງຄວາມປະທັບໃຈຕໍ່ການຖະແຫຼງຂອງທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ທີ່ກອງປະຊຸມສຸດຍອດ G20 ວ່າ: ຫວຽດນາມ ແມ່ນເສົາຄ້ຳທີ່ແຂງແຮງໃນນະໂຍບາຍການກະທຳມຸ່ງໄປສູ່ທາງທິດຕາເວັນອອກຂອງ ອິນເດຍ, ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ.

ທ່ານນາຍົກລັດຖະມົນຕີ ຕີລາຄາວ່າ ລະຫວ່າງ 2 ປະເທດມີ 5 ປັດໄຈພື້ນຖານອັນສຳຄັນທີ່ສຸດເພື່ອໃຫ້ບັນດາວິສາຫະກິດ 2 ປະເທດສືບຕໍ່ຮ່ວມມືດ້ວຍຄວາມໄວ້ເນື້ອເຊື່ອໃຈສູງ, ປະສົບຜົນສຳເລັດ ແລະ ມີປະສິດທິຜົນ, ປະກອບສ່ວນເຂົ້າໃນການພົວພັນລະຫວ່າງ 2 ປະເທດ. ນັ້ນ​ແມ່ນ: ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ; ຄວາມໄວ້ວາງໃຈທາງດ້ານການເມືອງສູງ; ທ້ອງຕະຫຼາດເປີດກວ້າງ; ວັດທະນະທໍາ ແລະ ອາລະຍະທໍາທີ່ຄ້າຍຄືກັນ; ແນວຄວາມຄິດແມ່ນເໝາະສົມກັນ; ​ມີ​ຄວາມ​ປາຖະໜາ​ອັນ​ດຽວ​ກັນ​ໃນ​ການ​ສ້າງສາ​ປະ​ເທດ​ຊາດໃຫ້ເຂັ້ມ​ແຂງ, ວັດທະນາຖາວອນ, ພັດທະນາ​ເສດຖະກິດ​ຢ່າງ​ວ່ອງ​ໄວ ​ແລະ ຍືນ​ຍົງ.

ຫວຽດນາມ - ອິນເດຍ ມຸ່ງໄປເຖິງຈຸດໝາຍວົງເງິນການຄ້າສອງຝ່າຍບັນລຸ 20 ຕື້ USD

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ​ເປັນ​ສັກ​ຂີ​ພິ​ຍານ​ທີ່ພິທີມອບຮັບ​​ບົດ​ບັນ​ທຶກ​ລະ​ຫວ່າງ Vietnam Airlines ແລະ Innovations India ກ່ຽວກັບການ​ຈັດ​ຕັ້ງ​ງານ​ບຸນ​ມິດ​ຕະ​ພາບ ​ຫວຽດ​ນາມ - ອິນ​ເດຍ ຄັ້ງ​ທີ 3.

ຕາມ​ທ່ານ​ນາຍົກລັດຖະມົນຕີແລ້ວ, ລັດຖະບານ ຫວຽດນາມ ໄດ້ສົ່ງເສີມ​ບັນດາ​ວິ​ສາ​ຫະກິດ ອິນ​ເດຍ ​ ເປີດ​ກວ້າງ​ການ​ຮ່ວມ​ມື​ລົງທຶນ​ເຂົ້າໃນ​ບັນດາ​ຂົງ​ເຂດ​ທີ່ ​ອິນ​ເດຍ ມີທ່າ​ແຮງ ​ແລະ ຫວຽດນາມ ມີ​ຄວາມ​ຕ້ອງການ ​ແລະ ບຸລິມະສິດ​ສູງ​ຄື: ​ເຕັກ​ໂນ​ໂລ​ຊີສູງ ​ແລະ ​ເອ​ເລັກ​ໂຕນິກ, ວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ປັນຍາ​ປະດິດ (AI), ກໍ່ສ້າງພື້ນຖານ​ໂຄງ​ລ່າງ, ພະລັງງານທົດແທນ, ພະລັງງານໃຫມ່ (hydrogen), ເຕັກໂນໂລຊີຊີວະພາບ, ນະວັດຕະກໍາ, ກະສິກໍາເຕັກໂນໂລຊີສູງ, ການຢາ...

ໂດຍຢືນຢັນ​ວ່າ ຫວຽດນາມ ຖື​ຜົນສຳ​ເລັດ​ຂອງ​ບັນດາ​ນັກ​ລົງທຶນ​ແມ່ນ​ຜົນສຳ​ເລັດ​ຂອງ​ຕົນ, ທ່ານ​ນາຍົກລັດຖະມົນຕີ ​ເນັ້ນ​ໜັກ​ເຖິງ​ຈິດ​ໃຈ “ຜົນ​ປະ​ໂຫຍ​ດທີ່​ກົມກຽວ, ​ແບ່ງປັນ​ຄວາມ​ສ່ຽງ”, “​​ເວົ້າ​ແລ້ວຕ້ອງ​ເຮັດ, ​ໝັ້ນ​ໝາຍ​ແລ້ວຕ້ອງປະຕິບັດ, ​ເຮັດແລ້ວ, ​ປະຕິບັດແລ້ວ ແມ່ນ​ຕ້ອງ​ມີໝາກຜົນ, ​​ຜະ​ລິດ​ຕະພັນລະອຽດ, ນຳມາເຊິ່ງປະ​ສິດ​ທິ​ຜົນ​ສູງ​", “ພ້ອມກັນ​ຟັງ​ ແລະ ​ເຂົ້າ​ໃຈ; ພ້ອມກັນແບ່ງປັນ​ວິ​ໄສ​ທັດ ​ແລະ​ ການກະທຳ​, ພ້ອມກັນປະຕິບັດ, ພ້ອມກັນມ່ວນ​​, ພ້ອມກັນມີໄຊ ແລະ ພ້ອມກັນ​ພັດ​ທະ​ນາ​"​.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ສະເໜີໃຫ້ 2 ຝ່າຍສືບຕໍ່ໜູນຊ່ວຍ ແລະ ຊຸກຍູ້ບັນດາການເຄື່ອນໄຫວໂອ້ລົມສົນທະນາ ແລະ ເຊື່ອມຕໍ່ການລົງທຶນ, ສ້າງເງື່ອນໄຂໃຫ້ວິສາຫະກິດຂອງ 2 ຝ່າຍເປີດກວ້າງການຮ່ວມມື, ລົງທຶນ, ດຳເນີນທຸລະກິດຢ່າງມີປະສິດທິຜົນ; ຍູ້​ແຮງ ​ແລະ ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ຢ່າງ​ມີ​ປະສິດທິ​ຜົນ ​ເພື່ອແນໃສ່​ສຳ​ເລັດຄາດໝາຍ​ວົງ​ເງິນ​ການ​ຄ້າ 2 ຝ່າຍ​ບັນລຸ 20 ຕື້ USD ​ໃນ​ໄລຍະ​ຈະ​ມາ​ເຖິງ; ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ສິນ​ຄ້າ​ ຫວຽດ​ນາມ​ ຫຼາຍ​ຊະ​ນິດໄດ້​ເຂົ້າ​ເຖິງທ້ອງ​ຕະ​ຫຼາດ​ ອິນ​ເດຍ ແລະ ເປີດ​ສາຍ​ການ​ບິນ​ໂດຍ​ກົງ​ລະ​ຫວ່າງ 2 ປະ​ເທດ​ໃນ​ໄວໆ​ນີ້.

ພ້ອມ​ກັນ​ນັ້ນ, ກໍ່ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ພັດທະນາ (ODA), ໃນນັ້ນ ສຸມ​ໃສ່​ບັນດາ​ຂົງ​ເຂດ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ຍຸດ​ທະ​ສາດ, ປະກອບມີ: ​ພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມ, ພື້ນຖານ​ໂຄງ​ລ່າງ​ພະລັງງານ, ພື້ນຖານ​ໂຄງ​ລ່າງ​ດີ​ຈີ​ຕອນ ​ແລະ ພື້ນຖານ​ໂຄງ​ລ່າງການ​ຮັບມືກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ; ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ໃນ​ບັນດາ​ເວທີ​ປາ​ໄສ​ສາກົນ ​ແລະ ພາກ​ພື້ນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

ອົດສະຕາລີ ລົງທຶນກວ່າ 2 ຕື້ USD ເຂົ້າ 45 ແຂວງ, ນະຄອນຂອງ ຫວຽດນາມ.

ອົດສະຕາລີ ລົງທຶນກວ່າ 2 ຕື້ USD ເຂົ້າ 45 ແຂວງ, ນະຄອນຂອງ ຫວຽດນາມ.

ຍສໝ - ຕາມກະຊວງແຜນການ ແລະ ການລົງທຶນແລ້ວ, ປະຈຸບັນ ບັນດາວິສາຫະກິດ ອົດສະຕາລີ ພວມລົງທຶນເຂົ້າ ຫວຽດນາມ 631 ໂຄງການ, ດ້ວຍຍອດຈຳນວນທຶນລົງທະບຽນ 2,037 ຕື້ USD ຢູ່ 45 ແຂວງ, ນະຄອນຂອງ ຫວຽດນາມ; ໃນນັ້ນ ນຳໜ້າແມ່ນ ບາເຣ້ຍ - ...

ຫວຽດນາມ ​ໄດ້​ລົງທຶນ​ກວ່າ 3,7 ຕື້ USD ​ເຂົ້າ​ເຂດ​ສາມຫຼ່ຽມ​ພັດທະນາ ລາວ ​ແລະ ກຳປູ​ເຈຍ

ຫວຽດນາມ ​ໄດ້​ລົງທຶນ​ກວ່າ 3,7 ຕື້ USD ​ເຂົ້າ​ເຂດ​ສາມຫຼ່ຽມ​ພັດທະນາ ລາວ ​ແລະ ກຳປູ​ເຈຍ

ຍສໝ - ຕອນເຊົ້າວັນທີ 27 ກຸມພາ, ຢູ່ແຂວງ ອັດຕະປື, ທາງພາກໃຕ້ລາວ, ໄດ້ໄຂກອງປະຊຸມສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວເຂດສາມຫຼ່ຽມພັດທະນາ ກຳປູເຈຍ, ລາວ, ຫວຽດນາມ (CLV) ຄັ້ງທີ 13.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.