ຮັບຮູ້ການປະກອບສ່ວນຂອງ ເອກອັກຄະລັດຖະທູດ ໂອຕາລິດ ປະຈຳ ຫວຽດນາມ ເຂົ້າໃນການພົວພັນປະຊາຊົນ ຫວຽດນາມ - ໂອຕາລິດ

21:13 | 09/08/2024

ຍສໝ - ​ໃນ​ໄລຍະທີ່ດໍາລົງຕໍາແໜ່ງ 3 ປີ​, ທ່ານ Hans-Peter Glanzer ​ເອກ​ອັກຄະ​ລັດຖະທູດ ໂອຕາລິດ ປະຈຳ ຫວຽດນາມ ​ໄດ້​ປະກອບສ່ວນ​ຫຼາຍ​ຢ່າງ​ເຂົ້າ​ໃນ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ໃນ​ຫຼາຍ​ຂົງ​ເຂດ. ໂດຍຮັບຮູ້ການປະກອບສ່ວນຂອງທ່ານເອກອັກຄະລັດຖະທູດ, ວັນທີ 5 ສິງຫາ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ໄດ້ປະດັບຫຼຽນກາລະນຶກ “ເພື່ອສັນຕິພາບ ແລະມິດຕະພາບລະຫວ່າງຊາດ” ໃຫ້ແກ່ທ່ານ.

ຮັບຮູ້ການປະກອບສ່ວນຂອງທ່ານເອກອັກຄະລັດຖະທູດ ດິງຕວ່ານຖັງ ໃນການເຜີຍແຜ່ວັດທະນະທຳ ຫວຽດນາມ ສູ່ສາກົນ ຮັບຮູ້ການປະກອບສ່ວນຂອງທ່ານເອກອັກຄະລັດຖະທູດ ດິງຕວ່ານຖັງ ໃນການເຜີຍແຜ່ວັດທະນະທຳ ຫວຽດນາມ ສູ່ສາກົນ
ຮັບຮູ້ການປະກອບສ່ວນຂອງຜູ້ຕາງໜ້າອົງການ UNICEF ປະຈຳ ຫວຽດນາມ ສຳລັບການສຶກສາ ຫວຽດນາມ ຮັບຮູ້ການປະກອບສ່ວນຂອງຜູ້ຕາງໜ້າອົງການ UNICEF ປະຈຳ ຫວຽດນາມ ສຳລັບການສຶກສາ ຫວຽດນາມ
Ông Phan Anh Sơn, Chủ tịch Liên hiệp các tổ chức hữu nghị Việt Nam (phải) trao kỉ niệm chương “Vì hòa bình, hữu nghị giữa các dân tộc” cho Đại sứ Cộng hòa Áo tại Việt Nam Hans-Peter Glanzer. (Ảnh: Đinh Hòa) ທ່ານ ຟານແອັງເຊີນ ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ (ເບື້ອງຂວາມື) ໄດ້ມອບຫຼຽນທີ່ລະນຶກ “ເພື່ອສັນຕິພາບ ແລະມິດຕະພາບລະຫວ່າງປະຊາຊົນ” ໃຫ້ທ່ານ Hans-Peter Glanzer ເອກອັກຄະລັດຖະທູດ ອອສເຕຣຍ ປະຈຳ ຫວຽດນາມ. (ພາບ: ດິງຮົ່ວ)

ທ່ານ ຟານແອັງເຊີນ ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ປະດັບຫຼຽນກາລະນຶກ “ເພື່ອສັນຕິພາບ ແລະມິດຕະພາບລະຫວ່າງຊາດ” ໃຫ້ທ່ານ Hans-Peter Glanzer ເອກອັກຄະລັດຖະທູດ ໂອຕາລິດ ປະຈຳ ຫວຽດນາມ. (ພາບ: ດິງຮົ່ວ)

ໂດຍປະກອບຄໍາເຫັນໃນ​ພິທີ​ປະດັບ​ຫຼຽນກາລະນຶກ, ທ່ານ ຟານ​ແອັງ​ເຊີນ ປະທານ​ສະຫະພັນ​ບັນດາ​ອົງການ​ຈັດຕັ້ງມິດຕະພາບ​ຫວຽດນາມ ​ໄດ້​​ສະແດງຂອບ​ໃຈຕໍ່ການປະກອບສ່ວນຕ່າງໆຂອງ​ທ່ານ Hans-Peter Glanzer ​ເອກ​ອັກຄະ​ລັດຖະທູດ ​ເຂົ້າ​ໃນ​ການ​ພົວພັນ​ລະຫວ່າງ ຫວຽດນາມ - ໂອຕາລິດ ​ໃນ​ຫຼາຍ​ຂົງ​ເຂດ. ທ່ານເອກ​ອັກຄະ​ລັດຖະທູດ​ສວມ​ບົດບາດ​ສຳຄັນ​ໃນ​ການຈັດ​ຕັ້ງ​ການ​ພົບ​ປະ, ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ; ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ​ວັນ​ບຸນ ​ແລະ ບັນດາ​ເຫດການ​ສຳຄັນ​ຂອງ 2 ປະ​ເທດ​ຄື: ສະ​ເຫຼີມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ໂອຕາລິດ (1 ທັນວາ 1972 – 1 ທັນວາ 2022); ການ​ມາຢ້ຽມ​ຢາມ ແລະເຮັດວຽກ​ຂອງ ​ທ່ານ ​ບຸ່ຍແທງເຊີນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດນາມ ຢູ່ວຽນ​ນາ ( ໂອຕາລິດ) ​ວັນ​ທີ 28-29 ກັນຍາ 2022.

ທ່ານ ​ເອກ​ອັກຄະ​ລັດຖະທູດ Hans-Peter Glanzer ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນວຽກປັບປຸງ, ເພີ່ມ​ທະວີ​ການ​ພົວພັນ ຫວຽດນາມ - ໂອຕາລິດ ບົນ​ຊ່ອງ​ທາງ​ປະຊາຊົນ; ຊຸກຍູ້​ການ​ແລກປ່ຽນ, ​ພົບປະແລກປ່ຽນ ​ແລະ ຄວາມ​ເຂົ້າ​ໃຈ​ລະຫວ່າງ​ປະຊາຊົນ​ 2 ​ປະ​ເທດ. ​ໃນ​ໄລຍະ​ດຳລົງ​ຕຳ​ແໜ່​ງຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ, 2 ປະ​ເທດ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ບັນດາ​ໂຄງການ​ແລກປ່ຽນ​ວັດທະນະທຳ, ສິລະ​ປະ ​ແລະ ດົນຕີ. ຄຽງຂ້າງກັນ​ນັ້ນ, ທ່ານເອກ​ອັກຄະ​ລັດຖະທູດ ກໍ່ໄດ້ເອົາໃຈໃສ່​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ - ໂອຕາລິດ ​ໃນ​ຂົງ​ເຂດ​ການ​ຄ້າ, ​ເສດຖະກິດ, ວິທະຍາສາດ, ການຄົ້ນຄວ້າ ແລະການສຶກສາ...

ຫຼຽນກາລະນຶກ “ເພື່ອສັນຕິພາບ ແລະມິດຕະພາບລະຫວ່າງຊາດ” ແມ່ນລາງວັນອັນລໍ້າຄ່າຂອງສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ແນໃສ່ເພື່ອຮັບຮູ້ການປະກອບສ່ວນອັນສຳຄັນຕ່າງໆຂອງສ່ວນບຸກຄົນໃຫ້ແກ່ສັນຕິພາບ, ຄວາມສາມັກຄີ, ມິດຕະພາບ ແລະການ​ຮ່ວມ​ມື​ລະຫວ່າງ​ປະຊາຊົນ​ຫວຽດນາມ ກັບ​ປະຊາຊົນ​ບັນດາ​ປະ​ເທດ.

ໂດຍສະ​ແດງ​ຄວາມ​ເປັນ​ກຽດ​ທີ່​ໄດ້​ຮັບການປະດັບ​ຫຼຽນ​ລະນຶກ, ທ່ານ Hans-Peter Glanzer ​ ເອກ​ອັກຄະ​ລັດຖະທູດ ກ່າວ​ວ່າ: ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ ຫວຽດນາມ ​ແມ່ນ​ເວທີ​ປາ​ໄສ​ທີ່​ມີ​ປະສິດທິ​ຜົນ​ໃນ​ການ​ຊຸກຍູ້​ການ​ພົວພັນ​ປະຊາຊົນ​ລະຫວ່າງ ຫວຽດນາມ - ໂອຕາລິດ. ​ໃນ​ສະພາບ​ການ​ໂລກ​ທີ່​ພວມ​ຜັນ​ແປ​ໄປ, ການ​ພົວພັນຂອງປະຊາຊົນ​ນັບ​ມື້​ນັບ​ມີ​ບົດບາດ​ສຳຄັນ, ເປັນ​ຂົວເຊື່ອມ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ທາງດ້ານ​ເສດຖະກິດ, ການ​ລົງທຶນ, ການ​ຄ້າ, ການ​ສຶກສາ, ວັດທະນະທຳ, ການທ່ອງ​ທ່ຽວ… ທັງ 2 ປະ​ເທດ​ໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກ.

ທອງມີ ສີຫາວົງ

ເຫດການ
302 Found

Found

The document has moved here.