ລັດຖະມົນຕີ ບຸ່ຍແທງເຊີນ: ການພົວພັນຫວຽດນາມ - ອິນເດຍ ກ້າວໄປໜ້າປະຫວັດສາດໃໝ່

14:19 | 05/08/2024

ເນື່ອງໃນໂອກາດນີ້ ທ່ານ ຟ້າມມີງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ສິ້ນສຸດການຢ້ຽມຢາມທາງລັດຖະກິດປະສົບຜົນສຳເລັດຢ່າງຈົບງາມ, ທ່ານ ບຸ່ຍແທງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ໃຫ້ສຳພາດຕໍ່ນັກຂ່າວກ່ຽວກັບໝາກຜົນການຢ້ຽມຢາມ.

ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ບຸ່ຍແທງເຊີນ ມອບ​ຫຼຽນກາລະນຶກ ເພື່ອພາລະກິດທາງ​ການ​ທູດ​ ຫວຽດນາມ ​ໃຫ້​ແກ່​ທ່ານ​ເອກ​ອັກຄະ​ລັດຖະທູດ ຍີ່ປຸ່ນ Yamada Takio ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ບຸ່ຍແທງເຊີນ ມອບ​ຫຼຽນກາລະນຶກ ເພື່ອພາລະກິດທາງ​ການ​ທູດ​ ຫວຽດນາມ ​ໃຫ້​ແກ່​ທ່ານ​ເອກ​ອັກຄະ​ລັດຖະທູດ ຍີ່ປຸ່ນ Yamada Takio
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບຸ່ຍແທງເຊີນ ​​ເຂົ້າ​ຮ່ວມ​ກອງ​ປະຊຸມສະໄໝພິເສດ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ - ອິນ​ເດຍ ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບຸ່ຍແທງເຊີນ ​​ເຂົ້າ​ຮ່ວມ​ກອງ​ປະຊຸມສະໄໝພິເສດ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ - ອິນ​ເດຍ

ຂໍທ່ານລັດຖະມົນຕີໃຫ້ຮູ້ກ່ຽວກັບຄວາມໝາຍຂອງການຢ້ຽມຢາມທາງລັດຖະກິດຢູ່ອິນເດຍ ຂອງທ່ານນາຍົກລັດຖະມົນຕີຫວຽດນາມ?

ນີ້ແມ່ນການຢ້ຽມຢາມອິນເດຍ ຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີຫວຽດນາມ ນັບແຕ່ 2 ປະເທດໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນປີ 2016. 2 ປະເທດພວມມຸ່ງໄປເຖິງການສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນປີ 2026 ແລະ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນປີ 2027. ການຢ້ຽມຢາມແມ່ນມີຄວາມໝາຍສຳຄັນທີ່ສຸດ, ສ້າງກຳລັງໜູນໃໝ່ ແລະສ້າງໜ້າປະຫວັດສາດໃໝ່ຢ່າງແທດຈິງ ແລະເລິກເຊິ່ງກວ້າງຂວາງກວ່າອີກ, ດ້ວຍກາລະໂອກາດທີ່ມີຫຼາຍກວ່າໃນການພົວພັນຫວຽດນາມ - ອິນເດຍ.

ລັດຖະມົນຕີ ບຸ່ຍແທງເຊີນ: ການພົວພັນຫວຽດນາມ - ອິນເດຍ ກ້າວໄປໜ້າປະຫວັດສາດໃໝ່
ທ່ານ ບຸ່ຍແທງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ. ພາບ: TTXVN

ການພົບປະຂອງທ່ານນາຍົກລັດຖະມົນຕີ ກັບການນໍາອິນເດຍ ໄດ້ຊ່ວຍຢັ້ງຢືນອາລົມຈິດມິດຕະພາບທີ່ສະໜິດຕິດພັນ ແລະການພົວພັນມິດຕະພາບທີ່ເປັນມູນເຊື້ອອັນໝັ້ນແກ່ນລະຫວ່າງສອງປະເທດ, ກໍ່ຄືຢືນຢັນການຖືເປັນສຳຄັນ ແລະການສະໜັບສະໜູນເຊິ່ງສອງປະເທດໄດ້ສະຫງວນໃຫ້ແກ່ກັນໃນນະໂຍບາຍການຕ່າງປະເທດສັງລວມຂອງແຕ່ລະປະເທດ.

ການຢ້ຽມຢາມກໍ່ຊ່ວຍຢືນຢັນວ່າ ຫວຽດນາມ ແລະອິນເດຍ ຍາມໃດກໍ່ສະໜັບສະໜູນເຊິ່ງກັນ ແລະກັນ, ພ້ອມແລ້ວທີ່ຈະໃຫ້ການຮ່ວມມື, ຮ່ວມແຮງຮ່ວມໃຈສ້າງສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ອາຊີ - ປາຊີຟິກ ແລະມະຫາສະໝຸດອິນເດຍ.

ສາມາດເວົ້າໄດ້ວ່າ ການຢ້ຽມຢາມອິນເດຍຂອງທ່ານນາຍົກລັດຖະມົນຕີ ໄດ້ກາຍເປັນການກະຕຸກຊຸກຍູ້ຢ່າງແຂງແຮງ, ຢືນຢັນຄວາມຕັດສິນໃຈສູງຂອງການນຳ 2 ປະເທດ ໃນການນຳການພົວພັນສອງຝ່າຍເຂົ້າສູ່ໄລຍະໃໝ່, ແຂງແຮງ, ແທດຈິງ ແລະມີປະສິດທິຜົນກວ່າເກົ່າ, ມີຄວາມໄວ້ເນື້ອເຊື່ອໃຈ ຢ່າງເລິກເຊິ່ງກວ່າ ດ້ວຍຫຼາຍກາລະໂອກາດທີ່ເປີດກວ້າງກວ່າ.

ຂໍທ່ານລັດຖະມົນຕີ ໃຫ້ຮູ້ກ່ຽວກັບໝາກຜົນອັນພົ້ນເດັ່ນຂອງການຢ້ຽມຢາມ?

ການຢ້ຽມຢາມໄດ້ປະສົບຜົນສຳເລັດຢ່າງຈົບງາມ, ບັນລຸໄດ້ຕາມຄາດໝາຍທີ່ວາງໄວ້ ດ້ວຍໝາກຜົນລະອຽດ ແລະແທດຈິງ, ຕອບສະໜອງຄວາມສົນໃຈ ແລະລໍຄອຍຂອງທັງສອງຝ່າຍ. ສອງຝ່າຍໄດ້ອອກຖະແຫຼງການຮ່ວມກ່ຽວກັບການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ໄດ້ລົງນາມໃນເອກະສານ 9 ສະບັບໃນຂົງເຂດການທູດ, ການປ້ອງກັນຊາດ, ການເງິນ, ສາທາລະນະສຸກ, ວັດທະນະທຳ, ການທ່ອງທ່ຽວ ແລະບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ໃນນັ້ນມີໂຄງການກະທໍາຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໃນໄລຍະ 2024-2028. ໃນການພົບປະແລກປ່ຽນ, ທ່ານ ຟ້າມມີງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ, ທ່ານ Narendra Modi ນາຍົກລັດຖະມົນຕີອິນເດຍ ພ້ອມດ້ວຍການນຳອິນເດຍຫຼາຍທ່ານ ໄດ້ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືບົນຈິດໃຈ “ຫ້າກວ່າ” ລະອຽດແມ່ນ:

ທີໜຶ່ງ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ-ຍຸດທະສາດສູງກວ່າ. ການນຳສອງປະເທດໄດ້ຢືນຢັນຄວາມສຳຄັນຂອງການເພີ່ມທະວີການແລກປ່ຽນຄະນະຜູ້ແທນ ແລະການພົບປະໃນທຸກຊ່ອງທາງພັກ, ສະພາແຫ່ງຊາດ, ລັດຖະບານ ແລະທ້ອງຖິ່ນກວ່າອີກ, ສືບຕໍ່ຜັນຂະຫຍາຍລາຍການແຂກທີ່ຮັກແພງລະຫວ່າງ 2 ຝ່າຍ; ພ້ອມກັນນັ້ນ ກໍ່ເພີ່ມທະວີປະສິດທິຜົນຂອງບັນດາກົນໄກຮ່ວມມື.

ສອງແມ່ນ, ຮ່ວມມືດ້ານການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢ່າງເລິກເຊິ່ງກວ່າອີກ ດ້ວຍການຍູ້ແຮງການຜັນຂະຫຍາຍປະສິດທິຜົນຂອງຖະແຫຼງການຮ່ວມກ່ຽວກັບການພົວພັນຄູ່ຮ່ວມມືດ້ານປ້ອງກັນຊາດຫວຽດນາມ - ອິນເດຍ ຮອດປີ 2030, ເປີດກວ້າງການຮ່ວມມືດ້ານຄວາມປອດໄພໃນການເດີນທະເລ, ຄວາມໝັ້ນຄົງທາງອິນເຕີແນັດ, ການຮ່ວມມືຕ້ານການກໍ່ການຮ້າຍ. ເລື່ອງສອງຝ່າຍໄດ້ລົງນາມຜັນຂະຫຍາຍບ້ວງສິນເຊື່ອທີ່ມີມູນຄ່າ 500 ລ້ານໂດລາສະຫະລັດ ສໍາລັບການປ້ອງກັນຊາດ ແມ່ນບາດກ້າວບຸກທະລຸໃນໄລຍະຢ້ຽມຢາມຄັ້ງນີ້.

ສາມແມ່ນ, ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນແມ່ນມີຄວາມແທດຈິງ, ມີປະສິດທິຜົນ ແລະບຸກທະລຸກວ່າ. 2 ຝ່າຍໄດ້ມຸ່ງໄປເຖິງວົງເງິນການຄ້າສອງສົ້ນໃຫ້ບັນລຸ 20 ຕື້ ໂດລາສະຫະລັດ, ທົບສອງເທົ່າຂອງການລົງທຶນສອງສົ້ນນັບແຕ່ນີ້ຈົນຮອດປີ 2030. ເນື່ອງໃນໂອກາດນີ້, ບັນດາວິສາຫະກິດຂອງທັງສອງປະເທດກໍ່ໄດ້ລົງນາມສັນຍາຂະໜາດໃຫຍ່ 6 ສະບັບກ່ຽວກັບການບິນ, ສະໜາມບິນ ແລະໂລຈິດສະຕິກ. ສາຍການບິນ Vietjet Air ໄດ້ປະກາດສາຍການບິນໂດຍກົງລະຫວ່າງນະຄອນດານັ້ງ - Ahmedabad (ອິນເດຍ), ມຸ່ງໄປເຖິງການເພີ່ມຖ້ຽວບິນໂດຍກົງລະຫວ່າງ 2 ປະເທດຕື່ມອີກ, ປະຈຸບັນແມ່ນ 54 ຖ້ຽວ/ອາທິດ.

ທີສີ່, ການຮ່ວມມືດ້ານວິທະຍາສາດ ແລະເຕັກໂນໂລຊີ, ປ່ຽນແປງໃໝ່ປະດິດຄິດສ້າງເປີດກວ້າງກວ່າ. ຕາມນັ້ນແລ້ວ, ສອງຝ່າຍໄດ້ເຫັນດີເປັນເອກະສັນຊຸກຍູ້ການຮ່ວມມືກ່ຽວກັບການຄົ້ນຄ້ວາ ແລະພັດທະນາ (R&D), ປ່ຽນແປງໃໝ່ປະດິດຄິດສ້າງໃນຂົງເຂດເຕັກໂນໂລຊີ ແກ່ນສານ, chip ເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ,...

ທີຫ້າ, ການຮ່ວມມືດ້ານວັດທະນະທຳ, ການທ່ອງທ່ຽວ ແລະການພົບປະແລກປ່ຽນປະຊາຊົນມີການເຊື່ອມຕໍ່ ແລະສະໜິດສະໜົມກວ່າ. 2 ຝ່າຍໄດ້ເຫັນດີເປັນເອກະສັນລົງນາມໃນສັນຍາຮ່ວມມືດ້ານການທ່ອງທ່ຽວໂດຍໄວ, ມານະພະຍາຍາມໃຫ້ບັນລຸເປົ້າໝາຍເພີ່ມຈຳນວນນັກທ່ອງທ່ຽວໃຫ້ທົບສອງເທົ່າເມື່ອທຽບໃສ່ກັບຈຳນວນປະຈຸບັນ 400.000 ເທື່ອຄົນຕໍ່ປີ, ສືບຕໍ່ຮ່ວມມືໃນການຊ້ອມແປງ ບູລະນະ ແລະອະນຸລັກຮັກສາບັນດາມໍລະດົກທາດຈຳ ຢູ່ມີເຊີນ, ແຂວງກວ໋າງນາມ ...

ດ້ວຍໝາກຜົນດັ່ງກ່າວ, ຂ້າພະເຈົ້າເຊື່ອໝັ້ນວ່າ ການພົວພັນຫວຽດນາມ - ອິນເດຍ ໄດ້ກ້າວເຂົ້າສູ່ໜ້າປະຫວັດສາດໃໝ່ຢ່າງແທ້ຈິງ. ບົນພື້ນຖານໝາກຜົນການຢ້ຽມຢາມ, ບັນດາຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດ ແລະປະຊາຊົນລ້ວນແຕ່ມີກາລະໂອກາດເພີ່ມທະວີການຮ່ວມມືກັບອິນເດຍ ຫຼາຍຂຶ້ນກວ່າເກົ່າ.

ຂໍຂອບໃຈທ່ານລັດຖະມົນຕີ!

ສົມເພັດ

ເຫດການ
302 Found

Found

The document has moved here.