ປະທານປະເທດ ໂຕເລິມ: ເປີດອອກໍາລັງໜູນຮ່ວມມືໃໝ່ໃນການພົວພັນຫວຽດນາມ-ອັງກິດ

23:00 | 18/07/2024

ຍສໝ - ຕອນບ່າຍວັນທີ 17 ກໍລະກົດ, ຢູ່ທຳນຽບປະທານປະເທດ, ທ່ານ ໂຕເລິມ ປະທານປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Iain Frew ເອກອັກຄະລັດຖະທູດອັງກິດ ແລະໄອແລນເໜືອ ປະຈຳຫວຽດນາມ.

ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ: ການຢ້ຽມຢາມລາວ ຂອງທ່ານ ໂຕເລິມ ປະທານປະເທດຫວຽດນາມ ເຮັດໃຫ້ສາຍພົວພັນລະຫວ່າງ ຫວຽດນາມ-ລາວ ເລິກເຊິ່ງຂຶ້ນກວ່າເກົ່າ ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ: ການຢ້ຽມຢາມລາວ ຂອງທ່ານ ໂຕເລິມ ປະທານປະເທດຫວຽດນາມ ເຮັດໃຫ້ສາຍພົວພັນລະຫວ່າງ ຫວຽດນາມ-ລາວ ເລິກເຊິ່ງຂຶ້ນກວ່າເກົ່າ
ທ່ານລັດຖະມົນຕີກະຊວງຕໍາຫຼວດ ໂຕເລິມ ຕ້ອນຮັບ ທ່ານຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ທ່ານລັດຖະມົນຕີກະຊວງຕໍາຫຼວດ ໂຕເລິມ ຕ້ອນຮັບ ທ່ານຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ

ທີ່ການຕ້ອນຮັບ, ທ່ານ ໂຕເລິມ ໄດ້ສະເໜີໃຫ້ສອງຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນ ແລະການພົບປະທຸກຂັ້ນ; ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ອຳນວຍຄວາມສະດວກໃຫ້ການເຄື່ອນໄຫວຮ່ວມມືດ້ານການຄ້າ ແລະການລົງທຶນລະຫວ່າງບັນດາວິສາຫະກິດຂອງສອງປະເທດ; ສະເໜີວ່າ, ອັງກິດ ໃນຖານະເປັນປະເທດປະສານງານການພົວພັນຄູ່ຮ່ວມມືຫັນປ່ຽນພະລັງງານຢ່າງສະເໝີພາບ (JETP) ລະຫວ່າງຫວຽດນາມ ແລະກຸ່ມ G7 ຈະສືບຕໍ່ໜູນຊ່ວຍຫວຽດນາມ ເພື່ອເຂົ້າເຖິງແຫຼ່ງທຶນ, ຖ່າຍທອດເຕັກໂນໂລຊີ ແລະ ພັດທະນາຊັບພະຍາກອນມະນຸດ ເພື່ອຫັນເປົ້າໝາຍຫຼຸດລົງການປ່ອຍກາກບອນຮອດປີ 2050 ໃຫ້ປະກົດຜົນເປັນຈິງ.

ປະທານປະເທດ ໂຕເລິມ: ເປີດອອກໍາລັງໜູນຮ່ວມມືໃໝ່ໃນການພົວພັນຫວຽດນາມ-ອັງກິດ

ທ່ານ ໂຕເລິມ ປະທານປະເທດຫວຽດນາມ ຕ້ອນຮັບທ່ານ Iain Frew ເອກອັກຄະລັດຖະທູດອັງກິດ ແລະໄອແລນເໜືອ ປະຈຳຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານເອກອັກຄະລັດຖະທູດ Iain Frew ຢືນຢັນວ່າ, ລັດຖະບານໃໝ່ຂອງອັງກິດ ຈະສືບທອດນະໂຍບາຍການຕ່າງປະເທດຂອງລັດຖະບານຊຸດກ່ອນ, ສຸມໃສ່ພາກພື້ນມະຫາສະໝຸດ ອິນເດຍ-ປາຊີຟິກ, ໃຫ້ບຸລິມະສິດຊຸກຍູ້ການພົວພັນກັບພາກພື້ນອາຊຽນ ແລະຄູ່ຮ່ວມມືຍຸດທະສາດກັບຫວຽດນາມ. ອັງກິດ ຈະສືບຕໍ່ຮ່ວມເດີນທາງ ແລະໜູນຊ່ວຍຫວຽດນາມ ພັດທະນາແບບຍືນຍົງ, ພິເສດແມ່ນບັນດາຂົງເຂດຮ່ວມມືບຸລິມະສິດລະຫວ່າງສອງປະເທດ, ທັງແມ່ນບັນດາຂົງເຂດທີ່ ອັງກິດ ມີທ່າແຮງຄື: ການສຶກສາ, ກໍ່ສ້າງ, ການເງິນ, ການຫັນປ່ຽນພະລັງງານ...

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.