ເພີ່ມທະວີການຮ່ວມມືກັບຕ່າງປະເທດເພື່ອຍົກສູງບົດບາດຂອງອົງການກຳມະບານ

16:29 | 16/07/2024

ຍສໝ - ສືບ​ຕໍ່​ບັນດາການເຄື່ອນ​ໄຫວ​ວຽກ​ງານ​ການ​ຕ່າງປະ​ເທດ​ໃນ​ປີຜ່ານມາ, ​ໃນບັນດາ​ເດືອນ​ທຳ​ອິດ​ຂອງ​ປີ​ນີ້, ອົງການກຳມະບານ​ ອຸດສາຫະກຳ ​​ແລະ ການ​ຄ້າ ​ໄດ້​ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ສາກົນ.

ອົງການກຳມະບານ ຫວຽດນາມ ແລະ ລາວ: ເພີ່ມທະວີປະສິດທິຜົນຂອງການຮ່ວມມືໄລຍະຍາວຕື່ມອີກ
ອົງການກຳມະບານກວາງນາມ ມີຄວາມສົນໃຈຕໍ່ວຽກງານການຕ່າງປະເທດ

ເປັນມືອາຊີບ ແລະມີປະສິດທິຜົນ

​ໃນ​ຖານະ​ທີ່​ເປັນ​ອົງການກຳມະບານຂອງ​ຂະແໜງການ​ທີ່​ເຕົ້າ​ໂຮມ​ຫຼາຍ​ວິຊາອາຊີບ, ຂົງເຂດການຜະລິດ ແລະ ດຳ​ເນີນ​ທຸລະ​ກິດ, ອົງການກຳມະບານ​ ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ພວມ​ມີ​ການ​ພົວພັນ​ຮ່ວມ​ມື​ກັບ 30 ອົງການກຳມະບານຂອງຂະແໜງການ​ ​ແລະ ບັນດາ​ອົງການ​ສາກົນ​ໃນ​ທົ່ວ​ໂລກ.

ເພີ່ມທະວີການຮ່ວມມືກັບຕ່າງປະເທດເພື່ອຍົກສູງບົດບາດຂອງອົງການກຳມະບານ

ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສະ​ຫະ​ພັນອົງການກຳມະບານສູນກາງ​ ​ລາວ ໄດ້​ໄປ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ກັບ​ອົງການກຳມະບານ ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ.

​ໃນ​ຊຸມ​ປີທີ່ຜ່ານ​ມາ​, ການ​ເຄື່ອນ​ໄຫວ​ວຽກ​ງານ​ການ​ຕ່າງປະ​ເທດ​ຂອງອົງການກຳມະບານ ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ​ມີ​ປະສິດທິ​ຜົນ, ມີແບບ​ວິທີ​ການ, ​ແລະ ມີວິຊາ​ສະ​ເພາະ​ສູງ. ຫຼາຍສາຍ​ພົວພັນ​ທີ່ເປັນມູນເຊື້ອແມ່ນ​ສືບ​ທອດ​ມາ​ຈາກບັນດາ​ອົງການກຳມະບານຂອງຂະແໜງການເກົ່າ​ເຊັ່ນ: ການ​ພົວພັນ​ກັບ​ອົງການກຳມະບານ ​ເຢລະ​ມັນ, ອົງການກຳມະບານຂະແໜງການຂອງ ​ຍີ່ປຸ່ນ, ລາວ...

ຫວ່າງ​ມໍ່ໆ​ມາ​ນີ້, ​ໂດຍປະຕິບັດຂໍ້ຕົກລົງເລກທີ 963/QD-TLD ຂອງ​ຄະນະປະທານ​ສະຫະພັນ​ໃຫຍ່ແຮງ​ງານ​ ຫວຽດນາມ ກ່ຽວ​ກັບ​ການ​ສົ່ງ​ພະນັກງານ​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ; ໂດຍໄດ້ຮັບຄຳເຊື້ອເຊີນຂອງອົງການກຳມະບານ ອຸດສາຫະກຳ ແລະ ການຜະລິດທົ່ວໂລກ (IndustriALL) - ອົງການທີ່ຕາງໜ້າໃຫ້ກຳມະກອນ 50 ລ້ານຄົນຢູ່ 140 ປະເທດທົ່ວໂລກ, ຄະນະຜູ້ແທນອົງການກຳມະບານ​ ກະຊວງອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມ ໄຟຟ້າ, ເອເລັກໂຕນິກ ແລະ ເຕັກໂນໂລຊີການສື່ສານ.

ກ່ອນ​ໜ້າ​ນັ້ນ, ຄະ​ນະ​ຜູ້​ແທນອົງການກຳມະບານ ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ກໍ​ໄດ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ຄັ້ງ​ທີ 5 ຂອງ​ອົງການກຳມະບານສະ​ຫະສະມາ​ຄົມ​ລົດໂອໂຕ້ ພາກພື້ນ ​ອາ​ຊີ.

ນອກຈາກນັ້ນ, ອົງການກຳມະບານ ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ຍັງໄດ້ສົມທົບກັບອົງການກຳມະບານ​ເຄື່ອງໂລຫະ Flender - ແບນຊິກ (ABVV-Metaal) ຈັດຕັ້ງຊຸດຝຶກອົບຮົມພື້ນຖານທັກສະການຕໍ່ລອງ, ເຈລະຈາ ແລະ ການລົງນາມໃນສັນຍາແຮງງານລວມໝູ່.

ອົງການກຳມະບານ​ ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ແລະ ອົງການກຳມະບານ ABVV-Metaal ໄດ້ສ້າງຕັ້ງການພົວພັນການຝຶກອົບຮົມຢ່າງເປັນທາງການໃນປີ 2008. ນັບແຕ່ນັ້ນມາ, ແຕ່ລະປີ, ອົງການກຳມະບານ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ກໍ່ໄດ້ສົມທົບກັບບັນດານັກຊ່ຽວຊານ, ອາຈານຈາກອົງການກຳມະບານ ABVV-Metaal ຈັດຕັ້ງຫຼາຍຊຸດຝຶກອົບຮົມພື້ນຖານ ແລະ ຂັ້ນສູງກ່ຽວກັບທັກສະການຕໍ່ລອງ, ການເຈລະຈາ, ການລົງນາມໃນສັນຍາແຮງງານລວມໝູ່ໃຫ້ແກ່ພະນັກງານຂອງອົງການກຳມະບານ​ຂະແໜງການອຸດສາຫະກຳ ແລະ ການຄ້ານັບຮ້ອຍຄົນ.

ໂດຍຜ່ານ​ການ​ຝຶກ​ອົບ​ຮົມ, ພະນັກງານ​ອົງການກຳມະບານ​ຂັ້ນ​ຮາກ​ຖານ, ​ໂດຍ​ສະ​ເພາະ​ແມ່ນ​ພາກ​ວິສາຫະກິດໄດ້ມີ​ຄວາມ​ຮູ້ ​ແລະ ທັກ​ສະ​ໃນ​ການ​ຈັດ​ຕັ້ງ, ປຶກສາ​ຫາລື, ​ເຈລະຈາ ​ແລະ ​ເຊັນ​ສັນຍາ​​​ແຮງ​ງານລວມໝູ່​ກັບ​ຜູ້ໃຊ້​ແຮງ​ງານ. ໂດຍຜ່ານ​ນັ້ນ ກໍ່ປະກອບສ່ວນ​ສ້າງ​ການ​ພົວພັນ​ດ້ານ​ແຮງ​ງານ​ຢ່າງ​ກົມກຽວ, ໝັ້ນຄົງ ​ແລະ ກ້າວໜ້າ​ໃນ​ວິ​ສາ​ຫະກິດ.

​ປັບປຸງຄວາມ​ສາມັກຄີ ​ແລະມິດຕະພາບ

ໂດຍຜ່ານ​ການ​ຢ້ຽມຢາມ ແລະ ເຮັດວຽກ, ​ແລກປ່ຽນ​ປະສົບການ, ຊຸດຝຶກ​ອົບຮົມ​ກັບ​ນັກ​ຊ່ຽວຊານ​ຕ່າງປະ​ເທດ, ​ພະນັກງານ​ອົງການກຳມະບານຂະແໜງການ​ອຸດສາຫະກຳ ​ແລະ ການ​ຄ້າ​ ໄດ້ມີ​ຄວາມ​ເຂົ້າ​ໃຈ​ຫຼາຍ​ຂຶ້ນ​ກ່ຽວ​ກັບ​ຮູບ​ແບບ​ການຈັດ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ອົງການກຳມະບານບັນດາປະເທດ; ໄດ້ພົບປະແລກປ່ຽນ, ຮຽນຮູ້ກ່ຽວກັບການສື່ສານ, ທັກສະການເຈລະຈາ, ການຕໍ່ລອງລວມ, ການຫັນເປັນໂລກາພິວັດ ແລະ ບົດບາດຂອງອົງການກຳມະບານ; ວິ​ທີ​ການ​ຝຶກ​ອົບ​ຮົມ, ຄວາມ​ປອດ​ໄພຫຼັກ​​ອະ​ນາ​ໄມ​ແຮງງານ, ວຽກ​ງານ​ຂອງ​ແມ່​ຍິງ, ການ​ເງິນ, ການ​ໂຄ​ສະ​ນາ​ການ​ຮັບ​ເຂົ້າເປັນ​ສະ​ມາ​ຊິກ​ໃນຄະນະ...

ຕາມ​ທ່ານ ຟານວັນ​ບ້ານ - ປະທານ​ອົງການກຳມະບານ ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ​ແລ້ວ: ບັນດາໝາກຜົນ​ຂອງການ​ເຄື່ອນ​ໄຫວ​ວຽກ​ງານ​ການ​ຕ່າງປະ​ເທດ​ໄດ້​ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ສາມັກຄີ, ມິດຕະພາບ​ກັບ​ຜູ້ອອກແຮງງານ ​ແລະ ປະຊາຊົນ​ບັນດາ​ປະ​ເທດ; ຍາດ​ແຍ່ງ​ເອົາ​ການ​ໜູນ​ຊ່ວຍ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ຂອງ​ບັນດາ​ອົງການກຳມະບານຂະແໜງການ ​ແລະ ບັນດາ​ອົງການຈັດຕັ້ງ​ສາກົນ, ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ ​ແລະ ຍົກ​ສູງ​ອິດທິພົນຂອງອົງການກຳມະບານ​ ຫວຽດນາມ ​ເວົ້າ​ລວມ ​ແລະ ອົງການກຳມະບານ ​ອຸດສາຫະກຳ ແລະ ​ການ​ຄ້າ ຫວຽດນາມ ​ເວົ້າ​ສະ​ເພາະ.

ໂດຍສືບ​ຕໍ່​ສະ​ແດງ​ໃຫ້​ເຫັນ​ການ​ຮ່ວມ​ມື​ອັນ​ດີງາມ​ໃນ​ການ​ເຄື່ອນ​ໄຫວວຽກງານການ​ຕ່າງປະ​ເທດ​ຂອງ​ອົງການກຳມະບານ​ ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ກັບ​ບັນດາ​ປະ​ເທດ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ, ​ໃນ​ຕົ້ນ​ເດືອນ ກໍລະກົດ ປີ 2024, ​ອົງການກຳມະບານ ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ​ແລະ ບັນດາ​ຫົວໜ່ວຍ​ທີ່ຂຶ້ນກັບ​ຂະ​ແໜງ​ການອຸດສາຫະກຳ ແລະ ​ການ​ຄ້າ ຫວຽດນາມ ​ໄດ້ໃຫ້ການ​ຕ້ອນຮັບ​ ຄະນະຜູ້ແທນຂັ້ນສູງ ສູນກາງສະຫະພັນກຳມະບານ ລາວ.

ຄຽງ​ຄູ່​ກັບ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ​ສອງ​ປະ​ເທດ, ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ສະຫະພັນໃຫຍ່​ແຮງ​ງານ​ ຫວຽດນາມ ​ແລະ ສູນກາງສະຫະພັນກຳມະບານ ​ລາວ ​ເວົ້າ​ລວມ ​ແລະ ລະຫວ່າງ​ອົງການກຳມະບານ ອຸດສາຫະກຳ​ ແລະ ການ​ຄ້າ ຫວຽດນາມ ​ແລະ ຄະນະໂຄສະນາອົບຮົມ​ ສູນກາງສະຫະພັນກຳມະບານ ​ລາວ ​ເວົ້າສະ​ເພາະ​ ກໍ່ນັບມື້ນັບໄດ້ຮັບການປັບປຸງໃຫ້ດີຂຶ້ນ.

​ເພື່ອ​ເສີມຂະຫຍາຍ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້, ​ອົງການກຳມະບານ ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ​ໄດ້​ຮຽກຮ້ອງ​ໃຫ້​ຄະນະ​ປະທານ​ສະຫະພັນ​ໃຫຍ່​ ​ແລະ ​ຄະນະພົວພັນ​ຕ່າງປະ​ເທດ​ ສະຫະພັນ​ໃຫຍ່ ສືບ​ຕໍ່​ເອົາ​ໃຈ​ໃສ່, ໜູນ​ຊ່ວຍອົງການກຳມະບານ​ ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ, ຄະນະ​ໂຄສະນາ​ອົບຮົມ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ, ໜ່ວຍງານຂອງ ສູນກາງສະຫະພັນກຳມະບານ ລາວ ສືບຕໍ່ຈັດຕັ້ງປະຕິບັດໂຄງການຮ່ວມມືເພື່ອບຳລຸງສ້າງຄູສອນໃຫ້ແກ່ອົງການກຳມະບານ ລາວ; ຮັກສາ, ຕິດພັນກັນ ​ແລະ ພັດທະນາ​ການ​ພົວພັນ​ຮ່ວມ​ມື​ໃນ​ຕໍ່ໜ້າ ​ໂດຍ​ຜ່ານ​ການ​​ແລກປ່ຽນ​ຄະນະ​ຜູ້​ແທນ​ປະຈຳ​ປີ, ​ເຂົ້າ​ຮ່ວມ​ບັນດາກອງ​ປະຊຸມທີ່​ສຳຄັນ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ.

​ອົງການກຳມະບານ ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ ຫວຽດ​ນາມ ກໍ່​ຮຽກ​ຮ້ອງ​ໃຫ້ສູນກາງ​ສະ​ຫະ​ພັນ​ກຳມະບານ ​ລາວ ແລະ ສະ​ຫະ​ພັນກຳມະບານບັນດາ​ທ້ອງ​ຖິ່ນ​ຢູ່ ລາວ ສ້າງ​ເງື່ອນ​ໄຂ ແລະ ໜູນ​ຊ່ວຍ​ບັນ​ດາ​ວິ​ສາ​ຫະ​ກິດ, ກຳ​ມະ​ກອນ, ສະ​ມາ​ຊິກ​ຂອງ​ຂະ​ແໜງການ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ​ຫວຽດ​ນາມ ຢູ່ ລາວ ໄດ້ດໍາເນີນທຸລະກິດ ແລະ ດໍາລົງຊີວິດຢູ່ໃນສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຢ່າງສະດວກກວ່າອີກ.

ໜັງສືພິມ ຈະສືບຕໍ່ພ້ອມຮ່ວມເດີນທາງກັບຊົນຊັ້ນກຳມະກອນ ແລະ ອົງການກຳມະບານ

ໜັງສືພິມ ຈະສືບຕໍ່ພ້ອມຮ່ວມເດີນທາງກັບຊົນຊັ້ນກຳມະກອນ ແລະ ອົງການກຳມະບານ

ຍສໝ - ວັນ​ທີ 3 ທັນວາ, ຢູ່​ຮ່າ​ໂນ້ຍ, ທ່ານ ຫງວຽນ​ດິ່ງ​ຂ່າງ - ປະທານສູນກາງສະຫະພັນແຮງງານ ຫວຽດນາມ - ​ໄດ້ເປັນປະທານຂອງກອງ​ປະ​ຊຸມ​ຂ່າວ​ປະກາດເປັນທາງການກ່ຽວ​ກັບ​ໝາກຜົນ​ຂອງ​ກອງ​ປະຊຸມ​ໃຫຍ່ອົງການກຳມະບານ ຫວຽດນາມ ຄັ້ງ​ທີ 13.

8 ບັນຫາຂອງສະມາຊິກໃນຄະນະ, ຄົນງານ ແລະ ອົງການກຳມະບານໃດ້ສະເໜີຕໍ່ພັກ ແລະ ລັດ

8 ບັນຫາຂອງສະມາຊິກໃນຄະນະ, ຄົນງານ ແລະ ອົງການກຳມະບານໃດ້ສະເໜີຕໍ່ພັກ ແລະ ລັດ

ຍສໝ - ໃນກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງອົງການກຳມະບານ ຫວຽດນາມ ວັນ​ທີ 2 ທັນວາ, ຢູ່​ ຮ່າ​ໂນ້ຍ ຄະນະ​ປະຕິບັດສູນກາງສະຫະພັນແຮງງານ ຫວຽດນາມ ໄດ້​ສັງ​ລວມ, ຄັດ​ເລືອກ 8 ບັນຫາ​ໃຫຍ່​ເພື່ອ​ລາຍ​ງານ​ຕໍ່​ການ​ນຳ​ພັກ ​ແລະ ລັດ.

ມິງດຶກ (ແປຕາມ baomoi.com)

ເຫດການ
302 Found

Found

The document has moved here.