ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ້າງ ຫວຽດນາມ-ອິນເດຍ ເລິກເຊິ່ງຂຶ້ນຕື່ມ

15:14 | 02/08/2024

ຍສໝ - ເນື່ອງໃນໂອກາດທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມໄປຢ້ຽມຢາມທາງລັດຖະກິດຢູ່ອິນເດຍ, ທ່ານ ຟ້າມແທງບິ່ງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ຕອບສໍາພາດຕໍ່ສື່ມວນຊົນກ່ຽວກັບການຢ້ຽມຢາມ.

ກອງປະຊຸມໃຫຍ່ຜູ້ແທນສະມາຄົມມິດຕະພາບ ຫວຽດນາມ - ອິນເດຍ ຄັ້ງທີ 3 ກອງປະຊຸມໃຫຍ່ຜູ້ແທນສະມາຄົມມິດຕະພາບ ຫວຽດນາມ - ອິນເດຍ ຄັ້ງທີ 3
ຫວຽດນາມ ຢືນອັນດັບໜຶ່ງໃນການຄັດເລືອກໄປທ່ອງທ່ຽວຕ່າງປະເທດ ຂອງຊາວ ອິນເດຍ ຫວຽດນາມ ຢືນອັນດັບໜຶ່ງໃນການຄັດເລືອກໄປທ່ອງທ່ຽວຕ່າງປະເທດ ຂອງຊາວ ອິນເດຍ

ໂດຍໄດ້ຮັບຄໍາເຊື້ອເຊີນຂອງທ່ານ Narendra Modi ນາຍົກລັດຖະມົນຕີອິນເດຍ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ໄປຢ້ຽມຢາມທາງລັດຖະກິດຢູ່ອິນເດຍ ໃນລະຫວ່າງວັນທີ 30 ກໍລະກົດ ຫາວັນທີ 1 ສິງຫາ. ເນື່ອງໃນໂອກາດນີ້, ທ່ານ ຟ້າມແທງບິ່ງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ຕອບສໍາພາດຕໍ່ສື່ມວນຊົນກ່ຽວກັບການຢ້ຽມຢາມ.

ຮຽນທ່ານຮອງລັດຖະມົນຕີ ໃຫ້ຮູ້ກ່ຽວກັບຄວາມໝາຍຂອງການຢ້ຽມຢາມທາງລັດຖະກິດຢູ່ອິນເດຍ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ?

ຫວຽດນາມ ແລະອິນເດຍ ໄດ້ມີການພົວພັນທີ່ເປັນມູນເຊື້ອ ແລະມິດຕະພາບທີ່ໝັ້ນແກ່ນ, ໂດຍແມ່ນປະທານໂຮ່ຈີມິນ ແລະຜູ້ນໍາລຸ້ນກ່ອນຂອງອິນເດຍ, ຄື: Mahatma Gandhi, Jawaharlal Nehru ພ້ອມກັບການນໍາ ແລະປະຊາຊົນສອງປະເທດ ໄດ້ເພີ່ມພູນຄູນສ້າງ. ປີ 2016, ສອງປະເທດໄດ້ສ້າງຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແມ່ນໜຶ່ງໃນບັນດາການນໍາຕ່າງປະເທດຄົນທໍາອິດທີ່ໄດ້ຮັບຄໍາເຊື້ອເຊີນໄປຢ້ຽມຢາມອິນເດຍ ພາຍຫຼັງທີ່ອິນເດຍ ເລືອກຕັ້ງສະພາຕ່ໍາ ແລະມີລັດຖະບານອາຍຸການໃໝ່. ການຢ້ຽມຢາມກໍ່ດໍາເນີນໄປຖືກກັບຈຸດເວລາສະເຫຼີມສະຫຼອງ 70 ປີແຫ່ງວັນເຊັນສົນທິສັນຍາເຊີແນວ (Geneva), ໃນນັ້ນ ອິນເດຍ ສວມບົດບາດສໍາຄັນທີ່ສຸດໃນການໜູນຊ່ວຍຊຸກຍູ້ການເຈລະຈາ ແລະເຊັນສັນຍານີ້.

ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ້າງ ຫວຽດນາມ-ອິນເດຍ  ເລິກເຊິ່ງຂຶ້ນຕື່ມ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ. ພາບ: tienphong.vn

ດ້ວຍສະພາບການຄືດັ່ງກ່າວ, ການຢ້ຽມຢາມຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຈຶ່ງມີຄວາມໝາຍສໍາຄັນຍິ່ງ, ແນໃສ່ຢັ້ງຢືນນະໂຍບາຍທີ່ສະເໝີຕົ້ນສະເໝີປາຍຂອງຫວຽດນາມ ໃນການຖືເປັນສໍາຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະຄູ່ຮ່ວມມືຍຸດທະສາດຮອບດ້ານກັບອິນເດຍ, ປະກອບສ່ວນຮັດແໜ້ນການພົວພັນລະຫວ່າງການນໍາສອງປະເທດ, ໂດຍສະເພາະແມ່ນລະຫວ່າງນາຍົກລັດຖະມົນຕີສອງທ່ານ. ສອງຝ່າຍໄດ້ກະກຽມການຢ້ຽມຢາມຢ່າງຮອບຄອບຖີ່ຖ້ວນ, ເຄົາລົບນັບຖື, ລາຍການອຸດົມສົມບູນ, ເນື້ອໃນເລິກເຊິ່ງ, ກວ້າງຂວາງ, ແທດຈິງ, ດ້ວຍຈຸດສຸມຕົ້ນຕໍແມ່ນເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ອິນເດຍ ເລິກເຊິ່ງຂຶ້ນຕື່ມໃນທຸກຂົງເຂດ, ສາມາດຕອບສະໜອງການປ່ຽນແປງຂອງສະພາບການຄືໃນປະຈຸບັນກ່ຽວກັບພູມສາດການເມືອງ-ເສດຖະກິດ. ດ້ານໜຶ່ງແມ່ນປັບປຸງບັນດາຂົງເຂດການຮ່ວມມືທີ່ເປັນມູນເຊື້ອ, ພ້ອມທັງເປີດກວ້າງໄປສູ່ຂົງເຂດອື່ນທີ່ສອງຝ່າຍມີຄວາມສາມາດບົ່ມຊ້ອນ, ທ່າແຮງ, ຄື: ເອເລັກໂຕນິກ, ໂທລະຄົມມະນາຄົມ, ເຕັກໂນໂລຢີຊີວະວິທະຍາ, ການຢາ, ພະລັງງານທົດແທນ, ເສດຖະກິດສີຂຽວ, ເສດຖະກິດດີຈີຕອນ, ປັນຍາປະດິດ (AI)... ການຢ້ຽມຢາມກໍ່ແມ່ນໂອກາດເພື່ອໃຫ້ສອງຝ່າຍເພີ່ມທະວີການແບ່ງປັນກ່ຽວກັບບັນຫາຄວາມໝັ້ນຄົງ, ຍຸດທະສາດຢູ່ພາກພື້ນ, ສາກົນ ແລະເປັນການຢັ້ງຢືນການສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສຫຼາຍຝ່າຍທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ຮອງລັດຖະມົນຕີ ຕີລາຄາຄືແນວໃດກ່ຽວກັບການພົວພັນລະຫວ່າງສອງປະເທດໃນໄລຍະຜ່ານມາ, ໃນນັ້ນ ມີການຮ່ວມມືໃນຂົງເຂດການຄ້າ, ການລົງທຶນ?

ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ອິນເດຍ ພັດທະນາຢ່າງຕັ້ງໜ້າດ້ວຍພື້ນຖານການພົວພັນທີ່ໝັ້ນແກ່ນ ແລະໄວ້ເນື້ອເຊື່ອໃຈດ້ານການເມືອງສູງ. ການພົວພົນໃນຊ່ອງທາງພັກ, ລັດ, ສະພາແຫ່ງຊາດ ແລະປະຊາຊົນໄດ້ຮັບການເປີດກວ້າງ, ໄດ້ຮັກສາການຢ້ຽມຢາມ, ການພົບປະຢູ່ທຸກຂັ້ນ, ທຸກຊ່ອງທາງຢ່າງເປັນປະຈໍາ. ບັນດາກົນໄກການຮ່ວມມືສົນທະນາ, ອະນຸກໍາມະການການຮ່ວມມືລົງເລິກຂະແໜງການ... ໄດ້ຮັກສາ ແລະເສີມຂະຫຍາຍຢ່າງມີປະສິດທິຜົນ. ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບແມ່ນເສົາຄໍ້າສໍາຄັນ ແລະຢູ່ລະດັບສູງຍຸດທະສາດດ້ວຍເລື່ອງສອງປະເທດໄດ້ເຊັນຖະແຫຼງການວິໄສທັດລວມກ່ຽວກັບການພົວພັນຄູ່ຮ່ວມມືດ້ານປ້ອງກັນຊາດ ແລະບົດບັນທຶກຊ່ວຍຈໍາກ່ຽວກັບການໜູນຊ່ວຍພະລາທິການ (ເດືອນມິຖຸນາ 2022), ການຮ່ວມມືກ່ຽວກັບການບຳລຸງສ້າງ, ອຸດສາຫະກໍາປ້ອງກັນຊາດ, ການຈັດສົ່ງກຳປັ່ນທະຫານເຮືອ ໄປຢ້ຽມຢາມ, ສະໜອງບັນດາບ້ວງເງິນສິນເຊື່ອ ແລະບ້ວງທຶນຊ່ວຍເຫຼືອລ້າ.

ກ່ຽວກັບເສດຖະກິດ, ວົງເງິນການຄ້າສອງສົ້ນໄດ້ເພີ່ມທົບ 2,5 ເທົ່າ ນັບແຕ່ເວລາທີ່ສອງປະເທດໄດ້ຍົກສູງລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ (ປີ 2016), ບັນລຸເກືອບ 15 ຕື້ໂດລາສະຫະລັດໃນປີ 2023. ສອງປະເທດຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການຮ່ວມມືດ້ານການຄ້າ, ການລົງທຶນດ້ວຍຫຼາຍທ່າແຮງ, ຄື: ຕະຫຼາດທີ່ມີພົນລະເມືອງຫຼາຍທີ່ສຸດໃນໂລກ, ເສດຖະກິດພັດທະນາຢ່າງຂະຫຍັນຂັນເຄື່ອນ. ບັນດາກຸ່ມບໍລິສັດໃຫຍ່ຂອງອິນເດຍ ພວມຊຸກຍູ້ຜັນຂະຫຍາຍການຮ່ວມມືກັບຫວຽດນາມ ໃນບັນດາຂົງເຂດຍຸດທະສາດ, ຄື: ພະລັງງານທົດແທນ, ອຸດສາຫະກໍາປຸງແຕ່ງ, ນໍ້າມັມອາຍແກັດ, ການຢາ, ພື້ນຖານໂຄງລ່າງທ່າກຳປັ່ນ, logistics. ຝ່າຍຫວຽດນາມ, ກຸ່ມບໍລິສັດ Vinfast ໄດ້ເລີ່ມກໍ່ສ້າງໂຮງງານປະກອບ ແລະຜະລິດລົດໂອໂຕຢູ່ ລັດ Tamil Nadu, ດ້ວຍທຶນທີ່ໃຫ້ຄໍາໝັ້ນສັນຍາແມ່ນ 2 ຕື້ໂດລາສະຫະລັດ.

ການຮ່ວມມືໃນບັນດາຂົງເຂດວິທະຍາສາດ-ເຕັກໂນໂລຢີ, ຂໍ້ມູນຂ່າວສານ-ການສື່ສານ, ການສຶກສາ-ບໍາລຸງສ້າງ, ວັດທະນະທໍາ-ທ່ອງທ່ຽວ ລ້ວນແຕ່ພັດທະນາຢ່າງຕັ້ງໜ້າ. ສອງປະເທດພວມຊຸກຍູ້ ແລະເພີ່ມທະວີການຮ່ວມມືໄປສູ່ຂົງເຂດໃໝ່, ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ, ຄື: ພະລັງງານທົດແທນ, chip ເຄິ່ງຊັກນໍາໄຟຟ້າ, ປ່ຽນແປງໃໝ່ປະດິດສ້າງ, ເສດຖະກິດສີຂຽວ, ຫັນປ່ຽນດີຈີຕອນ ແລະເຕັກໂນໂລຢີຂໍ້ມູນຂ່າວສານ, ກະສິກໍາອັດສະລິຍະ ແລະການຢາ... ສອງປະເທດກໍ່ໄດ້ສົມທົບກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສຫຼາຍຝ່າຍ, ໂດຍສະເພາະແມ່ນໃນຂອບເຂດ ສປຊ ແລະກົນໄກໂດຍອາຊຽນ ຊັກນໍາ.

ສາມາດເວົ້າວ່າ, ການພົວພັນ ຫວຽດນາມ-ອິນເດຍ ໃນໄລຍະຜ່ານມາໄດ້ຮັບການພັດທະນາຢ່າງຮອບດ້ານ, ເປີດກວ້າງເກືອບໝົດທຸກຂົງເຂດ ແລະພວມມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ, ກາລະໂອກາດເພື່ອຊຸກຍູ້ໃຫ້ຫຼາຍກວ່າອີກໃນໄລຍະຈະມາເຖິງ.

ຂໍຂອບໃຈທ່ານຮອງລັດຖະມົນຕີ!

ສົມເພັດ

ເຫດການ
302 Found

Found

The document has moved here.