ນໍາການພົວພັນ ຫວຽດນາມ-ລາວ-ກໍາປູເຈຍ ເຂົ້າສູ່ໄລຍະພັດທະນາໃໝ່

23:04 | 15/07/2024

ຍສໝ - ຜົນຂອງການຢ້ຽມຢາມລາວ ແລະກຳປູເຈຍ ຂອງທ່ານ ໂຕເລິມ ປະທານປະເທດຫວຽດນາມ ໃນຄັ້ງນີ້ແມ່ນການສ້າງກຳລັງໜູນໃຫ້ແກ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 3 ປະເທດບ້ານໃກ້ເຮືອນຄຽງ ຫວຽດນາມ - ລາວ - ກໍາປູເຈຍ.

ເພີ່ມລະດັບການສະຫນັບສະຫນູນລາຍບ້ວງຈ່າຍບຳລຸງສ້າງສໍາລັບນັກສຶກສາ ລາວ ແລະ ກໍາປູເຈຍ ເພີ່ມລະດັບການສະຫນັບສະຫນູນລາຍບ້ວງຈ່າຍບຳລຸງສ້າງສໍາລັບນັກສຶກສາ ລາວ ແລະ ກໍາປູເຈຍ
ສົມກັບເປັນເສົາຄໍ້າທີ່ສໍາຄັນໃນການພົວພັນສາມັກຄີມິດຕະພາບ, ການຊ່ວຍເຫຼືອເຊິ່ງກັນແລະກັນລະຫວ່າງ ຫວຽດນາມ - ລາວ - ກໍາປູເຈຍ ສົມກັບເປັນເສົາຄໍ້າທີ່ສໍາຄັນໃນການພົວພັນສາມັກຄີມິດຕະພາບ, ການຊ່ວຍເຫຼືອເຊິ່ງກັນແລະກັນລະຫວ່າງ ຫວຽດນາມ - ລາວ - ກໍາປູເຈຍ

ຂີດໝາຍໃນນະໂຍບາຍການຕ່າງປະເທດຂອງພັກ ແລະລັດ

ນີ້ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດຂອງທ່ານ ໂຕເລິມ ປະທານປະເທດຫວຽດນາມ ໃນຕຳແໜ່ງໃໝ່. ການຢ້ຽມຢາມໄດ້ຮັບຜົນສຳເລັດໃນທຸກດ້ານ, ເປັນຂີດໝາຍໃໝ່ໃນການຜັນຂະຫຍາຍນະໂຍບາຍການຕ່າງປະເທດ ຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກ, ພ້ອມທັງຢືນຢັນຄວາມຕັດສິນໃຈຂອງພັກ, ລັດ ແລະປະຊາຊົນຫວຽດນາມ ໃນການປັບປຸງ ແລະພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະລາວ ແລະສາຍພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ນໍ້າໃຈມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ ແລະຍືນຍົງຍາວນານລະຫວ່າງ ຫວຽດນາມ-ກໍາປູເຈຍ ຢ່າງບໍ່ຢຸດຢັ້ງ. ການຢ້ຽມຢາມຄັ້ງນີ້ ຍັງໄດ້ປະກອບສ່ວນຮັດແໜ້ນສາຍພົວພັນສ່ວນຕົວລະຫວ່າງທ່ານ ໂຕເລິມ ກັບບັນດາສະຫາຍການນຳຂັ້ນສູງຂອງລາວ ແລະ ກຳປູເຈຍ.

ນໍາການພົວພັນ ຫວຽດນາມ-ລາວ-ກໍາປູເຈຍ ເຂົ້າສູ່ໄລຍະພັດທະນາໃໝ່
ການນໍາລາວ ຕ້ອນຮັບທ່ານປະທານປະເທດ ໂຕເລິມ ຢູ່ສະໜາມບິນ. ພາບ: vov.vn

ໃນການຢ້ຽມຢາມລາວ ແຕ່ວັນທີ 11-12 ກໍລະກົດນີ້, ທ່ານ ໂຕເລິມ ໄດ້ມີການພົບປະກັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ, ພົບປະກັບນາຍົກລັດຖະມົນຕີລາວ, ປະທານສະພາແຫ່ງຊາດລາວ; ໃຫ້ການຕ້ອນຮັບປະທານຄະນະກຳມະການສູນກາງແນວລາວສ້າງຊາດ ແລະປະທານສູນກາງສະມາຄົມມິດຕະພາບລາວ-ຫວຽດນາມ; ກໍຄືໄປຢ້ຽມຢາມບັນດາສະຫາຍອະດີດການນຳຂັ້ນສູງຂອງລາວ ແລະການເຄື່ອນໄຫວສໍາຄັນຈໍານວນໜຶ່ງ.

ທີ່ການເຈລະຈາ ແລະ ການພົບປະ, ສອງຝ່າຍໄດ້ສືບຕໍ່ຢັ້ງຢືນເຖິງຄວາມຕັດສິນໃຈສູງໃນການພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ ໃຫ້ເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ. ສອງຝ່າຍໄດ້ເຫັນດີເປັນເອກະພາບສູງຕໍ່ມາດຕະການ ເພື່ອສືບຕໍ່ຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງລະຫວ່າງສອງພັກ ແລະສອງລັດ ຢ່າງມີປະສິດທິຜົນ, ປະກອບສ່ວນສ້າງກຳລັງໜູນໃໝ່, ຍູ້ແຮງການພົວພັນລະຫວ່າງສອງປະເທດ ໃນໄລຍະຈະມາເຖິງ ໃຫ້ຫຼາຍກວ່າອີກ; ໃນນັ້ນ, ສືບຕໍ່ເອົາໃຈໃສ່ ແລະ ສຸມໃສ່ຂົງເຂດການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ເສດຖະກິດ - ການຄ້າ - ການລົງທຶນ, ການສຶກສາ - ກໍ່ສ້າງ, ວັດທະນະທຳ ແລະ ການພົບປະແລກປ່ຽນປະຊາຊົນ.

ນໍາການພົວພັນ ຫວຽດນາມ-ລາວ-ກໍາປູເຈຍ ເຂົ້າສູ່ໄລຍະພັດທະນາໃໝ່
ທ່ານປະທານປະເທດ ໂຕເລິມ ແລະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ. ພາບ: anninhthudo.vn

ບົນພື້ນຖານນັ້ນ, ສອງຝ່າຍໄດ້ເຫັນດີເປັນເອກະພາບສົມທົບກັນຜັນຂະຫຍາຍຂໍ້ຕົກລົງຍຸດທະສາດການຮ່ວມມືຫວຽດນາມ - ລາວ ໄລຍະ 2021-2030 ແລະ ສັນຍາວ່າດ້ວຍການຮ່ວມມືສອງຝ່າຍຫວຽດນາມ - ລາວ ໄລຍະ 2021-2025 ຢ່າງມີປະສິດທິຜົນ; ພ້ອມທັງ ສືບຕໍ່ມານະພະຍາຍາມແກ້ໄຂຂໍ້ຕິດຂັດຢ່າງເຖິງຖອງ ເພື່ອຜັນຂະຫຍາຍບາງໂຄງການຮ່ວມມືສຳຄັນລະຫວ່າງສອງປະເທດໃຫ້ມີປະສິດທິຜົນ.

ຢູ່ກຳປູເຈຍ, ສອງຝ່າຍເຫັນດີຈະຊຸກຍູ້ ແລະເພີ່ມທະວີຄວາມສາມັກຄີ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ, ນໍາການຮ່ວມມືສອງຝ່າຍໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ. ພິເສດແມ່ນສອງຝ່າຍໄດ້ເນັ້ນໜັກເຖິງນ້ຳໃຈສາມັກຄີ, ຄວາມສະໜິດຕິດພັນ, ມິດຕະພາບ ແລະ ຄວນສືບຕໍ່ໂຄສະນາໃຫ້ລຸ້ນໜຸ່ມກ່ຽວກັບຄຸນຄ່າປະຫວັດສາດແຫ່ງການພົວພັນລະຫວ່າງສອງປະເທດ. ທີ່ການພົບປະຕ່າງໆ, ການນຳຂອງກຳປູເຈຍ ໄດ້ເນັ້ນໜັກວ່າ ປະຊາຊົນກຳປູເຈຍ ຍາມໃດກໍ່ຈົດຈໍາຕໍ່ການຊ່ວຍເຫຼືອ ແລະການເສຍສະຫຼະຂອງຫວຽດນາມ ໃນການຊ່ວຍເຫຼືອປະເທດກຳປູເຈຍ ໂຄ່ນລົ້ມລະບອບດັບສູນເຊື້ອຊາດປອນປົດ ແລະ ຟື້ນຟູປະເທດຊາດ.

ສອງຝ່າຍໄດ້ເຫັນດີຕໍ່ການຜັນຂະຫຍາຍການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການຮ່ວມມືດ້ານຊາຍແດນ, ແຫຼ່ງກຳລັງແຮງງານ, ການພົບປະແລກປ່ຽນປະຊາຊົນ. ສອງຝ່າຍເຫັນດີເປັນເອກະພາບຈະໜູນຊ່ວຍກັນ ໃນການກໍ່ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ພ້ອມກັນເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ມີປະສິດທິຜົນ. ໃນການຮ່ວມມືພັດທະນາແຫຼ່ງຊັບພະຍາກອນມະນຸດ, ສອງຝ່າຍຈະເອົາໃຈໃສ່ຕໍ່ການຊຸກຍູ້ການດຶງດູດນັກສຶກສາຂອງສອງປະເທດ ໄປຮ່ຳຮຽນໃນຂະແໜງວິຊາທີ່ເໝາະສົມກັບກັບຄວາມຕ້ອງການຂອງສອງປະເທດ ແລະທ່າອ່ຽງພັດທະນາໃໝ່ ຄື: ການຫັນເປັນດີຈີຕອນ, ການໝູນໃຊ້ວິທະຍາສາດ-ເຕັກໂນໂລຊີ… ຢູ່ແຕ່ລະປະເທດ.

ສອງຝ່າຍສະແດງຄວາມຊົມເຊີຍຕໍ່ບັນດາອົງການທີ່ກ່ຽວຂ້ອງຂອງສອງປະເທດ ທີ່ໄດ້ສົມທົບກັນຢ່າງແໜ້ນແຟ້ນເພື່ອແນໃສ່ກໍ່ສ້າງເສັ້ນຊາຍແດນທາງບົກແຫ່ງສັນຕິພາບ, ມິດຕະພາບ, ສະຖຽນລະພາບ ແລະການຮ່ວມມື, ພັດທະນາ ແລະ ຍູ້ແຮງການພົວພັນຮ່ວມມືລະຫວ່າງບັນດາແຂວງຕິດກັບຊາຍແດນ, ພັດທະນາເສດຖະກິດຢູ່ເຂດຊາຍແດນ, ພ້ອມທັງສ້າງຄວາມສະດວກໃຫ້ແກ່ການໄປມາຫາສູ່, ທໍາມາຫາກິນ, ແລກປ່ຽນສິນຄ້າຂອງປະຊາຊົນ, ແນໃສ່ຊຸກຍູ້ການເພີ່ມທະວີວົງເງິນການຄ້າຂຶ້ນຕື່ມໃນໄລຍະຈະມາເຖິງ.

ເປີດແງ່ຫວັງການຮ່ວມມືໃນຫຼາຍຂົງເຂດ

ໝາກຜົນທີ່ບັນລຸໄດ້ໃນໄລຍະຢ້ຽມຢາມລາວ ແລະກໍາປູເຈຍ ຂອງປະທານປະເທດຫວຽດນາມ ແມ່ນມີຄວາມໝາຍສຳຄັນທີ່ສຸດ, ຍ້ອນໄດ້ສ້າງກຳລັງໜູນຕື່ມອີກໃຫ້ແກ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 3 ປະເທດ, ເປີດແງ່ຫວັງແຫ່ງການຮ່ວມມື ໃນຫຼາຍຂົງເຂດສຳຄັນ. ກ່ອນອື່ນໝົດ, ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ລະຫວ່າງຫວຽດນາມ - ລາວ - ກຳປູເຈຍ ຈະໄດ້ຮັບການຊຸກຍູ້, ກາຍເປັນເສົາຄ້ຳແຫ່ງການຮ່ວມມືທີ່ໝັ້ນຄົງ, ປະກອບສ່ວນສຳຄັນເຂົ້າໃນການຮັກສາສະຖຽນລະພາບ, ຄວາມໝັ້ນຄົງ, ການເມືອງ ແລະ ສັງຄົມຢູ່ແຕ່ລະປະເທດ, ພິເສດແມ່ນຢູ່ເຂດຊາຍແດນ. ຫວຽດນາມ, ລາວ ແລະ ກຳປູເຈຍ ລ້ວນແຕ່ຍຶດໝັ້ນຕໍ່ຫຼັກການບໍ່ໃຫ້ອິດທິກໍາລັງປໍລະປັກໃຊ້ຜືນແຜ່ນດິນຂອງປະເທດນີ້ ເພື່ອດຳເນີນການເຄື່ອນໄຫວຕ້ານ ແລະທໍາລາຍປະເທດອື່ນ. 3 ປະເທດ ຈະສືບຕໍ່ເສີມຂະຫຍາຍບັນດາກົນໄກຮ່ວມມືທີ່ສຳຄັນຄື: ການພົບປະປະຈຳປີລະຫວ່າງລັດຖະມົນຕີປ້ອງກັນປະເທດສາມປະເທດ ແລະ ການຝຶກຊ້ອມຮ່ວມກູ້ໄພ-ກູ້ຊີບ ລະຫວ່າງກອງທັບສາມປະເທດ; ກອງປະຊຸມປະຈໍາປີລະຫວ່າງລັດຖະມົນຕີກະຊວງຕໍາຫຼວດ/ ກະຊວງພາຍໃນ ສາມປະເທດ.

ການຮ່ວມມືໃນຂົງເຂດເສດຖະກິດ, ການລົງທຶນ ແລະການຄ້າສືບຕໍ່ໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ ແລະ ມີປະສິດທິຜົນກວ່າ, ການຮ່ວມມືດ້ານເສດຖະກິດຢູ່ເຂດຊາຍແດນ ພັດທະນາຢ່າງຂະຫຍັນຂັນເຄື່ອນ, ບໍ່ພຽງແຕ່ເພີ່ມທະວີຄວາມສະໜິດຕິດພັນລະຫວ່າງ 3 ປະເທດເທົ່ານັ້ນ, ຫາກຍັງປະກອບສ່ວນສຳຄັນເຂົ້າໃນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດຊາຍແດນ ລະຫວ່າງ ຫວຽດນາມ-ລາວ, ຫວຽດນາມ-ກໍາປູເຈຍ. ບັນດາກອງປະຊຸມຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລາວ ຈະໄດ້ຮັບການຜັນຂະຫຍາຍຢ່າງເປັນປະຈຳ ເພື່ອແລກປ່ຽນ ແລະ ຊອກຫາມາດຕະການເພີ່ມທະວີປະສິດທິຜົນການຮ່ວມມືໃນຂົງເຂດສຳຄັນຢ່າງທັນການ. ເອົາໃຈໃສ່ ແລະຊຸກຍູ້ ເພື່ອໃຫ້ຫວຽດນາມ ສືບຕໍ່ເປັນໜຶ່ງໃນບັນດານັກລົງທຶນ ແລະ ຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງລາວ ແລະ ກຳປູເຈຍ.

ຂົງເຂດສຳຄັນໜຶ່ງອີກ ເຊິ່ງການນຳພັກ ແລະ ລັດ 3 ປະເທດ ເອົາໃຈໃສ່ເປັນພິເສດ ນັ້ນແມ່ນການສຶກສາ ແລະ ບຳລຸງກໍ່ສ້າງ. ຫວຽດນາມ, ລາວ ແລະ ກຳປູເຈຍ ລ້ວນແຕ່ໃຫ້ບຸລິມະສິດສູງແກ່ການໂຄສະນາ ເຜີຍແຜ່ຢ່າງເລິກເຊິ່ງກ້ວາງຂວາງ, ພິເສດແມ່ນລຸ້ນໜຸ່ມກ່ຽວກັບຄຸນຄ່າປະຫວັດສາດແຫ່ງຄວາມສາມັກຄີ, ນໍ້າໃຈມິດຕະພາບທີ່ເປັນມູນເຊື້ອ ແລະ ການເສຍສະຫຼະໃຫ້ກັນລະຫວ່າງ 3 ປະເທດ. ຄຽງຂ້າງນັ້ນ, ຫວຽດນາມ ສືບຕໍ່ເອົາໃຈໃສ່ໜູນຊ່ວຍລາວ ແລະກຳປູເຈຍ ເພື່ອຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ. ຈຳນວນນັກສຶກສາແລກປ່ຽນລະຫວ່າງຫວຽດນາມ ແລະລາວ, ຫວຽດນາມ ແລະກຳປູເຈຍ ນັບມື້ນັບເພີ່ມຂຶ້ນດ້ວຍຄຸນນະພາບສູງ, ແມ່ນແຫຼ່ງຊັບພະຍາກອນມະນຸດປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຂອງແຕ່ລະປະເທດ, ພ້ອມທັງແມ່ນພື້ນຖານສຳຄັນທີ່ສຸດ ເພື່ອຊ່ວຍຊຸກຍູ້ການແລກປ່ຽນວັດທະນະທຳ, ເພີ່ມທະວີຄວາມເຂົ້າໃຈ ແລະ ການພົບປະແລກປ່ຽນລະຫວ່າງປະຊາຊົນ.

3 ປະເທດຍັງຈະສືບຕໍ່ເພີ່ມທະວີການຮ່ວມມື, ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນ ເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສພາກພື້ນ ແລະສາກົນ, ພິເສດແມ່ນໃນຂອບເຂດອາຊຽນ, ສະຫະປະຊາຊາດ ແລະອະນຸພາກພື້ນແມ່ນ້ຳຂອງ. ຫວຽດນາມ ຈະສືບຕໍ່ສົມທົບກັນຢ່າງຕັ້ງໜ້າ ແລະ ສະໜັບສະໜູນລາວ ດໍາລົງບົດບາດສາກົນອັນສໍາຄັນໃນປີ 2024 ຢ່າງສຳເລັດຜົນ, ໃນນັ້ນມີບົດບາດເປັນປະທານອາຊຽນ ແລະ AIPA 2024.

ແສງເດືອນ

ເຫດການ
302 Found

Found

The document has moved here.