ສະມາຄົມມິດຕະພາບ ຫວຽດນາມ - ອິນເດຍ: ເປັນຂົວເຊື່ອມຕໍ່ອັນໜັກແໜ້ນໃຫ້ແກ່ການພົວພັນລະຫວ່າງ 2 ປະເທດ

14:36 | 05/08/2024

ຍສໝ - ສະມາຄົມມິດຕະພາບ ຫວຽດນາມ - ອິນເດຍ ແມ່ນອົງການນຳໜ້າໃນການຊຸກຍູ້ການພົວພັນມິດຕະພາບລະຫວ່າງປະຊາຊົນສອງປະເທດ. ​ໂດຍ​ການ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ພົບປະແລກປ່ຽນ​ວັດທະນະທຳ, ງານ​ວາງສະ​ແດງ, ກອງ​ປະຊຸມ, ການສຳ​ມະ​ນາ, ພິມຈຳໜ່າຍ​ປຶ້ມ​ແນະນຳກ່ຽວກັບ ​ອິນ​ເດຍ... ສະມາຄົມ​ໄດ້​ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ ​ແລະ ​ປັບປຸງການ​ພົວພັນ​ມິດຕະພາບ​ລະຫວ່າງ ຫວຽດນາມ ​ແລະ ອິນ​ເດຍ.

ກອງປະຊຸມໃຫຍ່ຜູ້ແທນສະມາຄົມມິດຕະພາບ ຫວຽດນາມ - ອິນເດຍ ຄັ້ງທີ 3
ຫວຽດນາມ ນອນຢູ່ໃນ 6 ປະເທດ ອາຊຽນ ທີ່ມີການເຕີບໂຕ GDP ທີ່ດີ

ໂດຍສ້າງຕັ້ງຂຶ້ນໃນວັນທີ 11 ພະຈິກ ປີ 1982, ສະມາຄົມມິດຕະພາບ ຫວຽດນາມ - ອິນເດຍ ມີຄວາມໝາຍດ້ານການເມືອງອັນສຳຄັນ, ເປັນຂີດໝາຍແຫ່ງການພັດທະນາໃໝ່ໃນສາຍພົວພັນສາມັກຄີ, ມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ. ​ທີ່​ພິທີ​ເປີດ​ຕົວ, ສະມາຄົມ​ໄດ້​ຮັບ​ສານຊົມເຊີຍ​ຫຼາຍ​ສະບັບ​ຈາກ​ບັນດາ​ອົງການ​ສັງຄົມ​ຂອງ ​ອິນ​ເດຍ, ​ໂດຍ​ສະ​ເພາະ​ແມ່ນ​ຄຳ​ຊົມເຊີຍຈາກ​ອະດີດນາຍົກລັດຖະມົນຕີ ອິນ​ເດຍ ​ທ່ານ Indira Gandhi.

ສະມາຄົມມິດຕະພາບ ຫວຽດນາມ - ອິນເດຍ: ເປັນຂົວເຊື່ອມຕໍ່ອັນໜັກແໜ້ນໃຫ້ແກ່ການພົວພັນລະຫວ່າງ 2 ປະເທດ

ນັກສະແດງ ອິນເດຍ ສະແດງທີ່ງານມະໂຫລານມິດຕະພາບປະຊາຊົນ ຫວຽດນາມ - ອິນເດຍ ຄັ້ງທີ 11.

​ໃນ​ໄລຍະ​ທີ່ຜ່ານ​ມາ​, ສະມາຄົມ​ມິດຕະພາບ​ ຫວຽດນາມ - ອິນ​ເດຍ ​ໄດ້​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ອົງການ​ມິດຕະພາບ ​ອິນ​ເດຍ ​ເພື່ອ​ຈັດ​ຕັ້ງ​ບັນດາ​ເຫດການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ​ຢູ່ທັງ 2 ປະ​ເທດ​ຢ່າງ​ກວ້າງຂວາງ. ງານມະໂຫລານ​ມິດຕະພາບ​ປະຊາຊົນ ​ຫວຽດນາມ - ອິນ​ເດຍ ຄັ້ງ​ທຳ​ອິດ​ ໄດ້​ຮັບ​ການ​ຈັດຕັ້ງ​ຢ່າງ​ສຳ​ເລັດ​ຜົນ​ໂດຍ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ຫວຽດນາມ ​ແລະ ອົງການ​ສັນຕິພາບ ​ແລະ ຄວາມ​ສາມັກຄີ​ທົ່ວ​ປວງ​ຊົນ​ ອິນ​ເດຍ (AISPO) ​ຈັດໃນ​ປີ 2007, ອັນສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່ບັນດາ​ການ​ເຄື່ອນ​ໄຫວພົບປະ​ແລກປ່ຽນ​ປະຊາຊົນ​ລະຫວ່າງ 2 ປະ​ເທດ.

ບັນດາສາຂາສະມາຄົມມິດຕະພາບ ຫວຽດນາມ - ອິນເດຍ ຢູ່ບັນດາສຳນັກງານ, ອົງການຈັດຕັ້ງຂອງ ຫວຽດນາມ ກໍ່ໄດ້ທະວີຄູນ ແລະ ຈັດຕັ້ງການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳຫຼາຍຢ່າງເຊັ່ນ: ແນະນຳສິລະປະຂັບລຳພື້ນເມືອງ ອິນເດຍ; ພິມຈຳໜ່າຍປຶ້ມແບບຮຽນກ່ຽວກັບວັດທະນະທໍາ ອິນເດຍ; ຮັກສາສາຍພົວພັນທີ່ໃກ້ຊິດກັບມະຫາວິທະຍາໄລ ອິນເດຍ ເຊັ່ນ: ມະຫາວິທະຍາໄລ Jawaharlal Nehru, ສະຖາບັນສິລະປະແຫ່ງຊາດ ອິນເດຍ; ຈັດຕັ້ງງານວາງສະແດງປຶ້ມກ່ຽວກັບ ອິນເດຍ ແລະ ແລກປ່ຽນປະສົບການໃນວຽກງານບັນນາຮັກສາດ (ຫໍສະໝຸດ) ກັບບັນດາຄູ່ຮ່ວມມື ອິນເດຍ.

​ແຕ່ລະ​ປີ, ສະມາຄົມ​ມິດຕະພາບ​ ຫວຽດນາມ - ອິນ​ເດຍ ​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ຄື: ມິດຕິງ, ການ​ພົບ​ປະ​ສະ​ໜິດສະໜົມ, ​ໂອ້​ລົມສົນທະນາ, ການສຳ​ມະ​ນາ, ງານ​ວາງສະ​ແດງ ​ແລະ ການ​ສາຍ​ຮູບ​ເງົາ​ຢູ່ ​ຮ່າ​ໂນ້ຍ ​ແລະ ບັນດາ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ ​ເນື່ອງ​ໃນ​ໂອກາດສະເຫີມສະຫຼອງບັນດາ​ວັນ​ບຸນ​ສຳຄັນ​ຂອງ​ ອິນ​ເດຍ. ສະມາຄົມ​ກໍ່​ສົມທົບ​ກັບ​ບັນດາ​ສຳນັກ​ພິມ​ຈຳໜ່າຍ​ ຫວຽດນາມ ເພື່ອຈັດ​ພິມ​ສະ​ແຕັມ ​ແລະ ປຶ້ມ​ແນະນຳກ່ຽວກັບ ​ອິນ​ເດຍ ​ເຊັ່ນ: ປຶ້ມ “ຊີວະ​ປະຫວັດ​ຫຍໍ້” ຂອງ​ອະດີດນາຍົກລັດຖະມົນຕີ ອິນ​ເດຍ ທ່ານ Indira Gandhi, ປຶ້ມ “ການ​ຄົ້ນ​ພົບ​ ອິນ​ເດຍ” ຂອງ​ອະດີດ​ນາຍົກລັດຖະມົນຕີ ອິນເດຍ ທ່ານ Jawaharlal Nehru ​ແລະ ປຶ້ມແນະນໍາກ່ຽວກັບ Mahatma Gandhi ແລະ ບົດກະວີຂອງ Tagore.

ສະມາຄົມ​ກໍ່​ໄດ້​ໃຫ້ການຕ້ອນຮັບ​ບັນດາຄະນະ​ຜູ້​ແທນ​ຈາກ​ຫຼາຍ​ຂົງ​ເຂດຂອງ ​ອິນ​ເດຍ ທີ່ມາ​ຢ້ຽມຢາມ​ ຫວຽດນາມ ​ແລະ ຮັກສາ​ການ​ພົວພັນ​ຮ່ວມ​ມື​ອັນ​ດີງາມ​ກັບ​ສະຖານທູດ ​ແລະ ​ກົງສຸນໃຫຍ່ ​ອິນ​ເດຍ ປະຈຳ ຫວຽດນາມ.

ສະມາຄົມມິດຕະພາບ ຫວຽດນາມ - ອິນເດຍ: ເປັນຂົວເຊື່ອມຕໍ່ອັນໜັກແໜ້ນໃຫ້ແກ່ການພົວພັນລະຫວ່າງ 2 ປະເທດ

ພິທີ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ອິນ​ເດຍ ​ໂດຍ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ແລະ ສະມາຄົມ​ມິດຕະພາບ ຫວຽດນາມ - ອິນ​ເດຍ ສົມທົບ​ກັບ​ສະຖານທູດ ອິນ​ເດຍ ປະຈຳ ຫວຽດນາມ ​​ຈັດ​ຕັ້ງຂຶ້ນ​ໃນ​ເດືອນ ມັງກອນ ປີ 2022.

ກ່າວ​ຄຳ​ປາໄສ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ ຫວຽດນາມ - ອິນ​ເດຍ (ວັນທີ 7 ມັງກອນ ປີ 1972 – ວັນທີ 7 ມັງກອນ ປີ 2022) ທີ່ ​ຮ່າ​ໂນ້ຍ, ທ່ານ ຫງວຽນ​ແມ້ງ​ຮຸ່ງ, ລັດຖະມົນຕີ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ການສື່ສານ ຫວຽດນາມ, ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ອິນ​ເດຍ ​ຢືນຢັນ​ວ່າ: “​ໃນ​ຖານະ​ເປັນ​ກຳລັງ​ຫຼັກ​ແຫຼ່ງ​ໃນ​ການ​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ຫວຽດນາມ ​ແລະ ສະມາຄົມ​ມິດຕະພາບ ​ຫວຽດນາມ - ອິນ​ເດຍ ​ພ້ອມ​ກັບບັນດາ​ສະມາຄົມ​ມິດຕະພາບຂອງ ​ອິນ​ເດຍ ​ໄດ້​ປະກອບສ່ວນ​ອັນ​ລ້ຳ​ຄ່າ​ໃນ 50 ປີ​ແຫ່ງ​ການ​ພັດທະນາ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງສອງ​ປະ​ເທດ".

ຕາມທ່ານ ຫງວຽນແມ້ງຮຸ່ງ ແລ້ວ, ບັນດາຂໍ້ລິເລີ່ມທີ່ດີ ແລະ ວິທີການໃໝ່ໃນຫຼາຍຮູບຫຼາຍແບບ ແລະ ອຸດົມສົມບູນໄດ້ຮັບການຜັນຂະຫຍາຍເພື່ອເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ແລະ ປັບປຸງນ້ຳໃຈສາມັກຄີລະຫວ່າງປະຊາຊົນສອງປະເທດ. ຫຼາຍ​ໂຄງການພົບປະ​ແລກປ່ຽນ​ວັດທະນະທຳ, ງານ​ວາງສະ​ແດງ, ກອງ​ປະຊຸມ ​ແລະ ການສຳ​ມະ​ນາ​ແນະນຳ​ກ່ຽວກັບມູນເຊື້ອ​ປະຫວັດສາດ, ຮີດຄອງ​ປະ​ເພນີ, ​ແລະ ສະພາບການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ແຕ່ລະ​ປະ​ເທດ ກໍ່ໄດ້ຮັບການຈັດຂຶ້ນ.

ໂດຍສືບ​ຕໍ່​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້, ທ່ານ ຫງວຽນ​ແມ້ງ​ຮຸ່ງ ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ບັນດາສະມາຄົມ​ມິດຕະພາບ​ຂອງ​ສອງ​ປະ​ເທດ​ຈະ​ສືບ​ຕໍ່​ປ່ຽນແປງ​ໃໝ່ ​ແລະ ຫັນ​ຮູບ​ແບບ​ການ​ເຄື່ອນ​ໄຫວ​ເປັນຫຼາກຫຼາຍ. ໃນຍຸກສະໄໝຂອງສັງຄົມຂໍ້ມູນຂ່າວສານໃນປະຈຸບັນ, ບັນດາສະມາຄົມຈະເສີມຂະຫຍາຍສິ່ງອຳນວຍຄວາມສະດວກຂອງບັນດາເວທີດິຈິຕອນໃຫ້ສູງສຸດ, ເພີ່ມທະວີການພົບປະ, ພົບປະແລກປ່ຽນວັດທະນະທໍາ ແລະ ສິລະປະໃນຮູບແບບອອນລາຍ, ກໍ່ສ້າງຫໍສະຫມຸດດິຈິຕອນ, ຫໍພິພິທະພັນດິຈິຕອນ, ການທ່ອງທ່ຽວດິຈິຕອນຂອງກັນ ແລະ ກັນ. ບັນດາ​ສະມາຄົມ​ຕ້ອງ​ສືບ​ຕໍ່​ຍູ້​ແຮງການ​ຄັດ​ເລືອກ ​ແລະ ​ແປ​ປຶ້ມ, ​ເອກະສານ, ບົດນິພົນວັນນະຄະດີ​ເປັນ​ພາສາ​ ຫວຽດນາມ ​ແລະ ອິນ​ເດຍ ​ເພື່ອ​ໃຫ້​ວັດທະນະທຳ ​ແລະ ພູມປັນຍາຂອງ​ແຕ່ລະ​ປະ​ເທດ​ສາມາດ​ເຂົ້າ​ເຖິງ​ມະຫາຊົນ.

ຊຸກຍູ້ການຮ່ວມມືດ້ານກົດໝາຍລະຫວ່າງ ຫວຽດນາມ - ສ.ເກົາຫຼີ, ປະກອບສ່ວນເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດ

ຊຸກຍູ້ການຮ່ວມມືດ້ານກົດໝາຍລະຫວ່າງ ຫວຽດນາມ - ສ.ເກົາຫຼີ, ປະກອບສ່ວນເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດ

ຍສໝ - ຕອນ​ບ່າຍ​ວັນ​ທີ 13 ມີຖຸນາ, ຢູ່​ສຳນັກງານ​ກະຊວງ​ຍຸຕິ​ທຳ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ຫວຽດນາມ ເລແທງລອງ ​ໄດ້​ໃຫ້ການ​ຕ້ອນຮັບ ແລະ ໂອ້ລົມເຈລະຈາກັບ ​ທ່ານ​ລັດຖະມົນຕີ LEE Wan-kyu ພ້ອມດ້ວຍຄະນະ​ຜູ້​ແທນ​ກະຊວງ​ນິຕິບັນຍັດລັດຖະບານ ສ.​ເກົາຫຼີ.

ຊາວ ຫວຽດນາມ ສາມາດຊໍາລະ QRCode ຂ້າມຊາຍແດນກັບ 3 ປະເທດ

ຊາວ ຫວຽດນາມ ສາມາດຊໍາລະ QRCode ຂ້າມຊາຍແດນກັບ 3 ປະເທດ

ຍສໝ - ຫວຽດນາມ ​ໄດ້​ສຳ​ເລັດ​ການ​ເຊື່ອມ​ຕໍ່​ລະບົບ​ຊຳລະ​ເງິນ​ຂ້າມ​ຊາຍ​ແດນ​ຜ່ານ QR Code ກັບ​ໄທ ​ແລະ ກຳປູ​ເຈຍ (ກຳລັງຜັນຂະຫຍາຍຕໍ່​ກັບ ​ລາວ), ​ໃຫ້​ປະຊາຊົນ​ຢູ່​ແຕ່ລະ​ປະ​ເທດ​ສາມາດ​ສະແກນ QR Code ​ເພື່ອ​ຊຳລະ​ສິນຄ້າ ​ແລະ ການ​ບໍລິການ​ຢ່າງ​ປອດ​ໄພ, ​ສະດວກໃນ​ບັນດາ​ປະ​ເທດ​ດັ່ງກ່າວ ​ດ້ວຍ​ແອັບທະນາຄານຂອງ ຫວຽດນາມ ໃນໂທລະສັບ ແລະ ກົງກັນຂ້າມ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.