30 ປີ ແຫ່ງການພົວພັນລະຫວ່າງ ຫວຽດນາມ - ໂຄຣເອເຊຍ: ກາລະໂອກາດເຮັດໃຫ້ການພົວພັນຂອງສອງຝ່າຍເລິກເຊິ່ງຂຶ້ນຕື່ມ

22:58 | 15/07/2024

ຍສໝ - ປີ 2024 ​ແມ່ນ​ວັນຄົບຮອບ 30 ປີ ທີ່​ຫວຽດນາມ ​ແລະ ໂຄຣເອເຊຍ ​ໄດ້​ສ້າງ​ຕັ້ງການ​ພົວພັນດ້ານ​ການ​ທູດ (1 ກໍລະກົດ 1994 – 1 ກໍລະກົດ 2024). ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ ນາງ​ ຫງວຽນ​ທິບິກ​ຖາວ ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ຮົງກາຣີ ທັງຮັບຜິດຊອບ ໂຄຣເອເຊຍ ໄດ້​ໃຫ້​ສຳພາດ​ກັບ​ນັກ​ຂ່າວ​ສຳນັກ​ຂ່າວສານ ຫວຽດນາມ ປະຈຳ ​ເອີ​ລົບໃຕ້ ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ເຫດກໍ່ຄືໝາກຜົນ​ທີ່ບັນລຸໄດ້ ແລະ ແງ່ຫວັງການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​​ຕໍ່ໜ້າ. ຕໍ່ໄປນີ້ແມ່ນເນື້ອໃນຂອງການສົນທະນາ.

ຮ່າ​ໂນ້ຍ ຈັດການ​ຍິງບັ້ງ​ໄຟ​ດອກຢູ່ 30 ແຫ່ງ ໃນ​ຄ່ຳ​ຄືນ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃໝ່ ປີ​ມະ​ໂລງ ຮ່າ​ໂນ້ຍ ຈັດການ​ຍິງບັ້ງ​ໄຟ​ດອກຢູ່ 30 ແຫ່ງ ໃນ​ຄ່ຳ​ຄືນ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃໝ່ ປີ​ມະ​ໂລງ
ການພົບປະສັງສັນ​ສະ​ເຫຼີ​ມສະຫຼອງ 30 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ ຫວຽດນາມ ​ແລະ ​ເບ​ລາຣຸດ ການພົບປະສັງສັນ​ສະ​ເຫຼີ​ມສະຫຼອງ 30 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ ຫວຽດນາມ ​ແລະ ​ເບ​ລາຣຸດ
30 ປີ ແຫ່ງການພົວພັນລະຫວ່າງ ຫວຽດນາມ - ໂຄຣເອເຊຍ: ໂອກາດລົງເລິກການພົວພັນຂອງສອງຝ່າຍຫຼາຍຂຶ້ນ

ທ່ານນາງ ຫງວຽນທິບິກຖາວ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ຮົງກາຣີ ທັງຮັບຜິດຊອບ ໂຄຣເອເຊຍ (ພາບ: ສໍານັກຂ່າວສານຫວຽດນາມ)

ນັກ​ຂ່າວ: ຮຽນທ່ານນາງເອກ​ອັກຄະ​ລັດຖະທູດ, ການ​ພົວພັນ​ຫວຽດນາມ - ​ໂຄຣເອເຊຍ ສືບ​ຕໍ່​ພັດທະນາ​ຢ່າງ​ເຂັ້ມແຂງ, ​ເລິກ​ເຊິ່ງ ​ແລະ ແທ້​ຈິງໃນ​ທຸກ​ຂົງ​ເຂດ. ຂໍຮຽນທ່ານເອກ​ອັກຄະ​ລັດຖະທູດ​​ທົບ​ທວນຄືນ​ບາງ​ຜົນງານທີ່​ພົ້ນ​ເດັ່ນ​ຂອງ​ການ​ພົວພັນ​ຮ່ວມ​ມື ​ໃນ​ໄລຍະ 30 ປີຜ່ານມາ ​ແລະ ບັນດາທ່າແຮງ​ທີ່​ຕ້ອງ​ໄດ້​ຮັບ​ການ​ເສີມຂະຫຍາຍ?

ທ່ານ​ນາງ​ ຫງວຽນ​ທິບິກ​ຖາວ ເອກ​ອັກຄະ​ລັດຖະທູດ: ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ການ​ປັບປຸງ ​ແລະ ພັດທະນາ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ທີ່​ດີ​ຫຼາຍ​ດ້ານ​ກັບ​ບັນດາ​ປະ​ເທດ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ​ໃນ​ເຂດ Balkan, ​ໃນ​ນັ້ນ​ມີ ໂຄຣເອເຊຍ ​ແມ່ນໜຶຶ່ງໃນ​ບຸລິມະສິດ.

ໃນຕະຫຼອດ 3 ທົດ​ສະ​ວັດ​ຜ່ານ​ມາ, ການ​ພົວ​ພັນ​ຫວຽດ​ນາມ - ໂຄຣເອເຊຍ ໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງຕັ້ງໜ້າ, ໄດ້ເປີດກວ້າງ​ໃນ​ຫລາຍ​ຂົງ​ເຂດ, ປະ​ທັບ​ໃຈ​ທີ່​ສຸດ​ແມ່ນ​ການ​ເມືອງ - ການ​ທູດ, ເສດ​ຖະ​ກິດ, ການ​ຄ້າ ແລະ ຍັງ​ຄົງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ແລະ ພື້ນທີ່ທີ່ຕ້ອງເສີມຂະຫຍາຍທ່າແຮງຫລາຍ​ຢ່າງ.

​ໃນ​ດ້ານ​ການ​ເມືອງ ​ແລະ ການ​ທູດ, 2 ຝ່າຍ​ຮັກສາ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ. ທ່ານ Croatia Stjepan Mesic ປະທານາທິບໍດີ ​ໄດ້​ມາ​ຢ້ຽມຢາມ ຫວຽດນາມ ​ໃນ​ປີ 2008, ຫວ່າງ​ມໍ່ໆ​ມາ​ນີ້ ​ແມ່ນ​ການ​ຢ້ຽມຢາມ​ຢ່າງ​ເປັນ​ທາງ​ການ​ຂອງ​ ທ່ານນາງ ຫວໍທິແອັງຊວນ ​ຮອງ​ປະທານ​ປະ​ເທດ ຫວຽດນາມ ໄປຍັງ ໂຄຣເອເຊຍ (​ເດືອນ ຕຸລາ 2022).

ການພົບປະຂອງການນໍາຂັ້ນ​ສູງ​ຂອງ​ສອງ​ປະ​ເທດ​ຢູ່​ນອກ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ​ໄດ້​ດຳ​ເນີນ​ໄປ​ເປັນ​ປະຈຳ.

ຫວ່າງ​ມໍ່ໆ​ນີ້, ທ່ານ ຟ້າມ​ມິ່ງ​ຈິງ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ກໍ່ໄດ້​ມີ​ການ​ພົບ​ປະ​ກັບ ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຄຣເອເຊຍ ຢູ່​ນອກ​ກອງ​ປະ​ຊຸມ​ສະ​ເຫຼີມ​ສະ​ຫຼອງ 45 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ ອາ​ຊຽນ - EU ຢູ່ Brussels (ເດືອນ ທັນວາ 2022); ທ່ານ ບຸ່ຍແທງເຊີນ ​ລັດຖະມົນຕີ​​ກະຊວງ​ການ​ຕ່າງປະ​ເທດ ​ກໍ່ໄດ້​ມີ​ການ​ພົບ​ປະ​ກັບ​ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ບັນດາບັນຫາ​ເອີ​ລົບ Croatian Gordan Grlic Radman ຢູ່​ນອກ​ກອງ​ປະຊຸມ OECD ຢູ່ ຝລັ່ງ (ເດືອນພຶດສະພາ 2024), 2 ຝ່າຍ​ໄດ້​ດຳ​ເນີນ​ການ​ປຶກສາ​ຫາລື​ດ້ານ​ການ​ເມືອງ​ຂັ້ນ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດຢູ່ Zagreb (ເດືອນມີ​ນາ 2024). .

ສອງ​ປະ​ເທດ​ໄດ້​ສົມທົບ​ກັນ​ຢ່າງ​ຕັ້ງໜ້າ​ກ່ຽວ​ກັບ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ລ້ວນແຕ່ໃຫ້ການສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ຢູ່​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ​ເຊັ່ນ: ສະຫະປະຊາຊາດ ແລະ ຮ່ວມ​ກັນ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ອາ​ຊຽນ - ອີ​ຢູ ຢ່າງແຮງ.

ຫວຽດນາມ ແລະ ໂຄຣເອເຊຍ ໄດ້ລົງນາມສັນຍາສຳຄັນຫຼາຍສະບັບໃນສ້າງກອບນິຕິກຳໃຫ້ແກ່ການຮ່ວມມື ແລະ ພັດທະນາການພົວພັນລະຫວ່າງ 2 ປະເທດ, ພິເສດແມ່ນໃນຂົງເຂດການທູດ, ເສດຖະກິດ ແລະ ການຄ້າ.

ນັກຂ່າວ: ທ່ານນາງເອກອັກຄະລັດຖະທູດ ຕີລາຄາຄວາມສາມາດບົ່ມຊ້ອນການຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງນີ້ຄືແນວໃດ, ທັງໃນການພົວພັນສອງຝ່າຍ ກໍ່ຄືການປະສານງານໃນເວທີສາກົນ ແລະ ເວທີປາໄສຫຼາຍຝ່າຍ, ຮຽນທ່ານ?

ທ່ານນາງ ຫງວຽນ​ທິບິກ​ຖາວ​ ເອກ​ອັກຄະ​ລັດຖະທູດ: ຄວາມ​ສາມາດ​ບົ່ມ​ຊ້ອນ​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ຍັງ​ມີ​ຫຼາຍ​ຢ່າງ, ບົນ​ພື້ນຖານ​ການເສີມຂະຫຍາຍທ່າແຮງທີ່ມີການຊ່ວຍຊູກັນ ແລະ ທ່າ​ໄດ້​ປຽບ​ໃນ​ການ​ແກ່ງ​ແຍ້​ງຂອງ​ແຕ່ລະ​ປະ​ເທດ, ຜ່ານ​ບັນດາ​ຊ່ອງ​ທາງ​ສອງ​ຝ່າຍ ​ແລະ ຫຼາຍ​ຝ່າຍ.

ດ້ວຍ​ທັດສະນີຍະພາບ​ທີ່​ມີ​ຊື່​ສຽງ​ລະດັບ​ໂລກ​ຫຼາຍ​ແຫ່ງ ແລະ ຝັ່ງທະເລທີ່​ຍາວຢຽດ, 2 ຝ່າຍ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ອັນ​ໃຫຍ່​ຫຼວງ​ໃນ​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ, ​ເສດຖະກິດ​ທາງ​ທະ​ເລ, ການ​ຂົນ​ສົ່ງ, ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ... ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ຮັບບົດບາດເປັນປະຕູໃຫ້ ໂຄຣເອເຊຍ​ ເຂົ້າສູ່ຕະຫຼາດຫວຽດນາມ ແລະ ອາຊຽນ.

ທີ່​ເວທີ​ປາ​ໄສ​ຫຼາຍ​ຝ່າຍ, ສອງ​ປະ​ເທດ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂອບ​ອາ​ຊຽນ - EU, ASEM ກໍ່​ຄື​ໃນ​ຂົງ​ເຂດ​ຮັກສາ​ສັນຕິພາບ, ການຮັບມືກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ການ​ຊ່ວຍ​ເຫຼືອ​ດ້ານ​ມະນຸດສະທຳ...

ນັກຂ່າວ: ຂໍຮຽນທ່ານເອກອັກຄະລັດຖະທູດ ຂໍໃຫ້ທ່ານແບ່ງປັນກ່ຽວກັບແຜນການຂອງສະຖານທູດໃນການປະສານສົມທົບກັບບັນດາອົງການທີ່ກ່ຽວຂ້ອງຂອງ ໂຄຣເອເຊຍ ເພື່ອຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນສ້າງຕັ້ງພົວພັນທາງການທູດຂອງ 2 ປະເທດຄົບຮອບ 30 ປີ?

ທ່ານ​ນາງ ຫງວຽນ​ທິບິກ​ຖາວ ​ເອກ​ອັກຄະ​ລັດຖະທູດ: ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 30 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ, ທ່ານ​ນາງ ເລຖິທູຮັ່ງ ຮອງລັດຖະມົນຕີການ​ຕ່າງປະ​ເທດ ​ໄດ້​ມາ​ຢ້ຽມຢາມ ໂຄຣເອເຊຍ​ ເພື່ອປຶກສາຄວາມຄິດເຫັນດ້ານ​ການ​ເມືອງ​ກັບລັດຖະມົນການຕ່າງປະເທດ ແລະ ບັນຫາຕ່າງໆຂອງເອີຣົບ Frano Matusic (ເດືອນມີນາ 2024).

ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ ບຸ່ຍແທງເຊີນ ​ລັດຖະມົນຕີວ່າ​ການ​ຕ່າງປະ​ເທດ ກໍ່​ໄດ້​ແລກປ່ຽນ​ຈົດໝາຍ​ອວຍພອນ​ກັບ​ທ່ານລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ບັນດາບັນຫາ​ເອີ​ລົບ Gordan Grlic Radman ​ໃນ​ວັນ​ຄົບຮອບ​ນີ້.

ພິເສດ, ວັນທີ 7 ກໍລະກົດ ນີ້, ສະຖານທູດ ໄດ້ນຳໜ້າຄະນະຜູ້ແທນວິສາຫະກິດ ແລະ ສະມາຄົມຊາວ ຫວຽດນາມກ່ວາ 70 ຄົນໄປທີ່ ໂຄຣເອເຊຍ ເພື່ອສົມທົບກັບອຳນາດການປົກຄອງປະເທດປະຈໍາທ້ອງຖິ່ນ, ກະຊວງການຕ່າງປະເທດ ແລະ ບັນດາບັນຫາເອີຣົບ ຂອງໂຄຣເອເຊຍ ຈັດຕັ້ງ “ວັນວັດທະນະທຳ ຫວຽດນາມ” ທີ່ ໂຄຣເອເຊຍ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງຄົບຮອບ 30 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ຫວຽດ​ນາມ ແລະ ໂຄຣເອເຊຍ. ຄາດ​ວ່າ​ເຫດການ​ນີ້​ຈະ​ດຶງ​ດູດປະຊາຊົນໃນ​ທ້ອງ​ຖິ່ນ ​ແລະ ຄະນະ​​ການ​ທູດ​ຢູ່ ໂຄຣເອເຊຍ​ ນັບ​ພັນ​ຄົນ ດ້ວຍ​ບັນດາ​ການ​ເຄື່ອນ​ໄຫວ​ໂຄສະນາ​ວັດທະນະທຳ​ ຫວຽດນາມ ຜ່ານ​ບັນດາ​ລາຍການ​ພິ​ເສດ​ຄື: ການສະແດງສິລະປະດົນຕີ, ງານ​ວາງສະ​ແດງ​ຮູບ​ພາບ ​ແລະ ​ການ​ສາຍຄຣິບວີດີໂອກ່ຽວກັບ​ຫວຽດນາມ, ​ແນະນຳ​ອາຫານ​ການ​ກິນ​ຂອງ​ຫວຽດນາມ, ຂຽນອັກສອນຈີນ, ແນະນຳຜະລິດຕະພັນ​ເຄື່ອງ​ຫັດຖະກຳ​ຫວຽດນາມ. ສິ​ລະ​ປະກໍາ, ຜະ​ລິດ​ຕະ​ພັນ​ກະ​ສິ​ກຳຫວຽດນາມ, ອອກ​ແບບ​ເຂດບ່ອນ​ຫຼິ້ນ, ແນະ​ນຳ​ໃຫ້​ເດັກ​ນ້ອຍ ໂຄຣ​ເອ​ເຊຍ ກ່ຽວກັບການລະບາຍສີພາບແຕ້ມ, ວາດ​ພາບ​ທິວ​ທັດ​ທຳ​ມະ​ຊາດ ແລະ ບ້ານເກີດເມືອງນອນປະເທດຊາດ ​ຫວຽດ​ນາມ....

ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ເຫດ​ການ​ນີ້​ຈະ​ບັນ​ລຸ​ຜົນ​ສຳ​ເລັດຢ່າງ​ໃຫຍ່​ຫຼວງ, ເຜີຍ​ແຜ່​ພາບ​ພົດ​ຂອງຄົນ​ ຫວຽດ​ນາມ ທີ່ເປັນມິດ​ໃນ​ໃຈຂອງຄົນ ໂຄຣເອເຊຍ.

ນັກຂ່າວ: ຕາມທ່ານນາງເອກອັກຄະລັດຖະທູດແລ້ວ, 2 ປະເທດຕ້ອງເຮັດແນວໃດເພື່ອໃຫ້ການພົວພັນສອງຝ່າຍສືບຕໍ່ພັດທະນາໃນໄລຍະຈະມາເຖິງ,​ ຂໍຮຽນທ່ານ?

ທ່ານ​ນາງ ຫງວຽນ​ທິບິກ​ຖາວ ​ເອກ​ອັກຄະ​ລັດຖະທູດ: ຫວຽດນາມ ​ແລະ ໂຄຣເອເຊຍ ຕ້ອງໄດ້​ສືບ​ຕໍ່​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະບັນດາ​ຜູ້​ແທນ​ທຸກ​ຂັ້ນ​ໃນ​ທຸກ​ຊ່ອງ​ທາງ​ຂອງ​ລັດ, ສະພາ​ແຫ່ງ​ຊາດ, ລະຫວ່າງ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ ແລະ ຄວາມເຂົ້າໃຈ​ເຊິ່ງກັນແລະກັນ, ເປັນ​ພື້ນຖານ​​ຊຸກຍູ້ການຮ່ວມມື.

ສອງປະເທດຕ້ອງກຳນົດການພົວພັນຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນ ເປັນເສົາຄ້ຳສຳຄັນຂອງການພົວພັນສອງຝ່າຍໃນໄລຍະຈະມາເຖິງ, ເປີດກວ້າງການລົງນາມໃນບັນດາຂໍ້ຕົກລົງໃນຂົງເຂດອື່ນຄື: ວັດທະນະທຳ, ກິລາ, ການສຶກສາ, ການທ່ອງທ່ຽວ, ແຮງງານ...; ຊຸກຍູ້​ການ​ສ້າງ​ຕັ້ງ​ຄະນະ​ກຳມະການລະຫວ່າງ​ລັດຖະບານ​ລະຫວ່າງ​ສອງ​ປະ​ເທດ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ; ສຸມ​ໃສ່​ຜັນ​ຂະຫຍາຍ​ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ສະຫະພັນ ​ເອີ​ລົບ (EVFTA) ຢ່າງ​ມີ​ປະສິດທິ​ຜົນ ​ແລະ ຄົບ​ຖ້ວນ, ໃນໄລຍະທີ່ຈະມາເຖິງນີ້ແມ່ນສັນຍາອາລັກຂາ​ການ​ລົງທຶນ​ລະຫວ່າງ EU ​ແລະ ຫວຽດນາມ (EVIPA).

ໃນເວລາດຽວກັນ, ສອງ​ຝ່າຍ​ຍັງ​ຕ້ອງ​ສຸມ​ໃສ່​ສະໜອງ​ຂໍ້​ມູນ​ຂ່າວສານ ​ແລະ ສ້າງ​ບັນດາ​ໂຄງການ​ສົ່ງ​ເສີມ​ການ​ຄ້າ ​ແລະ ການ​ລົງທຶນ ​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ປະຊາ​ຄົມ​ວິ​ສາ​ຫະກິດຂອງ 2 ປະ​ເທດ​ມີ​ຄວາມ​ເຂົ້າ​ໃຈ​ຕື່ມ​ກ່ຽວ​ກັບ​ສະພາບ​ແວດ​ລ້ອມ​ແຫ່ງ​ການດຳເນີນທຸລະ​ກິດ ​ແລະ ການ​ລົງທຶນ​ຂອງ​ກັນ ແລະ ກັນ.

ນັກຂ່າວ: ຮຽນທ່ານ​ນາງເອກ​ອັກຄະ​ລັດຖະທູດ ຂໍ​ໃຫ້​ຮູ້​ເຖິງ​ຈຸດ​ສຸມ​ຂອງ​ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ໂຄຮເອເຊຍ ​ໃນ​ປີ 2024 ກໍ່​ຄື​ບັນດາ​ປີ​ຕໍ່​ໄປ?

ທ່ານນາງ​ ຫງວຽນ​ທິບິກ​ຖາວ ເອກ​ອັກຄະ​ລັດຖະທູດ: ​ບົນພື້ນຖານ​ການ​ຮ່ວມ​ມື​ອັນ​ດີງາມ​ລະຫວ່າງ​ສອງ​ປະ​ເທດ, ​ໃນ​ປີ​ນີ້​ກໍ​ຄື​ໃນ​ໄລຍະ​ຈະ​ມາ​ເຖິງ, ຫວຽດນາມ ​ແລະ ໂຄຣເອເຊຍ ໃຫ້ຄວາມສໍາຄັນໃນການ​ຊຸກຍູ້, ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ; ສ້າງ​ກົນ​ໄກການ​ຮ່ວມ​ມື​ໃໝ່; ເປີດກວ້າງການ​ຮ່ວມ​ມື​ຂອງ​ລັດຖະສະພາ.

ນອກ​ນີ້, ສອງ​ປະ​ເທດ​ຍັງ​ສືບ​ຕໍ່​ຂຸດ​ຄົ້ນ ​ແລະ ​ເປີດ​ກວ້າງ​ການ​ພົວພັນ​ໃນ​ຂົງ​ເຂດ​ທີ່​ມີ​ຄວາມສາມາດບົ່ມຊ້ອນແລະ ສາມາດເປັນທ່າແຮງຊ່ວຍຊູກັນ​​ຄື: ການປຸງແຕ່ງອາຫານ, ການ​ຂົນ​ສົ່ງ, ການ​ຫັນປ່ຽນ​ພະລັງງານ​ສະອາດ, ​ເຕັກ​ໂນ​ໂລ​ຊີ​ສູງ, ​ເສດຖະກິດ​ດີ​ຈີ​ຕອນ, ການ​ຢາ...

ໃນ​ໄລຍະ​ຈະ​ມາ​ເຖິງ, ຫວຽດນາມ ຄາດ​ວ່າ​ຈະ​ແຕ່ງ​ຕັ້ງ​ກົງ​ສຸນ​ກິ​ຕິມະສັກ ​ປະຈຳ​ນະຄອນ Zagreb ​ເພື່ອ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ຊ່ວຍເຫຼືອພົນລະເມືອງຫວຽດນາມ ຢູ່ ໂຄຣເອເຊຍ.

ຂໍຂອບໃຈທ່ານນາງເອກອັກຄະລັດຖະທູດເປັນຢ່າງສູງ!

ທອງມີ ສີຫາວົງ

302 Found

Found

The document has moved here.