ຍສໝ - ຫວ່າງແລ້ວນີ້, ກົມໃຫຍ່ກິລາກາຍຍະກຳ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສະຫຼຸບວຽກງານປີ 2021 ແລະ ຜັນຂະຫຍາຍໜ້າທີ່ປີ 2022 ຂອງ ກິລາ ຫວຽດນາມ.
ຍສໝ - ຫວ່າງແລ້ວນີ້, ຢູ່ຫໍງານສົບແຫ່ງຊາດ (ເຮືອນເລກທີ 5 ເຈິ່ນແທງຕົງ, ນະຄອນຮ່າໂນ້ຍ), ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແລະ ຄອບຄົວໄດ້ຈັດຕັ້ງພິທີໄຫວ້ອາໄລຢ່າງສົມກຽດ, ພິທີອາໄລຫາ ອະດີດເລຂາທິການສູນກາງພັກ, ອະດີດຮອງນາຍົກລັດຖະມົນຕີ ຫງວຽນກົນ, ຈັດງານສົບລະດັບຊາດ.
ຍສໝ - ດ້ວຍສົມມຸດຖານທີ່ວ່າ ໂຄວິດ-19 ຖືກຄວບຄຸມຂ້ອນຂ້າງດີພາຍໃນປະເທດ ແລະ ໃນທົ່ວໂລກ, WB ຄາດຄະເນ GDP ຫວຽດນາມປີນີ້ຈະເພີ່ມຂຶ້ນ 5,5%.
ຍສໝ - ຫວ່າງແລ້ວນີ້, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ລົງຢ້ຽມຢາມ, ມອບຂອງຂວັນລະດົມກຳລັງໃຈບັນດາແພດໝໍ, ພະຍາບານຢູ່ໂຮງໝໍ ດ່າໜັງ ແລະ ໂຮງໝໍ C ດ່າໜັງ. ນີ້ແມ່ນບັນດາໂຮງໝໍທີ່ມີຜົນງານຫຼາຍຢ່າງໃນວຽກງານວິຊາສະເພາະ, ຮັບໃຊ້ວຽກງານກວດ, ປິ່ນປົວພະຍາດໃຫ້ແກ່ປະຊາຊົນນະຄອນ ດ່າໜັງ ແລະ ຫຼາຍແຂວງ ນັບແຕ່ແຂວງ ເງະອານ ຕະຫຼອດຮອດບັນດາແຂວງໄຕງວຽນ, ພ້ອມດຽວກັນນັ້ນ, ບັນດາໂຮງໝໍດັ່ງກ່າວກໍປະຕິບັດວຽກງານຮັບ, ປິ່ນປົວຄົນເຈັບຕິດເຊື້ອພະຍາດໂຄວິດ - 19 ໄດ້ເປັນຢ່າງດີ.
ຍສໝ - ຫວ່າງແລ້ວນີ້, ວັດ ເຟີດຕິກ ຢູ່ນະຄອນຫຼວງ ວຽງຈັນ, ລາວ ໄດ້ສົມທົບກັບສະຖານທຸດ ຫວຽດນາມ ປະຈຳ ລາວ, ສະມາຄົມຊາວຫວຽດນາມ ຢູ່ນະຄອນຫຼວງວຽງຈັນ ແລະ ສະມາຄົມວິສາຫະກິດ ຫວຽດນາມ ທີ່ຮ່ວມມື ແລະ ລົງທຶນຢູ່ ລາວ (Viet-Lao BACI) ຈັດຕັ້ງພິທີບໍລິຈາກເງິນກໍ່ສ້າງເຂດອານຸສອນການນຳ ແລະ ນັກຮົບປະຕິວັດ ລາວ - ຫວຽດນາມ.
ຍສໝ - ຍສໝ - ດ້ວຍວົງເງິນບັນລຸກ່ວາ 1 ຕື້ USD ໃນປີ 2020, ຫວຽດນາມ ໄດ້ບືນຕົວຂຶ້ນນຳໜ້າບັນດາປະເທດຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ໃນການສົ່ງອອກໄປຍັງ ຮຸງກາຣີ. ປີ 2021 ຫວຽດນາມ ຍັງຮັກສາໄດ້ທີ່ຕັ້ງນີ້.
ຍສໝ - ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມີການເຮັດວຽກກັບທ່ານ Takeshi Kasai, ຜູ້ອຳນວຍການເຂດປາຊີຟິກຕາເວັນຕົກ ຂອງອົງການອະນາໄມໂລກ (WHO). ພ້ອມກັບທ່ານ Kidong Park, ຫົວໜ້າຜູ້ຕາງໜ້າ WHO ປະຈຳ ຫວຽດນາມ.
ຍສໝ - ຫວ່າງແລ້ວນີ້, ໝາກອາໂວກາໂດ ແຊ່ເຢັນ ແນວພັນ Booth 7 ຈາກບັນດາແຂວງເຕີຍງວຽນຂອງ ຫວຽດນາມ ຈຳນວນ 3 ໂຕນ ໄດ້ຈຳໜ່າຍຢູ່ຕະຫຼາດ ອົດສະຕາລີ,
ຍສໝ - CNN ຫາກໍປະກາດລາຍຊື່ປະເພດອາຫານທີ່ມີນ້ຳຊຸບແຊບທີ່ສຸດໃນໂລກຕາມການໃຫ້ຄະແນນໂຫວດຄັດເລືອກຈາກບັນດາຊ່ຽວຊານການປຸງແຕ່ງອາຫານ. ໜຶ່ງໃນປະເພດອາຫານທຳອິດທີ່ໄດ້ຖືກກ່າວເຖິງແມ່ນເຝີງົວຫວຽດນາມ.
ຍສໝ - ດ່ານຊາຍແດນ ຮ່າເຂົາ (ຈີນ) ແລະ ກິມແທັງ (ລາວກາຍ) ອະນຸຍາດໃຫ້ສິນຄ້າປະເພດໝາກໄມ້ ຜ່ານແດນຄືນໃໝ່, ໃນນັ້ນມີໝາກມັງກອນແຕ່ວັນທີ 12 ມັງກອນ.
ຍສໝ - ຜູ້ອອກແຮງງານຈະໄດ້ພັກບຸນປີໃໝ່ກຸດຫວຽດນາມນັບແຕ່ວັນທີ 31 ມັງກອນ ຈົນຮອດວັນທີ 4 ກຸມພາ ບວກໃສ່ກັບວັນພັກທ້າຍອາທິດອີກ 4 ວັນ, ຜູ້ອອກແຮງງານສາມາດພັກໄດ້ຕິດຕໍ່ກັນ 9 ວັນ.
ຍສໝ - ກອງປະຊຸມສຳມະນາແນະນຳໂຄງການ “ຍົກສູງກຳລັງຄວາມສາມາດດ້ານເສດຖະກິດໃຫ້ແກ່ແມ່ຍິງ ຢູ່ ຫວຽດນາມ” (ຂຽນຫຍໍ້ແມ່ນ AWEEV) ຫາກໍ່ດຳເນີນໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າສະຖານທູດ ການາດາ, ຄະນະກຳມະການປະຊາຊົນ ແລະ ບັນດາພະແນກ, ຂະແໜງການແຂວງລາຍເຈົາ, ອົງການ CARE ສາກົນ ປະຈຳ ຫວຽດນາມ, ບັນດາຄູ່ຮ່ວມມືໂຄງການ ແລະ ຜູ້ໄດ້ຮັບຜົນປະໂຫຍດ.
ຍສໝ - ກົມການນຳເຂົ້າ-ສົ່ງອອກ (ກະຊວງອຸດສາຫະກຳ ແລະ ການຄ້າ) ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ ຈີນ ໄດ້ເພີ່ມທະວີການນຳເຂົ້າຢາງພາລາຈາກຫວຽດນາມ. ອັດຕາສ່ວນກວມຕະຫຼາດຢາງພາລາຂອງຫວຽດນາມໃນການນຳເຂົ້າຢາງພາລາທັງໝົດຂອງຈີນໃນ 11 ເດືອນຕົ້ນປີ 2021 ກວມເອົາ 17,7%.
ຍສໝ - ມະຫາວິທະຍາໄລທະນາຄານນະຄອນ ໂຮ່ຈີມິນ ຫາກໍ່ຈັດຕັ້ງພິທີມອບຮັບໂຄງການຊາວໜຸ່ມ ປີ 2020 – 2021 ດ້ວຍ ການມອບທຸງຊາດ 7000 ຜືນໃຫ້ແກ່ຊາວປະມົງຢູ່ເກາະ ໂຖຈູ” ໂດຍຊາວໜຸ່ມ, ນັກສຶກສາປະຕິບັດໃນການເດີນທາງໄປປະຕິບັດງານຢູ່ ເກາະໂຖຈູ.
ຍສໝ - ຫວ່າງແລ້ວນີ້, ສະພາອຸປະຖຳກອງທຶນເດັກ ຫວຽດນາມ (ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ) ໄດ້ສົມທົບກັບບັນດາໜ່ວຍງານຈັດຕັ້ງໂຄງການສະແດງສິລະປະ “ລະດູບານໃໝ່ໃຫ້ແກ່ນ້ອງ” ຄັ້ງທີ 15.
ຍສໝ - ຕອນບ່າຍວັນທີ 10 ມັງກອນ, VinFsat - ບໍລິສັດຜູ້ຜະລິດລົດຍົນຫວຽດນາມປະກາດການລວມເອົາເຕັກໂນໂລຊີລະບຸຕຳແໜ່ງໃນທົ່ວໂລກຂອງ what3words ເຂົ້າໃນທຸກປະລິດຕະພັນລົກຍົນໄຟຟ້າ.
ຍສໝ - ຕອນບ່າຍ ວັນທີ 10 ມັງກອນ, ທ່ານນາຍົກລັດຖະມົນຕີ ສປປ ລາວ ພັນຄຳ ວິພາວັນ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງລັດຖະບານ ໄດ້ເດີນທາງອອກຈາກ ນະຄອນຫຼວງ ຮ່າໂນຍ, ສິ້ນສຸດການຢ້ຽມຢາມ ສສ ຫວຽດນາມ ເປັນທາງການຢ່າງຈົບງາມ ໃນລະຫ່ວາງວັນທີ 08 -10 ມັງກອນ 2022, ໂດຍຕອບສະໜອງຄຳເຊີນຂອງ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ.
ຍສໝ - ການຟື້ນຕົວຂອງຂະແໜງການບໍລິການສະບຽບອາຫານຢູ່ອາເມລິກາ ຄາດຫວັງວ່າຈະສ້າງເງື່ອນໄຂໃຫ້ແກ່ແນວໂນ້ມການຈະເລີນເຕີບໂຕໃນການສົ່ງອອກຂອງສິນຄ້າປະມົງຫວຽດນາມ ຍ້ອນທີ່ນີ້ເປັນຕະຫຼາດທີ່ສົ່ງອອກກຸ້ງ, ປາໜັງທີ່ໃຫຍ່ທີ່ສຸດຂອງປະເທດເຮົາ.
ຍສໝ - 23 ສະຖານອະນຸສາວະລີທີ່ເປັນຄຳກ່າວຂານກ່ຽວກັບວັນເວລາທີ່ເຄັ່ງຕຶງທີ່ສຸດໃນປະຫວັດສາກຳປູເຈຍ, ກ່ຽວກັບສົງຄາມພິເສດຂອງກຳລັງປະກອບອາວຸດສອງຊາດ, ກ່ຽວກັບໄຊຊະນະທີ່ໄດ້ປ່ຽນແປງປະຫວັດສາດຂອງຊົນຊາດໜຶ່ງ - ໄຊຊະນະ 7 ມັງກອນ 1979.
ຍສໝ - ຕອນເຊົ້າວັນທີ 10 ມັງກອນ ຢູ່ທີ່ດ່ານຊາຍແດນສາກົນ ມົກບາຍ (ແຂວງເຕີຍນິ່ງ), ໂດຍໄດ້ຮັບມອບສິດຂອງກອງບັນຊາການທະຫານເຮືອປະຊາຊົນຫວຽດນາມ, ທະຫານເຮືອ ເຂດ 5 ໄດ້ຈັດຕັ້ງພິທີມອບອຸປະກອນຮັບໃຊ້ຫ້ອງການໃຫ້ແກ່ທະຫານເຮືອລາດຊະວົງກຳປູເຈຍ.