ສ້າງ​ເງື່ອນ​ໄຂການ​ເຂົ້າ​ເມືອງ​ສຳ​ລັບ​ຊາວ​ຕ່າງ​ປະ​ເທດ, ຊາວ​ຫວຽດ​ນາມ ພ້ອມ​ກັບ​ພີ່​ນ້ອງ​ກັບ​ເມືອ​ປະ​ເທດ

07:30 | 24/01/2022

ຍ​ສ​ໝ - ເອ​ກະ​ສານ​ໄດ້​ຊີ້​ແຈ້ງວ່າ, ເປົ້າ​ໝາຍ​ຊາວ​ຕ່າງ​ປະ​ເທດ ແມ່ນ​ຊາວ​ຕ່າງ​ປະ​ເທດ​ ໂດຍມີອົງ​ການ, ອົງ​ການ​ຈັດ​ຕັ້ງ, ສ່ວນ​ບຸກ​ຄົນ​ເຊື້ອ​ຊີນ, ຄ້ຳ​ປະ​ກັນ​ຕາມ​ຂໍ້​ກຳ​ນົດ​ຂອງ ກົດ​ໝາຍ​ເຂົ້າ​ - ອອກ​ເມືອງ, ​ຜ່ານດ່ານ, ການພັກອາ​ໄສ​ຂອງ​ຊາວ​ຕ່າງ​ປະ​ເທດ ຢູ່ ຫວຽດ​ນາມ, ໂດຍ​ສະ​ເພາະ​ສຳ​ລັບ​ຊາວ​ຕ່າງ​ປະ​ເທດ ເຂົ້າ​ມາ​ທ່ອງ​ທ່ຽວ, ໃນ​ສະ​ເພາະ​ໜ້າ ແມ່ນ ສືບ​ຕໍ່​ປະ​ຕິ​ບັດ​ໂຄງ​ການ​ທົດ​ລອງ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ.

ສ້າງ​ເງື່ອນ​ໄຂ​ໃຫ້​ຊາວ​ຕ່າງ​ປະ​ເທດ ແລະ ຊາວ​ ຫວຽດ​ນາມ ພ້ອມ​ດ້ວຍ​ຍາດ​ພີ່​ນ້ອງ​ກັບ​ຄືນປະ​ເທດ ສ້າງ​ເງື່ອນ​ໄຂ​ໃຫ້​ຊາວ​ຕ່າງ​ປະ​ເທດ ແລະ ຊາວ​ ຫວຽດ​ນາມ ພ້ອມ​ດ້ວຍ​ຍາດ​ພີ່​ນ້ອງ​ກັບ​ຄືນປະ​ເທດ
ຕ້ອ​ນ​ຮັບ​ບຸນ​ເຕັດ​ໄກ​ຄອບ​ຄົວ​ຂອງ​ນັກ​ສຶກ​ສາ​ຫວຽດ​ນາມ ຮຽນ​ຢູ່​ຕ່າງ​ປະ​ເທດ ຕ້ອ​ນ​ຮັບ​ບຸນ​ເຕັດ​ໄກ​ຄອບ​ຄົວ​ຂອງ​ນັກ​ສຶກ​ສາ​ຫວຽດ​ນາມ ຮຽນ​ຢູ່​ຕ່າງ​ປະ​ເທດ
ສ້າງ​ເງື່ອນ​ໄຂການ​ເຂົ້າ​ເມືອງ​ສຳ​ລັບ​ຊາວ​ຕ່າງ​ປະ​ເທດ, ຊາວ​ຫວຽດ​ນາມ ພ້ອມ​ກັບ​ພີ່​ນ້ອງ​ກັບ​ເມືອ​ປະ​ເທດ
ພ​າບ​ປະ​ກອບ: TTXVN

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີຜູ້​ປະ​ຈຳ​ການ​ລັດ​ຖະ​ບານ ຟ້າມ​ບິງ​ມິງ ຫາ​ກໍ່​ມີ​ເອ​ກະ​ສານ​ຕົກ​ລົງ​ແຜນ​ນະ​ໂຍ​ບາຍ​ສ້າງ​ຄວາມ​ສະ​ດວ​ກ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ລະ​ບຽບ​ການ​ເຂົ້າ​ເມືອງ​ສຳ​ລັບ​ຊາວ​ຕ່າງ​ປະ​ເທດ, ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ພ້ອມ​ກັບ​ພໍ່​ແມ່​ພີ່​ນ້ອງ​ກັບ​ເມືອງ​ປະ​ເທດ.

ເອ​ກະ​ສານ​ໄດ້​ຊີ້​ແຈ້ງວ່າ, ເປົ້າ​ໝາຍ​ຊາວ​ຕ່າງ​ປະ​ເທດ ແມ່ນ​ຊາວ​ຕ່າງ​ປະ​ເທດ​ ໂດຍມີອົງ​ການ, ອົງ​ການ​ຈັດ​ຕັ້ງ, ສ່ວນ​ບຸກ​ຄົນ​ເຊື້ອ​ຊີນ, ຄ້ຳ​ປະ​ກັນ​ຕາມ​ຂໍ້​ກຳ​ນົດ​ຂອງ ກົດ​ໝາຍ​ເຂົ້າ​ - ອອກ​ເມືອງ, ​ຜ່ານດ່ານ, ການພັກອາ​ໄສ​ຂອງ​ຊາວ​ຕ່າງ​ປະ​ເທດ ຢູ່ ຫວຽດ​ນາມ, ໂດຍ​ສະ​ເພາະ​ສຳ​ລັບ​ຊາວ​ຕ່າງ​ປະ​ເທດ ເຂົ້າ​ມາ​ທ່ອງ​ທ່ຽວ, ໃນ​ສະ​ເພາະ​ໜ້າ ແມ່ນ ສືບ​ຕໍ່​ປະ​ຕິ​ບັດ​ໂຄງ​ການ​ທົດ​ລອງ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ.

ສຳ​ລັບ​ຊາວ​ຕ່າງ​ປະ​ເທດ, ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ພ້ອມ​ກັບ​ພໍ່​ແມ່​ປະ​ຊາ​ຊົນ ທີ່​ມີ​ໜັງ​ສື​ຜ່ານ​ແດນ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ ໄດ້​ເຂົ້າ​ເມືອງ ຫວຽດ​ນາມ ຕາມ​ຂໍ້​ກຳ​ນົດ​ຂອງກົດ​ໝາຍ​ເຂົ້າ​ອອກ​ເມືອງ, ຜ່ານດ່ານ, ການພັກອາ​ໄສ​ຂອງ​ຊາວ​ຕ່າ​ງ​ປະ​ເທດ​ປະ​ຈຳ ຫວຽດ​ນາມ ແລະ ມະ​ຕິ​ຂ​ອງ ລັດ​ຖະ​ບານ​ດີ​ຈີ​ຕອນ ເຊິ່ງບໍ່​ຕ້ອງ​ປະ​ຕິ​ບັດ​ລະ​ບຽບ​ການກວດ​ກາ​ບຸກ​ຄະ​ລາ​ກອນ, ອອກວິ​ຊາ/ໜັງ​ສື​ຍົກ​ເວັ້ນ​ວິ​ຊາ, ບໍ່​ຕ້ອງ​ຂໍ​ອະ​ນຸ​ຍາດ ແຜນ​ນະ​ໂຍ​ບາຍ​ເຂົ້າ​ເມືອງ​ຂອງ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ.

ສຳ​ລັບ​ຊາວຕ່າງ​ປະ​ເທດ​ທີ່​ຍັງ​ບໍ່​ມີ​ວິ​ຊາ: ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ຂັ້ນ​ແຂວງ ສືບ​ຕໍ່​ພິ​ຈາ​ລະ​ນາຮັບ​ຮອງ​ເອົາ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ບັນ​ດາ​ກໍ​ລະ​ນີ​ເຂົ້າ​ເມືອງ ເພື່ອ​ເຮັດ​ວຽກ, ເຂົ້າ​ຮ່ວມກອງ​ປະ​ຊຸມ, ຮ່ຳ​ຮຽນ, ປະ​ຕິ​ບັດ​ການ​ໜູນ​ຊ່ວຍ​ມະ​ນຸດ​ສະ​ທຳ... ໃນ​ບໍ​ລິ​ເວນ​ແຂວງ, ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ອົງ​ການ​ຂຶ້ນ​ກັບ​ສູນ​ກາງ ເປັນ​ເຈົ້າ​ການ​ຕັດ​ສິນ​ການ​ເຊື້ອ​ເຊີນ, ຕ້ອນ​ຮັບ​ ແລະ ຮັບ​ຜິດ​ຊອບ​ຄຸ້​ມ​ຄອງ​ຊາວ​ຕ່າງ​ປະ​ເທດ ທີ່​ເຮັດ​ວຽກ​ຢູ່​ອົງ​ການ​ຂ​ອງ​ຕົນ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.