ຫວຽດ​ນາມ ແລະ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ: ເສີມ​ຂະ​ຫຍາຍ​ຈິດ​ໃຈ​ຂອງ​ລັດ​ທິຫຼາຍ​ຝ່າຍ

19:07 | 19/01/2022

ຍສ​ໝ - ຫວຽດ​ນາມ ຫາ​ກໍ່​ປະ​ສົບ​ຜົນ​ສຳ​ເລັດ​ຄັ້ງ​ທີ 2 ໃນ​ບົດ​ບາດ​ເປັນ​ກຳ​ມະ​ການ​ບໍ່​ຖາ​ວອນ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ອາ​ຍຸ​ການ 2020 – 2021. ດ້ວຍ​ຈິດ​ໃຈ “ແມ່ນ​ຄູ່​ຮ່ວມ​ມື ເພື່ອ​ສັນ​ຕິ​ພາບ​ແບບ​ຍືນ​ຍົງ”, ຫ​ວຽດ​ນາມ ໄດ້ເປັນສົມ​ກັບ​​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຂອງ ບັນ​ດາ​ປະ​ເທດ​ຄູ່​ຮ່ວມ​ມື, ເພື່ອ​ນ​ມິດ ແລະ ປະ​ຊາ​ຄົມ​ສາ​ກົນ...

ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ ທັງ​ຊາດໃນ​ການ​ພັດ​ທະ​ນາ​ດ້ານ​ເສດ​ຖະ​ກິດ - ສັງ​ຄົມ ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ ທັງ​ຊາດໃນ​ການ​ພັດ​ທະ​ນາ​ດ້ານ​ເສດ​ຖະ​ກິດ - ສັງ​ຄົມ
ກົມ​ໃຫຍ່​ກິ​ລາກາຍ​ຍະ​ກຳ ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສະຫຼຸບວຽກ​ງານ​ປີ 2021 ແລະ ຜັນ​ຂະ​ຫຍາຍ​ໜ້າ​ທີ່​ປີ 2022 ຂອງ ກິ​ລາ ຫວຽດ​ນາມ ກົມ​ໃຫຍ່​ກິ​ລາກາຍ​ຍະ​ກຳ ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສະຫຼຸບວຽກ​ງານ​ປີ 2021 ແລະ ຜັນ​ຂະ​ຫຍາຍ​ໜ້າ​ທີ່​ປີ 2022 ຂອງ ກິ​ລາ ຫວຽດ​ນາມ
ຫວຽດ​ນາມ ແລະ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ: ເສີມ​ຂະ​ຫຍາຍ​ຈິດ​ໃຈ​ຂອງ​ລັດ​ທິຫຼາຍ​ຝ່າຍ
ທ່ານ​ດັ້ງ​ດິ່ງ​ກຸ໊ຍ ຫົວ​ໜ້າ​ຄະ​ນະ​ຜູ້​ຕາ​ງ​ໜ້າ ຫວຽດ​ນາມ ປະ​ຈຳ ສ​ປ​ຊ (ພາບ: baoquocte.vn)

ສ້າງ​ບັນ​ດາ​ຂີດ​ໝາຍ​ທີ່​ພົ້ນ​ເດັ່ນ

2 ປີ​ຜ່ານ​ມາ, ໃນ​ໄລ​ຍະ​ທົ່ວ​ໂລກ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ລວມ, ບັນ​ດາ​ການ​ປະ​ກອບ​ສ່ວນ​ຢ່າງ​ແທດ​ຈິງ​ຂອງ ຫວຽດ​ນາມ ເຂົ້າ​ວຽກ​ງານ​ລວມ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ໄດ້​ສ້າງ​ຂີດ​ໝາຍ​ຫຼາຍ​ຢ່າງ ກ່ຽວ​ກັບ​ສີ​ສັນ​ວັດ​ທະ​ນະ​ທຳ ແລະ ສິ​ລະ​ປະ​ການ​ພົວ​ພັນຫຼາຍ​ຝ່າຍ ຫວຽດ​ນາມ.

ທ່ານ​ດັ້ງ​ດິ່ງ​ກຸ໊ຍ ຫົວ​ໜ້າ​ຄະ​ນະ​ຜູ້​ຕາ​ງ​ໜ້າ ຫວຽດ​ນາມ ປະ​ຈຳ ສ​ປ​ຊ ໃຫ້​ຮູ້​ວ່າ: ມີ 840 ກອງ​ປະ​ຊຸມ ໃນ 2 ປີ​ຜ່ານ​ມາ ນັບ​ແຕ່​ຂັ້ນ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຂຶ້ນ​ໄປ. ຫວຽດ​ນາມ ກໍ່​ໄດ້​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ ແລະ ຮັບ​ຮອງ​ເອົາ​ເອ​ກະ​ສານ 254 ສະ​ບັບ​ໃນ​ນັ້ນ​ມີຫຼາຍ​ມະ​ຕິ. ແລະ ໄລ່​ສະ​ເພາະ​ໃນໄລ​ຍະ​ 2 ເດືອນ ພວກ​ເຮົາ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ປະ​ທານ, ພວກ​ເຮົາ​ໄດ້​ຮັບ​ຮ​ອງ​ເອົາ ເອ​ກະ​ສານ 26 ສະ​ບັບ ໃນ​ນັ້ນ​ມີມະ​ຕິ 2 ສະ​ບັບ​ແມ່ນ​ຂອງ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ໂດຍ ຫວຽດ​ນາມ ສະເໜີ, ມີ ຖະ​ແຫຼງ​ການ​ປະ​ທານ 3 ສະ​ບັບ. ທຸກ​ເອ​ກະ​ສານ, ມະ​ຕິ​ສະ​ບັບ​ນີ້​ ລ້ວນ​ແຕ່​ມີ​ຄວາມ​ໝາຍ​ນັບ​ທັງ​ໃນ​ສະ​ເພາະ​ໜ້າ​ກໍ່​ຄື​ໃນ​ໄລ​ຍະ​ຍາວ ໃນ​ການ​ເຄື່ອນ​ໄຫວ​ຂອງ​ສະ​ພ​າ​ຄວາມ​ໝັ້ນ​ຄົງ ສ​ປ​ຊ. ຂ້າ​ພະ​ເຈົ້າ​ຖື​ວ່າ ພວກ​ເຮົາ​ໄດ້​ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ທີ່​ໄດ້​ມອບ​ໝາຍ, ມີຫຼາຍວຽກ​ງານ​ທີ່​ໄດ້​ສຳ​ເລັດ​ລື່ນ​ກາຍ​ເປົ້າ​ໝ​າຍ​ທີ່​ວາງ​ອອກ​ໃນ​ເບື້ອງ​ຕົ້ນ.

ຫວຽດ​ນາມ ມີ​ວິ​ທີ​ການ​ເຂົ້າ​ເຖິງ​ສັງ​ລວມ ໃນ​ການ​ແກ້​ໄຂ​ບັນ​ດາ​ສິ່ງ​ທ້າ​ທາຍ​ກ່ຽວ​ກັບ​ສັ​ນ​ຕິ​ພາບ ຄວາມ​ໝັ້ນ​ຄົງ ຈາກ​ການ​ສະ​ກັດ​ກັ້ນ​ການ​ປະ​ທະ​ກັນ, ແກ້​ໄຂ​ການ​ປະ​ທະ​ກັນ ຕະຫຼອດ​ຮອດ​ການ​ແກ້​ໄຂ​ຜົນ​ຕາມ​ມາ​ຈາ​ການ​ປະ​ທະ​ກັນ, ໃນ​ນັ້ນ​ເນັກ​ເຖິງ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ລູກ​ລະ​ເບີດ, ຊຸກ​ຍູ້​ບັນ​ຫາ​ມະ​ນຸດ​ສະ​ທຳ.

ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບຸນ​ແທັງ​ເຊີນ ​ເນັ້ນ​ໜັກ​ວ່າ: “ພວກ​ຂ້າພະ​ເຈົ້າ​ໄດ້​ສ້າງ​ຂີດ​ໝາຍ​​ກັບ​ການ​ເຂົ້າ​ເຖິງ​ຢ່າງຮອບດ້ານ​ກ່ຽວ​ກັບ​ບັນດາ​ບັນຫາ​ສັນຕິພາບ ​ແລະ ຄວາມ​ໝັ້ນຄົງ​ສາກົນ, ກໍ່​ຄື​ຈິດ​ໃຈ​ມະ​ນຸດ​ສະ​ທຳ, ມຸ່ງ​ໄປ​ເຖິງ​ປະ​ຊາ​ຊົນ, ເຊິ່ງ​ຖ​ອດ​ຖອນ​ມາ​ໄດ້​ຈາກ​ບັນ​ດາ​ປະ​ສົບ​ການ​ຂອງ ຫວຽດ​ນາມ ທີ່​ໄດ້​ຜ່ານ​ການ​ສົງ​ຄາມ ແລະ ການ​ປະ​ທະ​ກັນ​ມາ​ເປັນ​ເວ​ລາຫຼາຍ​ປີ. ສິ່ງ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນຜ່ານ​ບັນ​ດາ​ເຫດ​ການ​ ​ແລະ ​ເອກະສານ​ທີ່​ພວກ​ເຮົາ​ສະ​ເໜີ​ດ້ວຍ​ຫົວ​ຂໍ້​ທີ່​ແທດ​ຈິງ, ທັງ​ແມ່ນຜົນ​ປະ​ໂຫຍ​ດຂອງ​ຫວຽດນາມ, ພ້ອມ​ກັນ​ນັ້ນ​ກໍ​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດລວມຂອງ​ປະຊາ​ຄົມ​ໂລກ”.

ສ້າງຄວາມໄວ້ເນື້ອເຊື່ອໃຈ, ເພີ່ມກໍາລັງໜູນ

ການ​ຮັບ​ປະ​ກັນ​ການ​ດຳ​ລົງ​ບົດ​ບາດ​ເປັນ​ກຳ​ມະ​ການ​ບໍ່​ຖາ​ວອນ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຄັ້ງ​ທີ 2 ຢ່າງ​ສຳ​ເລັດ​ຜົນ ແມ່ນ ຂີດ​ໝາຍ​ສຳ​ຄັນ ແລະ ບາດ​ກ້າວ​ເດີນ​ຢ່າງ​ລະ​ອຽດ ເພື່ອ​ແນ​ໃສ່​ຜັນ​ຂະ​ຫຍາຍແຜນ​ນະ​ໂຍບາຍ​ຫຼາຍ​ຝ່າຍ, ​ການ​ເຫັນ​ເປັນຫຼາຍ​ຝ່າຍ, ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ ແລະ ເສີມ​ຂະ​ຫຍາຍບົດ​ບາດ​ຢູ່​ບັນ​ດາ​ກົນ​ໄກຫຼາຍ​ຝ່າຍ ຂອງ ຫວຽດ​ນາມ.

​ບັນດາ​ເຫດການ ​ແລະ ຂໍ້​ລິ​ເລີ່​ມທີ່​ຫວຽດນາມ ​ໄດ້​ລິ​ເລີ່​ມ, ຊຸກ​ຍູ້ ​ໄດ້​ຮັບ​ການ​ສະໜັບສະໜູນ ​ແລະ ຕີ​ລາຄາ​ສູງ​ຈາກ​ປະຊາ​ຄົມ​ໂລກ. ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ຕີລາຄາວ່າ: “ບັນດາປະເທດມີຂໍ້ໂຕ້ແຍ້ງໜ້ອຍກວ່າເມື່ອກ່ອນ” ເມື່ອຫວຽດນາມເປັນປະທານສະພາຄວາມໝັ້ນຄົງ.

ທ່ານ Barbara Woodward, ​ຫົ​ວ​ໜ້າຄະນະຜູ້​ຕາງ​ໜ້າ​ອັງກິດ ​ປະຈຳ​ສະຫະ​ປະຊາ​ຊາດ​ ກ່າວ​ວ່າ: “ຖ້າ​ບໍ່​ມີ​ຫວຽດນາມ, ຂ້າພະ​ເຈົ້າ​ຄິດ​ວ່າ ສະພາ​ຄວາມ​ໝັ້ນຄົງອາດ​ບໍ່​ມີ​ທາງ​ອອກ​ໃນ​ການ​ແກ້​ໄຂ​ບັນຫາ​ຮີບ​ດ່ວນ.

ຫຼາຍ​ປະ​ເທດ​ກໍ່​ຖື​ວ່າສຽງ​ຂອງ​ຫວຽດນາມ​ໃນ​ສະພາ​ຄວາມ​ໝັ້ນຄົງ​ແມ່ນ​ສຽງ​ທີ່​ຕາງໜ້າ​ໃຫ້​ບັນດາ​ປະ​ເທດ​ພວມ​ພັດທະນາ, ບໍ່​ເຊື່ອມ​ຕໍ່. 2 ປີ​ແຫ່ງ​ການ​​ເປັນ​ສະມາຊິກ​ບໍ່​​ຖາ​ວອນ​ຂອງ​ສະພາ​ຄວາມ​ໝັ້ນຄົງ ສປຊ ອາຍຸ​ການ 2020-2021 ​ໄດ້​ສິ້ນ​ສຸດ​ລົງ, ​ແຕ່​ຄວາມ​ມານະ​ພະຍາຍາມ​ຂອງ​ຫວຽດນາມ ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ຢູ່​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ​ຈະ​ສືບ​ຕໍ່ ​ແລະ ​ໄດ້​ຮັບ​ການເສີມຂະຫຍາຍ​ໃນ​ໄລຍະ​ຈະ​ມາ​ເຖິງ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.