The New York Times: ເຂດ​ທົ່ງ​ພຽງ​ແມ່​ນ້ຳ​​ແດງ​ທາງ​ພາກເໜືອ ນອນ​ໃນ​ບັນຊີ​ລາຍ​ຊື່ສະ​ຖານ​ທີ່​ທ່ອງ​ທ່ຽວ 52 ແຫ່ງ​ໃນ​ປີ 2022

07:56 | 19/01/2022

ຍ​ສ​ໝ - ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ແດງ​ທາງ​ພາກເໜືອ ຂອງ ຫວຽດ​ນາມ ແມ່ນສະ​ຖານ​ທີ່​ທ່ອງ​ທ່ຽວອັນ​ໜຶ່ງດ​ຽວຂຶ້ນ​ກັບ​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ທີ່ນອນ​ໃນ​ບັນ​ຊີ​ລາ​ຍ​ຊື່ 52 ສະ​ຖານ​ທີ່​ທ່ອງ​ທ່ຽວ ຂອງ​ປີ 2022 ໂດຍ​ໜັງ​ສື​ພິມ The New York Times ຂອງ ອາ​ເມ​ລິ​ກາ ຄັດ​ເລືອກ ດ້ວຍ​ຊື່​ທີ່​ວ່າ “ສະ​ຖານ​ທີ່​ທ່ອງ​ທ່ຽວ 52 ແຫ່ງ ສຳລັບ​ໂລກ​ທີ່​ໄດ້​ມີ​ການ​ປ່ຽນ​ແປງ”.

ຫ້າສະ​ຖານ​ທີ່​ທ່ອງ​ທ່ຽວ ທີ່​ເໝາະ​ສົມ​ສຳ​ລັບ​ແຂກ​ທ່ອງ​ທ່ຽວ​ກິນ​ເຈ ຢູ່ ຫວຽດ​ນາມ ຫ້າສະ​ຖານ​ທີ່​ທ່ອງ​ທ່ຽວ ທີ່​ເໝາະ​ສົມ​ສຳ​ລັບ​ແຂກ​ທ່ອງ​ທ່ຽວ​ກິນ​ເຈ ຢູ່ ຫວຽດ​ນາມ
ນະ​ຄອນ​ຮ່າ​ໂນ້ຍ ແມ່ນ 1 ໃນ​ຈຳ​ນວນ 10 ນະ​ຄອນ​ທີ່​ມີ​ຄ່າ​ໃຊ້​ຈ່າຍ​ຖືກ​ທີ່​ສຸດ​ໃນ​ໂລກສຳລັບຊາວ​ຕ່າງ​ປະ​ເທດ ນະ​ຄອນ​ຮ່າ​ໂນ້ຍ ແມ່ນ 1 ໃນ​ຈຳ​ນວນ 10 ນະ​ຄອນ​ທີ່​ມີ​ຄ່າ​ໃຊ້​ຈ່າຍ​ຖືກ​ທີ່​ສຸດ​ໃນ​ໂລກສຳລັບຊາວ​ຕ່າງ​ປະ​ເທດ
The New York Times: ເຂດ​ທົ່ງ​ພຽງ​ແມ່​ນ້ຳ​​ແດງ​ທາງ​ພາກເໜືອ ນອນ​ໃນ​ບັນຊີ​ລາຍ​ຊື່ສະ​ຖານ​ທີ່​ທ່ອງ​ທ່ຽວ 52 ແຫ່ງ​ໃນ​ປີ 2022.
ພາບປະກອບ: hanoimoi.com.vn

ການ​ຄັດ​ເລືອກ “ເຂດ​ທົ່ງ​ພຽງ​ແມ່​ນ້ຳແດງ​ທາງ​ພາກ​ເໜືອ” ຢືນ​ຢູ່​ອັນ​ດັບ​ທີ 14 ໃນ​ຈຳ​ນວນ 52 ແຫ່ງ​ຂອງ​ປີ 2022 ນັ້ນ, ທ່ານ Charly Wilder ບັນ​ນາ​ທິ​ການ​ການ​ທ່ອງ​ທ່ຽວ ຂອງ The New York Times ຂຽນ​ວ່າ: “ເຂດ​ທ່ອງ​ທ່ຽວ​ຄ່ອຍໆ​ກັບ​ຄືນມາ ດ້ວຍ​ສະ​ຖາ​ນະ​ການ​ທີ່​ເປັນ​ປົກ​ກະ​ຕິ​ໃໝ່, ບັນ​ດາ​ແຂກ​ທ່ອງ​ທ່ຽວ ມີ​ທ່າ​ອ່ຽງຄັດ​ເລື​ອກ​ບັນ​ດາ​ຕົວ​ເມືອງທີ່​ຟົດ​ຟື້ນ ແລະ ບັນ​ດາ​ຫ​າດ​ຊາຍທີ່​ມີ​ຊື່​ສຽງ​ໃນ​ໂລກ ຂອງ ຫວຽດ​ນາມ. ແຕ່​ຈົ່ງ​ໄປ​ຍັງ​ເຂດ​ພາກເໜືອ ຂອງ​ຫວຽດ​ນາມ ເພື່ອ​ໄປ​ຍັງ​ບັນ​ດາ​ໝູ່​ບ້ານ​ອາ​ຊີບຂອງເຂດ​ທົ່ງ​ພຽງ​ແມ່​ນ້ຳ​ແດງ​ທາງ​ພາກ​ເໜືອ, ເຊື່ອມ​ຕົວ​ເຂົ້າ​ກັບ​ບັນ​ຍາ​ກາດ​ວັດ​ທະ​ນະ​ທຳ​ນັບ​ພັນ​ປີ ຂອງ​ການ​ດຳ​ລົງ​ຊີ​ວິດ​ທີ່​ເປັນ​ມູນ​ເຊື້ອ ທີ່ພວມ​ມີ​ຄວາມ​ສ່ຽງ​ເຊື່ອມ​ເສຍ​ໄປ. ນັບ​ພັນ​ປີ​ມານີ້, ບັນ​ດາ​ປະ​ຊາ​ຊົນ​ຢູ່​ໝູ່​ບ້ານ​ລຽບ​ຕາມ​ສອງ​ແມ່​ນ້ຳ ເກົາ ຢູ່​ພາກ​ເໜືອ ຫ​ວຽດ​ນາມ ຍັງ​ມີ​ການຂັບຮ້ອງ​ທຳ​ນອງກວານ​ເຮາະ, ໂດຍ​ແມ່ນ​ຮູບ​ແບບ​ວັດ​ທະ​ນະ​ທຳ​ບໍ່​ເປັນ​ວັດ​ຖຸ ທີ່ໄດ້​​ຮັ​ບ​ການ​ຮັບ​ຮອງ​ເອົາ​ຈາກ UNESCO ແຕ່​ປີ 2009”.

ຕາມ The New York Times ແລ້ວ, ປັດ​ຈຸ​ບັນ​ມີ​ໝູ່​ບ້ານເກົ່າ​ແກ່ 49 ແຫ່ງ ຢູ່​ບັກ​ນິງ ແລະ ບັກ​ຢາງ ພວມ​ມາ​ນະ​ພະ​ຍາ​ຍາມອະ​ນຸ​ລັກ​ຮັກ​ສາ​ຮູບ​ແບບ​ເພງ​ພື້ນ​ເມືອງ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ກວານ​ເຮາະ ພ້ອມ​ກັບ​ຮີດ​ຄອງ​ປະ​ເພ​ນີ​ທີ່​ເປັນ​ມູນ​ເຊື້ອ, ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ວັດ​ທະ​ນະ​ທຳ​ປະ​ກອບ​ສ່ວນ​ບັນ​ຫາ​ອົບ​ພະ​ຍົບ​ຈາກ​ຊົນ​ນະ​ບົດ​ໄປ​ຍັງ​ຕົວ​ເມືອງ. ບາງ​ບໍ​ລິ​ສັດ​ການ​ທ່ອງ​ທ່ຽວ​ຄື Vietnamstay ຫຼື Khoa Viet Travel ພວມ​ຈັດ​ຕັ້ງ​ບັນ​ດາ tour ຢ້ຽມ​ຊົມ​ໝູ່​ບ້ານ​ເກົ່າ, ວັດ​ວາ​ອາ​ຮາມ​ຈາກ​ສະ​ໄໝ​ລາ​ຊະ​ວົງ​ລີ, ໝູ່​ບ້ານ​ຫັດ​ຖະ​ກຳ ກໍ່​ຄື Tour ການ​ທ່ອງ​ທ່ຽວ​ແມ່​ນ້ຳ​ລຳ​ເຊ ດ້ວຍ​ເປົ້າ​ໝາຍ​ຮັກ​ສາ​ບັນ​ດາຄຸນ​ຄ່າ​ດ້ານ​ປະ​ຫວັດ​ສາດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.