ສ້າງ​ເງື່ອນ​ໄຂ​ໃຫ້​ຊາວ​ຕ່າງ​ປະ​ເທດ ແລະ ຊາວ​ ຫວຽດ​ນາມ ພ້ອມ​ດ້ວຍ​ຍາດ​ພີ່​ນ້ອງ​ກັບ​ຄືນປະ​ເທດ

07:35 | 21/01/2022

ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິ່ງມິງ ຫາກໍອອກເອກະສານວ່າດ້ວຍການຕົກລົງຕໍ່ແຜນນະໂຍບາຍສ້າງເງື່ອນໄຂສະດວກກ່ຽວກັບລະບຽບການເຂົ້າເມືອງ ຫວຽດນາມ ສຳລັບຊາວຕ່າງປະເທດ, ຊາວ ຫວຽດນາມ ທີ່ດຳລົງຊີວິດຢູ່ຕ່າງປະເທດ ພ້ອມດ້ວຍຍາດພີ່ນ້ອງກັບຄືນປະເທດ.

ຕ້ອ​ນ​ຮັບ​ບຸນ​ເຕັດ​ໄກ​ຄອບ​ຄົວ​ຂອງ​ນັກ​ສຶກ​ສາ​ຫວຽດ​ນາມ ຮຽນ​ຢູ່​ຕ່າງ​ປະ​ເທດ ຕ້ອ​ນ​ຮັບ​ບຸນ​ເຕັດ​ໄກ​ຄອບ​ຄົວ​ຂອງ​ນັກ​ສຶກ​ສາ​ຫວຽດ​ນາມ ຮຽນ​ຢູ່​ຕ່າງ​ປະ​ເທດ
ໄວ​ໜຸ່ມ ຫວຽດ​ນາມ - ລາວ ມີ​ຄວາມ​ຮ​ັບ​ຜິດ​ຊອບ​ສືບ​ທອດ, ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ແບບ​ພິ​ເສດ​ລະ​ຫວ່າງ​ສອງ​ປະ​ເທດ ໄວ​ໜຸ່ມ ຫວຽດ​ນາມ - ລາວ ມີ​ຄວາມ​ຮ​ັບ​ຜິດ​ຊອບ​ສືບ​ທອດ, ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ແບບ​ພິ​ເສດ​ລະ​ຫວ່າງ​ສອງ​ປະ​ເທດ
ພາບປະກອບ: TTXVN
ພາບປະກອບ: TTXVN

ເອກະສານສະບັບດັ່ງກ່າວໄດ້ລະບຸຢ່າງຈະແຈ້ງວ່າ ເປົ້າໝາຍຊາວຕ່າງປະເທດເຂົ້າເມືອງ ຫວຽດນາມ ແມ່ນຜູ້ທີ່ໄດ້ຮັບຄຳເຊີນ ແລະ ຮັບປະກັນຈາກສຳນັກງານ, ອົງການຈັດຕັ້ງ, ສ່ວນບຸກຄົນ ຖືກຕາມຂໍ້ກຳນົດຂອງກົດໝາຍວ່າດ້ວຍການເຂົ້າ, ອອກເມືອງ, ການຜ່ານແດນ, ການພັກເຊົາຂອງຊາວຕ່າງປະເທດຢູ່ ຫວຽດນາມ; ສະເພາະຊາວຕ່າງປະເທດທີ່ມາທ່ຽວຢູ່ ຫວຽດນາມ, ໃນສະເພາະໜ້າແມ່ນໃຫ້ປະຕິບັດຕາມລາຍການທົດລອງຕ້ອນຮັບແຂກທ່ອງທ່ຽວສາກົນ.

ສຳລັບຊາວຕ່າງປະເທດ, ຊາວ ຫວຽດນາມ ທີ່ດຳລົງຊີວິດຢູ່ຕ່າງປະເທດ ພ້ອມດ້ວຍຍາດຕິພີ່ນ້ອງ ທີ່ມີໃບອະນຸຍາດພັກເຊົາ, ໃບອະນຸຍາດພັກເຊົ່າຊົ່ວຄາວ, ວີຊາ, ໜັງສືຍົກເວັ້ນວີຊາ ທີ່ຍັງມີຜົນສັກສິດ ແມ່ນໄດ້ເຂົ້າເມືອງ ຫວຽດນາມ ຕາມຂໍ້ກຳນົດຂອງກົດໝາຍວ່າດ້ວຍການເຂົ້າ, ອອກເມືອງ, ການຜ່ານແດນ, ການພັກເຊົາຂອງຊາວຕ່າງປະເທດຢູ່ ຫວຽດນາມ ແລະ ດຳລັດຂອງລັດຖະບານ ໂດຍບໍ່ຕ້ອງເຮັດລະບຽບການກວດກາບຸກຄະລາກອນ, ຂໍອອກວິຊາ ຫຼືຍົກເວັ້ນວີຊາ ແລະ ກໍບໍ່ຕ້ອງຂໍອະນຸມັດເຂົ້າເມືອງຈາກກະຊວງ, ຂະແໜງການ ແລະ ທ້ອງຖິ່ນ.

ສຳລັບຄົນຕ່າງປະເທດທີ່ຍັງບໍ່ທັນມີ ວີຊາ: ຄະນະກຳມະການປະຊາຊົນແຂວງ ສືບຕໍ່ພິຈາລະນາອະນຸມັດ, ສ້າງເງື່ອນໄຂສະດວກໃຫ້ກໍລະນີທີ່ເຂົ້າມາເພື່ອເຮັດວຽກ, ເຂົ້າຮ່ວມກອງປະຊຸມ, ສໍາມະນາ, ຮ່ຳຮຽນ, ເຄື່ອນໄຫວມະນຸດສະທຳ… ໃນບໍລິເວນແຂວງ; ບັນດາກະຊວງ, ຂະແໜງການ, ອົງການສູນກາງ ເປັນເຈົ້າການຕັດສິນການເຊື້ອເຊີນ, ຕ້ອນຮັບ ແລະ ຮັບຜິດຊອບຄຸ້ມຄອງຊາວຕ່າງປະເທດທີ່ມາເຮັດວຽກຢູ່ອົງການຂອງຕົນ.

vovworld.vn

ເຫດການ
302 Found

Found

The document has moved here.