ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ການ​ພົວ​ພັນ​ຮ່ວມ​ມື​ຢ່າງ​ຮອບ​ດ້ານກັບ ສະ​ຫະ​ພາບ​ເອີ​ລົບ​ເປັນ​ສຳ​ຄັນ

07:09 | 24/01/2022

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວເນັ້ນໜັກວ່າ ຍາມໃດຫວຽດນາມ ກໍ່ຖື ການພົວພັນຮ່ວມມືຢ່າງຮອບດ້ານກັບ ສະຫະພາບເອີລົບເປັນສຳຄັນ, ເປັນຄູ່ຮ່ວມມືສຳຄັນແຖວໜ້າໃນນະໂຍບາຍການຕ່າງປະເທດ ແລະ ເຊື່ອມໂຍງເຂົ້າກັບສາກົນຂອງ ຫວຽດນາມ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອິດ​ສະ​ຣາ​ແອນ: ລັດ​ຖະ​ບານ​ຫວຽດ​ນາມ ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ໃຫຍ່​ຫຼວງ​ໃນ​​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຕ້ານ​ພະ​ຍາດ​ໂຄວິດ-19 ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອິດ​ສະ​ຣາ​ແອນ: ລັດ​ຖະ​ບານ​ຫວຽດ​ນາມ ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ໃຫຍ່​ຫຼວງ​ໃນ​​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຕ້ານ​ພະ​ຍາດ​ໂຄວິດ-19
ໝາກ​ອາ​ໂວ​ກາ​ໂດ ຫວຽດ​ນາມ ໄດ້​ວາງ​ຂາຍ​ຢູ່​ຕະຫຼາດ​ອົດ​ສະ​ຕາ​ລີ ຢ່າງ​ເປັນ​ທາງ​ການ ໝາກ​ອາ​ໂວ​ກາ​ໂດ ຫວຽດ​ນາມ ໄດ້​ວາງ​ຂາຍ​ຢູ່​ຕະຫຼາດ​ອົດ​ສະ​ຕາ​ລີ ຢ່າງ​ເປັນ​ທາງ​ການ
ທ່ານນາງ Roberta Metsola  (ພາບ: AFP/TTXVN)
ທ່ານນາງ Roberta Metsola (ພາບ: AFP/TTXVN)

ເນື່ອງໃນໂອກາດທ່ານນາງ Roberta Metsola ຫາກໍ່ໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງປະທານລັດຖະສະພາເອີລົບ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ສົ່ງຈົດໝາຍອວຍພອນ. ໃນຈົດໝາຍ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ສະແດງຄວາມປະທັບໃຈທີ່ສຸດ ເມື່ອໄດ້ຮູ້ວ່າ ທ່ານນາງ Roberta Metsola ເປັນປະທານລັດຖະສະພາເອີລົບໜຸ່ມທີ່ສຸດ ໃນປະຫວັດສາດ ແລະ ເປັນປະທານຍິງຄົນທຳອິດໃນ 20 ປີຜ່ານມາ ຂອງລັດຖະສະພາເອີລົບ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວເນັ້ນໜັກວ່າ ຍາມໃດຫວຽດນາມ ກໍ່ຖື ການພົວພັນຮ່ວມມືຢ່າງຮອບດ້ານກັບ ສະຫະພາບເອີລົບເປັນສຳຄັນ, ເປັນຄູ່ຮ່ວມມືສຳຄັນແຖວໜ້າໃນນະໂຍບາຍການຕ່າງປະເທດ ແລະ ເຊື່ອມໂຍງເຂົ້າກັບສາກົນຂອງ ຫວຽດນາມ ໃນນັ້ນການຮ່ວມມືລະຫວ່າງ ສະພາແຫ່ງຊາດ ຫວຽດນາມ ແລະ ລັດຖະສະພາເອີລົບ ແມ່ນເສົາຄ້ຳສຳຄັນ ໃນການພົວພັນສອງຝ່າຍ, ທ່ານເວືອງດິ່ງເຫ້ວເຊື່ອໝັ້ນວ່າ ພາຍໃຕ້ການນຳພາ ແລະ ເອົາໃຈໃສ່ຢ່າງເລິກເຊິ່ງ ຂອງທ່ານນາງ Roberta Metsola ພ້ອມກັບການສະໜັບສະໜູນຂອງ ສະມາຊິກລັດຖະສະພາເອີລົບ, ການພົວພັນຄູ່ຮ່ວມມື ແລະ ຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ - ສະຫະພາບເອີລົບ ຈະພັດທະນາ ຂຶ້ນສູ່ລະດັບສູງໃໝ່, ນັບມື້ນັບເລິກເຊິ່ງກວ້າງຂວາງ, ມີປະສິດທິຜົນ, ເພື່ອຜົນປະໂຫຍດທີ່ແທດຈິງຂອງປະຊາຊົນສອງຝ່າຍ.

ໃນໂອກາດນີ້, ທ່ານ ເວືອງດິ່ງເຫ້ວ ຂໍທີ່ເປັນກຽດເຊື້ອເຊີນທ່ານນາງ Roberta Metsola ມາຢ້ຽມຢາມ ຫວຽດນາມໃນໄລຍະທີ່ເໝາະສົມ ເພື່ອສືບຕໍ່ແລກປ່ຽນກ່ຽວກັບການຮ່ວມມືລະຫວ່າງ ສະພາແຫ່ງຊາດ ຫວຽດນາມ ແລະ ລັດຖະສະພາເອີລົບ, ກ່ຽວກັບການພົວພັນລະຫວ່າງ ຫວຽດນາມ ແລະ ສະຫະພາບເອີລົບເວົ້າລວມ.

vovworld.vn

ເຫດການ
302 Found

Found

The document has moved here.