ຕ້ອ​ນ​ຮັບ​ບຸນ​ເຕັດ​ໄກ​ຄອບ​ຄົວ​ຂອງ​ນັກ​ສຶກ​ສາ​ຫວຽດ​ນາມ ຮຽນ​ຢູ່​ຕ່າງ​ປະ​ເທດ

11:30 | 20/01/2022

ຍ​ສ​ໝ - “ເຖິງວ່າ ຍັງ​ຂາດ​ລົດ​ຊາດຫຼາຍ​ຢ່າງ​ຂອງ​ບຸນ​ເຕັດ, ແຕ່​ຄວາມ​ຮັ​ກ​ແພງ​ຈະ​ບໍ່​ສາ​ມາດ​ເຊື່ອມຫາຍໄປ​ໄດ້​ເຖິງວ່າ​ເຮົາ​ຈະຢູ່​ໃສ”, ເຟືອງ​ລິງ ນັກ​ສຶກ​ສາ ຫວຽດ​ນາມ ຮຽນ​ຢູ່ ລັດ​ເຊຍ ແບ່ງ​ປັນ.

ກຽນ​ຢາງ: ໄດ້​ຈັດ​ຕັ້ງ​​ພາ​ນັກ​ສຶກ​ສາ​ກຳ​ປູ​ເຈຍ​ກັບ​ປະເທດເນື່ອງ​ໃນ​ວັນ​ບຸນ​ເຕັດ ກຽນ​ຢາງ: ໄດ້​ຈັດ​ຕັ້ງ​​ພາ​ນັກ​ສຶກ​ສາ​ກຳ​ປູ​ເຈຍ​ກັບ​ປະເທດເນື່ອງ​ໃນ​ວັນ​ບຸນ​ເຕັດ
ຈັດ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄ​ວາມ​ໝາຍຫຼາຍ​ຢ່າງ​ເພື່ອ ໜູນ​ຊ່ວຍ​ກຳ​ມະ​ກອນ, ຊາວ​ຜູ້​ອອກ​ແຮງ​ງານ​ຕ້ອນ​ຮັບ​ບຸນ​ເຕັດ ຈັດ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄ​ວາມ​ໝາຍຫຼາຍ​ຢ່າງ​ເພື່ອ ໜູນ​ຊ່ວຍ​ກຳ​ມະ​ກອນ, ຊາວ​ຜູ້​ອອກ​ແຮງ​ງານ​ຕ້ອນ​ຮັບ​ບຸນ​ເຕັດ
ຕ້ອ​ນ​ຮັບ​ບຸນ​ເຕັດ​ໄກ​ຄອບ​ຄົວ​ຂອງ​ນັກ​ສຶກ​ສາ​ຫວຽດ​ນາມ ຮຽນ​ຢູ່​ຕ່າງ​ປະ​ເທດ
ພາບ​ປະ​ກອບ: 24h.com.vn

ຄວາມ​ຮູ້​ສຶກ​ເມື່ອ​ຕອນ​ຮັບ​ບຸນ​ເຕັດ​ຢູ່​ໄກ​ຄອບ​ຄົວ.

ບຸນ​ເຕັດ​ແມ່ນ​ໂອ​ກາດ​ເພື່ອ​ເຕົ້າ​ໂຮມ​ກັນ, ເມື່ອ “ຜູ້​ໃດ​ໄປ​ໄກ​ຄອບ​ຄົວ​ກໍ່​ຈະ​ກັບ​ເມືອ​ບ້ານ” ເຕົ້າ​ໂຮມ​ກັນ​ກັບ​ຄອບ​ຄົວ, ພໍ່​ແມ່​ພີ່​ນ້ອງ, ນັ່ງອ້ອມ​ພາ​ເຂົ້າ​ຢ່າງ​ອົບ​ອຸ່ນ. ແຕ່​ປີນີ້, ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 ມີ​ສະ​ພາ​ບ​ການ​ທີ່​ສັບ​ສົນ, ດັ່ງ​ນັ້ນ ​ມີ​ນັກ​ສຶກ​ສາ​ຫວຽດ​ນາມ ຫຼາຍ​ຄົນ​ໃນ​ໂລກ ພັດ​ບໍ່​ສາ​ມາດ​ກັບ​ເມືອ​ບ້ານ​ເພື່ອ​ຕ້ອນ​ຮັບ​ບຸນ​ເຕັດ​ປະ​ຈຳ​ຊາດໄດ້.

ເປັນ​ຄັ້ງ​ທຳ​ອິດທີ່​ຕ້ອນ​ຮັບ​ບຸນ​ເຕັດ​ຢູ່​ໄກ​ຄອບ​ຄົວ, ຫງວຽນ​ຖ໋າວ (ເກີດ​ປີ 2002, ກ໋​ວາງ​ນິງ, ປັດ​ຈຸ​ບັນ​ພວມ​ດຳ​ລົງ​ຊີ​ວິດ ແລະ ຮຽນ​ຢູ່ Gwangju, ປະ​ເທດສາ​ທາ​ລະ​ນະ​ລັດເກົາຫຼີ ) ແບ່ງ​ປັນ​ວ່າ: ຕ້ອນ​ຮັບ​ບຸນ​ເຕັດ​ຢູ່​ໄກ​ຄອບ​ຄົວ​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ເສົ້າ ແລະ ໂດດ​ດ່ຽວ. ບຸນ​ເຕັດ​ແມ່ນ​ເພື່ອ​ເຕົ້າ​ໂຮມ​ກັນ​ກັບ​ຄອບ​ຄົວ ແຕ່ຂ້າ​ພະ​ເຈົ້າ​ພັດ​ຢູ່​ຕ່າງ​ປະ​ເທດ. ມີ​ສິ່ງ​ໜຶ່ງ​ທີ່​ໂຊກ​ດີ​ໃນ​ບຸນ​ເຕັດ​ນີ້ ແມ່ນ​ຂ້າ​ພະ​ເຈົ້າ​ມີ​ຄົນຮັກ​ຢູ່​ນຳ​ກັນ, ດັ່ງ​ນັ້ນ​ກໍ່​ຮູ້​ສຶກ​ບັນ​ເທົາ​ໜ້ອຍ​ໜຶ່ງ. ຄ​ວາມ​ຈິງ​ແລ້ວ, ຂ້າ​ພະ​ເຈົ້າ​ຢາກ​ກັບ​ບ້ານຫຼາຍ ແຕ່​ໂລກ​ລະ​ບາດ​ແກ່​ຍາວ ດັ່ງ​ນັ້ນ​ການ​ເດີນ​ທາງ​ໄປ​ມາ​ກໍປະ​ສົບ​ຄວາມ​ຫຍຸ້ງ​ຍາກຫຼາຍ. ແລະ ກໍ່​ຍ້ອນ​ວ່າ​ ວຽກ​ງານ​ຂອງ​ຂ້າ​ພະ​ເຈົ້າ​ຢູ່ນີ້​ອີກ. ຫວັງ​ວ່າ, ປີ​ໜ້າ, ໂລກ​ລະ​ບາດ​ຈະ​ໄດ້​ຮັບ​ການ​ຄວບ​ຄຸມ ແລະ ຂ້າ​ພະ​ເຈົ້າ​ຈະ​ກັບ ຫວຽດ​ນາມ ຕ້ອນ​ຮັບ​ບຸນ​ເຕັດ​ນຳ​ຄອບ​ຄົວ ຄື​ຊຸມ​ປີ​ກ່ອນ.

ຢູ່​ໄກ​ຄອບ​ຄົວ ​ເມື່ອ​​ໄປປະ​ເທດ​ອົດ​ສະ​ຕາ​ລີ​ຮ່ຳ​ຮຽນເປັນ​ເວ​ລາສອງ​ປີ, ເຟືອງ​ແອັງ ນັກ​ສຶກ​ສາ​ຂອງມະ​ຫາ​ວິ​ທະ​ຍາ​ໄລ Wollongong, ລັດ New South Wales, ປະ​ເທດ​ອົດ​ສະ​ຕາ​ລີ ໄດ້​ທຳ​ຄວາມ​ລຶ້ງ​ເຄີຍ ກັບ​ການ​ຕ້ອນ​ຮັບ​ບຸ​ນ​ເຕັດ​ຢູ່ ເຂດ​ດິນ​ແດນ Kangaroo. ສຳ​ລັບ​ເຟືອງ​ແອັງ, ໄດ້ການ​ເຕົ້າ​ໂຮມ​ກັນ​ກັບ​ເພື່ອນໆ​ນັກ​ສຶກ​ສາ​ຂອງ​ຕົ​ນ ກໍ່​ຮູ້​ສຶກ​ມ່ວນ​ຊື່ນ ແລະ ອົບ​ອຸ່ນ ຄື​ພວມ​ຢູ່​ນຳ​ກັນ​ກັບ​ຄອບ​ຄົວ​​ນ້ອຍໆ. ຢູ່ປະ​ເທດ​ອົດ​ສະ​ຕາ​ລີ, ປະ​ຊາ​ຄົມ​ຊາ​ວ​ຫວຽດ​ນາມ ເວົ້າ​ສະ​ເພາະ ແລະ ຊາວ​ອາ​ຊີ​ເວົ້າ​ລວມ ຫຼາຍ​ພໍ​ສົມ​ຄວນ ດັ່ງ​ນັ້ນ ມີ​ເຍື່ອງ​ອາ​ຫານ​ໃນ​ຍາມບຸນ​ເຕັດຄົບ​ຖ້ວນ​ພໍ​ສົມ​ຄວນ. ສິ່ງ​ນີ້​ເຮັດ​ໃຫ້​ນັກ​ສຶກ​ສາ ພວກ​ຂ້າ​ພະ​ເຈົ້າ​ກໍ່​ຮູ້​ສຶກ​ໃກ້​ກັບ​ບຸນ​ເຕັດ​ກ່​ວາ. ແຕ່​ສິ່ງ​ທີ່​ເປັນ​ໜ້າ​ເສຍ​ດາຍ​ແມ່ນ ປະ​ເທດອົດ​ສະ​ຕາ​ລີ​ນອນ​ຢູ່​ພາກ​ໃຕ້​ຂອງ​ໂລກ, ບັນ​ດາ​ລະ​ດູ​ກົງ​ກັນ​ຂ້າ​ມ​ກັບ ຫວຽດ​ນາມ ດັ່ງ​ນັ້ນ ບຸນ​ເຕັດ​​ປະ​ຈຳ​ຊາດກົງ​ກັບ​ທ້າຍ​ລະ​ດູ​ຮ້ອນ​ຕົ້ນ ລະ​ດູ​ໃບ​ໄມ້ຫຼົ່ນ ອາ​ກາດ​ຈະ​ບໍ່​​ໜາວ​ ຫຼື ມີ​ຝົກ​ຝອຍຄື​ຢູ່​ຮ່າ​ໂນ້ຍ” ເຟືອງ​ແອັງ​ແບ່ງ​ປັນ.

ບັນ​ຍາ​ກາດ​ບຸນ​ເຕັດ ຢູ່ ທາງ​ຕາ​ເວັນຕົກ

ບໍ່​ແມ່ນ​ປະ​ເທດ​ໃດ​ໃນ​ໂລກ ກໍ່​ຕ້ອນ​ຮັບບຸນ​ເຕັດ​ຄື​ຢູ່ ຫວຽດ​ນາມ ແລະ ບາງ​ປະ​ເທດ​ອາ​ຊີ​ຕ​າ​ເວັນ​ອອກ ແຕ່​ພຽງ​ແຕ່​ມີ​ຊາວ​ຫວຽດ​ນາມຢູ່​ຫັ້ນ ​ແນ່ນອນ​ວ່າບຸນ​ເຕັດ​ຈະ​ໄດ້​ຮັບ​ການ​ຈັດ​ຕັ້ງ.

“ໃນ​ຊຸມ​ວັນ​ໃກ້​ຈະ​ຮອດ​ບຸນ​ເຕັດ ເມື່ອໄປ​ຍັງ​ຕະຫຼາດ ຫວຽດ​ນາມ ຢູ່ ມົດ​ສະ​ກູ ຈະ​ຮູ້​ສຶກວ່າ​ໄດ້​ກັບ​ເມືອ​ຫວຽດ​ນາມ, ບັນ​ຍາ​ກາດ​ບຸນ​ເຕັດ​ຢູ່​ທຸ​ກ​ແຫ່ງ ດ້ວຍ​ສຽງ​ຂອງ​ຜູ້​ຊື້​ຄົນ​ຂາຍ​ທີ່​ຄຶກ​ຄຶ້ນ. ຢູ່​ຫໍ​ພັກ​ນັກ​ສຶກ​ສາ​ຂ້າ​ພະ​ເຈົ້າ, ນັກ​ສຶກ​ສາ ຫວຽດ​ນາມ ໄດ້​ຂຶ້ນ​ແຜນ​ການ​ຕ້ອນ​ຮັບ​ບຸນ​ເຕັດ​ຢູ່​ໄກ​ຄອບ​ຄົວ ແລະ ກະ​ກຽມ​ບັນ​ດາ​ຂອງ​ຂວັນ​ເພື່ອມອບ​ກັນ. ຂ້າ​ພະ​ເຈົ້າ​ຄິດ​ວ່າ ເຖິງວ່າ​ຢູ່​ໃສ, ບຸ​ນ​ເຕັດ​ຍາມ​ໃດ​ກໍ່​ຢູ່​ໃນ​ໃຈ​ຂອງ​ຊາວ​ຫວຽດ​ນາມ.” ເຟືອງ​ລິງ​ (ນັກ​ສຶກ​ສາ​ໂຮງ​ຮຽນເສດ​ຖະ​ກິດ​ແຫ່ງ​ຊາດ Plekhanov, ປະ​ເທດລັດ​ເຊຍ) ແບ່ງ​ປັນ.

ເວົ້າ​ເຖິງ​ການວາງແຜນ​ສະ​ເພາະ​ຂອງ​ຕົນ ໃນ​ໂອ​ກາດ​ບຸນ​ເຕັດ​ປະ​ຈຳ​ຊາດ​ຈະ​ວຽນ​ມາ, ເຟືອງ​ລິງ ກໍ່​ມີ​ຄວາມ​ພາກ​ພູນ​ໃຈ​ທີ່​ສຸດ “ຢູ່​ມົດ​ສະ​ກູ, ນັກ​ສຶກ​ສາ ຫວຽດ​ນາມ ກໍ່ຫຼາຍ​ພໍ​ສົມ​ຄວນ, ດັ່ງ​ນັ້ນ ພວກ​ນ້ອງ​ຈະ​ຫໍ່​ເຂົ້າ​ຕົ້ມ ແລະ ກະ​ກຽມ​ຄາບ​ເຂົ້າ ບຸນ​ເຕັດ​ຫວຽດ​ນາມ ທີ່​ເປັນ​ມູນ​ເຊື້ອ. ຂ້າ​ພະ​ເຈົ້າ​ກໍ່​ໂຊກ​ດີ​ຍ້ອນ​ວ່າ ປີ​ໃດ​ກໍ່​ໄດ້​ກະ​ກຽມ​ຄາບ​ເຂົ້າ​ບຸນ​ເຕັດ​ກັບ​ພໍ່​ແມ່, ດັ່​ງ​ນັ້ນ​ເມື່ອ​ໄປ​ຮຽນ​ຢູ່​ຕ່າງ​ປະ​ເທດ, ຂ້າ​ພະ​ເຈົ້າ​ຄິດ​ວ່າ ຈະ​ແມ່ນ​ການ​ລົງ​ພຶດ​ຕິ​ກຳ​ຕົວ​ທີ່​ເປັນ​ໜ້າ​ຈັບ​ໃຈ ເມື່ອ​ຕົນ​ເອງ​ໄດ້ຄິດ​ລາຍ​ການ​ອາ​ຫານ ແລະ ແຕ່ງ​ກິນ”.

ໂດຍ​ບໍ່​ສາ​ມາດ​ຕ້ອນ​ຮັບ​ ​ບຸນ​ເຕັດ ຖືກ​ຕາມ​ປະຕິທິນ ຍ້ອນ​ຄ​າ​​ຮຽນ ແລະ ເຮັດ​ວຽກ, ທູ​ຖາວ (ນັກ​ສຶກ​ສາ ຢູ່ ເຢຍ​ລະ​ມັນ) ໄດ້​ເລືອກທີ່​ຈະ​ຕ້ອນ​ຮັບ​ບຸນ​ເຕັດ​ໄວ​ກ່​ວາ​​​ກຳ​ນົດ ດ້ວຍ​ວິ​ທີ​ການ​ຈະ​ພ້ອມ​ກັບ​ເພື່ອນ​ມິດ​ນັກ​ສຶກ​ສາ ຫວຽດ​ນາມ ເຂົ້າ​ຫ້ອງ​ຄົວ ເພື່ອ​ແຕ່ງ​ບັນ​ດາ​ເຍື່ອງ​ອາ​ຫານ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ ວັນ​ບຸນ​ເຕັດ​​ບ້ານ​ເກີດ​ເມືອງນອນ. “ພວກ​ຂ້າ​ພະ​ເຈົ້າ ແຕ່​ລະ​ຄົນ ຈະ​ເຮັດ​ເຍື່ອງ​ອາ​ຫານ​ໜຶ່ງ, ຜູ້​ໃດ​ຮູ້​ປຸງ​ແຕ່ງ​ອາ​ຫານ​ຫຍັງ​ກໍ່​ຈະ​ປຸງ​ແຕ່ງເຍື່ອງ​ອາ​ຫານ​ນັ້ນ. ພາຍຫຼັ​ງ​ແຕ່ງ​ກິນ​ລຽ​ບ​ລ້ອຍ, ທຸກ​ຄົນ​ຈະ​ຍົກ​ຈອກອວຍ​ພອນ​ບຸນ​ເຕັດ, ທຳ​ຄວາມ​ລຶ້ງ​ເຄີຍ. ພິ​ເສດ, ງານ​ລ້ຽງ​ຂອງ​ມື້​ນັ້ນ​ຍັງ​ມີ​ການ​ເຂົ້າ​ຮ່ວມ​ຂອງຊາວ​ຕ່າງ​ປະ​ເທດ​ສອງ​ຄົນ, ດ້ວຍ​ເຫຼົ້າ, ຊີ້ນແກະ ແລະ ບັນ​ດາ​ເຍື່ອງ​ອາ​ຫານ​ທີ່​ເປັນ​ມູນ​ເຊື້ອ​ຕ່າງໆ​ຂອງ​ເຂດ Afrika. ໂດຍຮູ້​ວ່າ ສອງ​ຄົນ​ນັ້ນ ກິນ​ຊີ້​ໝູ​ບໍ່​ໄດ້ ດັ່ງ​ນັ້ນ ພວກ​ຂ້າ​ພະ​ເຈົ້າ​ໄດ້​ແຕ່ງ​ອາ​ຫານ​ຢໍ່​ຈືນ​ທະ​ເລໃຫ້​ເຂົາ​ກິນ ເພື່ອ​ໂຄ​ສະ​ນາ​ກ່ຽວ​ກັບ​ອາ​ຫານ​ການ​ກິນຂອງ​ປະ​ເທດ​ຕົນ. ທັງ​ສອງ​ຄົນ​ລ້ວນ​ແຕ່​ຮູ້​ສຶກ​ເປັນ​ໜ້າ​ຈັບ​ໃຈ​ເມື່ອ​ຟັງ​ຂ້າ​ພະ​ເຈົ້າ ເລົ່າ​ເລື່ອງ​ກ່ຽວ​ກັບ ຫວຽດ​ນາມ, ໂດຍ​ແມ່ນ​ປ​ະ​ເທດ​ທີ່​ມີ​ໝາກ​ໄມ້ຫຼາຍ​ຊະ​ນິດ, ມີ​ເຍື່ອງ​ອາ​ຫານ​ທີ່​ແຊບ​ນົວ ແລະ ປັດ​ຊະນີ​ຍະ​ສະ​ຖານ, ທິ​ວ​ທັດ​ທຳ​ມະ​ຊາດ ທີ່​ສວຍ​ງາມ.”

ບໍ່​​ເທົ່າ​ໃດ​ມື້ ບຸນ​ເຕັດ​ຈະ​ວຽ​ນ​ມາ​ແລ້ວ, ເຖິງວ່າ​ຢູ່​ໃນ​ສະ​ພາບ​ບໍ່ມີເງື່ອນ​ໄຂ, ແຕ່​ນັກ​ສຶກ​ສາ​ຫວຽດ​ນາມ ຍັງ​ຊອກ​ຫາ​ໄດ້​ວິ​ທີ​ການ​ຕ້ອນ​ຮັບ​ບຸນ​ເຕັດ​ສະ​ເພາະ​ຂອງ​ຕົນ​ເພື່ອ​ຕ້ອນ​ຮັບ​ບຸນ​ເຕັດຢູ່​ຕ່າງ​ປະ​ເທດ ຢ່າງ​ອົບ​ອຸ່ນ ແລະ ຄົບ​ຖ້ວນ ຄື​ຢູ່​ບ້ານ​ເກີດ​ເມືອງນອນ​ຂອງ​ຕົນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.