ຮ່າ​ໂນ້ຍ​ຜັນ​ຂະ​ຫຍາຍ​ຮູບ​ແບບ “ສຸກ​ສາ​ລາ ອ​ອນ​ໄລ” ແຫ່ງ​ທຳ​ອິດ

14:07 | 19/01/2022

ຍ​ສ​ໝ - ເພື່ອ​ສົ່ງ​ຂໍ້​ມູນ​ໄປ​ຍັງ​ຜູ້​ຕິດ​ເຊື້ອ​ໂດຍ​ໄວ​ທີ່​ສຸດ, ເມືອງ ຈຸກ​ແບກ (ເມືອງ ບາ​ດິ່ງ, ຮ່າ​ໂນ້ຍ) ຫາ​ກໍ່​ເປີດ​ນຳ​ໃຊ້ “ສຸກ​ສາ​ລາ ອອນ​ໄລ” ທາ​ງ​ໄກ ແຫ່ງ​ທຳ​ອິດ ໂດຍ​ຮັບ​ຂໍ້​ມູນ​ຜ່ານ Facebook. ນີ້​ແມ່ນ​ຮູບ​ແບບ “ສຸກ​ສາ​ລາ ອອນ​ໄລ” ແຫ່ງ​ທຳ​ອິດ ຢູ່​ນະ​ຄອນຫຼວງ.

ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ ທັງ​ຊາດໃນ​ການ​ພັດ​ທະ​ນາ​ດ້ານ​ເສດ​ຖະ​ກິດ - ສັງ​ຄົມ ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ ທັງ​ຊາດໃນ​ການ​ພັດ​ທະ​ນາ​ດ້ານ​ເສດ​ຖະ​ກິດ - ສັງ​ຄົມ
ນະ​ຄອນ​ຮ່າ​ໂນ້ຍ ແມ່ນ 1 ໃນ​ຈຳ​ນວນ 10 ນະ​ຄອນ​ທີ່​ມີ​ຄ່າ​ໃຊ້​ຈ່າຍ​ຖືກ​ທີ່​ສຸດ​ໃນ​ໂລກສຳລັບຊາວ​ຕ່າງ​ປະ​ເທດ ນະ​ຄອນ​ຮ່າ​ໂນ້ຍ ແມ່ນ 1 ໃນ​ຈຳ​ນວນ 10 ນະ​ຄອນ​ທີ່​ມີ​ຄ່າ​ໃຊ້​ຈ່າຍ​ຖືກ​ທີ່​ສຸດ​ໃນ​ໂລກສຳລັບຊາວ​ຕ່າງ​ປະ​ເທດ
ຮ່າ​ໂນ້ຍ​ຜັນ​ຂະ​ຫຍາຍ​ຮູບ​ແບບ “ສຸກ​ສາ​ລາ ອ​ອນ​ໄລ” ແຫ່ງ​ທຳ​ອິດ
fanpage ສຸກ​ສາ​ລາອອນ​ໄລ (ພາ​ບ: vietnamplus.vn)

ຮູບ​ແບບນີ້​ໄດ້​ນຳ​ໃຊ້​ສື່​ສັງ​ຄົມ​ອອນ​ໄລ Facebook ເພື່ອ​ສົ່ງ​ສານ​ຂໍ້​ມູນ​ຢ່າງ​ໄວ​ທີ່​ສຸດ ໄປ​ຍັງ​ປະ​ຊາ​ຊົນ, ພ້ອມ​ທັງ, fanpage ນີ້​ ກໍ່​ໄດ້​ເຊື່ອມ​ຕໍ່​ກັບ​ບັນ​ດາ​ບັນ​ຊີ​ສື່​ສັງ​ຄົມ​ອອນ​ໄລ Zalo ຈາກ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນບ້ານ ຕະຫຼອດ​ຮອດ​ບັນ​ດາ​ກຸ່ມ​ປະ​ຊາ​ຊົນ​ ໃນ​ການ​ປະ​ຕິ​ບັດ​ວຽກ​ງານປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19. ​

ທີ່​ຢູ່ຢ່າງ​ເປັນ​ທາງ​ການ​ຂອງ Fanpage: ສຸກ​ສາ​ລາ ອອນ​ໄລ - ບ້ານ​ຈຸກ​ແບກ, ໂທ​ລະ​ສັບ​ສາຍ​ດ່ວນ 039.885.6892. ສະ​ມາ​ຊິກ​ຂອງສຸກ​ສາ​ລາ​ ລວມ​ມີ​ພະ​ນັກ​ງານ​ບ້ານ, ສຸກ​ສາ​ລາ ບ້ານ, ບັນ​ດາ​ທ່ານ​ໝໍ, ຜູ້​ອາ​ສາ​ສະ​ໝັກ... “ສຸກ​ສາ​ລາອອນ​ໄລ” ສະ​ໜອງ​ບັນ​ດາ​ບົດ​ຝຶກ​ແອບ​ອອກ​ກຳ​ລັງ​ກາຍ, ຈິດ​ໃຈ, ການ​ແນະ​ນຳ​ເບິ່ງ​ແຍງ​ດູ​ແລ​ຄົນ​ເຈັບ, ກໍ່​ຄື​ແນະ​ນຳ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19.

ປະ​ຊ​າ​ຊົນ ແລະ ກໍ​ລະ​ນີ F0, F1 ຖ້າ​ມີ​ຄວາມ​​ຂ້ອງ​ໃຈ ຫຼື​ຕ້ອງ​ການ​ໜູນ​ຊ່ວຍ​ກ່ຽວ​ກັບ​ຂໍ້​ມູນ, ຢາ​ປິ່ນ​ປົວ, ຄວາມ​ຕ້ອງ​ການທີ່​ຈຳ​ເປັນ, ຄວາມ​ຕ້ອງ​ການ​ຕ່າງໆ ພຽງ​ແຕ່​ແຈ້ງ​ໄປ​ຍັງ “ສຸກ​ສາ​ລາ ອອນ​ໄລ” ແລະ ກໍຈະ​ໄດ້​ຮັບ​ການ​ໜູນ​ຊ່ວຍ.

ຮູບແບບ “ສຸກ​ສາ​ລາ ອອນ​ໄລ” ຈະ​ປະ​ກອບ​ສ່ວນ​ແບ່ງ​ປັນ​ຄວາມ​ກົດ​ດັນກັບສຸກ​ສາ​ລາ​ບ້ານ ໃນ​ສະ​ພາບ​ການ​ໂລກ​ລະ​ບາດ​ທີ່ນັບ​ມື້​ນັບ​ມີ​ການ​ຜັນ​ແປ​ຢ່າງ​ສັບສົນ, ຮັບ​ປະ​ກັນ​ວ່າ F0, F1 ຈະ​ໄດ້​ຮັບ​ການ​ເບິ່ງ​ແຍງ​ດູ​ແລຢ່າງ​ລອບ​ຄອບ​ຖີ່​ຖ້ວນ, ທັນ​ການໃນ​ເວ​ລາ 7/24 ຊົ່ວ​ໂມງ, ຫຼຸດ​​​ກ່ຽວ​ກັບ​ເວ​ລາ ແລະ ໄລ​ຍະຫ່າງ ລະ​ຫວ່າງ​ປະ​ຊາ​ຊົນ, ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ກັບ​ພະ​ນັກ​ງານ​ສາ​ທາ​ລະ​ນະ​ສຸກ, ພະ​ນັກ​ງານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ບ້ານ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.