ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ ທັງ​ຊາດໃນ​ການ​ພັດ​ທະ​ນາ​ດ້ານ​ເສດ​ຖະ​ກິດ - ສັງ​ຄົມ

07:48 | 18/01/2022

ຍ​ສ​ໝ - ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ຄະນະຂົນຂວາຍປະຊາຊົນສູນກາງຈັດຕັ້ງກອງປະຊຸມແບບທາງໄກ ທົ່ວປະເທດສະຫຼຸບວຽກງານຂົນຂວາຍປະຊາຊົນ ແລະ ຕີລາຄາໝາກຜົນຂອງການປະຕິບັດ ປີ “ຍູ້ແຮງການປະຕິບັດກົນໄກປະຊາທິປະໄຕ ຢູ່ຂັ້ນຮາກຖານ” ປີ 2021, ຜັນຂະຫຍາຍໜ້າທີ່ປີ 2022.

ທ່ານ​ປະ​ທານ​ປະ​ເທດ​ ຫວຽດ​ນາມ ຢ້ຽມ​ຢາມ, ລົງລະ​ດົມ​ກຳ​ລັງ​ໃຈ​ກຳ​ລັງ​ສາ​ທາ​ລະ​ນຸ​ສຸກ ຢູ່ ດ່າ​ໜັງ ທ່ານ​ປະ​ທານ​ປະ​ເທດ​ ຫວຽດ​ນາມ ຢ້ຽມ​ຢາມ, ລົງລະ​ດົມ​ກຳ​ລັງ​ໃຈ​ກຳ​ລັງ​ສາ​ທາ​ລະ​ນຸ​ສຸກ ຢູ່ ດ່າ​ໜັງ
ປີ 2022ຕັ້ງ​ໜ້າ​ຫັນ​ເປັນ​ດີ​ຈີ​ຕອນ ເພື່ອ​ສ້າງ​ບາດ​ກ້າວ​ຢ່າງ​ແຮງ​ໃນ​ທົ່ວ​ຂະ​ແໜງວັດ​ທະ​ນະ​ທຳ ປີ 2022ຕັ້ງ​ໜ້າ​ຫັນ​ເປັນ​ດີ​ຈີ​ຕອນ ເພື່ອ​ສ້າງ​ບາດ​ກ້າວ​ຢ່າງ​ແຮງ​ໃນ​ທົ່ວ​ຂະ​ແໜງວັດ​ທະ​ນະ​ທຳ
ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ ທັງ​ຊາດໃນ​ການ​ພັດ​ທະ​ນາ​ດ້ານ​ເສດ​ຖະ​ກິດ - ສັງ​ຄົມ
ກອ​ງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ (ພາບ: VGP)

ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານ ຫວໍວັນເຖືອງ ຜູ້ປະຈຳການຄະນະເລຂາທິການສູງການພັກ ໄດ້ສະເໜີໃຫ້ ຂະແໜງຂົນຂວາຍປະຊາຊົນ ຄວນເປັນເຈົ້າການກຳແໜ້ນ, ສ່ອງແສງຈິດໃຈ, ຄວາມມຸ່ງມາດປາດຖະໜາອັນຊອບທຳຂອງປະຊາຊົນໃຫ້ແກ່ຄະນະພັກ, ອຳນາດການປົກຄອງ ຢ່າງທັນການເພື່ອພິຈາລະນາແກ້ໄຂ, ເປັນຕົ້ນແມ່ນບັນດາບັນຫາທີ່ກ່ຽວຂ້ອງໂດຍກົງຕໍ່ຊີວິດການເປັນຢູ່, ວຽກເຮັດງານທຳ, ລາຍຮັບຂອງປະຊາຊົນ. ພ້ອມທັງຕ້ອງຮັບຮູ້ທັດສະນະ “ປະຊາຊົນແມ່ນກົກເຄົ້າ” ຢ່າງເລິກເຊິ່ງ ແລະ ຄົບຖ້ວນກ່ວາອີກ, ເສີມຂະຫຍາຍກຳລັງແຮງຂອງປະຊາຊົນ, ກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ.

ທ່ານ ຫວໍວັນເຖືອງ ຮຽກຮ້ອງໃຫ້ສືບຕໍ່ເສີມຂະຫຍາຍກຳລັງແຮງຂອງທົ່ວປວງຊົນໃນການປະຕິບັດ 3 ໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່, ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ, ພັດທະນາເສດຖະກິດ - ສັງຄົມ ໃຫ້ແກ່ພໍ່ແມ່ປະຊາຊົນຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ ຢ່າງມີປະສິດທິຜົນ. ຍູ້​ແຮງ​ຂະ​ບວນ​ການ​ແຂ່ງ​ຂັນຂົນ​ຂວາຍ​ປະ​ຊາ​ຊົນ​ທີ່​ດີ ຂອງ​ລະ​ບົບ​ການ​ເມືອງ, ຕິດ​ພັນ​ກັບ​ການ​ຂົນ​ຂວາຍ, ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ​ໃນ​ທຸກ​ຂົງ​ເຂດ, ຮັບ​ປະ​ກັນ​ປະ​ສິດ​ທິ​ຜົນ ແລະ ແທດ​ຈິງ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.