ລະ​ດົມ​ສະ​ຕິປັນ​ຍາ​ຂອງ​ປະ​ຊາ​ຊົນ ເພື່ອ​ປະ​ຕິ​ບັດ​ເປົ້າ​ໝາຍ​ນຳ ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ພັດ​ທະ​ນາ, ມີ​ຄວາມ​ຜາ​ສຸກ​ໃນ​ປີ 2045

16:30 | 23/01/2022

ຍ​ສ​ໝ - ກ່າວຄຳເຫັນໄຂ Festival Startup 2022, ທ່ານ ຟ້າມເຕິນກົງ, ປະທານ ສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ ເນັ້ນໜັກວ່າ ໃນທ່າອ່ຽງລວມຂອງໂລກ, ປີ 2021, ຫວຽດນາມ ກໍປະເຊີນໜ້າກັບຄວາມຫຍຸ້ງຍາກນາໆປະການ ແລະ ໂລກ​ລະ​ບາດ​ໂຄວິດ - 19 ທີ່​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ.

ນຳ​​ວຽກ​ງານ​ການ​ທູດ​​ປະ​ຊາ​ຊົນ​ກາຍ​ເປັ​ນ​ໜຶ່ງ​ໃນ​ສາມ​ເສົາ​ຄ້ຳ​ຂອງ​ພື້ນ​ຖານ​ການທູດ ຫວຽດ​ນາມ ຮອບ​ດ້ານ, ທັນ​ສະ​ໄໝ ນຳ​​ວຽກ​ງານ​ການ​ທູດ​​ປະ​ຊາ​ຊົນ​ກາຍ​ເປັ​ນ​ໜຶ່ງ​ໃນ​ສາມ​ເສົາ​ຄ້ຳ​ຂອງ​ພື້ນ​ຖານ​ການທູດ ຫວຽດ​ນາມ ຮອບ​ດ້ານ, ທັນ​ສະ​ໄໝ
ທ່ານ​ປະ​ທານ​ປະ​ເທດ​ ຫວຽດ​ນາມ ຢ້ຽມ​ຢາມ, ລົງລະ​ດົມ​ກຳ​ລັງ​ໃຈ​ກຳ​ລັງ​ສາ​ທາ​ລະ​ນຸ​ສຸກ ຢູ່ ດ່າ​ໜັງ ທ່ານ​ປະ​ທານ​ປະ​ເທດ​ ຫວຽດ​ນາມ ຢ້ຽມ​ຢາມ, ລົງລະ​ດົມ​ກຳ​ລັງ​ໃຈ​ກຳ​ລັງ​ສາ​ທາ​ລະ​ນຸ​ສຸກ ຢູ່ ດ່າ​ໜັງ
ລະ​ດົມ​ສະ​ຕິປັນ​ຍາ​ຂອງ​ປະ​ຊາ​ຊົນ ເພື່ອ​ປະ​ຕິ​ບັດ​ເປົ້າ​ໝາຍ​ນຳ ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ພັດ​ທະ​ນາ, ມີ​ຄວາມ​ຜາ​ສຸກ​ໃນ​ປີ 2045
ພ​າບ​ປະ​ກອບ

ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ ໄດ້ໄຂລາຍການ Festival Startup 2022. ເຫດການດັ່ງກ່າວໂດຍ ວາລະສານເວທີປາໄສວິສາຫະກິດ (ສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ - VCCI) ຈັດຂຶ້ນ ໂດຍມີການເຂົ້າຮ່ວມຂອງການນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ຜູ້ຕາງໜ້າບາງອົງການຈັດຕັ້ງສາກົນ, ບັນດາອົງການຊຸກຍູ້ການ Startup, ຜູ້ໃຫ້ຄຳປຶກສາ, ນັກລົງທຶນ, ປະຊາຄົມວິສາຫະກິດ…

ກ່າວຄຳເຫັນໄຂ Festival Startup 2022, ທ່ານ ຟ້າມເຕິນກົງ, ປະທານສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ ເນັ້ນໜັກວ່າ ໃນທ່າອ່ຽງລວມຂອງໂລກ, ປີ 2021, ຫວຽດນາມ ກໍປະເຊີນໜ້າກັບຄວາມຫຍຸ້ງຍາກນາໆປະການ ແລະ ໂລກ​ລະ​ບາດ​ໂຄວິດ - 19 ທີ່​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ. ແຕ່ເຖິງຢ່າງໃດກໍຕາມ, ຫວຽດນາມ ຍັງມີຈຸດພົ້ນເດັ່ນ, ນັ້ນຄືພະລັງຊີວິດຂອງວິສາຫະກິດ ຫວຽດນາມ ແລະ ນ້ຳໃຈ Startup ດຳເນີນທຸລະກິດຂອງປະຊາຊົນ ຫວຽດນາມ. ສະເລ່ຍແຕ່ລະເດືອນໃນປີ 2021, ມີ 13.300 ວິສາຫະກິດແມ່ນກັບມາເຄື່ອນໄຫວຄືນໃໝ່, ໃນ​ນັ້ນ​ມີສາຫະກິດສ້າງຕັ້ງໃໝ່ ປະມານ 10.000 ແຫ່ງ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຄວາມມານະພະຍາຍາມສ້າງໂຄງປະກອບຄືນໃໝ່ ແລະ ການປັບຕົວຂອງຂົງເຂດວິສາຫະກິດໃນພື້ນຖານເສດຖະກິດ, ກໍ່​ຄື​ຈິດ​ໃຈ Startup ຂອງປະ​ຊາ​ຊົນ, ວິ​ສາ​ຫະ​ກິດ ຫວຽດ​ນາມ ແມ່ນ​ເຂັ້ມແຂງ​​ທີ່​ສຸ​ດ.

ເພື່ອຮ່ວມແຮງຮ່ວມໃຈນໍາ ຫວຽດນາມ ກາຍເປັນປະເທດ ພັດທະນາ, ຈະເລີນຮຸ່ງເຮືອງ, ວັດທະນາຖາວອນ ແລະ ມີຄວາມຜາສຸກໃນປີ 2045 ນັ້ນ, VCCI ໃຫ້ຄຳໝັ້ນສັນຍາ ພ້ອມກັບບັນດາກະຊວງ, ຄະນະຂະແໜງການ, ອົງການຈັດຕັ້ງໃນທົ່ວປະເທດລະດົມກຳລັງແຮງພູມປັນຍາຂອງປະຊາຊົນຫວຽດນາມ ເພື່ອປະຕິບັດເປົ້າໝາຍນີ້.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.