ສະ​ມາ​ຊິກ​ທິມ​ບານ​ເຕະ​ຍິງ ຫວຽດ​ນາມ 10 ຄົນ​ໄປ​ຮອດ​ອິນ​ເດຍ ເພື່ອ​ເຂົ້າ​ຮ່ວມ Asian Cup

08:07 | 19/01/2022

ຍ​ສ​ໝ - ວັນ​ທີ 16 ມັງ​ກອນ, ບັນ​ດາ​ສະ​ມາ​ຊິກ​ທຳ​ອິດ​ຂອງທິມ​ບານ​ເຕະ​ຍິງ ຫວຽດ​ນາມ ໄດ້​ໄປ​ຮອດ​ອິນ​ເດຍ ພາຍຫຼັງ​ການ​ເດີນ​ທາງ​ຈາກ ແອັດ​ສະ​ປາຍ.

ການແຂ່ງຂັນຮອບຄັດເລືອກເຕະບານຊິງແຊ້ມອາຊີ 2022: ທີມບານເຕະຍິງຫວຽດນາມ ເອົາຊະນະ ທີມເຕະບານຍິງ ມານດີວ 16-0 ການແຂ່ງຂັນຮອບຄັດເລືອກເຕະບານຊິງແຊ້ມອາຊີ 2022: ທີມບານເຕະຍິງຫວຽດນາມ ເອົາຊະນະ ທີມເຕະບານຍິງ ມານດີວ 16-0
ທິມບານເຕະແຫ່ງຊາດຫວຽດນາມ ມຸ່ງໄປເຖິງເປົ້າໝາຍເຂົ້າຮ່ວມຮອບຊີງຊະນະເລີດ Asian Cup 2023 ທິມບານເຕະແຫ່ງຊາດຫວຽດນາມ ມຸ່ງໄປເຖິງເປົ້າໝາຍເຂົ້າຮ່ວມຮອບຊີງຊະນະເລີດ Asian Cup 2023
ສະ​ມາ​ຊິກ​ທິມ​ບານ​ເຕະ​ຍິງ ຫວຽດ​ນາມ 10 ຄົນ​ໄປ​ຮອດ​ອິນ​ເດຍ ເພື່ອ​ເຂົ້າ​ຮ່ວມ Asian Cup
ສະ​ມາ​ຊິກ​ທິມ​ບານ​ເຕະ​ຍິງ ຫວຽດ​ນາມ 10 ຄົນ​ໄປ​ຮອດ​ອິນ​ເດຍ ເພື່ອ​ເຂົ້າ​ຮ່ວມ Asian Cup. ພາບ: VFF

ກຸ່ມ​ສະ​ມາ​ຊິກ​ທຳ​ອິດ​ຂອງ​ທິມ​ບານ​ເຕະ​ຍິງ ຫວຽດ​ນາມ ໄປ​ຍັງ​ອິນ​ເດຍ ລວມ​ມີ 10 ຄົນ, ໂດຍ​ທ່ານ ເຈືອງ​ຫ໋າຍ​ຕຸງ ຫົວ​ໜ້າ​ຄະ​ນະ ແລະ ຄູ​ຝຶກ ມາຍ​ດຶກ​ຈຸງ ຮັບຜິດ​ຊອບ. ນີ້​ແມ່ນ​ບັນ​ດາ​ສະ​ມາ​ຊິກທີ່​ມີ​ເງື່ອນ​ໄຂ​ຄົບ​ຖ້ວນ​ທີ່​ສຸດ ເພື່ອ​ເຂົ້າ​ເມືອງ ອິນ​ເດຍ. ບັນ​ດາ​ສະ​ມາ​ຊິກ​ໄດ້​ບິນ​ໄປ​ຍັງ​ໂຮນ​ລັງ​ ກ່ອນ​ທີ່​ຈະ​ບິນ​ຕໍ່ 8 ຊົ່ວ​ໂມງ​ໄປ​ຍັງ ອິນ​ເດຍ.

ທ່ານ ເລ​ຮ່​ວາຍ​ແອັງ ເລ​ຂາ​ທິ​ການ​ໃຫຍ່ VFF ໃຫ້​ຮູ້​ວ່າ​ VFF ພວມ​ມາ​ນະ​ພະ​ຍາ​ຍາມ ເພື່ອ​ມີ​ບັນ​ດາ​ມາດ​ຕະ​ການ​ຢ່າງ​ລະ​ອຽດ ໃນ​ແຜນ​ການ​ເຂົ້າ​ຮ່ວມ ຮອບ​ຊີ​ງ​ຊະ​ນະ​ເລີດ Asian Cup ຍິງ 2022 ຂອງ ທິມ​ບານ​ເຕະຍິງ ຫວຽດ​ນາມ. ໄປ​ຄຽງ​ຄູ່​ກັນ​ນັ້​ນ, VFF ພວມ​ໄດ້ຮັບໜູນ​ຊ່ວຍ​ຢ່າງ​ຕັ້ງ​ໜ້າຈາກ AFC ເພື່ອ​ມີ​ນະ​ໂຍ​ບາຍ​ພິ​ເສດ​ໃຫ້​ແກ່​ທິມ​ບານ​ເຕະ​ຍິງ ຫວຽດ​ນາມ.

ທິມ​ບານ​ເຕະ​ຍິງ ຫວຽດ​ນາມ ຫວັງ​ວ່າ ຈະ​ມີ​ສະ​ມາ​ຊິກ​ຢ່າງ​ຄົບ​ຖ້ວນ ຢູ່ ອິນ​ເດຍ ແລະ ສາມາດເຂົ້າ​ຮ່ວມ​ການ​ແຂ່ງ​ຂັນຮອບ​ຊີງ​ຊະ​ນະ​ເລີດ Asian Cup ຍິງ 2022 ໂດຍພົບ​ກັບ​ທິມ​ບານ​ເຕະ​ຍິງ ສ.ເກົາຫຼີ ໃນ​ວັນ​ທີ 21 ມັງ​ກອນ ​ຈະ​ມາ​ເຖິງ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.