ທ່ານ​ນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດັ້ງ​ທິ​ທູ​ຮ່າ ຢື່ນ​ສານ​ຕາ​ຕັ້ງຕໍ່​ເຈົ້າ​ຊີ​ວິດ ໂມ​ຣົກ​ໂກ

15:07 | 23/01/2022

ຍ​ສ​ໝ - ຫວ່າງແລ້ວນີ້, ຢູ່ Rabat, ທ່ານ​ນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດັ້ງ​ທິ​ທູ​ຮັ່ງ ໄດ້​ຢືນ​ສານ​ຕາ​ຄ​ຕັ້ງ ຂອງ​ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ໄປ​ຍັງ​ເຈົ້າ​ຊີ​ວິດ ໂມ​ຣົກ​ໂກ Mohamed VI.

ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ ມາ​ຣົກ​ ກັບ ຫວຽດ​ນາມ ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ ມາ​ຣົກ​ ກັບ ຫວຽດ​ນາມ
ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ໂມ​ຊຳ​ບິກ​ສະ​ເຫຼີມ​ສະຫຼອງ 131 ປີ​ແຫ່ງວັນ​ຄ້າ​ຍ​ວັນ​ເກີດ​ປະ​ທານ ໂຮ່​ຈີ​ມິນ ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ໂມ​ຊຳ​ບິກ​ສະ​ເຫຼີມ​ສະຫຼອງ 131 ປີ​ແຫ່ງວັນ​ຄ້າ​ຍ​ວັນ​ເກີດ​ປະ​ທານ ໂຮ່​ຈີ​ມິນ
ທ່ານ​ນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດັ້ງ​ທິ​ທູ​ຮ່າ ຢື່ນ​ສານ​ຕາ​ຕັ້ງຕໍ່​ເຈົ້າ​ຊີ​ວິດ ໂມ​ຣົກ​ໂກ

ທ່ານ​ນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດັ້ງ​ທິ​ທູ​ຮັ່ງ ໄດ້​ຢືນ​ສານ​ຕາ​ຄ​ຕັ້ງ ຂອງ​ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ໄປ​ຍັງ​ເຈົ້າ​ຊີ​ວິດ ໂມ​ຣົກ​ໂກ Mohamed VI (ພາບ: baoquocte.vn)

ພິ​ທີ​ໄດ້​ຈັດ​ຕັ້ງ​ຢ່າງ​ສົມ​ກຽດ​ຢູ່ ວັງພະບໍລົມວົງສານຸວົງ, ໂດຍ​ມີ​ການ​ມີ​ໜ້າ​ຂອງ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ການຮ່ວມ​ມື​ອາບ​ຟ​ຼິກ​ກາ ແລະ ຊາວ ໂມ​ຣົກ​ໂກ ອາ​ໄສ​ຢູ່​ຕ່າງ​ປະ​ເທດ Nasser Bourita, ພ້ອມ​ກັບ​ບັນ​ດາ​ເຈົ້າ​ໜ້​າ​ທີ່​ຂັ້ນ​ສູງ​ຂອງ ໂມ​ຣົກ​ໂກ.

ນີ້​ແມ່ນ​ຄັ້ງ​ທຳ​ອິດ ພິ​ທີ​ຍື່ນ​ສານ​ຕາ​ຕັ້ງ​ໄດ້​ຈັດ​ຕັ້ງ​ພາຍຫຼັງຖືກ​ໂຈະ​ໄວ​ເປັນ​ເວ​ລາ 2 ປີ ຍ້ອນ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19.

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ນາງ ດັ້ງ​ທິ​ທູ​ຮ່າ ໄດ້​ສົ່ງ​ຄຳ​ອວຍ​ພອນ​ຂອງ ທ່ານ ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ໄປ​ຍັງ​ເຈົ້າ​ຊີ​ວິດ Mohamed VI ແລະ ອວຍ​ພອນ​ປະ​ຊາ​ຊົນ ລາ​ຊະ​ອາ​ນາ​ຈັກ ໂມ​ຣົກ​ໂກ ສືບ​ຕໍ່ບັນ​ລຸ​ໄດ້​ຜົນ​ສຳ​ເລັດໃຫຍ່ຫຼວງ ກ່​ວາ​ອີກ ໃນ​ພາ​ລະ​ກິດ​ແຫ່ງ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ.

ໂດຍ​ສະ​ແດງ​ຄວາມ​ເປັນ​ກຽດ​ເມື່ອ​ໄດ້​ດຳ​ລົງ​ຕຳ​ແໜ່ງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປ​ະ​ຈຳ ລາ​ຊະ​ອາ​ນາ​ຈັກ ໂມ​ຣົກ​ໂກ, ທ່ານ​ນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດັ້ງ​ທິ​ທູ​ຮ່າ ສັນ​ຍາ​ຈະ​ມາ​ນະ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື ແຕ່​ໄລ​ຍະ 60 ປີ​ຜ່ານ​ມາ​ລະ​ຫວ່າງ​ສອງ​ປະ​ເທດ.

ສ່ວນ​ເຈົ້າ​ຊີ​ວິດ Mahamed VI ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ແລະ ອວຍ​ພອນ​ ທ່ານນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດັ້ງ​ທິ​ທຸູຮ່າ ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ຂອງ​ຕົນ, ພ້ອມ​ກັບ​ບັນ​ດາ​ອົງ​ການ​ຂອງ​ສອງ​ປະ​ເທດ​ມີ​ການ​ປະ​ກອບ​ສ່ວນ​ສຳ​ຄັນ​ໃຫ້​ແກ່​ການ​ພົວ​ພັນ ຫວຽດ​ນາມ - ໂມ​ຣົກ​ໂກ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.