ນຳ​​ວຽກ​ງານ​ການ​ທູດ​​ປະ​ຊາ​ຊົນ​ກາຍ​ເປັ​ນ​ໜຶ່ງ​ໃນ​ສາມ​ເສົາ​ຄ້ຳ​ຂອງ​ພື້ນ​ຖານ​ການທູດ ຫວຽດ​ນາມ ຮອບ​ດ້ານ, ທັນ​ສະ​ໄໝ

07:38 | 21/01/2022

ວັນທີ 20 ມັງກອນ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ຈັດງານພົບປະສັງສັນກັບສື່ມວນຊົນ ເນື່ອງໃນໂອກາດຕົ້ນລະດູບານໃໝ່ ປີຂານ 2022 ໂດຍທ່ານນາງ ຫງວຽນເຟືອງງາ ປະທານສະຫະພັນ ເປັນປະທານ.

ວຽກ​ງານ​ພົວ​ພັນ​ຕ່າງ​ປະ​ເທດ​ດ້ານ​ປ້ອງ​ກັນ​ຊາດ ປະ​ກອບ​ສ່ວນ​ຍົກ​ສູງ​​ຖາ​ນະບົດ​ບາດ, ທີ່​ຕັ້ງຂອງ ຫວຽດ​ນາມ ວຽກ​ງານ​ພົວ​ພັນ​ຕ່າງ​ປະ​ເທດ​ດ້ານ​ປ້ອງ​ກັນ​ຊາດ ປະ​ກອບ​ສ່ວນ​ຍົກ​ສູງ​​ຖາ​ນະບົດ​ບາດ, ທີ່​ຕັ້ງຂອງ ຫວຽດ​ນາມ
ນະ​ຄອ​ນ​ໂຮ່​ຈີ​ມິນ ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ ຫວຽດ​ນາມ - ອິ​ນ​ເດຍ ຄົບ​ຮອບ 50 ປີ ນະ​ຄອ​ນ​ໂຮ່​ຈີ​ມິນ ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ ຫວຽດ​ນາມ - ອິ​ນ​ເດຍ ຄົບ​ຮອບ 50 ປີ
ນຳ​​ວຽກ​ງານ​ການ​ທູດ​​ປະ​ຊາ​ຊົນ​ກາຍ​ເປັ​ນ​ໜຶ່ງ​ໃນ​ສາມ​ເສົາ​ຄ້ຳ​ຂອງ​ພື້ນ​ຖານ​ການທູດ ຫວຽດ​ນາມ ຮອບ​ດ້ານ, ທັນ​ສະ​ໄໝ
ປີ 2022, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຫວັງວ່າ ຈະສືບຕໍ່ສົມທົບກັບບັນດາອົງການສື່ມວນຢ່າງແໜ້ນແຟ້ນກວ່າ ເພື່ອຊຸກຍູ້ການທູດປະຊາຊົນ ໃຫ້ກາຍເປັນໜຶ່ງໃນສາມເສົາຄ້ຳຂອງພື້ນຖານການທູດ ຫວຽດນາມ ຢ່າງຮອບດ້ານ ແລະ ທັນສະໄໝ.

ລາຍງານໂດຍສັງເຂບກ່ຽວກັບໝາກຜົນການເຄື່ອນໄຫວການທູດໃນປີຜ່ານມາ, ທ່ານນາງປະທານ ຫງວຽນເຟືອງງາ ເນັ້ນໜັກວ່າ ວຽກງານການທູດປະຊາຊົນຂອງ ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ປີ 2021 ໄດ້ຜັນຂະຫຍາຍໃນສະພາບການທີ່ພິເສດ. ພ້ອມກັບບັນດາກຳລັງເຮັດວຽກງານການທູດປະຊາຊົນ, ທົ່ວລະບົບສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ມານະພະຍາຍາມ, ເປັນເຈົ້າການປັບຕົວໃຫ້ເຂົ້າກັບສະພາບການໃໝ່, ປ່ຽນແປງໃໝ່ແບບວິທີ, ຍົກສູງຄຸນນະພາບການເຄື່ອນໄຫວ ແລະ ປະຕິບັດສຳເລັດເກືອບທັງໝົດເປົ້າໝາຍ ແລະ ໜ້າທີ່ໄດ້ວາງອອກ.

ໃນຜົນສຳເລັດລວມນັ້ນ ໄດ້ມີການຮ່ວມເດີນທາງຂອງບັນດາອົງການສື່ມວນຊົນ. ປີ 2022, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຫວັງວ່າ ຈະສືບຕໍ່ສົມທົບກັບບັນດາອົງການສື່ມວນຢ່າງແໜ້ນແຟ້ນກວ່າ ເພື່ອຊຸກຍູ້ການທູດປະຊາຊົນ ໃຫ້ກາຍເປັນໜຶ່ງໃນສາມເສົາຄ້ຳຂອງພື້ນຖານການທູດ ຫວຽດນາມ ຢ່າງຮອບດ້ານ ແລະ ທັນສະໄໝ.

vovworld.vn

ເຫດການ
302 Found

Found

The document has moved here.