ສີ​ສັນ​ສ​ະ​ເພາະ​ຂອງສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ກຳ​ນົດ​ຄຸນ​ຄ່າ ແລະ ອິດ​ທິ​ພົນ​ຊື່​ສຽງ ໃຫ້​ແກ່​ຫວຽດ​ນາມ

16:31 | 20/01/2022

ຍ​ສ​ໝ - ໃນ​ຖາ​ນະ​ເປັນ​ປະ​ທານກ​ານ​ຖະ​ແຫຼງ​ຂ່າວ​ສາ​ກົນ ກ່ຽວ​ກັ​ບ​ເລື່ອງ ຫວຽດ​ນາມ ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່ ກຳ​ມະ​ການບໍ່​ຖາ​ວອນ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ອາ​ຍຸ​ການ 2020 – 2021, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ບຸຍ​ແທັງ​ເຊີນ ໃຫ້​ຮູ້​ວ່າ: ແບບ​ແຜນ, ສີ​ສັນ​ສະ​ເພາະ​ເມື່ອ​ເຂົ້າ​ຮ່ວມ​ການ​ເຮັດ​ວຽກ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ໄດ້​ສ້າງ​ຄຸນ​ຄ່າ ແລະ ອິດ​ທິ​ພົນ​ຊື່​ສຽງ​ໃຫ້​ແກ່ ຫວຽດ​ນາມ ໃນ​ການ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ທົ່ວ​ໂລກ...

ຫວຽດ​ນາມ ແລະ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ: ເສີມ​ຂະ​ຫຍາຍ​ຈິດ​ໃຈ​ຂອງ​ລັດ​ທິຫຼາຍ​ຝ່າຍ ຫວຽດ​ນາມ ແລະ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ: ເສີມ​ຂະ​ຫຍາຍ​ຈິດ​ໃຈ​ຂອງ​ລັດ​ທິຫຼາຍ​ຝ່າຍ
ເຂັ້ມ​ຂົ້ນ​ໄປ​ດ້ວຍສີ​ສັນ​ຂອງ​ຊຸດ​ເສື້ອ​ຍາວ​ ຫວຽດ​ນາມໃນ​ລາຍ​ການ​ສີ​ສັນ​ລະ​ດູ​ບານ​ໃໝ່ 2022 ເຂັ້ມ​ຂົ້ນ​ໄປ​ດ້ວຍສີ​ສັນ​ຂອງ​ຊຸດ​ເສື້ອ​ຍາວ​ ຫວຽດ​ນາມໃນ​ລາຍ​ການ​ສີ​ສັນ​ລະ​ດູ​ບານ​ໃໝ່ 2022
ສີ​ສັນ​ສ​ະ​ເພາະ​ຂອງສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ກຳ​ນົດ​ຄຸນ​ຄ່າ ແລະ ອິດ​ທິ​ພົນ​ຊື່​ສຽງ ໃຫ້​ແກ່​ຫວຽດ​ນາມ
ທ່ານ​ລັດ​ຖະ​ມົນ​ຕີ ກະ​ຊ​ວງ​ການ​ຕ່າງ​ປະ​ເທດ ບຸຍ​ແທັງ​ເຊີນ ກ່າວ​ຄຳ​ເຫັນ​ທີ່​ການ​ຖະ​ແຫຼງ​ຂ່າວ (ພາບ: laodong.vn)

ຕອບ​ສະ​ໜອງ​ໄດ້​ຄວາມ​ມຸ່ງ​ຫວັງ​ຂອງ ເພື່ອນ​ມິດ​ສາ​ກົນ

“ສອງ​ປີ​ແມ່ນ​ໄລ​ຍະ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ທີ່​ສຸດສຳ​ລັບ ໂລກ ເວົ້າ​ລວມ ແລະ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ເວົ້າ​ສະ​ເພາະ ຍ້ອນ​ວ່າ ການ​ຫັນ​ປ່ຽນ​ຢ່າງ​ສັບ​ສົນ, ຍາກ​ທີ່​ຈະ​ຄາດ​ຄະ​ເນ​ລ່ວງ​ໜ້າ​ໄດ້, ແບບບໍ່​ເຄີຍ​ມີ​ມາ​ກ່ອນ ຂອງ​ສະ​ພາບ​ການ​ໂລກ” - ທ່ານ​ລັດ​ຖະ​ມົນ​ຕີ ບຸຍ​ແທັງ​ເຊີນ ໃຫ້​ຂໍ້​ສັງ​ເກດ ເມື່ອ​ເປັນ​ປະ​ທານ​ການ​ຖະ​ແຫຼງ​ຂ່າ​ວ​ສາ​ກົນ ກ່ຽວ​ກັ​ບ​ເລື່ອງ ຫວຽດ​ນາມ ປະ​ຕິ​ບັດ​ສຳ​ເລັດ​ອາ​ຍຸ​ການ​ກຳ​ມະ​ການ​ບໍ່​ຖາ​ວອນ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ (2020 - 2021).

​ໃນ​ສະພາບ​ການ​ນັ້ນ, ສະພາ​ຄວາມ​ໝັ້ນຄົງ​ໄດ້​ດັດປັບ​ຢ່າງ​ວ່ອງ​ໄວ, ຮັກສາ​ການ​ເຄື່ອນ​ໄຫວ​ເປັນ​ຢ່າງ​ດີ, ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ກົນ​ໄກ​ສຳຄັນ​ທີ່​ສຸດ ​ແລະ ບໍ່​ສາມາດ​ປ່ຽນ​ແທນ​ໄດ້​ໃນ​ການ​ຮັກສາ​ສັນຕິພາບ ​ແລະ ຄວາມ​ໝັ້ນຄົງ. ​ໃນ 2 ປີ​ມາ​ນີ້, ສະພາ​ຄວາມ​ໝັ້ນຄົງ​ໄດ້​ມີ​ການ​ພົບ​ປະ​ຫຼາຍ​ກວ່າ 840 ຄັ້ງ​ຢູ່​ຂັ້ນ​ເອກ​ອັກຄະ​ລັດຖະທູດ​ຂຶ້ນໄປ ​ແລະ ​ໄດ້​ປຶກສາ​ຫາລື​ຫຼາຍ​ພັນ​ຄັ້ງ​ໃນ​ທຸກ​ຂັ້ນ; ໄດ້ອະນຸມັດເອກະສານ 254 ສະບັບໃນຮູບແບບຕ່າງໆ. ສະພາ​ຄວາມ​ໝັ້ນຄົງ​ຍັງ​ເພີ່ມ​ທະວີ​ການ​ສວຍ​ໃຊ້​ບົດບາດ​ຂອງ​ອົງການ​ຈັດ​ຕັ້ງ​ພາກ​ພື້ນ, ​ໃນ​ນັ້ນ​ມີ​ສະຫະພາບ​ເອີຣົບ ​ແລະ ສະຫະພາບ​ອາ​ຟຼິກາ, ​ໂດຍ​ສະ​ເພາະ​ແມ່ນ​ອາ​ຊຽນ.

“ຫວຽດນາມ​ຖື​ເປັນ​ສຳຄັນ​ຄວາມ​ປາຖະໜາ​ຢາກ​ປະກອບສ່ວນສຽງເວົ້າຂອງຕົນເພື່ອ​ຊຸກຍູ້​ວຽກ​ງານ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ເວົ້າລວມ ​ແລະ ​ເພື່ອ​ຜົນ​ປະ​ໂຫຍ​ດລວມຂອງ​ບັນດາ​ປະ​ເທດ​ສະມາຊິກ​ສະຫະ​ປະຊາ​ຊາດ, ພ້ອມ​ກັນ​ນັ້ນ​ກໍປະກອບສ່ວນ​ຮັກສາ​ສັນຕິພາບ ແລະຄວາມໝັ້ນຄົງ. ຍ້ອນ​ວ່າ 192/193 ປະ​ເທດ​ສະ​ມາ​ຊິກ​ສະ​ຫະ​ປະ​ຊາ​ຊາດ​ສະ​ໜັບ​ສະ​ໜູນ​ການ​ເລືອກ​ຕັ້ງ​ຫວຽດ​ນາມ​ເປັນ​ສະ​ມາ​ຊິກ​ບໍ່​ຖາວອນ, ແນ່​ນອນ​ວ່າ​ພວກ​ເຮົາ​ປະ​ກອບ​ສ່ວນ​ເພື່ອ​ຕອບ​ສະ​ໜອງ​ຄວາມ​ຕັ້ງຫວັງ​ຂອງບັນດາ​ທ່ານ”. ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ບຸຍ​ແທັງ​ເຊີນ ເນັ້ນ​ໜັກ.

ທ່ານ​ລັດຖະມົນຕີ ບຸຍ​ແທັງ​ເຊີນ ​ໄດ້​ແຈ້ງ​ໃຫ້​ຮູ້​ເຖິງ 10 ຂີດ​ໝາຍ​ຂອງ​ຫວຽດນາມ ​ໃນ​ໄລຍະ 2 ປີ​ຢູ່​ສະພາ​ຄວາມ​ໝັ້ນຄົງ, ​ໃນ​ນັ້ນ​ສິ່ງ​ທີ່ທ່າ​ນ​ຮູ້​ສຶກ​ດີ​ໃຈ​ທີ່​ສຸດ​ໃນ​ອະ​ນຸ​ການແມ່ນ: “ພວກ​ຂ້າ​ພະ​ເຈົ້າ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງສີ​ສັນ​ສະ​ເພາະ​ຂອງ ຫວຽດ​ນາມ ​ເມື່ອ​ເຂົ້າ​ຮ່ວມ​ວຽກ​ງານ​ສະພາ​ຄວາມ​ໝັ້ນຄົງ. ນີ້​ແມ່ນ​ສະ​ຖານ​ທີ່​ລະ​ຫຼິ້ນ​ສາ​ກົນ​ທີ່​ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ, ​ເປັນປັດ​ໄຈ​ກຳ​ນົດ​ໃຫ້​ຫວຽດ​ນາມ. ສີ​ສັນ​ນັ້ນໄດ້​ສ້າງຄຸນ​ຄ່າ, ອົດ​ທິ​ພົນຊື່​ສຽງ​ອັນ​ຍາວ​ນານ​ໃຫ້​ແກ່​ຫວຽດ​ນາມ ໃນ​ການ​ແກ້​ໄຂ​ບັນ​ຫາ​ທົ່ວ​ໂລກ”.

ມຸ່ງ​ໄປ​ເຖິງ​ຈຸດ​ທີ່​ບໍ່​ລົງ​ລອຍ​ກັນ​ທີ່​ສຸດ

ກໍ່​ຕາມ​ທ່ານ​ລັດ​ຖະ​ມົນ​ຕີ ບຸຍ​ແທັງ​ເຊີນ​ ແລ້ວ, ສີ​ສັນ​ສະ​ເພາະ​ຂອງ ຫວຽດ​ນາມ ຢູ່​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ອາດ​ຈະ​ສະຫຼຸບ​ໃນ​ສານ ເຊິ່ງ ຫວຽດ​ນາມ ຍົກ​ອອກ​ມາ​ນັບ​ແຕ່​ຫົວ​ທີ່ແມ່ນ: ຄູ່​ຮ່ວມ​ມື​ເພື່ອ​ສັນ​ຕິ​ພາບ​ແບບ​ຍືນ​ຍົງ.

​ໃນ​ນັ້ນ, ຫວຽດນາມ ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ປະ​ເທດ​ທີ່​ມີ​ຄວາມ​ຂະຫຍັນ​ຂັນ​ເຄື່ອນ, ມີ​ນ້ຳ​ໃຈ​ສາມັກຄີ, ມີ​ມະນຸດສະທຳ, ​ຮັກ​ຫອມ​ສັນຕິພາບ, ພ້ອມ​ແລ້ວ​ທີ່​ຈະ​ປະກອບສ່ວນ​ເຂົ້າ​ໃນ​ສັນຕິພາບ, ຄວາມ​ໝັ້ນຄົງ ​ແລະ ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ໂລກ. ຫວຽດນາມ ຖື​ເປັນ​ເອກະ​ພາບ ​ແລະ ຮອບດ້ານ​ໃນ​ການ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ດ້ານ​ສັນຕິພາບ ​ແລະ ຄວາມ​ໝັ້ນຄົງ ​ເພື່ອ​ສັນຕິພາບ​ແບບ​ຍືນ​ຍົງ​ໃນ​ໄລຍະ​ຍາວ. ວິທີ​ແກ້​ໄຂ​ທີ່​ຫວຽດນາມ ສະໜັບສະໜູນ ​ແລະ ຊຸກຍູ້​ແມ່ນ​ອີງ​ໃສ່​ກົດໝາຍ​ສາກົນ, ​ເອົາ​ປະຊາຊົນ ​ແລະ ການຮັບປະກັນຊີວິດ​ການ​ເປັນ​ຢູ່​ເປັນ​ໃຈກາງ, ຖື​ປະຊາຊົນ​ເປັນ​ໃຈກາງ, ​ເອົາ​ໃຈ​ໃສ່​ໃນ​ທຸກ​ຂະ​ບວນການ​ສັນຕິພາບ, ນັບ​ແຕ່​ການ​ປ້ອງ​ກັນ​ຄວາມ​ສະຫງົບ ​ເຖິງ​ການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ ຕະຫຼອດເຖິງການ​ຟື້ນ​ຟູ​ຂໍ້​ຂັດ​ແຍ່ງ ​ແລະ​ ແກ້​ໄຂ​ກົກຮາກຂອງ​ຄວາມ​ຂັດ​ແຍ່ງ​.

ກ່ຽວ​ກັບ​ວິ​ທີ​ການ​ປະຕິບັດ, ສີ​ສັນ​ສະ​ເພາະ​ຂອງ ຫວຽດ​ນາມ​ສະ​ແດງ​ໃຫ້​ເຫັນ​ວ່າ ຍາມ​ໃດ​ກໍ່​ແນ​ໃສ່​ຊຸກຍູ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ລ​ວມ, ຊຸກຍູ້​ການ​ຮ່ວມ​ມື, ສົນທະນາ, ຫຼຸດຜ່ອນ​ຄວາມ​ເຄັ່ງ​ຕຶງ ​ແລະ ການສູ້​ຢັນ​ກັນ. ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ການ​ປຶກສາ​ຫາລື​ກ່ຽວ​ກັບ​ທຸກ​ບັນຫາ​ໃນ​ວາລະ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ຢ່າງ​ຕັ້ງໜ້າ ​ແລະ ມີ​ລັກສະນະ​ສ້າງສັນ, ສຸມ​ໃສ່​ຊີ້​ນຳ​ບັນດາ​ຈຸດໝາຍ​ຂອງ​ປະ​ເທດ​ທີ່​ກ່ຽວຂ້ອງ​ໂດຍ​ກົງ.

​ໃນ​ບົດບາດ​ບໍລິຫານ​ເປັນ​ປະທານ​ສະພາ​ຄວາມ​ໝັ້ນຄົງ ຫລື ປະທານ​ບັນດາ​ກົນ​ໄກ​ທີ່​ກ່ຽວຂ້ອງ, ຫວຽດນາມ ຍາມ​ໃດ​ກໍ່​ຮັບ​ຟັງ, ຊອກ​ຫາຈຸດພື້ນຖານ, ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ຂອງ​ບັນດາ​ປະ​ເທດ​ທີ່​ກ່ຽວຂ້ອງ​, ​ເພື່ອ​ສ້າງ​ເອກະລັກ​ສະ​ເພາະ​ໃນ​ການເຂົ້າຮ່ວມຂະ​ບວນການ. ທ່ານ​ລັດຖະມົນຕີ ບຸຍ​ແທັງ​ເຊີນ ໃຫ້​ຮູ້​ວ່າ: “ວິທີ​ການ ​ແລະ ວິທີ​ແກ້​ໄຂ​ຂອງ​ຫວຽດນາມ ​ແມ່ນ​ສອດຄ່ອງ, ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​, ຍາມໃດກໍເລີ່ມຈາກ​ຜົນ​ປະ​ໂຫຍ​ດລວມ, ບົນ​ພື້ນຖານ​ການ​ປະຕິບັດ​ບັນດາ​ຫຼັກການ​ພື້ນຖານ​ຂອງ​ກົດໝາຍ​ສາກົນ, ກົດ​ບັດ​ສະຫະ​ປະຊາ​ຊາດ…

ທ່ານ​ໃຫ້​ຮູ້​ວ່າ ຫວຽດນາມ ຍາມ​ໃດ​ກໍ່​ມານະ​ພະຍາຍາມ​ຊຸກຍູ້​ການ​ເຈລະຈາ​ລະຫວ່າງ​ບັນດາ​ຝ່າຍ “​ເພື່ອ​ຮັດ​ແຄບ​ຊ່ອງ​ຫວ່າງ, ​ມຸ່ງໄປ​ສູ່​ບັນດາ​ຄວາມ​ຄ້າຍຄື​ກັນທີ່​ນ້ອຍ​ທີ່​ສຸດ”. ໃນ​ສະ​ພາບ​ການ​ປະ​ສົບ​ກັບ​ຄວາມ​ຫຍຸ້ງຍາກ​ເຖິງວ່ານ້ອຍ​ທີ່​ສຸດ, ກໍ່ຕ້ອງ​ຊຸກຍູ້​ເພື່ອສະ​ເໜີ​ແກ້​ໄຂ​ບັນຫາ​ທີ່​ຖືກຕ້ອງ​ຕາມ​ກົດໝາຍ​ຂອງ​ບັນດາ​ພາກສ່ວນ​ທີ່​ກ່ຽວຂ້ອງ ​ແລະ ຄວາມ​ສົນ​ໃຈ​ລວມ​​ຂອງ​ປະຊາ​ຄົມ​ໂລກ, ມາ​ນະ​ພະຍາຍາມ​ຊຸກຍູ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ລວມ.

ຕົວຢ່າງ​ເຊັ່ນ: ​ເມື່ອ​ສະພາ​ຄວາມ​ໝັ້ນຄົງ​ປຶກສາ​ຫາລື​ກ່ຽວ​ກັບ​ສະຖານະ​ການ​ມຽນມາ, ຫວຽດນາມ ຍາມ​ໃດ​ກໍ່​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ເຄົາລົບ​ເອກະລາດ ​ແລະ ອະທິປະ​ໄຕ​ຂອງ​ມຽນມາ, ຢຸດຕິ​ບັນດາ​ການ​ກະທຳທີ່​ນຳ​ໃຊ້​ອາ​ວຸດ ​ແລະ ປົກ​ປ້ອງ​ປະຊາຊົນ, ​ເພື່ອ​ຜົນ​ປະ​ໂຫຍ​ດລວມຂອງ​ປະຊາຊົນ​ມຽນມາ. ພ້ອມ​ກັນ​ນັ້ນ, ຫວຽດນາມ ກໍພະຍາຍາມ​ເປັນ​ຂົວ​ຕໍ່​ຊຸກຍູ້​ການ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ສະພາ​ຄວາມ​ໝັ້ນຄົງ ​ແລະ ອາ​ຊຽນ ​ແລະ ສ້າງ​ເງື່ອນ​ໄຂ​ໃຫ້​ສະພາ​ຄວາມ​ໝັ້ນຄົງ ​ເຂົ້າ​ໃຈ​ສະພາບ​ການ, ທັດສະນະ ​ແລະ ຄວາມ​ມານະ​ພະຍາຍາມ​ຂອງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ, ປະກອບສ່ວນ​ກໍ່ສ້າງ​ປະຊາ​ຄົມທີ່ມີຄວາມເຫັນດີລວມ...

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.