ຍົກບາດກ້າວ​ໃຫ້​ແກ່​ເຄື່ອງ​ໝາຍ​ການ​ຄ້າ​ເຂົ້າ​ສານ​ແຊບ​ທີ່​ສຸດ​ໃນ​ໂລກ ST 25

19:45 | 21/01/2022

ຍ​ສ​ໝ - ຫວ່າງແລ້ວນີ້, ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ພ້ອມ​ກັບ​ຄະ​ນະ​ປະ​ຕິ​ບັດ​ງານ​ສູນ​ກາງ​ພັກ ໄດ້​ມາ​ເຂົ້າ​ຮ່ວມ​ພິ​ທີ​ເປີດ​ນຳ​ໃຊ້​ໂຮງ​ງານ​ຜະ​ລິດ​ເຂົ້າ​ສານ ແຮັງຟຸກ ຢູ່​ຕາ​ແສງ ເລືອງອານ​ຈ່າ (ເມືອງ ຈີ​ໂຕນ, ແຂວງ​ອານ​ຢາງ). ນີ້​ແມ່ນ​ໂຮງ​ງານ​ເຂົ້າ​ສານ​ໃຫຍ່​ທີ່​ສຸດ ອາ​ຊີ ດ້ວຍຍອດ​ສະ​ມັດ​ຕະ​ພາບ​ຂຶ້ນ​ເຖິງ 240.000 ໂຕນ/ປີ.

ລັດ​ຖະ​ບານ ແຈກ​ຢາຍ​ເຂົ້າ​ສານ​ໜູນ​ຊ່ວຍ​ປະ​ຊາ​ຊົນ​ຜູ້​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ​ - 19 ລັດ​ຖະ​ບານ ແຈກ​ຢາຍ​ເຂົ້າ​ສານ​ໜູນ​ຊ່ວຍ​ປະ​ຊາ​ຊົນ​ຜູ້​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ​ - 19
ສະ​ຫະ​ພັນ​ນັກ​ທຸ​ລະ​ກິດ​ຍິງຫວ​ຽດ​ນາມ ປະ​ຈຳ ໄຕ​້ຫວັນ ໄດ້​ມອບ​ເຂົ້າ​ສານ 1 ໂຕນ ໃຫ້ນະ​ຄອນ​ໂຮ່​ຈີ​ມິນ ສະ​ຫະ​ພັນ​ນັກ​ທຸ​ລະ​ກິດ​ຍິງຫວ​ຽດ​ນາມ ປະ​ຈຳ ໄຕ​້ຫວັນ ໄດ້​ມອບ​ເຂົ້າ​ສານ 1 ໂຕນ ໃຫ້ນະ​ຄອນ​ໂຮ່​ຈີ​ມິນ
ຍົກບາດກ້າວ​ໃຫ້​ແກ່​ເຄື່ອງ​ໝາຍ​ການ​ຄ້າ​ເຂົ້າ​ສານ​ແຊບ​ທີ່​ສຸດ​ໃນ​ໂລກ ST 25
ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ (ພາບ: danviet.vn)

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ກຸ່ມ​ບໍ​ລິ​ສັດ ເຕິນ​ລອງ ທີ່ໄດ້​ຍູ້​ແຮງ​ການ​ລົງ​ທຶນ​ເຂົ້າ​ເຕັກ​ໂນ​ໂລ​ຢີ ປຸງ​ແຕ່ງ​ເຂົ້າ​ສານ​ພາຍຫຼັງ​ການ​ເກັບ​ກ່ຽວ, ສ້າງ​ການ​ເຊື່ອມ​ຕໍ່​ກັບຊາວກະສິ​ກອນ. ການຍູ້​ແຮງ​ການ​ລົງ​ທຶນ​ຄືໂຄງ​ການ​ໂຮງ​ງານ​ເຂົ້າ​ສານ​ທີ່​ທັນ​ສະ​ໄໝ ແມ່ນ​ສິ່ງ​ຈຳ​ເປັນ​ເພື່ອ​ແນ​ໃສ່​ປະ​ກອບ​ສ່ວນ​ຍົກ​ສູງ​ຄຸນ​ຄ່າ​ເຂົ້າ​ສາ​ນ.

ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ໄດ້​ສະ​ເໜີ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ ຄວນ​ເພີ່ມ​ທະ​ວີການ​ສົມ​ທົບ​ກັບ​ທ້ອ​ງ​ຖິ່ນ, ຊາວກະສິ​ກອນຄົ້ນ​ຄ້​ວາ​ເຂດວັດ​ສະ​ດຸ​ຕົ້ນ​ເຂົ້າທີ່​ມີ​ຄຸນ​ນະ​ພາບ​ເພື່ອ​ສ້າງ​ການ​ເຊື່ອມ​ຕໍ່​ຢ່າງ​ແໜ້ນ​ແຟ້ນ. ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ​ພ້ອມ​ກັບ​ແຂວງ ອານ​ຢາງ ຕ້ອງ​ສົ່ງ​ເສີມ​ການ​ຜະ​ລິດ, ເປີດກວ້າງ​ເຂດ​ປູກ​ເຂົ້າ, ພັດ​ທະ​ນາ​ບັນ​ດາ​ຮູບ​ແບບ​ການ​ຜະ​ລິດ​ໃໝ່​, ຂອບຂະ​ໜາດ​ໃຫຍ່ ແລະ ມີ​ການ​ເຂົ້າ​ຮ່ວມ​ຂອງຊາວກະສິ​ກອນ ເພື່ອ​ພ້ອມ​ກັ​ນ​ພັດ​ທະ​ນາ​ກະ​ສິ​ກຳ ຕາມ​ທິດ​ທັນ​ສະ​ໄໝ.

ຄວນຍູ້​ແຮງ​ການ​ນຳ​ກົນ​ຈັກ​ເຂົ້າ​ໃນ​ການ​ຜະ​ລິດ​ກະ​ສິ​ກຳ, ບຳ​ລຸ​ງ​ສາງ​ຜູ້​ອອກ​ແຮງ​ງານ, ສົ່ງ​ເສີມ​ການ​ Startup, ຍູ້​ແຮງ​ໂຄງ​ປະ​ກອບ​ໃນ​ການ​ກະ​ສິ​ກຳ​ທີ່​ເໝາະ​ສົມ, ເອົາ​ໃຈ​ໃສ່​ຄຸນ​ນະ​ພາບ, ຄຸນ​ຄ່າ​ແທນ​ທີ່​ໃຫ້ດ້ານປະລິມານ. ແຂວງ​ອານ​ຢາງ​ຕ້ອງ​ຄົ້ນ​ຄ້​ວາ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ເຂດ​ປູກ​ຕົ້ນ​​ເຂົ້າ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ການ​ພັ​ດ​ທະ​ນາການ​ຜະ​ລິດ​ໃຫຍ່...

ຕາມ​ຕົວ​ເລກ​ສະ​ຖິ​ຕິ​ແລ້ວ, ເນື້ອ​ທີ່ດິນ​ປູກ​ເຂົ້າ ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ ບັນ​ລຸ​ປະ​ມານ 1,6 ລ້ານ ha, ໃນ​ນັ້ນ​ມີ​ເນື້ອ​ທີ່​ຢູ່ 5 ເມືອງ​ທີ່​ໃກ້​ກັບ​ໂຮງ​ງານ​ເຂົ້າ​ສານ​ແຮັງ​ຝຸກ​ບັນ​ລຸ​ໄດ້​ເກືອບ 300.000ha, ລ​ວມ​ມີ: ຈີ​ຕົນ, ທ້ວ​າຍ​ເຊີນ (ແຂວງ ອານ​ຢາງ), ຢາງ​ແທັງ, ຮ່ອນ​ເດິດ ແລະ ກຽນ​ເລືອງ (ແຂວງ​ກຽນ​ຢາງ).

ໂຮງ​ງານ​ເຂົ້າ​ສານ ແຮັງ​ຝຸກ ຈະ​ແກ້​ໄຂ​ຂັ້ນ​ຕອນ​ສຳ​ຄັນ​ທີ່​ສຸດ ພາຍຫຼັງ​ການ​ເກັບ​ກ່ຽວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ນັ້ນແມ່ນ​ຂົນ​ສົ່ງ​ຕົ້ນ​ເຂົ້າ ຈາກ​ທົ່ງ​ນາ​ໄປ​ຍັງ ໂຮງ​ງານ​ຢ່າງ​ທັນ​ການ, ຮັບ​ປະ​ກັນ​ການ​ຮັກ​ສາ​ໃນ​ໄລຍະ​ເວ​ລາດີ​ທີ່​ສຸດ, ຊ່ວຍ​ຮັບ​ປະ​ກັນ​ລົດ​ຊາດ ແລະ ຄຸນ​ນະ​ພາບ​ເຂົ້າ​ສານ. ຈາກ​ນັ້ນ​ແມ່ນຫຼຸດ​ຜ່ອນ​ຜົນ​ເສຍ​ຫາຍ​ຂອງ​ການ​ເກັບ​ກ່ຽວ, ເພີ່ມ​ອັດ​ຕາ​ເກັບ​ກ່ຽວ​ເຂົ້າ​ສານ​ກາຍ​ເປັນ​ຜະ​ລິດ​ຕະ​ພັນ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.