ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອິດ​ສະ​ຣາ​ແອນ: ລັດ​ຖະ​ບານ​ຫວຽດ​ນາມ ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ໃຫຍ່​ຫຼວງ​ໃນ​​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຕ້ານ​ພະ​ຍາດ​ໂຄວິດ-19

07:46 | 20/01/2022

ຍສໝ - ໂດຍຕອບຄໍາສຳພາດ​ຕໍ່ TTXVN ​ເນື່ອງ​ໃນ​ໂອກາດ​ບຸນ​ປະໃໝ່ປະຈໍາຊາດຫວຽດນາມ, ທ່ານ​ເອກ​ອັກຄະ​ລັດຖະທູດ ອິດສະຣາ​ແອນ ປະຈຳ ຫວຽດນາມ Nadav Eshca ​ໄດ້​ຕີ​ລາຄາ​ສູງ​ບົດບາດ​ບໍລິຫານ​ຂອງ​ລັດຖະບານ ຫວຽດນາມ ​ໃນ​ປີ 2021, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ສາທາລະນະ​ສຸກ ​ແລະ ຮັບປະກັນ​ດ້ານສະຫວັດດີການ​ໃຫ້​ປະຊາຊົນ.

ວາດພາບບັນຍາກາດບຸນປີໃໝ່ປະຈໍາຊາດຫວຽດນາມ ຜ່ານເອກະສານສຳເນົາ ວາດພາບບັນຍາກາດບຸນປີໃໝ່ປະຈໍາຊາດຫວຽດນາມ ຜ່ານເອກະສານສຳເນົາ
ງານ​ວາງສະ​ແດງ “​ບຸນເຕັດດັ້ງເດີມ” ​ວາງສະ​ແດງ​ເອກະສານ ​ແລະຮູບ​ພາບ​ທີ່​ເປັນ​ເອກະລັກ​ສະ​ເພາະ​ກ່ວາ 100 ​ແຜ່ນ​ກ່ຽວ​ກັບບຸນປີໃໝ່ປະຈໍາຊາດ ງານ​ວາງສະ​ແດງ “​ບຸນເຕັດດັ້ງເດີມ” ​ວາງສະ​ແດງ​ເອກະສານ ​ແລະຮູບ​ພາບ​ທີ່​ເປັນ​ເອກະລັກ​ສະ​ເພາະ​ກ່ວາ 100 ​ແຜ່ນ​ກ່ຽວ​ກັບບຸນປີໃໝ່ປະຈໍາຊາດ
ທ່ານ​ເອກ​ອັກຄະ​ລັດຖະທູດ ອິດສະຣາ​ແອນ ປະຈຳ ຫວຽດນາມ Nadav Eshca .ພາບ: TTXVN
ທ່ານ ​ເອກ​ອັກຄະ​ລັດຖະທູດ ອິດສະຣາ​ແອນ ປະຈຳ ຫວຽດນາມ Nadav Eshca. ພາບ: TTXVN

ທ່ານ​ເອກ​ອັກຄະ​ລັດຖະທູດ Nadav ​ໃຫ້​ຮູ້​ວ່າ ຫວຽດນາມ ມີຄວາມເປັນ​ມືອາຊີບທີ່​ສຸດ​ໃນ​ການ​ສະກັດ​ກັ້ນ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ນັບ​ແຕ່​ເວລາ​ເກີດໂລກ​ລະບາດ​ໄປ​ທົ່ວ​ໂລກ. ລັດຖະບານ​ຫວຽດນາມ ​ໄດ້​ມານະ​ພະຍາຍາມ​ຢ່າງ​ສຸດຂີດ​ເພື່ອ​ຊອກ​ຫາ​ວິທີ​ແກ້​ໄຂ​ດ້ານ​ການ​ແພດ​ທີ່​ມີ​ປະສິດທິ​ຜົນ​ເພື່ອ​ຄວບ​ຄຸມ​ໂລກ​ລະບາດ, ​ໃນ​ນັ້ນ​ມີ​ຄວາມ​ສຳຄັນ​ເປັນ​ພິ​ເສດ​ແມ່ນ​ໂຄງການ​ສັກວັກຊີນ​ປ້ອງ​ກັນ​ພະຍາດ​ໂຄ​ວິດ-19. ປະຈຸ​ບັນ, ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ທີ່​ມີ​ປະຊາກອນໄດ້ຮັບການ​ສັກ​ຢາ​ວັກ​ຊີນ​ຫຼາຍ​ທີ່​ສຸດ​ໃນ​ໂລກ ​ແລະ ປະສົບ​ຜົນສຳ​ເລັດ​ຢ່າງ​ໃຫຍ່ຫຼວງໃນ​ການ​ຕ້ານ​ພະຍາດ​ລະບາດ.

​ເສດຖະກິດ​ຫວຽດນາມ ຍັງຄົງຢູໃນການ​ຄວບ​ຄຸມ. ເຖິງ​ແມ່ນ​ວ່າ​ໃນ​ໄລ​ຍະ​ໂລກ​ລະ​ບາດ, ວົງເງິນ​ການ​ຄ້າ​ລະ​ຫວ່າງ​ຫວຽດ​ນາມ - ອິດ​ສະ​ຣາ​ແອນ ​ໃນ​ປີ 2021 ຍັງ​ຄົງ​ເພີ່ມ​ຂຶ້ນ 15-20%. ສິ່ງ​ດັ່ງ​ກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ, ການ​ພົວ​ພັນ​ດ້ານ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​ຍັງ​ຍາດ​ແຍ່ງໄດ້​ກາ​ລະ​ໂອ​ກາດ​ອັນ​ໃຫຍ່​ຫຼວງຫຼາຍ​ຢ່າງ.

ຫວຽດນາມ ​ແລະ ອິດສະຣາ​ແອນ ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ຢ່າງ​ເປັນ​ທາງ​ການ​ໃນ​ປີ 1993. ​ໃນ​ໄລຍະ 30 ປີຜ່ານມາ, ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ນັບ​ມື້​ນັບ​ພັດທະນາ​ໃນ​ຫຼາຍ​ຂົງ​ເຂດ. ປະຈຸ​ບັນ ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ທີ່​ສຸດ​ຂອງ ອິດສະຣາ​ແອນ ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ດ້ວຍ​ວົງ​ເງິນ​ການ​ຄ້າ​ປະມານ 1,8 ຕື້ USD ​ໃນ​ປີ 2020.

ໄຊພອນ

ເຫດການ
302 Found

Found

The document has moved here.