ເນື່ອງໃນໂອກາດສະເຫຼີມສະຫຼອງ 72 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ຈີນ ການນຳ ຫວຽດນາມ ແລະ ຈີນ ແລກປ່ຽນໂທລະເລກຊົມເຊີຍ

06:30 | 19/01/2022

ຍ​ສ​ໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 72 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ຈີນ (ວັນທີ 18 ມັງກອນ 1950 – 18 ມັງກອນ 2022), ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ທ່ານປະທານປະເທດ ຫງວຽນຊວັນຟຸກ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ແລກປ່ຽນໂທລະເລກຊົມເຊີຍ ກັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ, ທ່ານນາຍົກລັດຖະມົນຕີ ຫຼີເຄີຊຽງ, ທ່ານປະທານສະພາປຶກສາການເມືອງປະຊາຊົນແຫ່ງຊາດ ຈີນ ລີ໊ຈານຊູ.

ອະດີດທະຫານອາສາສະໝັກ ແລະ ຊ່ຽວຊານ ເຂົ້າອວຍພອນ ທູດລາວ ປະຈຳ ສສ ຫວຽດນາມ ໂອກາດວັນກອງທັບ ຄົບຮອບ 72 ປີ ອະດີດທະຫານອາສາສະໝັກ ແລະ ຊ່ຽວຊານ ເຂົ້າອວຍພອນ ທູດລາວ ປະຈຳ ສສ ຫວຽດນາມ ໂອກາດວັນກອງທັບ ຄົບຮອບ 72 ປີ
ຫວຽດນາມ - ຈີນ ສະເຫຼີມສະຫຼອງ 20 ປີ​ແຫ່ງ​ການ​ຮ່ວມມື​ຊາຍ​ແດນ​ທາງ​ບົກ​ຫວຽດ​ນາມ-ຈີນ ຫວຽດນາມ - ຈີນ ສະເຫຼີມສະຫຼອງ 20 ປີ​ແຫ່ງ​ການ​ຮ່ວມມື​ຊາຍ​ແດນ​ທາງ​ບົກ​ຫວຽດ​ນາມ-ຈີນ
ເນື່ອງໃນໂອກາດສະເຫຼີມສະຫຼອງ 72 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ຈີນ ການນຳ ຫວຽດນາມ ແລະ ຈີນ ແລກປ່ຽນໂທລະເລກຊົມເຊີຍ

ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ.ພາບ: TTXVN

ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸນແທັງເຊີນ ກໍ່ແລກປ່ຽນໂທລະເລກຊົມເຊີຍ ກັບທ່ານກຳມະການຄະນະລັດຖະບານ, ລັດຖະມົນຕີການຕ່າງປະເທດຈີນ ຫວາງອີ ເຊັນດຽວກັນ.

ກ່ອ​ນ​ໜ້າ​ນີ້, ວັນ​ທີ 13 ມັງ​ກອນ, ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິນຈິງ ໄດ້ມີ​ການ​ສົນ​ທະ​ນາ​ທາງ​ໂທ​ລະ​ສັບ​ກັບ ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ຫຼີ​ເຄີ​ສຽງ ເພື່ອ​ຮ່ວມ​ກັນທົບ​ທວນຄືນ​ຜົນ​ງານ​ຂອງ​ການພົວ​ພັນສອງ​ປະ​ເທດ​ໃນ​ປີ​ຜ່ານ​ມາ; ລົງ​ເລິກ​ແລກ​ປ່ຽນ​ບັນ​ດາ​ມາດ​ຕະ​ການ​ທີ່​ແທດ​ຈິງ​ແນ​ໃສ່​ເສີມ​ສ້າງ​ມິດ​ຕະ​ພາບ, ເພີ່ມ​ທະ​ວີ​ຄວາມ​ເຊື່ອ​ໝັ້ນ​ທາງ​ການ​ເມືອງ ແລະ ເປີດກວ້າງ​ການ​ຮ່ວມ​ມື​ຮອບ​ດ້ານ.

ວິ​ລະ​ຊົນ

ເຫດການ
302 Found

Found

The document has moved here.