ທ້າວ ຍື​ບາວ​ເຈົາ (ເກີດ​ປີ 1997) ພວມ​ເຮັດ​ວຽກ​ຢູ່​ຮ່າ​ໂນ້ຍ ໄດ້​ຊອກ​ຫາ​ໄດ້​ຂໍ້​ຜິດ​ພາດ​ໃນ​ server ແລະ ​ບໍ​ລິ​ສັດ​ນີ້ໄດ້​ຮັບ​ຮູ້

15:34 | 21/01/2022

ຍ​ສ​ໝ - ໃນ​ເວັບ​ໄຊ​ຂອງ ບໍ​ລິ​ສັດ Apple, ທ້າຍ ບາວ​ເຈົາ ໄດ້​ຮັບ​ຮູ້​ຍ້ອນ​ມີ​ການ​ຊ່ວຍ​​ກວດ​ພົບ​ຂໍ້​ຜິດ​ພາດໃນ server ຂອງບໍ​ລິ​ສັດ. Apple ບໍ່​ເປີດ​ເຜີຍ​ລະ​ອຽດ​ກ່ຽວ​ກັບ​ຂໍ້​ຜິດ​ພາດນີ້ ນອກ​ຈາ​ການ​ພັນ​ລະ​ນາ​ວ່າ ບັນ​ຫານີ້ ກ່ຽວ​ຂ້ອງ​ເຖິງ​ໂຄງ​ປະ​ກອບ​ຂອງ server”. ບົດ​ລາຍ​ງານ​ໂດຍ ​ເຈົາ ໄດ້ສົ່ງ​ໄປ​ແຕ່​ເດືອນ​ສິງ​ຫາ ປີ 2021, ແຕ່​ຫວ່າງ​ມໍ່ໆ​ມານີ້ ພາຍຫຼັງ ບໍ​ລິ​ສັດ​ແກ້​ຂໍ້​ຜິດ​ພາດ​ດັ່ງ​ກ່າວ ຈຶ່ງ​ປະ​ກາດ.

ຄອບ​ຄົວ ຫວຽດ​ນາມ ມີ 4 ລຸ້ນ​ຢູ່​ນຳ​ກັນ ເຮັດ​ເຂົ້າ​ໜົມແປ້ງຂາວ ຕ້ອນ​ຮັບ​ບຸນ​ເຕັດ​ປະ​ຈຳ​ຊາດ ຄອບ​ຄົວ ຫວຽດ​ນາມ ມີ 4 ລຸ້ນ​ຢູ່​ນຳ​ກັນ ເຮັດ​ເຂົ້າ​ໜົມແປ້ງຂາວ ຕ້ອນ​ຮັບ​ບຸນ​ເຕັດ​ປະ​ຈຳ​ຊາດ
ດອກເໝີຍ ​ມາຮອດ​ຮ່າ​ໂນ້ຍ, ຫຼຸດລາ​ຄາ​​ລົງ​ເຄິ່ງ​ໜຶ່ງ​ເພື່ອ​ດຶງ​ດູດ​ແຂກ​​ໃນ​ວັນ​ບຸນເຕັດ ດອກເໝີຍ ​ມາຮອດ​ຮ່າ​ໂນ້ຍ, ຫຼຸດລາ​ຄາ​​ລົງ​ເຄິ່ງ​ໜຶ່ງ​ເພື່ອ​ດຶງ​ດູດ​ແຂກ​​ໃນ​ວັນ​ບຸນເຕັດ
ທ້າວ ຍື​ບາວ​ເຈົາ (ເກີດ​ປີ 1997) ພວມ​ເຮັດ​ວຽກ​ຢູ່​ຮ່າ​ໂນ້ຍ ໄດ້​ຊອກ​ຫາ​ໄດ້​ຂໍ້​ຜິດ​ພາດ​ໃນ​ server ແລະ ​ບໍ​ລິ​ສັດ​ນີ້ໄດ້​ຮັບ​ຮູ້
ທ້າວ ຍື​ບາວ​ເຈົາ (ພາບ: FB)

ທ້າວ ບາວ​ເຈົາ​ໃຫ້​ຮູ້​ວ່າ: ມີ link ​ໜຶ່ງ​ທີ່​ຂຶ້ນ​ກັບກຳມະສິດ Apple ສາ​ມາດ​ເຮັດ​ໃຫ້​ເປີດ​ເຜີຍ​ແຫຼ່ງ​ຕົ້ນ​ກຳ​ເນີດ. ຖ້າ​ຫາກວ່າ ຂຸດ​ຄົ້ນ​ຂໍ້​ຜິດ​ພາດນີ້, ຜູ້​ບຸກ​ໂຈມ​ຕີ ສາ​ມາດ​ເອົາ​ບາງ​ຂໍ້​ມູນ​ເພື່ອ​ເຂົ້າ​ນຳ​ໃຊ້, ຈາກ​ນັ້ນ ເຮັດໃຫ້ມີຄວາມ​ສ່ຽງຊ້ອນ​ແຝງ​ເປີດ​ເຜີຍ​ຂໍ້​ມູນຂອງ ບໍ​ລິ​ສັດ. ຊຸມ​ວັນ​ມໍ່ໆ​ມານີ້, ແຕ່​ລະ​ປີ Apple ກໍ່​ໄດ້​ຮັບ​ບົດ​ລາຍ​ງານ​ນັບຮ້ອ​ຍ​ສະ​ບັບ ກ່ຽວ​ກັບ​ຂໍ້​ຜິດ​ພາດ​ທີ່​ກ່ຽວ​ຂ້ອງ​ເຖິງ server ຂອງ ບໍ​ລິ​ສັດ.

​ບໍ​ລິ​ສັດ​ເຕັກ​ໂນ​ໂລ​ຢີ​ໃຫຍ່ ໃນ​ໂລກ​ຄື: Snapchat, Uber, Google... ເຄີຍ​ໄດ້ຮັບ​ຮູ້​ທ້າວ ບາວ​ເຈົາ ຍ້ອນກວດ​ພົບ​ຂໍ້​ຜິດ​ພາດ​ເລັກໆ​ນ້ອຍໆ​ໃນ​ຜະ​ລິດ​ຕະ​ພັນ​ຂອງ​ເຂົາ​ເຈົ້າ. ເດືອນ​ມີ​ນາ ປີ 2021 ລາວ​ໄດ້​ກວດ​ພົບ​ຈຸດ​ຜິດ​ພາດ​ທີ່​ມີ​ຄວາມ​ສ່ຽງ​ສູງ​ຂອງ Paypal - ໂດຍ​ແມ່ນ​ບໍ​ລິ​ສັດ​ສະ​ໜອງ​ການ​ບໍ​ລິ​ການ​ຊຳ​ລະ​ແບບ​ທາງ​ໄກ ແລະ ໄດ້​ຮັບ​ເງິນ​ເປັນ​ຈຳ​ນວນ 5000 USD.

ໃນ​ໄລ​ຍະ​ຜ່ານ​ມາ, ມີ​ນັກ​​ວິສະວະກອນຄວາມປອດໄພ​ໜຸ່ມ​ຂອງ ຫວຽດ​ນາມ ຈຳນວນໜຶ່ງ ໄດ້ຮັບ​ຮູ້ຈາກບັນ​ດາ​ບໍ​ລິ​ສັດ​ເຕັກ​ໂນ​ໂລ​ຢີໃນ​ໂລກ. Microsoft ກໍ່​ເຄີຍ​ຍ້ອງ​ຍໍ​ສັນ​ລະ​ເສີນ ທ້າວ ເຢືອງ​ຕຽວ​ດົ່ງ ອາ​ຍຸ 16 ປີ ຫຼື ນັກ​​​ວິສະວະກອນ ເລ​ຮຶວກວາງ​ລິງ ອາ​ຍຸ 24 ປີ ຍ້ອນກວດ​ພົບ​ຂໍ້​ຜິດ​ພາດ​ໃນ​ການ​ຮັກ​ສາ​ຄວາ​ມ​ລັບ​ຂ​ອງ Windows. ນາງ ເລ​ມີກວິ່ງ ເກີດ​ປີ 1998 ກໍ່​ກວດ​ພົບ​​ຈຸດ​ຜິດ​ພາດຫຼາຍ​ຈຸດ​ຂອງ Oracle.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.