ປະ​ທານ​ປະ​ເທດ ແລະ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ​ຖະ​ຫວາຍ​ທູບ​ທຽນ ຢູ່​ ພະລາດຊະວັງທັງ​ລອງ

18:40 | 23/01/2022

ຄະນະຜູ້ແທນຊາວຫວຽດນາມ ດີເດັ່ນ ອາໄສຢູ່ຕ່າງປະເທດ ກໍ່ໄດ້ເຂົ້າຮ່ວມການເຄື່ອນໄຫວ ປ່ອຍປາໄນຄຳ ພ້ອມກັບທ່ານປະທານປະເທດ ແລະ ພັນລະຍາ ຢູ່ເຂດໜອງປາລຸງໂຮ່.

ສ້າງ​ເງື່ອນ​ໄຂການ​ເຂົ້າ​ເມືອງ​ສຳ​ລັບ​ຊາວ​ຕ່າງ​ປະ​ເທດ, ຊາວ​ຫວຽດ​ນາມ ພ້ອມ​ກັບ​ພີ່​ນ້ອງ​ກັບ​ເມືອ​ປະ​ເທດ ສ້າງ​ເງື່ອນ​ໄຂການ​ເຂົ້າ​ເມືອງ​ສຳ​ລັບ​ຊາວ​ຕ່າງ​ປະ​ເທດ, ຊາວ​ຫວຽດ​ນາມ ພ້ອມ​ກັບ​ພີ່​ນ້ອງ​ກັບ​ເມືອ​ປະ​ເທດ
ສ້າງ​ເງື່ອນ​ໄຂ​ໃຫ້​ຊາວ​ຕ່າງ​ປະ​ເທດ ແລະ ຊາວ​ ຫວຽດ​ນາມ ພ້ອມ​ດ້ວຍ​ຍາດ​ພີ່​ນ້ອງ​ກັບ​ຄືນປະ​ເທດ ສ້າງ​ເງື່ອນ​ໄຂ​ໃຫ້​ຊາວ​ຕ່າງ​ປະ​ເທດ ແລະ ຊາວ​ ຫວຽດ​ນາມ ພ້ອມ​ດ້ວຍ​ຍາດ​ພີ່​ນ້ອງ​ກັບ​ຄືນປະ​ເທດ
ທ່ານປະທານປະເທດ, ພັນລະຍາ ແລະ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຢູ່ ພະລາດຊະວັງທັງລອງ
ທ່ານປະທານປະເທດ, ພັນລະຍາ ແລະ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຢູ່ ພະລາດຊະວັງທັງລອງ

ຕອນເຊົ້າວັນທີ 22 ມັງກອນ (ກົງກັບວັນທີ 20 ເດືອນ 12), ຄະນະຜູ້ແທນຊາວຫວຽດນາມ ດີເດັ່ນ ອາໄສຢູ່ຕ່າງປະເທດ ໄດ້ເຂົ້າສຸສານ ໄວ້ອາໄລ ປະທານໂຮ່ຈີມິນ, ວາງພວງມາລາ ຢູ່ອະນຸສາວາລີນັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ ແລະ ເຕົ້າໂຮມກັນຢູ່ ພະລາດຊະວັງທັງລອງ, ຮ່າໂນ້ຍ ເພື່ອພ້ອມກັບທ່ານປະທານປະເທດ ຫງວຽນຊວັນຟຸກ ທຳພິທີຖະຫວາຍທູບທຽນສະແດງຄວາມຮູ້ບຸນຄຸນ ພາວະນາຂໍໃຫ້ ປະເທດຊາດມີຄວາມສະຫງົບ, ປະຊາຊົນຢູ່ເຢັນເປັນສຸກ, ຕ້ອນຮັບບຸນເຕັດຢ່າງເບີກບານມ່ວນຊື່ນ ແລະ ຜາສຸກ. ນີ້ແມ່ນການເຄື່ອນໄຫວນອນໃນເຫດການ ຂອງລາຍການລະດູບານໃໝ່ແຫ່ງບ້ານເກີດເມືອງນອນ ປີ 2022. ມີຊາວຫວຽດນາມ ອາໄສຢູ່ຕ່າງປະເທດຫຼາຍຄົນ ຮູ້ສຶກຕື້ນຕັນໃຈເມື່ອໄດ້ເຂົ້າຮ່ວມເຫດການດັ່ງກ່າວ.

ພວກຂ້າພະເຈົ້າມີຄວາມຮູ້ສຶກວ່າຊາດພວກເຮົາ ມີວິວັດການພັດທະນາທີ່ອົງອາດກ້າຫານ. ພະລາດຊະວັງທັງລອງ ແມ່ນບ່ອນຮັກສາ ຈຸດຄວາມງາມທີ່ອົງອາດກ້ານຫານນັ້ນໄວ້.

ການເຄື່ອນໄຫວເຫຼົ່ານີ້ມີຄວາມສຳຄັນເປັນພິເສດທີ່ສຸດສຳລັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ຍິ່ງສຳຄັນກ່ວານັ້ນແມ່ນສຳລັບ ລຸ້ນໜຸ່ມ ອາໄສຢູ່ຕ່າງປະເທດ, ຕ້ອງຊອກຮູ້ກ່ຽວກັບຕົ້ນກຳເນີດຂອງຕົນ, ຕ້ອງຮ່ຳຮຽນ ປະຫວັດສາດຂອງຊາດຕົນ ຈາກນັ້ນ ສາມາດໂຄສະນາໃຫ້ແກ່ພໍ່ແມ່ປະຊາຊົນຫວຽດນາມຢູ່ບັນດາປະເທດ ກໍ່ຄື ປະຊາຊົນໃນທົ່ວໂລກຮັບຊາບ.

ຄະນະຜູ້ແທນຊາວຫວຽດນາມ ດີເດັ່ນ ອາໄສຢູ່ຕ່າງປະເທດ ກໍ່ໄດ້ເຂົ້າຮ່ວມການເຄື່ອນໄຫວ ປ່ອຍປາໄນຄຳ ພ້ອມກັບທ່ານປະທານປະເທດ ແລະ ພັນລະຍາ ຢູ່ເຂດໜອງປາລຸງໂຮ່. ໃນທ່າມກາງບັນດາຍາດທີ່ເຕັມໄປດ້ວຍຄວາມອົບອຸ່ນນັ້ນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຢື້ຢາມຖາມຂ່າວ ແລະ ລະດົມກຳລັງໃຈໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດເພື່ອຜ່ານຜ່າຄວາມຫຍຸ້ງຍາກ, ຮ່ວມແຮງຮ່ວມໃຈປະກອບສ່ວນໃຫ້ແກ່ປະເທດປະຈຳຖິ່ນ ແລະ ບ້ານເກີດເມືອງນອນຂອງຕົນ.

vovworld.vn

ເຫດການ
302 Found

Found

The document has moved here.