ຍສໝ - ພ້ອມກັບຫຼາຍກິດຈະກຳຂ່ຳນັບຮັບຕ້ອນປີສາມັກຄີມິດຕະພາບຫວຽດນາມ-ລາວ, ລາວ-ຫວຽດນາມ ຢູ່ທັງສອງປະເທດ, ຄະນະໂຄສະນາສຶກສາສູນກາງ ໄດ້ຈັດ ຕັ້ງການປະກວດ “ຊອກຮູ້ປະຫວັດສາດການພົວພັນແບບພິເສດຫວຽດນາມ-ລາວ, ລາວ-ຫວຽດນາມ” ປີ 2022.
ຍສໝ - ສິ້ນສຸດການຝຶກອົບຮົມ, ສໍາມະນາກອນທັງໝົດໄດ້ສຳເລັດເນື້ອໃນໂຄງການທີ່ວາງອອກ, ໃນນັ້ນ 60% ໄດ້ຮັບການຈັດອັນດັບເປັນດີເດັ່ນ ແລະ 6 ສະຫາຍໄດ້ຮັບໃບຍ້ອງຍໍຂອງກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ.
ຍສໝ - CNN ໃຫ້ຮູ້ວ່າ, ໂດຍຕິດກັບ ໄທ, ກໍາປູເຈຍ, ຫວຽດນາມ ແລະຈີນ, ລາວ - ປະເທດບໍ່ຕິດກັບທະເລ ໄດ້ກາຍເປັນສະຖານທີ່ ສໍາລັບນັກທ່ອງທ່ຽວ ທີ່ມີເວລາຫຼາຍ ເມື່ອຊອກເສັ້ນທາງຂ້າມອາຊີຕາເວັນອອກ ແຕ່ດົນນານ.
ຍສໝ - ຕາມບົດລາຍງານຂອງລັດຖະບານ ລາວ, ຂະແໜງກະສິກໍາຂອງລາວ ຄາດວ່າຈະເຕີບໂຕປະມານ 2,5% ໃນປີ 2023, ກວມ 17,2% ລວມ ຍອດຜະລິດຕະພັນພາຍໃນ (GDP), ໃນຂະນະນັ້ນ ຂະແໜງອຸດສາຫະ ກໍາ ຈະເຕີບໂຕຢູ່ໃນລະດັບ 5%, ກວມ 34,2% GDP.
ຍສໝ - ປະຕິບັດແຜນນະໂຍບາຍພັດທະນາເສດຖະກິດ-ສັງຄົມ, ແຂວງອັດຕະປື ໄດ້ກໍານົດຕົ້ນໄມ້ຢາງພາລາແມ່ນໜຶ່ງໃນບັນດາຕົ້ນໄມ້ຕົ້ນຕໍຂອງການພັດທະນາເສດຖະກິດຢູ່ບັນດາເຂດທີ່ຫຍຸ້ງຍາກ ແລະເພື່ອແນໃສ່ປົກຫຸ້ມສີຂຽວດິນວ່າງ.
ຍສໝ-ໃນວັນທີ 28 ທັນວາ, ສະຫາຍ ຮອງເລຂາຜູ້ປະຈຳການຄະນະພັກນະຄອນ ດາໜັງ ເລືອງຫງວຽນມິງຈຽດ ໄດ້ຕ້ອນຮັບຄະນະປະຕິບັດງານແຂວງສາລະວັນ, ລາວ ໂດຍສະຫາຍ ໂພໄຊ ໄຊຍະສອນ, ເລຂາພັກ, ເຈົ້າແຂວງສາລະວັນ ເປັນຫົວໜ້າຄະນະ ໄປມາຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນ ດາຫນັງ.
ຍສໝ - ຫວ່າງແລ້ວນີ້, ຄະນະຜູ້ແທນຂັ້ນສູງໂດຍກໍາມະການສູນກາງພັກ, ເລຂາທິການ, ເຈົ້າແຂວງສາລະວັນ (ລາວ), ສະຫາຍ ໂພໄຊ ໄຊຍະສອນ ນຳໜ້າໃນການໄປມາຢ້ຽມຢາມ, ເຮັດວຽກຢູ່ເທື່ອທຽນເຫ້ວ. ທັງສອງຝ່າຍໄດ້ເຫັນດີເປັນເອກະພາບບັນດາເນື້ອໃນຕົກລົງຮ່ວມມືໄລຍະ 2022 – 2026. ໃນນັ້ນ, ຢືນຢັນວ່າ ສອງຝ່າຍຈະສືບຕໍ່ນຳສາຍພົວພັນມິດຕະພາບ, ການຮ່ວມມືຂຶ້ນສູ່ລະດັບສູງໃໝ່.
ຍສໝ - ການໂອ້ລົມສົນທະນາ ນອນໃນຂອບເຂດບັນດາການເຄື່ອນໄຫວ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ (5/9/1962 - 5/9/2022), 45 ປີແຫ່ງວັນເຊັນສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (18/7/1977 - 18/7/2022).
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນຳພາທີ່ສະຫຼາດສ່ອງໄສຂອງພັກ, ລັດ ແລະ ລັດຖະບານ ລາວ ໂດຍທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ນຳໜ້າ, ປະຊາຊົນລາວ ອ້າຍນ້ອງຈະສືບຕໍ່ບັນລຸໄດ້ຜົນງານສຳຄັນຫຼາຍຢ່າງ.
ວັນທີ 27 ທັນວາ, ຢູ່ນະຄອນ ດົງຮ່າ, ແຂວງ ກວາງຈິ ຂອງຫວຽດນາມ ໄດ້ດຳເນີນກອງປະຊຸມພົບປະລະຫວ່າງຄະນະຜູ້ແທນຂັ້ນສູງແຂວງ ກວ໋າງຈິ ກັບຄະນະຜູ້ແທນຂັ້ນສູງຂອງແຂວງ ສະຫວັນນະເຂດ ແລະ ສາລະວັນ. ນີ້ແມ່ນການເຄື່ອນໄຫວນອນໃນຂອບເຂດການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ລາວ ຄົບຮອບ 60 ປີ (5/9/1962 – 5/9/2022); ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ຄົບຮອບ 45 ປີ (18/7/1977 – 18/7/2022).
ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ລາວ, ວັນທີ 28 ທັນວາ ຢູ່ນະຄອນຫຼວງ ວຽງຈັນ, ທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ເລມິງຮວານ ໄດ້ເຂົ້າຢ້ຽມຂ່ຳນັບທ່ານນາຍົກລັດຖະມົນຕີລາວ ພັນຄຳ ວິພາວັນ.
ຫວ່າງແລ້ວນີ້, ຄະນະຜູ້ແທນສູນກາງສະຫະພັນສາສະໜາພຸດ ໂດຍທ່ານ ພະມະຫາອາຈານ ບຸນມາ ສິມມາພົມ, ປະທານສູນກາງພຸດທະສາສະໜາສຳພັນລາວ ເປັນຫົວໜ້າຄະນະ ໄດ້ມາ ວັດ ຫວຽດນາມ ກວັກຕື (ນະຄອນໂຮ່ຈີມິນ) ເພື່ອຢື້ຢາມຖາມຂ່າວ ພະມະຫາອາຈານໃຫຍ່ ທິກຈີກວາງ, ສາດສະດາພຸດທະສາສະໜາ ຫວຽດນາມ.
ຍສໝ-ຫວ່າງແລ້ວນີ້, ທີ່ນະຄອນ ດົງເຮີຍ, ຄະນະຜູ້ແທນຊາຍແດນສອງແຂວງ ກວາງບິ່ງ (ຫວຽດນາມ) ແລະ ສະຫວັນນະເຂດ (ລາວ) ໄດ້ດຳເນີນການພົບປະເຈລະຈາ ແລະ ເຊັນບົດບັນທຶກຮ່ວມມື. ຜ່ານນັ້ນ, ກໍປະກອບສ່ວນເຂົ້າໃນການປົກປັກຮັກສາ, ປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດລະຫວ່າງແຂວງ ກວາງບິ່ງ ແລະ ແຂວງສະຫວັນນະເຂດ.
ຍສໝ - ຫວຽດນາມ-ລາວ ເຫັນດີເປັນເອກະພາບບັນດາເນື້ອໃນຊຸກຍູ້ການຮ່ວມມື ພັດທະນາລະຫວ່າງຂະແໜງອຸດສາຫະກໍາ ແລະ ການຄ້າ-ພະລັງງານ ແລະ ບໍ່ແຮ່ ສອງປະເທດ.
ຍສໝ-ໂດຍການສືບທອດມູນເຊື້ອມິດຕະພາບອັນດີງາມ ທີ່ໄດ້ສ້າງໃນຕະຫຼອດ 60 ປີຜ່ານມາ, ມີຫຼາຍຮູບແບບ, ວິທີເຮັດທີ່ດີ, ຮັດແໜ້ນຄວາມສາມັກຄີ ແລະ ພ້ອມກັນຮ່ວມມືເພື່ອພັດທະນາຮ່ວມກັນ, ເປັນແບບຢ່າງຄືຮູບແບບແຮກສ່ຽວບ້ານ-ບ້ານ ລະຫວ່າງ 10 ແຂວງຂອງລາວທີ່ມີຊາຍແດນຮ່ວມກັບ 10 ແຂວງຂອງຫວຽດນາມ.
ຍສໝ - ສະຫາຍ ພົນໂທ ເລືອງດິ່ງຮົ່ງ ໃຫ້ຮູ້ວ່າ ບັນດາ ວິທະຍາຄານ, ໂຮງຮຽນຂອງກອງທັບປະຊາຊົນຫວຽດນາມ ເອກອ້າງທະນົງໃຈ ເມື່ອພັກ, ລັດ ແລະ ກອງທັນປະຊາຊົນລາວ ເຊື່ອໝັ້ນ, ສົ່ງບັນດາພະນັກງານ, ນັກຮົບທີ່ດີເດັ່ນມາກໍ່ສ້າງ, ບໍາລຸງສ້າງຢູ່ບັນດາຮາກຖານກໍ່ສ້າງຂອງຕົນ.
ສະມາຊິກສະພາແຫ່ງຊາດລາວ ໃຫ້ຮູ້ວ່າ: ຫວຽດນາມ ມີບົດຮຽນໃນການຄຸ້ມຄອງອັດຕາແລກປ່ຽນ ແລະ ໄພເງິນເຟີ້, ເນັ້ນໜັກວ່າ: “ຫວຽດນາມ ໄດ້ປະຕິບັດຢ່າງດີເລີດໃນການຮັບມືກັບອັດຕາເງິນເຟີ້ໃນລະດັບສູງທີ່ສຸດຢູ່ ຫວຽດນາມ ເປັນສາມຕົວເລກຫ່າງຈາກນີ້ 2 ທົດສະວັດ".
ໂດຍສະແດງຄວາມປິຕິຊົມຊື່ນເມື່ອເຂົ້າຮ່ວມພິທີວາງສີລາລຶກ ໂຄງການອຸດສາຫະກໍາ ບົກຊິດ-ອາລູມີນາ, ທ່ານ ເຫຼັກໄຫຼ ສີວິໄລ ເລຂາພັກແຂວງ, ເຈົ້າແຂວງເຊກອງ ໄດ້ຊົມເຊີຍ ແລະ ສະແດງຄວາມຍິນດີນຳນັກລົງທຶນທີ່ໄດ້ກະກຽມບັນດາວຽກງານຕາມແຜນການທີ່ໄດ້ວາງອອກເປັນຢ່າງດີ.
ຕອນບ່າຍວັນທີ 19 ທັນວາ, ຢູ່ນະຄອນຫຼວງວຽງຈັນ, ການນຳສະຖານທູດຫວຽດນາມ ປະຈຳລາວ ໄດ້ພົບປະ ແລະ ລະດົມກຳລັງໃຈບັນດາສະມາຊິກຂອງທິມບານເຕະຊາຍ ຫວຽດນາມ ກ່ອນເຂົ້າຮ່ວມນັດແຂ່ງຂັນສາຍ B, ຊິງແຊັມບານເຕະ ອາຊີຕາເວັນອອກສ່ຽງໃຕ້ (AFF Mitsubishi Electric Cup 2022).
ຍສໝ - ນີ້ແມ່ນໂອກາດເພື່ອແລກປ່ຽນ ແລະ ຖອດຖອນບົດຮຽນໃນການຄຸ້ມຄອງລັດໃນຂົງເຂດຕຸລາການ, ປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານໃນທຸກຂົງເຂດລະຫວ່າງສອງແຂວງ.