ໜູນຊ່ວຍຍົກສູງປະສິດທິຜົນວຽກງານບຳບັດຜູ້ຕິດຢາເສບຕິດ ໃຫ້ແກ່ປະເທດລາວ

00:00 | 02/08/2023

ຍສໝ - ການຈັດ​ຕັ້ງ​ບັນດາ​ຊຸດຝຶກ​ອົບຮົມ​ວິຊາ​ຊີບ​ບໍ່​ພຽງ​ແຕ່​ແມ່ນ​ຂໍ້​ລິ​ເລີ່​ມຂອງ​ການ​ຮ່ວມ​ມື​ຮອບດ້ານ​ເທົ່າ​ນັ້ນ, ຫາກ​ຍັງ​ສະ​ແດງ​ໃຫ້​ເຫັນນ້ຳໃຈ​ສາມັກຄີ​ແບບ​ພິ​ເສດ, ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ກຳລັງ​ປ້ອງ​ກັນ ​ແລະ ຕ້ານ​ຢາ​ເສບ​ຕິດ ​ຫວຽດນາມ - ລາວ, ຕໍ່ສູ້​ຢ່າງ​ເດັດດ່ຽວ​ໜຽວ​ແໜ້ນ​ບໍ່​ລະເລີຍໂຍະຍານຕໍ່ໄພຢາ​ເສບ​ຕິດ.

ຍົກສູງຄວາມສາມາດໃນການສືບສວນ-ສອບສວນອາດຊະຍາກຳ ແລະ ຄວບຄຸມຢາເສບຕິດ ໃຫ້ແກ່ປະເທດລາວ ຍົກສູງຄວາມສາມາດໃນການສືບສວນ-ສອບສວນອາດຊະຍາກຳ ແລະ ຄວບຄຸມຢາເສບຕິດ ໃຫ້ແກ່ປະເທດລາວ
UNODC ປາດຖະໜາຢາກສືບຕໍ່ຮ່ວມມືກັບ ຫວຽດນາມ ເພື່ອຕ້ານອາດຊະຍາກຳຢາເສບຕິດ UNODC ປາດຖະໜາຢາກສືບຕໍ່ຮ່ວມມືກັບ ຫວຽດນາມ ເພື່ອຕ້ານອາດຊະຍາກຳຢາເສບຕິດ

ໂດຍໄດ້ຮັບການເຫັນດີຈາກການນຳກະຊວງຕຳຫຼວດ - ອົງການປະຈຳການປ້ອງກັນ ແລະ ຕ້ານຢາເສບຕິດ ຂອງຄະ​ນະ​ກໍາ​ມະ​ແຫ່ງ​ຊາດ​ ກ່ຽວກັບການປ້ອງກັນ, ຕ້ານ AIDS ແລະ ການປ້ອງກັນ, ຕ້ານຢາເສບຕິດ, ໄພໂສເພນີ ຫວຽດນາມ ຢູ່​ດ່ານັງ, ວັນ​ທີ 29 ພຶດສະພາ​ນີ້, ກົມ​ຕຳຫຼວດ​ສືບສວນ​ອາ​ຊະ​ຍາ​ກຳ​ຢາ​ເສບ​ຕິດ ​ໄດ້​ເປີດ "ຊຸດຝຶກ​ອົບຮົມກ່ຽວກັບວຽກງານບຳບັດ ແລະ ຟື້ນຟູ​ຜູ້​ຕິດ​ຢາ​ເສບ​ຕິດ ​ໃຫ້​ແກ່​ກຳລັງ​ປະຕິບັດ​ໜ້າ​ທີ່​ແຫ່ງ​ສາທາລະນະ​ລັດ ​ປະຊາທິປະ​ໄຕ ​ປະຊາຊົນ​ລາວ".

ຝ່າຍກົມ​ຕຳຫຼວດ​ສືບສວນ​ອາ​ຊະ​ຍາ​ກຳ​ຢາ​ເສບ​ຕິດ ຫວຽດນາມ ​ມີ​ການເຂົ້າຮ່ວມຂອງ ສະຫາຍ ພັນໂທ ຮວ່າງເຕີມຫ້ຽວ, ຮອງ​ຫົວໜ້າ​ກົມ. ຕາງໜ້າ​ຕຳຫຼວດ​ນະຄອນດ່າ​ນັງ ​ແມ່ນ ສະຫາຍ ​ພັນ​ເອກ ຫງວຽນ​ວັນ​ຕັງ, ຮອງຜູ້ອຳນວຍການຕຳຫຼວດນະຄອນດ່ານັງ. ຝ່າຍລາວ, ມີ ສະຫາຍ ພັນເອກ ວົງໄຊ ພັນທະວົງ, ຮອງເລຂາຄະນະກຳມະການສະກັດກັ້ນ ແລະ ຄວບຄຸມຢາເສບຕິດ.

ໜູນຊ່ວຍຍົກສູງປະສິດທິຜົນວຽກງານບຳບັດຜູ້ຕິດຢາເສບຕິດ ໃຫ້ແກ່ປະເທດລາວ
ສະຫາຍພັນໂທ ຮວ່າງເຕີມຫ້ຽວ

ກ່າວຄຳປາໄສເປີດສະໄໝຊຸດ​ຝຶກ​ອົບ​ຮົມ, ສະຫາຍ ພັນໂທ ຮວ່າງເຕີມຫ້ຽວ, ຮອງ​ຫົວໜ້າ​ກົມກົມ​ຕຳຫຼວດ​ສືບສວນ​ອາ​ຊະ​ຍາ​ກຳ​ຢາ​ເສບ​ຕິດ ໃຫ້ຮູ້ວ່າ ອາຊີ ເວົ້າລວມ ແລະ ອາຊີຕາເວັນອອກສ່ຽງໃຕ້ ເວົ້າສະເພາະ ແມ່ນຕະຫຼາດສູນລວມາເສບຕິດ. ຫວ່າງມໍ່ໆມານີ້ ໄດ້ມີການກວດພົບ ແລະ ຈັບສາຍສົ່ງຢາເສບຕິດ ທີ່ສົ່ງຈາກບັນດາປະເທດໃນອາເມລິກາລາຕິນ ເຊິ່ງສະແດງໃຫ້ເຫັນວ່າ ອາດຊະຍາກຳປະເພດນີ້ ແນໃສ່ຕະຫຼາດອາຊີຕາເວັນອອກສ່ຽງໃຕ້, ໃນນັ້ນມີທັງ ຫວຽດນາມ ແລະ ລາວ.

​ເພື່ອ​ແກ້​ໄຂ​ສະພາບ​ການ​ດັ່ງກ່າວ, ບັນດາ​ກຳລັງ​ປະຕິບັດ​ກົດໝາຍ​ຂອງ​ບັນດາ​ປະ​ເທດ​ໄດ້​ມານະ​ພະຍາຍາມ​ຢ່າງ​ຕັ້ງໜ້າ, ສົມທົບ​ກັນ​ປະຕິບັດ​ຫຼາຍ​ມາດ​ຕະການ​ວິຊາ​ສະ​ເພາະ; ສືບສວນ, ຄົ້ນພົບເສັ້ນທາງ, ບ່ອນ, ກຸ່ມຜະລິດ, ຂົນສົ່ງ ແລະ ຄ້າຂາຍຢາເສບຕິດ, ໂດຍສະເພາະແມ່ນຢາເສບຕິດ, ຢູ່ຊາຍແດນລະຫວ່າງສອງປະເທດ.

ໜູນຊ່ວຍຍົກສູງປະສິດທິຜົນວຽກງານບຳບັດຜູ້ຕິດຢາເສບຕິດ ໃຫ້ແກ່ປະເທດລາວ

ຊຸດຝຶກອົບຮົມແມ່ນໜຶ່ງໃນບັນດາການເຄື່ອນໄຫວຮ່ວມມືປະຈຳປີ ເຊິ່ງມີຄວາມແທດຈິງ ແລະ ນອນໃນຂອບເຂດຂອງສັນຍາ ແລະ ບົດບັນທຶກຄວາມເຂົ້າໃຈລະຫວ່າງລັດຖະບານ ແລະ ກະຊວງຕຳຫຼວດຂອງສອງປະເທດ.

ຕໍ່ກັບ​ການ​ປ່ຽນ​ແປງ​ຢ່າງ​ວ່ອງ​ໄວ​ ​ແລະ​ ສະ​ຖາ​ນະ​ການ​ຢາ​ເສບ​ຕິດ​ໃນໂລກ ເເລະ ​ພາກ​ພື້ນແລ້ວ, ການຝຶກອົບຮົມ, ຍົກສູງກຳລັງຄວາມ​ສາມາດ, ລະດັບ ເເລະ ທັກສະວິຊາສະເພາະຂອງ​ພະນັກງານ​ແຖວ​ໜ້າ​ແມ່ນ​ຈຳ​ເປັນທີ່ສຸດ ເພື່ອ​ປະກອບສ່ວນ​ຍົກ​ສູງ​ປະສິດທິ​ຜົນ​ໃນການປ້ອງກັນ, ຕ້ານອາດຊະຍາກຳ ແລະ ໄພ​ຢາ​ເສບ​ຕິດ ພ້ອມ​ກັນ​ນັ້ນ ກໍ່ຫຼຸດຜ່ອນ​ຜົນ​ເສຍ​ຫາຍ​ຂອງ​ຢາ​ເສບ​ຕິດ​ຕໍ່​ຊຸມ​ຊົນ ​ແລະ ສັງຄົມ.

ຫວຽດນາມ​ ເຊື່ອ​​ໝັ້ນວ່າ ດ້ວຍການຮ່ວມມື ແລະ ​ແບ່ງປັນໜ້າທີ່ລວມຂອງ​ບັນດາ​ປະ​ເທດ ​ຈະ​ເປັນປັດໄຈພື້ນຖານເພື່ອຫັນການປະຕິບັດເປົ້າໝາຍລວມ ເຊິ່ງແມ່ນການ​ປົກ​ປັກ​ຮັກສາ​ປະຊາ​ຄົມ​ຕ້ານຄືນ​ອາດຊະຍາ​ກຳ​ຢາ​ເສບ​ຕິດໃຫ້ປະກົດຜົນເປັນຈິງ ​ເພື່ອ​ຊ່ວຍ​ໃຫ້​ເສດຖະກິດ ​ແລະ ສັງຄົມ​ພັດທະນາ​ຢ່າງ​ໝັ້ນຄົງ ​ແລະ ວັດທະນາຖາວອນ.

ໃນ 6 ວັນ (ແຕ່ວັນທີ 28 ພຶດສະພາ ຫາ ວັນທີ 2 ມິຖຸນາ), ຊຸດຝຶກອົບຮົມກັບບັນດາຄູ ແລະ ຜູ້ຊ່ຽວຊານທີ່ມີປະສົບການໃນດ້ານການບຳບັດ ແລະ ຟື້ນຟູຜູ້ຕິດຢາເສບຕິດ, ຜູ້​ໃຊ້​ຢາ​ເສບ​ຕິດທີ່ມາ​ຈາກ​ຫົວ​ຫນ່ວຍ​ຂອງ​ກອງຕໍາຫລວດນັ້ນ, ກະຊວງສາທາລະນະ​ສຸກ ​ຈະ​ຊ່ວຍ​ໃຫ້​ນັກສຳມະນາກອນບົກສູງຄວາມ​ຮັບ​ຮູ້ ​ແລະ ​ປະກອບໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ຮູ້​ພື້ນຖານ​ກ່ຽວ​ກັບ: ສະພາບການກ່ຽວກັບອາດຊະຍາກຳຢາເສບຕິດໃນໂລກ, ພາກພື້ນ ແລະ ເຂດຊາຍແດນ ຫວຽດນາມ - ລາວ; ສະພາບສັງລວມກ່ຽວກັບນະໂຍບາຍ ແລະ ກົດໝາຍບຳບັດຜູ້ຕິດຢາເສບຕິດຂອງຫວຽດນາມ; ການແຊກແຊງທາງການແພດສໍາລັບຜູ້ຕິດຢາເສບຕິດ ແລະ ການກໍານົດສະພາບການຕິດຢາເສບຕິດ, ການຄຸ້ມຄອງຜູ້ຕິດຢາເສບຕິດ ແລະ ການຄຸ້ມຄອງພາຍຫຼັງການບຳບັດຢາເສບຕິດ. ພ້ອມ​ກັນ​ນັ້ນ, ນັກ​ສຳມະນາກອນ ​ຍັງ​ຈະ​ໄດ້​ໄປ​ທັດສະນະຕົວຈິງ​ຢູ່ຮາກຖານສັງຄົມເບົ່າບ່າງ (ດ່ານັງ).

ຊຸດຝຶກອົບຮົມຄັ້ງນີ້ ຍັງເປັນໂອກາດເພື່ອໃຫ້ເພື່ອນຮ່ວມງານຂອງສອງປະເທດ ໄດ້ແລກປ່ຽນປະສົບການ ແລະ ຄວາມຮູ້ຄວາມສາມາດ ເພື່ອແນໃສ່ຍົກ​ສູງ​ປະສິດທິ​ຜົນ​ວຽກ​ງານ​ບຳບັດ ​ແລະ ຟື້ນ​ຟູ, ປະກອບສ່ວນ​ຫຼຸດຜ່ອນແຫຼ່ງ​ຄວາມ​ຕ້ອງການ​ຢາ​ເສບ​ຕິດ​ຢູ່​ແຕ່ລະ​ປະ​ເທດ.

ວັນເລື້ອງ

ເຫດການ
302 Found

Found

The document has moved here.