ພິທີ​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ດ້ານ​ວິທະຍາສາດ​ລະຫວ່າງ​ຫວຽດນາມ ​ແລະ ລາວ

00:00 | 31/07/2023

ຍສໝ - ສັນຍາ​ວ່າ​ດ້ວຍ​ການ​ຮ່ວມ​ມື​ດ້ານ​ວິທະຍາສາດ ​ລະຫວ່າງ​ບັນດາ​ສະ​ຖາ​ບັນ ​ແລະ ວິທະຍາ​ໄລ ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ມິດຕະພາບ, ຄວາມ​ສາມັກຄີ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ.

ການສຳມະນາວິທະຍາສາດ ກ່ຽວກັບການພົວພັນພິເສດສອງປະເທດຫວຽດນາມ - ລາວ ການສຳມະນາວິທະຍາສາດ ກ່ຽວກັບການພົວພັນພິເສດສອງປະເທດຫວຽດນາມ - ລາວ
ເວທີປາໄສນັກປັນຍາຊົນໜຸ່ມ ຫວຽດນາມ: ຊຸກຍູ້ການນຳໃຊ້ວິທະຍາສາດ ແລະ ເຕັກໂນໂລຢີ ປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ ເວທີປາໄສນັກປັນຍາຊົນໜຸ່ມ ຫວຽດນາມ: ຊຸກຍູ້ການນຳໃຊ້ວິທະຍາສາດ ແລະ ເຕັກໂນໂລຢີ ປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ

ຕອນບ່າຍວັນທີ 30 ມິຖຸນາ, ຢູ່ຮ່າໂນ້ຍ, ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ, ສະພາບັນດິດວິທະຍາສາດສັງຄົມຫວຽດນາມ, ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດລາວ, ສະຖາບັນວິທະຍາສາດເສດຖະກິດ ແລະສັງຄົມແຫ່ງຊາດລາວ ໄດ້ຈັດພິທີລົງນາມຂໍ້ຕົກລົງຮ່ວມມືວິທະຍາສາດລະຫວ່າງສີ່ຝ່າຍ.

ການ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ດັ່ງກ່າວ ​ແມ່ນ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ແລກປ່ຽນ​ວິທະຍາສາດ, ສົມທົບ​ກັນ​ໜູນ​ຊ່ວຍ​ເຊິ່ງກັນ ​ແລະ ກັນ ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ຄົ້ນຄວ້າ, ຈັດ​ຕັ້ງ​ກອງ​ປະຊຸມ​ວິທະຍາສາດ​ສາກົນ; ກໍ່ສ້າງ ​ແລະ ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ, ລາວ - ຫວຽດນາມ; ປັບປຸງ​ຄວາມ​ສາມາດ​ຂອງ​ພະ​ນັກ​ງານ​ໃນ​ການ​ຄຸ້ມ​ຄອງ, ວຽກ​ງານ​ວິທະຍາສາດ ​ແລະ ການສິດ​ສອນ, ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ການ​ພັດທະນາ​ພາຍ​ໃນ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ; ຊຸກຍູ້​ບັນດາ​ຜົນງານ​ການ​ຄົ້ນຄວ້າ​ວິທະຍາສາດ​ສັງຄົມ​ຂອງ​ແຕ່ລະ​ຝ່າຍ.

ພິທີ​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ດ້ານ​ວິທະຍາສາດ​ລະຫວ່າງ​ຫວຽດນາມ ​ແລະ ລາວ

ກ່າວຄຳເຫັນທີ່ພິທີ, ທ່ານ ສຈ, ປອ ຫງວຽນຊວນຖັງ, ກຳມະການກົມການເມືອງ, ຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ, ປະທານສະພາທິດສະດີສູນກາງພັກ ໄດ້ຕີລາຄາສູງຕໍ່ການລົງນາມຂໍ້ຕົກລົງຮ່ວມມືດ້ານວິທະຍາສາດລະຫວ່າງສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ, ສະພາບັນດິດວິທະຍາສາດສັງຄົມຫວຽດນາມ, ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດລາວ, ແລະສະຖາບັນວິທະຍາສາດເສດຖະກິດ ແລະສັງຄົມແຫ່ງຊາດລາວ.

ທ່ານຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ເນັ້ນໜັກວ່າ: ການລົງນາມຂໍ້ຕົກລົງຮ່ວມມືດ້ານວິທະຍາສາດຄັ້ງນີ້ແມ່ນອີງໃສ່ຫຼັກການສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະການພົວພັນຊ່ວຍເຫຼືອເຊິ່ງກັນ ແລະກັນແບບພິເສດ, ໂດຍເລີ່ມຈາກຜົນປະໂຫຍດພັດທະນາວິທະຍາສາດສັງຄົມຂອງຫວຽດນາມ ແລະລາວ.

ຕາມຂໍ້ຕົກລົງດັ່ງກ່າວ, ບັນດາຝ່າຍຈະເພີ່ມທະວີຊຸກຍູ້ການຄົ້ນຄວ້າຮ່ວມກັນ; ແລກປ່ຽນ ແລະແບ່ງປັນບົດຮຽນກ່ຽວກັບບັນຫາທິດສະດີ ແລະພຶດຕິກໍາຕົວຈິງຂອງການພັດທະນາປະເທດຊາດ ແລະການເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ - ລາວ; ໜູນຊ່ວຍເຊິ່ງກັນ ແລະກັນໃນການບໍາລຸງສ້າງທິດສະດີການເມືອງ, ວິຊາສະເພາະ, ພາສາຕ່າງປະເທດ ແລະບໍາລຸງສ້າງນັກຊ່ຽວຊານ; ແລກປ່ຽນນັກຮຽນຮູ້, ສົມທົບກັນຈັດກອງປະຊຸມສຳມະນາ ແລະກອງປະຊຸມໂອ້ລົມສົນທະນາວິທະຍາສາດດ້ວຍການເຂົ້າຮ່ວມຂອງຝ່າຍຕ່າງໆ; ເປີດກວ້າງການຮ່ວມມື ແລະເຊື່ອມໂຍງເຂົ້າກັບສາກົນ, ໜູນຊ່ວຍເຊິ່ງກັນ ແລະກັນເພື່ອເຂົ້າຮ່ວມຕາໜ່າງການຄົ້ນຄວ້າຢູ່ພາກພື້ນ ແລະໃນໂລກ.

ຂໍ້ຕົກລົງວ່າດ້ວຍການຮ່ວມມືມີຜົນສັກສິດນັບແຕ່ວັນລົງນາມ ແລະມີກຳນົດເວລາຮອດທ້າຍປີ 2027. ໃນປີ 2027, ບັນດາຝ່າຍຈະຕີລາຄາໝາກຜົນການຮ່ວມມື ແລະສ້າງເອກະສານຮ່ວມມືໃນຕໍ່ໜ້າ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.