ໃນ 6 ເດືອນຕົ້ນປີ 2023 ລາວໄດ້ດຶງດູດນັກທ່ອງທ່ຽວສາກົນຫຼາຍກວ່າ 1,6 ລ້ານເທື່ອຄົນ

16:50 | 01/08/2023

ຍສໝ - ຕາມ​ກົມ​ພັດທະນາ​ການທ່ອງທ່ຽວ​ຂຶ້ນກັບກະຊວງ​ຖະ​ແຫຼ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວລາວ​ແລ້ວ, ​ໃນ 6 ​ເດືອນ​ຕົ້ນ​ປີ 2023, ທົ່ວ​ປະ​ເທດ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ສາກົນ 1,6 ລ້ານ​ເທື່ອຄົນ, ລື່ນ​ກາຍ​ຄາດໝາຍ​ທັງ​ໝົດ​ຂອງ​ປີ 2023 ​ແມ່ນ 1,4 ລ້ານ​ເທື່ອຄົນ.

ສະຖິຕິ​ສະ​ແດງ​ໃຫ້​ເຫັນ​ວ່າ 6 ​ເດືອນ​ຕົ້ນ​ປີ 2023, ລາວ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ສາກົນ 1.674.436 ເທື່ອຄົນ, ​ໃນ​ນັ້ນ​ນັກ​ທ່ອງ​ທ່ຽວ​ໄທ​ເຂົ້າ​ມາ​ລາວ​ຫຼາຍ​ທີ່​ສຸດ (668.595 ເທື່ອຄົນ), ຖັດຈາກນັ້ນແມ່ນ ຫວຽດນາມ (398.937 ເທື່ອຄົນ), ຈີນ (317.000 ກວ່າ​ເທື່ອຄົນ) ​ແລະ ເກົາຫຼີ. (ເກືອບ 73,000 ເທື່ອຄົນ).

ໃນ 6 ເດືອນຕົ້ນປີ 2023 ລາວໄດ້ດຶງດູດນັກທ່ອງທ່ຽວສາກົນຫຼາຍກວ່າ 1,6 ລ້ານເທື່ອຄົນ
ເມືອງຫຼວງພະບາງ ເປັນໜຶ່ງໃນແຫຼ່ງທ່ອງທ່ຽວທີ່ໜ້າສົນໃຈທີ່ສຸດຂອງປະເທດລາວ. (ພາບ: ຈີ້ງຢູ່ງ)

​ເປັນ​ໜ້າສົນໃຈວ່າ, ຈຳນວນ​ນັກ​ທ່ອງ​ທ່ຽວ​ຫວຽດນາມ​ມາ​ລາວ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2022, ​ໃນ 6 ​ເດືອນ​ຕົ້ນ​ປີ 2023, ຈຳນວນ​ນັກ​ທ່ອງ​ທ່ຽວ​ຫວຽດນາມ​ມາ​ລາວ​ເພີ່ມ​ຂຶ້ນ 10,8%. ສະຖານທີ່ທ່ອງທ່ຽວຍອດນິຍົມທີ່ນັກທ່ອງທ່ຽວຊາວຫວຽດນາມເລືອກເຟັ້ນເມື່ອໄປລາວ ລວມມີ: ນະຄອນຫຼວງວຽງຈັນ, ເມືອງທ່ອງທ່ຽວວັງວຽງ ແລະ ເມືອງຫຼວງພະບາງ. ໃນທິດທາງກົງກັນຂ້າມ, ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ລາວ​ໄປ​ຫວຽດ​ນາມ​ເພີ່ມ​ຂຶ້ນ 42,7%.

ຫວ່າງ​ມໍ່ໆ​ມາ​ນີ້, ລາວ​ໄດ້​ຮັບ​ການ​ພິມໃນສື່ສິ່ງພິມກ່ຽວກັບ​ການທ່ອງທ່ຽວ​ທີ່​ມີ​ຊື່​ສຽງ​ຫຼາຍ​ສະບັບຢ່າງລຽນຕິດ​ເຊັ່ນ: National Geographic, CNN, Australian Travel Publication, Wanderlust và Fodor's ​ຈັດ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ຈັບໃຈ​ທີ່​ສຸດ​ໃນ​ໂລກ​ໃນ​ປີ 2023​.

ຕາມ​ກົມ​ພັດທະນາ​ການທ່ອງທ່ຽວລາວແລ້ວ, ຮອດ​ປີ 2023, ປະ​ເທດ​ນີ້​ຈະ​ສາມາດ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ສາກົນ​ປະມານ 2 ລ້ານ​ ຫຼື ກວ່າ 2 ລ້ານ​ເທື່ອຄົນ. ລາວ​ຍັງ​ໄດ້​ວາງຄາດໝາຍ​ສູ້​ຊົນ​ປີ​ທ່ອງ​ທ່ຽວ​ລາວ 2024 ​ຈະດຶງ​ດູດ​ນັກ​ທ່ອງ​ທ່ຽວ​ໃຫ້​ໄດ້ 4,6 ລ້ານເທື່ອຄົນ, ດ້ວຍ​ລາຍ​ຮັບ​ປະມານ 712 ລ້ານ​ໂດ​ລາ​ສະຫະລັດ.

ເພື່ອບັນລຸຄາດໝາຍທີ່ກ່າວມາຂ້າງເທິງນັ້ນ, ລັດຖະບານລາວ ພວມຕັ້ງໜ້າລົງທຶນປັບປຸງພື້ນຖານໂຄງລ່າງ, ຍົກສູງຄຸນນະພາບການບໍລິການທ່ອງທ່ຽວ, ຊຸກຍູ້ການໂຄສະນາການທ່ອງທ່ຽວໃນໂປຼແກຼມດີຈິຕອນ.

ດີງເລື້ອງ

ເຫດການ
302 Found

Found

The document has moved here.