ສົ່ງອັດຖິທະຫານຫວຽດນາມທີ່ສະຫຼະຊີວິດຢູ່ລາວ, ກຳປູເຈຍກັບຄືນເມືອປະເທດຊາດ

00:00 | 31/07/2023

ວັນ​ທີ 10 ມິຖຸນາ​ນີ້, ຢູ່​ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ​ ເມືອງ​ ງອກ​ໂຮ່ຍ, ແຂວງ ກອນຕູມ ໄດ້ມີການຈັດພິທີໄຫວ້ອາໄລ, ຝັງອັດຖິຂອງ​ທະຫານ​ອາສາ​ສະໝັກ, ​ຊ່ຽວຊານຫວຽດ​ນາມທີ່ສະຫຼະຊີວິດໃນ​ສະໄໝສົງຄາມ​ຢູ່​ລາວ ​ແລະ ກຳປູ​ເຈຍ 12 ຄົນ.

ຈໍານວນອັດຖິດັ່ງກ່າວ ໂດຍກອງປະຕິບັດງານ K53 - ກອງບັນຊາການທະຫານແຂວງ ກອນຕູມ ໄດ້ສົມທົບກັບອຳນາດການປົກຄອງ ແລະ ປະຊາຊົນ 3 ແຂວງພາກໃຕ້ ລາວ ແລະ ແຂວງ ຣາຕານາກິຣິ, ລາຊະອານາຈັກກຳປູເຈຍ ເພື່ອຊອກຫາ​, ເຄື່ອນຍ້າຍ ແລະ ສົ່ງອັດຖິກັບຄືນເມືອ​​ປະເທດຊາດ​. ມາ​ຮອດ​ປັດ​ຈຸ​ບັນ, ຈຳນວນ 12 ອັດຖິທະຫານທີ່ທ້ອນໂຮມມາໄດ້ນັ້ນ ຍັງບໍ່ທັນໄດ້ລະບຸຊື່.

ສົ່ງອັດຖິທະຫານຫວຽດນາມທີ່ສະຫຼະຊີວິດຢູ່ລາວ, ກຳປູເຈຍກັບຄືນເມືອປະເທດຊາດ

ການຈັດພິທີໄຫວ້ອາໄລ, ຝັງ​ອັດຖິທະຫານ​ອາສາ​ສະໝັກ, ​ຊ່ຽວຊານຫວຽດ​ນາມສະຫຼະຊີວິດໃນ​ສະໄໝສົງຄາມ​ຢູ່​ລາວ ​ແລະ ກຳປູ​ເຈຍ 12 ຄົນ.

ໂດຍກ່າວທີ່ພິທີໄຫວ້ອາໄລ, ທ່ານ ນາງ ອີຫງອກ, ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ກອນ​ຕູມ, ຫົວໜ້າ​ຄະນະ​ຊີ້​ນຳ 515 ​ໄດ້​ສະ​ແດງ​ຄວາມ​ເຄົາລົບ​ນັບຖື, ຄວາມໂສກເສົ້າເສຍດາຍ ເເລະ ຮູ້ບຸນຄຸນເປັນຢ່າງຍິ່ງຕໍ່ກັບວິລະຊົນ ແລະ ນັກຮົບທີ່ສະຫຼະຊີວິດເພື່ອຊາດ,ບັນດາ​ລູກ​ຫຼານ​​ດີ​ເດັ່ນ​ຂອງ​ຊາວ​ຫວຽດນາມ ທີ່ມີຄວາມພິລະອາດຫານສູ້ຮົບ, ສະຫຼະຊີວິດ​ເພື່ອພາລະກິດແຫ່ງການປົດປ່ອຍ​ຊາດ ແລະ ນ້ຳ​ໃຈ​ສາມັກຄີ​, ມິດຕະພາບສາກົນ​ອັນ​ສູງ​ສົ່ງ. ພ້ອມກັນນັ້ນ, ກໍ່ໄດ້ສະແດງຄວາມເສຍໃຈຕໍ່ການສູນເສຍ ແລະ ຈົດຈຳບຸນຄຸນຂອງຜູ້ເປັນພໍ່ເປັນແມ່ຫວຽດນາມວິລະຊົນທີ່ໃຫ້ກຳເນີດ, ລ້ຽງດູລູກ, ອຸທິສ່ວນໃຫ້ແກ່ປະເທດຊາດ ບໍ່ຍອມຈຳນົນ ແລະ ຕັ້ງໜ້າຮັບໃຊ້ປະເທດຊາດຢ່າງສຸດໃຈ.

ດີງເລື້ອງ

ເຫດການ
302 Found

Found

The document has moved here.