ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈີງ ຕ້ອນຮັບທ່ານຜູ້ອໍານວຍການໃຫຍ່ສໍານັກຂ່າວສານປະເທດລາວ

09:18 | 31/07/2023

ຍສໝ - ຕອນ​ບ່າຍ​ວັນ​ທີ 24 ກໍລະກົດ, ຢູ່​ທີ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າ​ມ​ມິ​ງຈີງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ຜູ້ອຳນວຍການໃຫຍ່​ສຳນັກ​ຂ່າວສານ​ປະ​ເທດ​ລາວ (KPL) ຄຳເຜີຍ ພິລາພາ ​ແລະ ຄະນະ KPL ທີ່​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ຕ້ອນຮັບຜູ້ອຳນວຍການໃຫຍ່ ສຳນັກຂ່າວສານປະເທດລາວ ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ຕ້ອນຮັບຜູ້ອຳນວຍການໃຫຍ່ ສຳນັກຂ່າວສານປະເທດລາວ
ຫວຽດນາມ - ລາວ ຊຸກຍູ້ການພົວພັນຮ່ວມມື ແລະ ຕິດພັນລະຫວ່າງສຳນັກງານຂ່າວສານແຫ່ງຊາດ 2 ປະເທດ ຫວຽດນາມ - ລາວ ຊຸກຍູ້ການພົວພັນຮ່ວມມື ແລະ ຕິດພັນລະຫວ່າງສຳນັກງານຂ່າວສານແຫ່ງຊາດ 2 ປະເທດ

ທີ່ການຕ້ອນຮັບທ່ານ​ຜູ້ອຳນວຍການໃຫຍ່​ສຳນັກ​ຂ່າວສານ​ປະ​ເທດ​ລາວ (KPL) ຄຳເຜີຍ ພິລາພາ ແລະ ຄະນະ KPL ທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າ​ມ​ມິ​ງຈີງ ໄດ້​ຕີ​ລາ​ຄາ​ສູງ​ການ​ພົວ​ພັນ​ຮ່ວມ​ມືມິດຕະພາບ​ທີ່ເປັນມູນເຊື້ອ ແລະ ສະ​ໜິດ​ສະ​ໜົມ​ລະ​ຫວ່າງ ສຳ​ນັກ​ຂ່າວສານສອງປະເທດ​ໃນໄລຍະ 50 ປີ​ຜ່ານ​ມາ.

​ໂດຍແບ່ງປັນ​ກ່ຽວ​ກັບ​ຄວາມ​ສົນ​ໃຈ ​ແລະ ຄວາມ​ປະ​ທັບ​ໃຈ​​ຂອງຕົນກ່ຽວກັບ​ປະ​ເທດ​ລາວ, ທ່ານ​ນາຍົກລັດຖະມົນຕີ ຟ້າ​ມ​ມິ​ງຈີງ ໄດ້ຢືນຢັນ​ວ່າ ພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ ຍາມ​ໃດ​ກໍ່ຖື​ເປັນ​ສຳຄັນ ແລະ ໃຫ້ບູລິມະສິດສູງສຸດ​ການ​ພົວພັນ​ມິດຕະພາບ​ທີ່​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ, ມີໜຶ່ງບໍ່ມີສອງ ແລະ ການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ - ລາວ; ຖື​ວ່າ​ນີ້​ແມ່ນ​ຊັບ​ສິນ​ອັນ​ລ້ຳ​ຄ່າ, ມີ​ຄວາມ​ສຳຄັນ​ທາງ​ຍຸດ​ທະ​ສາດ​ຕໍ່ພາລະກິດປະຕິວັດ​ຂອງ​ສອງ​ປະ​ເທດ; ຢືນຢັນ​ວ່າ ຫວຽດນາມ ​ແລະ ລາວ ​ແມ່ນ​ອ້າຍ​ນ້ອງຮ່ວມສາຍເລືອດດຽວກັນ ​ແລະ ​ເປັນເພື່ອນ​ມິດ​ທີ່​ໃກ້ຊິດສະໜິດສະໜົມກົມກຽວ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈີງ ຕ້ອນຮັບທ່ານຜູ້ອໍານວຍການໃຫຍ່ສໍານັກຂ່າວສານປະເທດລາວ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈີງ ຕ້ອນຮັບ ທ່ານຜູ້ອໍານວຍການໃຫຍ່ສໍານັກຂ່າວສານປະເທດລາວ ຄຳເຜີຍ ພິລາພາ

​ໃນ​ສະພາບ​ການ​ຫັນ​ເປັນ​ດິ​ຈິ​ຕອນ​ຢ່າງ​ວ່ອງ​ໄວ​ໃນ​ປະຈຸ​ບັນ, ທ່ານ​ນາຍົກລັດຖະມົນຕີ ​ໄດ້​ສະ​ເໜີ​ໃຫ້​ສອງ​ຝ່າຍ​ແລກປ່ຽນ ​ແລະ ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ແກ້​ໄຂ​ໃຫ້​ດີກ​ວ່າ​ເກົ່າ ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ດ້ານ​ຂໍ້​ມູນ​ຂ່າວສານ​ຂອງ​ແຕ່ລະ​ປະ​ເທດ​ໃນ​ສະພາບ​ການ​ໃໝ່; ພ້ອມ​ທັງ​ຮັກສາ ​ແລະ ຊຸກຍູ້​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ທີ່ເປັນມູນເຊື້ອ ​ເຊັ່ນ: ໜັງສືພິມຂ່າວພາບ ​ພາສາ​ລາວ, ງານ​ວາງສະ​ແດງ​ຮູບ​ພາບ...

ໃນອະນາຄົດອັນໃກ້ໆນີ້, ໃນປີ 2024 ລາວຈະດຳລົງຕຳແໜ່ງປະທານອາຊຽນ, ທັງສອງສຳນັກຂ່າວສານຕ້ອງເພີ່ມທະວີການປະສານງານ ແລະ ໜູນຊ່ວຍກັນເພື່ອໃຫ້ຂໍ້ມູນຂ່າວສານທີ່ດີ ກ່ຽວກັບປີອາຊຽນ ແລະ ການເຄື່ອນໄຫວຂອງອາຊຽນຢູ່ລາວ; ຮຽກຮ້ອງສໍານັກຂ່າວສານຫວຽດນາມ ແລະ KPL ສ້າງ​ແຜນການ​ລະອຽດ, ​ເປັນ​ເອກະ​ພາບ​ບັນດາ​ເນື້ອ​ໃນ​ການ​ຮ່ວມ​ມື ​ແລະ ຈັດ​ຕັ້ງ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ຢ່າງ​ມີ​ປະສິດທິ​ຜົນ; ບັນດາ​ບັນຫາ​ທີ່​ເກີນ​ຄວາມ​ສາມາດ​ຂອງ​ຕົນ, ​ໃຫ້​ຍື່ນ​ສະ​ເໜີ​ຕໍ່​ລັດຖະບານ ​ແລະ ບັນດາຂັ້ນທີ່ມີສິດອຳນາດ ​ເພື່ອ​ພິຈາລະນາ ​ແລະ ​ແກ້​ໄຂ.

ໂດຍສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ທ່ານ​ນາຍົກລັດຖະມົນຕີ ຟ້າ​ມ​ມິ​ງຈີງ ​ທີ່​ໄດ້​ສະຫລະ​ເວລາ​ມາ​ຕ້ອນຮັບ​ຄະນະ, ທ່ານ​​ຜູ້ອຳນວຍການໃຫຍ່ສຳນັກ​ຂ່າວສານ​ປະ​ເທດ​ລາວ ຄຳເຜີຍ ພິລາພາ ໃຫ້​ຮູ້​ວ່າ: ຈະ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ສຳນັກ​ຂ່າວສານຫວຽດນາມ ໃນ​ການ​ປະຕິບັດ​ໜ້າ​ທີ່ທີ່​ໄດ້ມອບ​ໝາຍ ​ແລະ ຈັດຕັ້ງປະຕິບັດ​ການ​ຮ່ວມ​ມື, ພິ​ເສດ​ແມ່ນ​ບັນດາ​ເນື້ອ​ໃນ​ທີ່​ທ່ານ​ນາຍົກລັດຖະມົນຕີ ​ໄດ້​ຊີ້​ນໍາ​. ໃນນັ້ນ, ກໍ່ຍູ້ແຮງຂໍ້ມູນຂ່າວສານກ່ຽວກັບປະເທດຊາດ, ປະຊາຊົນ, ບັນດາແປນນະໂຍບາຍ, ນະໂຍບາຍ, ໝາກຜົນແຫ່ງການພັດທະນາຂອງແຕ່ລະປະເທດ ແລະ ສາຍພົວພັນມິດຕະພາບແບບພິເສດ ຫວຽດນາມ - ລາວ; ຕໍ່ສູ້​ຕ້ານ​ກັບ​ທັດສະນະ​ທີ່​ຜິດພາດ ​ແລະ ​ເປັນປໍລະປັກຕໍ່​ຕ້ານການ​ປະຕິວັດ​ຂອງ​ແຕ່ລະ​ປະ​ເທດ ​ແລະ ມິດຕະພາບ​ລະຫວ່າງ​ສອງ​ພັກ, ສອງຊາດ ​ແລະ ປະຊາຊົນ​ສອງ​ປະ​ເທດ.

ຄຳຮຸ່ງ

ທ່ານອາດຈະມັກ

302 Found

Found

The document has moved here.