ກອງປະຊຸມຄັ້ງທີ 28 ຄະນະປະຕິບັດງານພິເສດລັດຖະບານ ຫວຽດນາມ ແລະ ຄະນະປະຕິບັດງານພິເສດລັດຖະບານ ລາວ

00:00 | 02/08/2023

ຍສໝ- 2 ຝ່າຍໄດ້ເຫັນດີສືບຕໍ່ສົມທົບກັນໃນວຽກງານຊອກຫາ, ທ້ອນໂຮມ ແລະ ສົ່ງອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ ໃນປາງສົງຄາມ.

ຕອນບ່າຍວັນທີ 19 ມິຖຸນາ, ຢູ່ນະຄອນຫຼວງ ວຽງຈັນ, ໄດ້ຈັດກອງປະຊຸມຄັ້ງທີ 28 ລະຫວ່າງຄະນະປະຕິບັດງານພິເສດລັດຖະບານ ຫວຽດນາມ ແລະ ຄະນະປະຕິບັດງານພິເສດລັດຖະບານ ລາວ ຕໍ່ເລື່ອງສືບຕໍ່ຊອກຫາ, ທ້ອນໂຮມ ແລະ ສົ່ງອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ເສຍສະຫຼະຊີວິດຢູ່ ລາວ ໃນປາງສົງຄາມກັບຄືນເມືອປະເທດ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານພົນໂທ ຫວໍມິງເລືອງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຄະນະປະຕິບັດງານພິເສດລັດຖະບານ ຫວຽດນາມ, ເປັນຫົວໜ້າຄະນະ. ຝ່າຍ ລາວ ໂດຍທ່ານ ພົນໂທ ທອງລອຍ ສີລິວົງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນ ລາວ, ຫົວໜ້າຄະນະປະຕິບັດງານພິເສດລັດຖະບານ ລາວ, ເປັນຫົວໜ້າຄະນະ.

ກອງປະຊຸມຄັ້ງທີ 28 ຄະນະປະຕິບັດງານພິເສດລັດຖະບານ ຫວຽດນາມ ແລະ ຄະນະປະຕິບັດງານພິເສດລັດຖະບານ ລາວ

ທ່ານພົນໂທ ຫວໍມິງເລືອງ

ເມື່ອແລກປ່ຽນກ່ຽວກັບທິດທາງ ແລະ ເນື້ອໃນການຮ່ວມມືໃນລະດູແລ້ງ 2023 – 2024, 2 ຝ່າຍໄດ້ເຫັນດີສືບຕໍ່ສົມທົບກັນໃນວຽກງານຊອກຫາ, ທ້ອນໂຮມ ແລະ ສົ່ງອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ ໃນປາງສົງຄາມ. ຝ່າຍ ຫວຽດນາມ ສືບຕໍ່ຮັກສາ 8 ກອງທ້ອນໂຮມປະຕິບັດໜ້າທີ່ຢູ່ບັນດາແຂວງ, ນະຄອນຂອງ ລາວ. ຍູ້ແຮງວຽກງານໂຄສະນາ, ຂົນຂວາຍປະຊາຊົນ 2 ປະເທດສະໜອງຂໍ້ມູນກ່ຽວກັບທະຫານເສຍສະຫຼະຊີວິດເພື່ອຊາດ, ຂຸມຝັງສົບທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ ໃນປາງສົງຄາມ... ສິ້ນສຸດຂອງກອງປະຊຸມ, 2 ຝ່າຍໄດ້ລົງນາມໃນບົດບັນທຶກກອງປະຊຸມຄັ້ງທີ 28.

ຕອນບ່າຍວັນດຽວກັນ, ຢູ່ສຳນັກງານກະຊວງປ້ອງກັນປະເທດ ລາວ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຄຕີກະຊວງປ້ອງກັນປະເທດ ລາວ ກໍ່ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນກະຊວງປ້ອງກັນປະເທດ ຫວຽດນາມ.

ເຫດການ
302 Found

Found

The document has moved here.