ປະເທດລາວກຳລັງປະເຊີນໜ້າກັບສະພາວະການມົນລະພິດສິ່ງແວດລ້ອມຢ່າງຮ້າຍແຮງ

00:00 | 31/07/2023

ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ​ເປັນ​ສິ່ງ​ທ້າ​ທາຍ​ໃຫຍ່​ອັນ​ໜຶ່ງ​ທີ່​ຫຼາຍ​ປະ​ເທດ​ກຳ​ລັງ​ປະ​ເຊີນ, ລວມ​ທັງ​ລາວ. ເຫດມົນລະພິດສິ່ງແວດລ້ອມຈາກໄຟໄໝ້ປ່າ, ສິ່ງເສດເຫຼືອ ແລະ ຂີ້ເຫຍື້ອພລາສຕິກແມ່ນສົ່ງຜົນກະທົບໂດຍກົງຕໍ່ສິ່ງແວດລ້ອມ ແລະ ສຸຂະພາບຂອງປະຊາຊົນລາວ.

ຕາມກະຊວງຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມຂອງລາວ, ນັບແຕ່ຕົ້ນປີນີ້ເປັນຕົ້ນມາ, ປະເທດລາວໄດ້ຮັບຜົນສະທ້ອນຈາກມົນລະພິດສິ່ງແວດລ້ອມຢ່າງໜັກໜ່ວງ, ໂດຍສະເພາະແມ່ນມົນລະພິດຂີ້ຝຸ່ນລະອຽດ (PM 2.5) ທີ່ເກີດຈາກໄຟໄໝ້ປ່າ. ນອກຈາກນັ້ນ, ມົນລະພິດຈາກໂຮງງານ, ຍານພາຫະນະ ແລະ ການຈູດຂີ້ເຫຍື້ອຢ່າງບໍ່ຢຸດຢັ້ງ ໂດຍສະເພາະຂີ້ເຫຍື້ອພລາສຕິກທີ່ສົ່ງຜົນກະທົບໂດຍກົງຕໍ່ສະຂະພາບ ແລະ ການດຳລົງຂອງປະຊາຊົນລາວ.

ທ່ານ ນາງ ບຸນຄຳ ວໍລະຈິດ, ລັດຖະມົນຕີ ກະຊວງຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ລາວ ໃຫ້ຮູ້ວ່າ: "ຂີ້ເຫຍື້ອພລາສຕິກກາຍເປັນສິ່ງທ້າທາຍອັນໃຫຍ່ຫຼວງຂອງປະເທດລາວ, ການນຳໃຊ້ຜະລິດຕະພັນປຼາສະຕິກທີ່ບໍ່ສາມາດລະລາຍ ຫຼື ການຖິ້ມຂີ້ເຫຍື້ອຊະຊາຍໄດ້ສົ່ງຜົນສະທ້ອນຮ້າຍແຮງຕໍ່ສິ່ງແວດລ້ອມ ແລະ ສຸຂະພາບຂອງມະນຸດ".

ປະເທດລາວກຳລັງປະເຊີນໜ້າກັບສະພາວະການມົນລະພິດສິ່ງແວດລ້ອມຢ່າງຮ້າຍແຮງ
ທ່ານ ນາງ ບຸນຄຳ ວໍລະຈິດ, ລັດຖະມົນຕີ ກະຊວງຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ລາວ.

ຕາມ ທ່ານ ນາງ ບຸນຄຳ ວໍລະຈິດ ແລ້ວ, ເພື່ອປະເຊີນກັບສະຖານະການຄືແນວນັ້ນ, ປະເທດລາວ ໄດ້ ເເລະ ກຳລັງຍູ້ແຮງວຽກງານໂຄສະນາ, ການສຶກສາສິ່ງແວດລ້ອມ, ຍົກສູງສະຕິໃນການປົກປັກຮັກສາສິ່ງແວດລ້ອມໃຫ້ທົ່ວສັງຄົມ ເພື່ອປະເທດລາວ ກາຍເປັນປະເທດສີຂຽວ, ສະອາດ ແລະ ສວຍງາມ. ນອກຈາກນັ້ນ, ລາວກໍ່ໄດ້ຍົກບັນຫາການແກ້ໄຂຂີ້ເຫຍື້ອເຂົ້າສູ່ແຜນການພັດທະນາເສດຖະກິດສັງຄົມແຫ່ງຊາດ ໄລຍະ 2021-2025.

ອີງຕາມສະຖິຕິໃນປີ 2022, ຜະລິດຕະພັນພລາສຕິກກວມເອົາຈຳນວນສິນຄ້ານຳເຂົ້າສ່ວນໃຫຍ່ ແລະ ປະເທດຕ້ອງໃຊ້ເງິນປະມານ 200 ລ້ານ usd ເພື່ອນຳເຂົ້າຜະລິດຕະພັນພລາສຕິກ. ນະຄອນຫຼວງວຽງຈັນສະເລ່ຍຂີ້ເຫຍື້ອໃນຄົວເຮືອນ 500 - 600 ໂຕນຕໍ່ມື້ ແຕ່ສາມາດບຳບັດໄດ້ພຽງແຕ່ 50 - 60% ເທົ່ານັ້ນ.

ດີງເລື້ອງ

ເຫດການ
302 Found

Found

The document has moved here.