ກະຊວງການຕ່າງປະເທດ ຫວຽດນາມ ແລະ ລາວ ເພີ່ມທະວີການແລກປ່ຽນວຽກງານການທູດເສດຖະກິດ ປີ 2023

00:00 | 01/08/2023

ຍສໝ - ທີ່ກອງປະຊຸມ, ບັນດາຜູ້ແທນ ໄດ້ແລກປ່ຽນ, ຕີລາຄາກ່ຽວກັບແງ່ຫວັງ ດ້ານເສດຖະກິດໂລກ ປີ 2023, ປະສົບການ ຍູ້ແຮງວຽກງານ ຄົ້ນຄວ້າ, ເປັນເສນາທິການ, ສ້າງບົດລາຍງານ, ຮັບໃຊ້ການບໍລິຫານເສດຖະກິດ - ສັງຄົມ ຂອງລັດຖະບານ.

ທ່ານປະທານປະເທດ ຫງວຽນຊວນຟຸກ ສົ່ງຈົດໝາຍອວຍພອນຂະແໜງການສຶກສາເນື່ອງໃນໂອກາດໄຂສົກຮຽນໃໝ່ 2022 – 2023 ທ່ານປະທານປະເທດ ຫງວຽນຊວນຟຸກ ສົ່ງຈົດໝາຍອວຍພອນຂະແໜງການສຶກສາເນື່ອງໃນໂອກາດໄຂສົກຮຽນໃໝ່ 2022 – 2023
ຫວຽດນາມ ແລະລາວ ຊຸກຍູ້ການຮ່ວມມືລະຫວ່າງສອງຫ້ອງວ່າການປະທານປະເທດຢ່າງແໜ້ນແຟ້ນ ແລະມີປະສິດທິຜົນ ຫວຽດນາມ ແລະລາວ ຊຸກຍູ້ການຮ່ວມມືລະຫວ່າງສອງຫ້ອງວ່າການປະທານປະເທດຢ່າງແໜ້ນແຟ້ນ ແລະມີປະສິດທິຜົນ

ຕອນເຊົ້າວັນທີ 5 ມັງກອນ, ທີ່ສໍານັກງານກະຊວງການຕ່າງປະເທດ ຫວຽດນາມ, ສະຫາຍນາງ ຫງວຽນມີງຮັ່ງ, ຜູ້ຊ່ວຍວຽກລັດຖະມົນຕີການ ຕ່າງປະເທດຫວຽດນາມ ແລະ ສະຫາຍ ກິ່ງໂພແກ້ວ ພົມມະຫາໄຊ, ຫົວໜ້າກົມເສດຖະກິດ ກະຊວງການຕ່າງປະເທດລາວ ໄດ້ເປັນປະທານຮ່ວມການໂອ້ລົມສົນທະນາກ່ຽວກັບການແບ່ງປັນບົດຮຽນໃນວຽກງານການທູດເສດຖະກິດ ລະຫວ່າງກະຊວງຕ່າງປະເທດຫວຽດນາມ ແລະ ກະຊວງການຕ່າງປະເທດລາວ ປີ 2023.

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ແລກປ່ຽນ, ຕີລາຄາກ່ຽວກັບແງ່ຫວັງດ້ານເສດຖະກິດໂລກ ປີ 2023, ປະສົບການຍູ້ແຮງວຽກງານຄົ້ນຄວ້າ, ເປັນເສນາທິການ, ສ້າງບົດລາຍງານ, ຮັບໃຊ້ການບໍລິຫານເສດຖະກິດ - ສັງຄົມຂອງລັດຖະບານ.

ຫວຽດນາມ ແລະລາວ ເພີ່ມທະວີການແລກປ່ຽນວຽກງານການທູດເສດຖະກິດ ປີ 2023

ສະຫາຍນາງ ຫງວຽນມີງຮັ່ງ, ຜູ້ຊ່ວຍລັດຖະມົນຕີການ ຕ່າງປະເທດຫວຽດນາມ ກ່າວຄໍາເຫັນທີ່ການໂອ້ລົມສົນທະນາ. ພາບ: baoquocte.vn

ສອງຝ່າຍ ກໍ່ໄດ້ແບ່ງປັນກ່ຽວກັບໝາກຜົນວຽກງານການທູດເສດຖະກິດ ປີ 2022 ແລະ ການກໍານົດທິດທາງປີ 2023 ກໍ່ຄືປະສົບການຜັນຂະຫຍາຍວຽກງານການທູດເສດຖະກິດ ຈາກການຄົ້ນຄວ້າ, ເປັນເສນາທິການ, ວຽກງານພົວພັນຕ່າງປະເທດຢູ່ທ້ອງຖິ່ນ ຕະຫຼອດເຖິງວຽກງານບໍາລຸງສ້າງ, ລະດົມແຫຼ່ງກໍາລັງຮັບໃຊ້ການພັດທະນາ...

ຫວຽດນາມ ແລະລາວ ເພີ່ມທະວີການແລກປ່ຽນວຽກງານການທູດເສດຖະກິດ ປີ 2023

ສະຫາຍ ກິ່ງໂພແກ້ວ ພົມມະຫາໄຊ, ຫົວໜ້າກົມເສດຖະກິດ ກະຊວງການຕ່າງປະເທດລາວ. ພາບ: baoquocte.vn

ສອງຝ່າຍເຫັນດີເປັນເອກະພາບ ສືບຕໍ່ເພີ່ມທະວີການແລກປ່ຽນ, ແບ່ງປັນຂໍ້ມູນຂ່າວສານກ່ຽວກັບສະພາບການໂລກ, ບົດຮຽນການໃນການຜັນຂະຫຍາຍການເຄື່ອນໄຫວການທູດເສດຖະກິດ, ຄົ້ນຄວ້າ, ຊຸກຍູ້ກົນໄກຮ່ວມມືໃໝ່ ລະຫວ່າງສອງກະຊວງ ແລະ ການຮ່ວມມືບໍາລຸງສ້າງກ່ຽວກັບການທູດເສດຖະກິດ.

ບູນມີ

ເຫດການ
302 Found

Found

The document has moved here.