ບັນດາຂອງຂວັນທີ່ເຕັມໄປດ້ວຍນ້ຳໃຈຄວາມຮັກແພງຂອງນັກສຳມະນາກອນ ລາວ

00:00 | 31/07/2023

ຍ​ສ​ໝ - ປະ​ເທດ​ລາວ​ໃນ​ຂ້າ​ພະ​ເຈົ້າ, ເບິ່ງ​ຄື​ວ່າໄກ ແຕ່​ໃກ້. ໄກ​ຍ້ອ​ນ​ວ່າ​ຂ້າ​ພະ​ເຈົ້າ​ຍັງ​ບໍ່​ທັນ​ໄດ້​ໄປ​ປະ​ເທດ​ທີ່​ສວຍ​ງາມ​ນີ້​ຈັກ​ເທື່ອ. ແຕ່​ປັດ​ຈຸ​ບັນ, ໄລ​ຍະຫ່າງ​ນັ້ນ ໄດ້​ຮັດ​ແຄບ​ລົງ ຍ້ອນ​ບັນ​ດາ​ຂອງ​ຂວັນ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ໝາຍ​ຈາກ​ບັນ​ດາ​ນັກ​ສຳ​ມະ​ນາ​ກອນ​ລາວ.

ວິສາຫະກິດກອງທັບຊຸກຍູ້ການພົວພັນແລກປ່ຽນການຄ້າຫວຽດນາມ-ລາວ ວິສາຫະກິດກອງທັບຊຸກຍູ້ການພົວພັນແລກປ່ຽນການຄ້າຫວຽດນາມ-ລາວ
ກຳ​ລັງ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື ກຳ​ລັງ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື

ພາຍຫຼັງ​ຮຽນ​ຈົບ​ມະ​ຫາ​ວິ​ທະ​ຍາ​ໄລ, ຂ້າ​ພະ​ເຈົ້າ​ໄດ້​ເປັນອາ​ຈານຢູ່ມະ​ຫາ​ວິ​ທະ​ຍາ​ໄລ​ກຳ​ມະ​ບານ. ນັບ​ແຕ່​ນັ້ນ​ມາ, ຂ້າ​ພະ​ເຈົ້າ​ມີ​ໂອ​ກາດ​ພົບ​ປະ​, ເຮັດ​ວຽກ, ສິດສອນ​ນັກ​ສຶກ​ສາ​ລາວຫຼາຍ​ຄົນ. ເພາະ​ສະ​ນັ້ນ, ຂ້າ​ພະ​ເຈົ້າ​ມີ​ຄວາມ​ເປັນ​ກຽດທີ່​ມີ​​ຂອງທີ່ລະນຶກຈຳນວນໜຶ່ງ​ເຊິ່ງ​ນັກ​ສຶກ​ສາ​ລາວ ຫຼື ​ໝູ່​ເພື່ອນ​ທີ່ຮຽນ​ປະ​ລິນ​ຍາ​ໂທ​ນຳ​ກັນ​ມອບ​ໃຫ້. ນີ້​ແມ່ນ​ຂອງ​ຂວັນ​ແຫ່ງນ້ຳ​ໃຈຄວາມຮັກແພງ ເຊິ່ງ​ມີຄວາມລ້ຳຄ່າຕໍ່ຂ້າ​ພະ​ເຈົ້າ​ ແລະ ໄດ້ເກັບ​ຮັກ​ສາ​ໃນ​ຕະຫຼອດຫຼາຍ​ປີ​ຜ່ານ​ມາ.

ບັນດາຂອງຂວັນທີ່ເຕັມໄປດ້ວຍນ້ຳໃຈຄວາມຮັກແພງຂອງນັກສຳມະນາກອນ ລາວ

ຜູ້​ຂຽນ ແລະ ກະ​ເປົ໋າ​ເງິນນ້ອຍ

ກະ​ເປົ໋າເງິນ​ມີ​ຮູບ​ໂຕ​ຊ້າງລາວ

ນັ້ນ​ແມ່ນ​ໄລ​ຍະ​ປີ​ 2011 – 2012, ໃນ​ຕອນ​ເຊົ້າ​ຍາມ​ລະ​ດູ​ບານ​ໃໝ່, ຂ້າ​ພະ​ເຈົ້າ​ໄດ້​ກ້າວ​ເຂົ້າ​ຫ້ອງ​ຮຽນ ເພື່ອ​ເລີ່ມ​ຕົ້ນ​ຊົ່ວ​ໂມງ​ທຳ​ອິດ​ໃຫ້​ແກ່​ນັກ​ສຶກ​ສາ​ພະ​ແນກ​ກຳ​ມະ​ບານ (ປັດ​ຈຸ​ບັນ​ແມ່ນ ພະ​ແນກ​ພົວ​ພັນ​ແຮງ​ງານ, ມະ​ຫາ​ວິ​ທະ​ຍາ​ໄລ​ກຳ​ມະ​ບານ). ຊົ່ວ​ໂມງ​ທຳ​ອິດ​ຜ່ານ​ໄປ​ຢ່າງວ່ອງ​ໄວ, ພວກ​ຂ້າ​ພະ​ເຈົ້າ​ພັກ​ຜ່​ອນ​ໜ້ອຍ​ໜຶ່ງ​ເພື່ອ​ຈະ​ເລີ່ມ​ຕົ້ນ​ຊົ່ວ​ໂມງ​ຮຽນ​ທີ 2. ໃນ​ຂະ​ນະ​ນັ້ນ, ມີ​ນັກ​ສຶ​ກ​ສາ​ລາວ​ຄົນ​ໜຶ່ງ ນັ່ງ​ຢູ່​ໂຕ​ທີ 2 ໄດ້​ຫຍັບ​ມາ​ໃກ້​ຂ້າ​ພະ​ເຈົ້າ. ລາວ​ເວົ້າ​ພາ​ສາ​ຫວຽດ​ ກັບ​ຂ້າ​ພະ​ເຈົ້າ​ວ່າ: “ຮຽນ​ອາ​ຈານ, ມື້​ນີ້​ແມ່ນ​ວັນ​ບຸນ​ປີໃໝ່ຂອງ​ລາວ. ນ້ອງ​ມີ​ຂອງ​ຂວັນ​​ເລັກໆ​ນ້ອຍໆ​ມອບ​ໃຫ້​ອາ​ຈານ. ຂໍອວຍ​ພອນ​ໃຫ້​ອາ​ຈານ ແລະ ຄອບ​ຄົວ​ຈົ່ງ​ມີ​ສຸ​ຂ​ະ​ພາບ​​ເຂັ້ມ​ແຂງ ແລະ ມີ​ຄວາມ​ຜາ​ສຸກ”.

ຂອງ​ຂວັນ​ຂອງ​ນ້ອງ​ແມ່ນ​ກະ​ເປົ໋າເງິນທີ່​ໄດ້​ຕ່ຳ​ດ້ວຍຝ້າຍ​ພື້ນ​ເມືອງ​ສີ​ດຳ, ຂະ​ໜາດ 12x6cm, ໄດ້ປັກ​ແສ່ວຮູບ​ໂຕ​ຊ້າງ - ສັນ​ຍາ​ລັກ​ຂອງ​ປະ​ເທດ​ລາວ. ນ້ອງ​ຍັງ​ເວົ້າ​ວ່າ: ອາ​ຈານ​ສາ​ມາດ​ນຳ​ໃຊ້​ກະ​ເປົ໋າ​ນີ້​ເພື່ອ​ໃສ່​ກະ​ແຈ ແລະ ເງິນ​ເພື່ອ​ໄປ​ຕະຫຼາດ”. ໃນ​ຕອນ​ນັ້ນ, ຂ້າ​ພະ​ເຈົ້າ​ຮູ້​ສຶກ​ຕື້ນ​ຕັນ​ໃຈ​ທີ່ສຸດ ​ຍ້ອນ​ນ້ຳ​ໃຈ​ຄວາມຮັກແພງຂອງ​ນ້ອງ. ພາຍຫຼັງ​ຂອບ​ໃຈ​ນັກ​ສຶກ​ສາ​ຄົນ​ນັ້ນ ແລະ ຂ້າ​ພະ​ເຈົ້າ​ຈຶ່ງ​ຄິດ​ວ່າ: ເປັນ​ຫຍັງ​ລາວ​ສາ​ມາດ​ເລືອກ​ຂອງ​ຂວັນ​ທີ່​ດີ​ຄື​ຈັງ​ຊີ້​ເນາະ, ຜູ້ບ່າວ​ຄົນ​ໃດ​ແມ່ນ​ແຟນ​ຂອງ​ລາວ​ ແນ່ນອນ​ວ່າ​ຈະ​ແມ່ນ​ຜູ້ທີ່​ໂຊກ​ດີຫຼາຍ. ນີ້​ແມ່ນ​ຄັ້ງ​ທຳ​ອິດ ຂ້າ​ພະ​ເຈົ້າ​ມີ​ໂອ​ກາດ​ລົມ​ກັນ​ກັບ​ນັກ​ສຶກ​ສາ​ຍິງ​ຄົນ​ລາວ​ດົນຄືແນວນີ້​. ຂ້າ​ພະ​ເຈົ້າ​ໄດ້ຖາມ​ກ່ຽວ​ກັບ​ບ່ອນ​ດຳ​ລົງ​ຊີ​ວິດ, ຄອບ​ຄົວ, ໝູ່ເພື່ອນ​​ຂອງ​ນ້ອງ​ຢູ່​ລາວ. ດ້ວຍ​ຄຳ​ເວົ້າ​ພາ​ສາ​ຫວຽດ​ທີ່​ຍັງ​ບໍ່​ຂອດ ແຕ່​ນ້ອງ​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ດີ​ໃຈຫຼາຍ​ຍ້ອນ​ຄວາມ​ກ້າ​ຫານ ແລະ ໝັ້ນ​ໃຈ​ຂອງ​ຕົນ. ນ້ອງ​ກໍ່​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ໄດ້ເຖິງຄວາມ​ໜ້າ​ຮັກ ແລະ ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ຄວາມ​ຮັກ​ແພງຂອງແມ່ຍິງລາວ.

ນີ້​ແມ່ນ​ຂອງ​ຂວັນ​ທຳ​ອິດ ທີ່ຂ້າ​ພະ​ເຈົ້​າ​ໄດ້​ຮັບ​ຈາກ​ນັກ​ສຶກ​ສາ​ຍິງ​ຄົນ​ລາວ. ຕ້ອງ​ຂໍ​ໂທດ​ກັບ​ທຸກ​ຄົນ, ຂໍ​ໂທດ​ນັກ​ສຶກ​ສາ​ລາວ​ຄົນ​ນັ້ນ, ຍ້ອນ​ວ່າ ຂ້າ​ພະ​ເຈົ້າ​ບໍ່​ຈື່ຊື່​ຂອງ​ລາວ ຍ້ອນ​ເວ​ລາ​ໄດ້​ຜ່ານ​ໄປ​ກ່​ວາ 10 ປີ​ແລ້ວ. ແຕ່​ດ້ວຍ​ຂອງ​ຂວັນ​ເລັກໆ​ນ້ອຍໆ​ແຕ່​ເຕັມ​ໄປ​ດ້ວຍ​ນ້ຳ​ໃຈຄວາມຮັກແພງ​ນັ້ນ, ເຖິງວ່າຜ່ານມາ 10 ປີ​ແລ້ວ ​ແຕ່​ຂ້າ​ພະ​ເຈົ້າ​ຍັງ​ຮັກ​ສາ​ຢູ່​ຂ້າງ​ຕົນ ແລະ ຖື​ນີ້​ແມ່ນ​ສິ່ງ​ພິ​ສູດຄວາມຮັກແພງຂອງ​ອາ​ຈານ ແລະ ນັກ​ຮຽນ, ນ້ຳ​ໃຈ​ເພື່ອນ​ມິດ​ອັນ​ສວຍ​ງາມ. ກ່​ວາ 10 ປີ​ຜ່ານ​ໄປ​ແລ້ວ, ​ນັບ​ແຕ່​ເວ​ລາ​ສອນ​ຢູ່​ຫ້ອງ​ຮຽນ​ຂອງ​ນັກ​ສຶກ​ສາ​ລາວ​ຄົນ​ນັ້ນ, ຂ້າ​ພະ​ເຈົ້າ​ກໍ່​ບໍ່​ໄດ້​ຕິດ​ຕໍ່​ພົວ​ພັນ ຫຼື ໄດ້​ຮັບ​ຂ່າວ​ຄາວ​ຫຍັງ​ກ່ຽວ​ກັບ​ນ້ອງເລີຍ. ແຕ່​ຂ້າ​ພະ​ເຈົ້າ​ເຊື່ອ​​ວ່າ: ລາວ​ແມ່ນ​ຜູ້ຍິງຕົວນ້ອຍໆ​ແຕ່​ມີ​ນ້ຳ​ໃຈ​ຄວາມ​ຮັກ​ແພງ ແລະ ເຊື່ອ​ໝັ້ນ, ກ້າຫານ​ທີ່​ສຸດ. ລາວ​ຈະ​ປະ​ສົບ​ຜົນ​ສຳ​ເລັດ ແລະ ມີ​ຄວາມ​ສຸກ​ໃນ​​ຊີ​ວິດ​ຂອງ​ຕົນ.

ມາ​ຮອດ​ປັດ​ຈຸ​ບັນ, ຂ້າ​ພະ​ເຈົ້າ​ຍັງ​ຮັກ​ສາ​ກະ​ເປົ໋າ​ດັ່ງ​ກ່າວ. ມີ​ຄັ້ງ​ໜຶ່ງ​ລູກ​ຂ້າ​ພະ​ເຈົ້າ​ຖາມ​ວ່າ: ​ແມ່​ມີ​ກະ​ເປົ໋າເງິນໃໝ່​ຫຼາຍ​ອັນ, ແຕ່ເປັນ​ຫຍັງ​ຍັງ​ຮັກ​ສາ​ກະ​ເປົ໋າ​ໂຕ​ນີ້ຢູ່​ໃນ​ຕູ້? ຟັງ​ຮອດ​ນັ້ນ, ຂ້າ​ພະ​ເຈົ້າກໍ​ໄດ້​ເລົ່າ​ເລື່ອງ​ລາວ​ກ່ຽວ​ກັບ​ຄວາມ​ໝາຍ ແລະ ຂອງ​ຂ​ວັນນີ້. ພາຍຫຼັງ​ຮັບ​ຟັງ ລູກ​ຂ້າ​ພະ​ເຈົ້າ​ ໄດ້​ເຂົ້າ​ໃຈ ແລະ ມີ​ຄວາມ​ເຄົາ​ລົບ​ຕໍ່​ຂອງ​ຂວັນ​ເລັກໆ​ນ້ອຍໆ​ອັນ​ລ້ຳ​ຄ່າ​ນີ້.

ບັນດາຂອງຂວັນທີ່ເຕັມໄປດ້ວຍນ້ຳໃຈຄວາມຮັກແພງຂອງນັກສຳມະນາກອນ ລາວ

ຜູ້​ຂຽນ ແລະ ຜ້າ​ບ່ຽງ

ຜ້ບ່ຽງທີ່ອົບອຸ່ຂອງເພື່ອລາວ

ຂອງ​ຂວັນ​ທີ 2 ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ແມ່ນ​ຜ້າ​ບ່ຽງ ໂດຍ​ເພື່ອນ​ຮຽນ​ຢູ່​ຫ້ອງ​ຮຽນ​ປະ​ລິນ​ຍາ​ໂທ ພະ​ແນກ​ບໍ​ລິ​ຫານ​ຊັບ​ພະ​ຍາ​ກອນ​ມະ​ນຸດ ລຸ້ນ​ທີ 12 ມອບ​ໃຫ້. ໄລ​ຍະ​ນັ້ນ​ແມ່ນ​ໃນ​ປີ 2017, ຫ້ອງ​ຮຽນ​ຂ້າ​ພະ​ເຈົ້າມີ​ນັກ​ສຶກ​ສາ​ລາວ​ຈຳນວນໜື່ງຮຽນ​ນຳ​ກັນ. ຄວາມ​ປະ​ທັບ​ໃຈທຳອິດ​ຂອງ​ຂ້າ​ພະ​ເຈົ້າ​ກ່ຽວ​ກັບ​ນັກ​ສຶກ​ສາ​ລາວ​ແມ່ນ​ຄວາມ​ດຸ​ໝັ່ນ, ບໍ່​ມາ​ຊ້າ ແລະ ກັບ​ໄວ, ບໍ່​ປະ​ການ​ຮຽນ ແລະ ມັກ​ນັ່ງ​ຢູ່​ໂຕ​ທຳ​ອິດ. ໃນ​ໄລຍະທຳອິດ, ຂ້າ​ພະ​ເຈົ້າ​ບໍ່​ເຄີຍ​ຂຶ້ນໄປນັ່ງ​ໂຕະ​ທຳ​ອິດ​​ກັບ​ນັກ​ສຶກ​ສາ​ລາວ. ຂ້າ​ພະ​ເຈົ້າ​ກໍ່​ບໍ່​ມີ​ໂອ​ກາດ​ເພື່​ອ​ລົມ​ກັນ​ກັບ​ເພື່ອນ​ລາວຫຼາຍ. ຈົນ​ຮອດ​ວັນ​ໜຶ່ງ, ໃນ​ເວ​ລາ​ພັກ​ຜ່ອນ, ຂ້າ​ພະ​ເຈົ້າ​ບໍ່​ຈື່ວ່າ​ເປັນ​ຫຍັງ ໄດ້ຊວນ​ເພື່ອນ ກຸດິນ ແປນຄຳດົງ ມາ​ນັ່ງ​ລົມ​ກັນ​ກັບ​ຂ້າ​ພະ​ເຈົ້າ. ເມື່ອ​ລົມ​ກັນ, ຂ້າ​ພະ​ເຈົ້​າ​ຖາມ​ຊື່, ອາ​ຍຸ ເພື່ອ​ມີ​ຄວາມ​ສະ​ດວກ​ໃນ​ການຮຽກເອີ້ນ. ແຕ່ລາວ​ຕອບ​ດ້ວຍ​ຄວາມ​ຈິງ​ໃຈ​ວ່າ: ລາວ​ຫາ​ກໍ່​ມາ​ຫວຽດ​ນາມ ແລະ ພວມ​ຢູ່​ໃນ​ຫໍ​ພັກ​ຂອງ​ໂຮງ​ຮຽນ, ​ຢູ່​ຮ່າ​ໂນ້ຍ ຍັງ​ບໍ່​ທັນໄດ້​ໄປ​ໃສ ຈັ່ງ​ຊັ້ນ​ບໍ່​ຮູ້​ຈະ​ຊື້​ໂສ້ງ​ເສື້ອ​ຢູ່​ໃສ. ໃນ​ເວ​ລາ​ນັ້ນ ຂ້າ​ພະ​ເຈົ້າຈຶ່ງແນະນຳ​ໃຫ້​ລາວ ບາງ​ສະ​ຖານ​ທີ່​ຊື້​ເຄື່ອງ ແລະ ການ​ເລືອກ​ພາ​ຫະ​ນະ​ເດີນ​ທາງ​ໄປ​ມາ​ພາຍ​ໃນ​ນະ​ຄອນແນ​ວ​ໃດ​ໃຫ້​ເໝາະ​ສົມ.

ພາຍຫຼັງ​ໜຶ່ງ​ອາ​ທິດ ເມື່ອ​ພົບ​ກັນ, ຂ້າ​ພະ​ເຈົ້າ​ຫັນ​ລາວ​ໄດ້​ນຸ່ງ​ເສື້ອເຊີດ​ແຂນ​ສັ້ນ​ໃໝ່. ຫາ​ກໍ່​ເຫັນ​ຂ້າ​ພ​ະ​ເຈົ້າ, ລາວ​ເວົ້າ​ວ່າ: “ຫາ​ກໍ່ໄປ​ຊື້​ເສື້ອ​ໃໝ່”. ຂ້າ​ພະ​ເຈົ້າ​ຍ້ອງວ່າ​ເສື້ອ​ງາມ ເບິ່ງຫຼໍ່ ແລະ ໜຸ່ມ​ຂຶ້ນ 2 – 3 ປີ. ລາວ​ເປັນ​ຄົນຂ່ຽມ​ຄົມ ແລະ ໃຈ​ດີ. ເພາະ​ສະ​ນັ້ນ, ລາວ​ມັກ​ຖືກ​ຜູ້​ສາວຢອ​ກໄຍ​ໃນ​ເວ​ລາ​ຜັກ​ຜ່ອນ. ຄັ້ງ​ທີ 2 ພວກ​ຂ້າ​ພະ​ເຈົ້າ​ລົມ​ກັນດົນໆ​ແມ່ນຕອນລາວ​ແປງ​ບົດ​ຂຽນ. ເຖິງວ່າ​ອາ​ຈານ​ໄດ້​ແນະ​ນຳ​ຢ່າງ​ລະ​ອຽດ ແຕ່​ຍ້ອນ​ພາ​ສາ ຫວຽດ​ນາມ ຍັງ​ຈຳ​ກັດຢູ່, ລາວ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ບໍ່​ຮູ້ວ່າຈະ​ແປງ​ແນວ​ໃດ. ໄປໆມາໆບຶດໜື່ງ, ລາວ​ກັບ​ມາ ຖາມ​ ແລະ ຂ້າ​ພະ​ເຈົ້າ​ໄດ້​ຂຽນອອກເປັນຂີດໜ້າໃຫ້. ຫຼັງຈາກນັ້ນ, ເມື່ອ​ຮູ້​ຈັກ​ກັນ​ດົນ​ໄປ, ດ້ວຍຄວາມຮັກແພງ ລາວໄດ້ມອບ​ຜ້າ​ບ່ຽງ​ສີກາ​ເຟ​ຈາງໆທີ່ເຮັດດ້ວຍມື ໃຫ້ຂ້າ​ພະ​ເຈົ້າ. ຜ້າ​ໄດ້​ຕ່ຳ​ດ້ວຍຝ້າຍ, ​ມີ​ສີ​ກາ​ເຟ​ຈາງ, ມີ​ລວງ​ຍາວ​ກ່​ວາ 1,5 m ແລະ ກວ້າງ​ກ່​ວາ 60 cm. ດ້ານ​ໜ້າ​ໄດ້​ຕ່ຳ​ດ້ວຍ​ລວດ​ລາຍ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ລາວ. ເຖິງວ່າ​ມີ​ຜ້​າ​ບ່ຽງຫຼາຍ​ອັນ​ແຕ່​ຂ້າ​ພະ​ເຈົ້າ​ມີ​ຄວາມ​ປະ​ທັບ​ໃຈ​ກ່ຽວ​ກັບ​ຂອງ​ຂວັນ​ນີ້​ທີ່​ສຸດ. ຍ້ອນ​ວ່າ ນີ້​ແມ່ນ​ການ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເຄົາ​ລົບ​ຮັກ​ແພງ​ຂອງ​ເພື່ອນ​ລາວ​ທີ່ມີຕໍ່​ຂ້າ​ພະ​ເຈົ້າ, ເຖິງວ່າ​ຮຽນ​ນຳ​ກັນ​ໃນ​ພຽງ​ແຕ່​ໄລ​ຍະ​ສັ້ນໆກໍຕາມ.

ພາຍຫຼັງ​ຮຽນ​ຈົບ​ກັບ​ເມືອ​ປະ​ເທດ, ບໍ່​ຮູ້​ເປັນ​ຫຍັງ​ລາວ​ຮູ້​ໄດ້ Facebook ຂ້າ​ພະ​ເຈົ້າ ແລະ ສົ່ງຂໍ​ເປັນ​ເພື່ອນ. ໂດ​ຍ​ບໍ່​ຫຼິ້ນ Facebook ຫຼາຍ ແລະ ຈຳ​ກັດ​ເພື່ອນ​ໃນ​ສື່​ສັງ​ຄົມ​ອອນ​ລາຍ ແຕ່​ດ້ວຍ​ການສົ່ງມາ​ນີ້ ຂ້າ​ພະ​ເຈົ້າ​ໄດ້​ຕົກ​ລົງຮັບທັນທີ. ນັ້ນ​ອາດ​ຈະ​ແມ່ນ​ຂອງ​ຂວັນ​ໂດຍ​ຂ້າ​ພະ​ເຈົ້າ​ມອບ​ຄືນໃຫ້​ລາວ ແທນ​​ຄຳ​ຂອບ​ໃຈ. ບາງ​ເທື່ອ​ຂ້າ​ພະ​ເຈົ້າ​ກໍ່​ຄິດ​ເອງ​ຈັ່ງ​ຊີ້! ດົນໆ​ຫຼິ້ນ Facebook ເທື່ອໜຶ່ງ, ໄດ້ອ່ານ​​ຂໍ້​ຄວາມ ຫຼື​ ໄດ້ໂທ​ລົມ​ກັນ​ກັບ​ເພື່ອນ​ລາວ ທີ່​ຢື້​ຢາມ​ຖາມ​ຂ່າວ​ກ່ຽວ​ກັບ​ສຸ​ຂະ​ພາບ, ວຽການ, ຄອບ​ຄົວ, ຄູ​ອາ​ຈານ, ໂຮງ​ຮຽນ ກໍ​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ອົບ​ອຸ່ນໃຈ. ນັ້ນ​ແມ່ນ​ຄວາມ​ຊົງ​ຈຳ​ອັນ​ດີ​ງາມ ແລະ ຜ່ານ​ນັ້ນ ກໍເປັນການ​​ເຕືອນ​ຂ້າ​ພະ​ເຈົ້າ​ວ່າ: ຈົ່ງ​ດຳ​ລົງ​ຊີ​ວິດ​ຢ່າງ​ມີ​ຄວາມ​ຮັ​ບ​ຜິດ​ຊອບ ແລະ ມີ​ຄວາມ​ເອົາ​ໃຈ​ໃສ່​ເຖິງຄົນໃນຄອບຄົວ​​ຂອງ​ຕົນ.

ດ້ວຍ​ຜ້າ​ພື້ນ​ເມືອງ ເຊິ່ງ​ແມ່ນ​ຂອງ​ຂວັນ​ຂອງ​ເພື່ອ​ນ​ລາວມອບໃຫ້, ຂ້າ​ພະ​ເຈົ້າ​ຍັງ​ພັບໄວ້​ໃນ​ລີ້ນ​ຊັກ​ນ້ອຍໆ​ຂອງ​ຕົ​ນ, ແຕ່​ລະ​ຄັ້ງ​ເມື່ອມ້ຽນ​ມັດ​ເຮືອນ​ຊານ, ຈັດ​ຕູ້​ເຄື່ອງນຸ່ງ, ຂ້າ​ພະ​ເຈົ້າ​ພັດ​ຍາດ​​ເວ​ລາເບິ່ງບັນ​ດາ​ເຄື່ອງ​ຂອງ​ທີ່​ໜ້າ​ຮັກ ແລະ ຄິດ​ຮອດ​ເພື່ອນ​ຄົນ​ລາວ​ທີ່​ໜ້າ​ຮັກ​ນຳອີກ. ທຸກ​ສິ່ງ​ທຸກ​ຢ່າງ​ນັ້ນ ແມ່ນສິ່ງທີ່ມີຄຸນຄ່າທີ່ສຸດ ​ເຊິ່ງ​ບໍ່​ມີ​ເງິນ​ຄຳ​ໃດກໍ​ສາ​ມາດ​ຊື້​ໄດ້. ການ​ດຳ​ລົງ​ຊີ​ວິດ​ທີ່​ສວ​ຍ​ງາມ ​ບາງ​ເທື່ອກໍ​ເລີ່ມຈາກ​ສິ່ງ​ທີ່​ເລັກໆ​ນ້ອຍໆ​ຄື​ແນວນີ້.

ໂງທິເຟືອງລຽນ

ເຫດການ