ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມືດ້ານການປົກປັກຮັກສາປ່າໄມ້ ແລະ ສັດປ່າທີ່ຫາຍາກ

00:00 | 03/08/2023

ຍສໝ - ບັນດາອົງການທີ່ມາຈາກແຂວງສາລະວັນ, ພາກໃຕ້ຂອງລາວ ແລະ ແຂວງເທື່ອທຽນ-ເຫວ້ ຂອງຫວຽດນາມ ຫາກໍ່ລົງນາມໃນບົດບັນທຶກຄວາມເຂົ້າໃຈ ໄລຍະ 2023-2028 ເພື່ອປົກປັກຮັກສາປ່າໄມ້, ຜະລິດຕະພັນປ່າໄມ້ ແລະ ສັດປ່າ ຢູ່ເຂດຊາຍແດນຂອງສອງແຂວງ.

ເພື່ອສະກັດກັ້ນການລັກລອບຕັດໄມ້ ແລະ ຄ້າຂາຍສັດປ່າທີ່ຫາຍາກ, ບັນດາອຳນາດການປົກຄອງແຂວງຕ່າງໆຂອງລາວ ແລະ ຫວຽດນາມ ໄດ້ເຫັນດີສືບຕໍ່ຮ່ວມມືໃນການຄຸ້ມຄອງ ແລະ ປົກປັກຮັກສາປ່າໄມ້ ແລະ ສັດປ່າທີ່ຫາຍາກຢູ່ເຂດຊາຍແດນຮ່ວມລະຫວ່າງສອງປະເທດ.

ບັນດາອົງການທີ່ມາຈາກແຂວງສາລະວັນ, ພາກໃຕ້ຂອງລາວ ແລະ ແຂວງເທື່ອທຽນ-ເຫວ້ ຂອງຫວຽດນາມ ຫາກໍ່ລົງນາມໃນບົດບັນທຶກຄວາມເຂົ້າໃຈ ໄລຍະ 2023-2028 ເພື່ອປົກປັກຮັກສາປ່າໄມ້, ຜະລິດຕະພັນປ່າໄມ້ ແລະ ສັດປ່າ ຢູ່ເຂດຊາຍແດນຂອງສອງແຂວງ.

ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມືດ້ານການປົກປັກຮັກສາປ່າໄມ້ ແລະ ສັດປ່າທີ່ຫາຍາກ
ກວດກາປ່າໄມ້ເມືອງເຮື່ອງຈ່າ, ແຂວງເທື່ອທຽນ-ເຫວ້, ກວດກາປ່າໄມ້ເມືອງເຮື່ອງຈ່າ, ແຂວງເທື່ອທຽນ-ເຫວ້, ໄດ້ຮັບເອົາລີງໜ້າແດງ ແລະ ລີງຫາງໝູ, ທັງ​ສອງ​ໂຕ​ນີ້​ເປັນ​ສັດທີີ່ຫາຍາກ, ເເຕ່ປະຊາຊົນສະໝັກໃຈມອບຮັບ​.

ຕາມບົດບັນທືກຄວາມເຂົ້າໃຈທີ່ລົງນາມຢູ່ແຂວງສາລະວັນນີ້, ສອງແຂວງຈະສົມທົບກັນເພື່ອປ້ອງກັນ ແລະ ຄວບຄຸມການຕັດໄມ້, ຂຸດຄົ້ນບໍ່ແຮ່, ການລ່າສັດປ່າ, ການຄ້າໄມ້ແບບຜິດກົດໝາຍ ແລະ ການຄ້າຂາຍສັດປ່າທີ່ຫາຍາກຢູ່ຕາມຊາຍແດນລວມ.

ອຳນາດການປົກຄອງຂອງແຂວງໍສາລະວັນ ແລະ ແຂວງເທື່ອທຽນ-ເຫວ້ ຈະດຳເນີນການກວດກາ ແລະ ຕິດຕາມການນຳເຂົ້າ - ສົ່ງອອກຂອງຜະລິດຕະພັນຈາກປ່າໄມ້ ແລະ ສັດປ່າທີ່ຫາຍາກ, ພ້ອມທັງສຶກສາໃຫ້ຊຸມຊົນທ້ອງຖິ່ນກ່ຽວກັບຄວາມສຳຄັນຂອງການຄຸ້ມຄອງ ແລະ ປົກປັກຮັກສາປ່າໄມ້ ແລະ ອະນຸລັກສັດປ່າ. ທັງສອງແຂວງກໍ່ພວມຊອກຫາແຫຼ່ງເງິນທຶນອຸປະຖຳຈາກອົງການມະຫາຊົນ ເພື່ອຊ່ວຍຟື້ນຟູສັດປ່າທີ່ໃກ້ຈະສູນພັນ.

ນອກນີ້, ສອງປະເທດຍັງມີບັນດາໂຄງການຮ່ວມມືໃນຂົງເຂດກະສິກຳ - ປ່າໄມ້ ເຊັ່ນ: ໂຄງການຮ່ວມມືພາຍໃຕ້ໂຄງການ ຕ່າມ ນົ່ງ, ໜູນຊ່ວຍການກໍ່ສ້າງຮູບແບບການພັດທະນາກະສິກຳຊົນນະບົດ ແລະ ການຫຼຸດຜ່ອນຄວາມທຸກຍາກຢູ່ບ້ານ ນາວິດ; ເມືອງ ວຽງໄຊ ແຂວງ ຫົວພັນ ແລະ ບ້ານ ຍວນ ເມືອງຄູນ ແຂວງ ຊຽງຂວາງ ພາກເໜືອຂອງລາວ.

ນອກນີ້, ປະເທດ ຫວຽດນາມ ຍັງໜູນຊ່ວຍປະເທດລາວ ກໍ່ສ້າງຊົນລະປະທານ ນາມຄາວ ຢູ່ເມືອງພູກູດ, ແຂວງຊຽງຂວາງ, ພາກເໜືອຂອງລາວ ແລະ ກໍ່ສ້າງລະບົບຊົນລະປະທານຢູ່ອ່າງເກັບນ້ຳ ຫ້ວຍເປ້, ເມືອງໄຊເສດຖາ, ແຂວງອັດຕະປື, ພາກໃຕ້ຂອງປະເທດລາວ.

ບັນດາອົງການເຈົ້າໜ້າທີ່ຫວຽດນາມ ແລະ ລາວ ກໍ່ພວມຜັນຂະຫຍາຍແຜນການສັງລວມປ້ອງກັນໄພນ້ຳຖ້ວມ ແລະ ລະບົບລະບາຍນ້ຳ ເພື່ອປັບປຸງການຄ້ຳປະກັນດ້ານສະບຽງອາຫານຢູ່ບັນດາແຂວງຄຳມ່ວນ ແລະ ສະຫວັນນະເຂດ, ພາກກາງຂອງລາວ.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.