ນັກສຶກສາລາວ 19 ຄົນ ສຳເລັດການຮຽນພາສາຫວຽດ 9 ເດືອນ ຢູ່ ຫວຽດນາມ

00:00 | 04/08/2023

ຍສໝ - ໃນຕອນບ່າຍວັນທີ 15 ມິຖຸນາ, ຢູ່ໄທຫງວຽນ, ມະຫາວິທະຍາໄລສ້າງຄູ - ມະຫາວິທະຍາໄລໄທຫງວຽນ ໄດ້ຈັດຕັ້ງພິທີປິດຊຸດຮຽນພາສາຫວຽດນາມ ສຳລັບນັກສຶກສາລາວ 19 ຄົນ, ສົກຮຽນ 2022-2023.

ຊຸດຝຶກອົບຮົມພາສາຫວຽດ ສຳລັບພະນັກງານ ແລະ ທະຫານປະຊາຊົນຂອງ ສປປ ລາວ ຈະດຳເນີນແຕ່ເດືອນມີນາ 2023 ຊຸດຝຶກອົບຮົມພາສາຫວຽດ ສຳລັບພະນັກງານ ແລະ ທະຫານປະຊາຊົນຂອງ ສປປ ລາວ ຈະດຳເນີນແຕ່ເດືອນມີນາ 2023
ຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ເປີດຊຸດຮຽນພາສາຫວຽດນາມ ໃຫ້ພະນັກງານຄະນະເລຂາທິການສະພາແຫ່ງຊາດລາວ ຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ເປີດຊຸດຮຽນພາສາຫວຽດນາມ ໃຫ້ພະນັກງານຄະນະເລຂາທິການສະພາແຫ່ງຊາດລາວ

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ ຮສ. ປອ. ມາຍຊວນ​ເຈືອງ, ຮອງ​ເລຂາ​ພັກ, ອຳນວຍການ​ມະຫາວິທະຍາ​ໄລ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມຂອງ​ນັກ​ສຶກສາລາວ ​ໃນ​ໄລຍະ 9 ​ເດືອນ​ທີ່ມາ​ຮ່ຳຮຽນ​ຢູ່ ຫວຽດນາມ. ພ້ອມດຽວກັນນີ້, ທ່ານ ມາຍ​ຊວນ​ເຈືອງ ກໍ່​ປາດ​ຖະໜາ​ວ່າ ບັນດາ​ນັກ​ສຶກສາ​​ຕ່າງປະ​ເທດ ຈະ​ເສີມຂະຫຍາຍບັນດາ​ຄວາມ​ຮູ້​ທີ່​ໄດ້​ສະສົມ​ມາໃນ​ໄລຍະ​ຮ່ຳຮຽນ, ປະກອບສ່ວນ​ສ້າງສາ​ບ້ານ​ເກີດ​ເມືອງ​ນອນລາວ.

ນັກສຶກສາລາວ 19 ຄົນ ສຳເລັດການຮຽນພາສາຫວຽດ 9 ເດືອນ ຢູ່ ຫວຽດນາມ

ຕາງໜ້າ​ໃຫ້​ບັນດາ​ນັກ​ສຶກສາ​ລາວ, ນັກ​ສຶກສາ ຄອນສາຫວັນ ໄຊຍະສານ ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ບັນດາ​ຄູ​ອາຈານ ​ແລະ ນັກ​ສຶກສາຫວຽດນາມ ທີ່​ຍາມ​ໃດ​ກໍ່​ໃຫ້ການ​ຊ່ວຍ​ເຫຼືອ, ໜູນ​ຊ່ວຍ ​ແລະ ລະດົມສົ່ງເສີມນັກ​ສຶກສາ​ລາວ ​ເພື່ອ​ເຮັດສຳເລັດໜ້າທີ່ການ​ສຶກ​ສາຂອງຕົນ, ມີ​ເວ​ລາ​ຝຶກ ແລະ ແລກປ່ຽນພາ​ສາ ແລະ ວັດ​ທະ​ນະ​ທຳ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ມີ​ຄວາມ​ໝາຍ​ຢູ່​ຫວຽດ​ນາມ.

ຢູ່ທີ່ນີ້, ນັກສຶກສາລາວ ໄດ້ມີຄວາມໝັ້ນໃຈໃນການສະແດງ 3 ລາຍການ ຮ້ອງເພງ, ໂ້ອນ ແລະ ສະແດງລະຄອນດ້ວຍພາສາຫວຽດ, ເຊິ່ງເປັນການສະແດງເຖິງຄວາມກ້າງໜ້າໃນການຮ່ຳຮຽນ ພາຍຫຼັງທີ່ໄດ້ຮຽນຢູ່ໂຮງຮຽນ ແລະ ເປັນການສະແດງຄວາມຮູ້ບຸນຄຸນ ​ເຖິງ​ບັນດາ​ຄູ​ອາຈານ ​ແລະ ນັກ​ສຶກສາ ຫວຽດນາມ.

ໃນຕອນທ້າຍພິທີ, ທ່ານ ມາຍຊວນ​ເຈືອງ ແລະ ຜູ້ຕາງໜ້າການນຳຂອງບັນດາຫົວໜ່ວຍ ໄດ້ມອບໃບຢັ້ງຢືນສຳເລັດຊຸດຮຽນ, ໃບຢັ້ງຢືນຜູ້ຮ່ວມງານ, ຂອງຂວັນໃຫ້ບັນດານັກສຶກສາຕ່າງປະເທດ ແລະ ບັນດາຜູ້ເຂົ້າຮ່ວມໃນການສອນພາສາຫວຽດນາມ ຢູ່ໂຮງຮຽນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.