ເລີ່ມລົງມືກໍ່ສ້າງໂຮງຮຽນ ສອງພາສາ ລາວ-ຫວຽດນາມ ຢູ່ແຂວງ ອຸດົມໄຊ

10:07 | 01/08/2023

ຍສໝ - ຕອນເຊົ້າວັນທີ 28 ກໍລະກົດ, ຢູ່ແຂວງ ອຸດົມໄຊ, ທາງພາກເໜືອຂອງລາວ, ສະມາຄົມຊາວ ຫວຽດນາມ ຢູ່ແຂວງ ອຸດົມໄຊ ໄດ້ຈັດພິທີເລີ່ມລົງມືໂຄງການກໍ່ສ້າງໂຮງຮຽນສອງພາສາ ລາວ - ຫວຽດ ແຂວງ ອຸດົມໄຊ ໄລຍະທີ 1, ດ້ວຍເປົ້າໝາຍສ້າງສຳເລັດການກໍ່ສ້າງຫໍພັກໃຫ້ແກ່ຄູສອນ ແລະ ນັກຮຽນ.

ເຂົ້າຮ່ວມພິທີມີ ສະຫາຍ ບຸນຄົງ ຫຼ້າຈຽມພອນ ເລຂາຄະນະພັກແຂວງ, ເຈົ້າແຂວງ ອຸດົມໄຊ; ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳລາວ ຫງວຽນບ໋າຮູ່ງ; ການນຳແຂວງ ແລະ ຜູ້ຕາງໜ້າບັນດາພະແນກ, ຄະນະ ແລະ ຂະແໜງການທີ່ກ່ຽວຂ້ອງຂອງແຂວງອຸດົມໄຊ; ຜູ້ຕາງໜ້າຄະນະປະຕິບັດງານພິເສດ ແລະ ບໍລິສັດຮ່ວມມືສາກົນ 705, ທະຫານເຂດ 2, ກະຊວງປ້ອງກັນປະເທດຫວຽດນາມ; ຜູ້ຕາງໜ້າ​ສະມາຄົມ​ຊາວ​ຫວຽດນາມ​ຢູ່​ລາວ, ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ຢູ່​ລາວ ກັບປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ແຂວງ ອຸດົມ​ໄຊ ຈຳນວນ​ໜຶ່ງ.

ເລີ່ມລົງມືກໍ່ສ້າງໂຮງຮຽນ ສອງພາສາ ລາວ-ຫວຽດນາມ ຢູ່ແຂວງ ອຸດົມໄຊ

ພິທີວາງສີລາລຶກຈັດຂຶ້ນຢູ່ ແຂວງອຸດົມໄຊ. (ພາບ: ຫາຍຕຽນ)

ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳລາວ ຫງວຽນບ໋າຮູ່ງ, ເນັ້ນໜັກວ່າ: ໂຄງການກໍ່ສ້າງໂຮງຮຽນສອງພາສາ ລາວ - ຫວຽດນາມ ແຂວງ ອຸດົມໄຊ ແມ່ນກິດຈະກຳທີ່ມີຄວາມໝາຍ, ທັງສະແດງການຮັກສາຈຸດຄວາມງາມດ້ານວັດທະນະທຳຂອງຊາວ ຫວຽດນາມ ຢູ່ເຂດດິນແດນຂອງລາວ, ທັງປະກອບສ່ວນຖ່າຍທອດຄວາມຮູ້ດ້ານວັດທະນະທຳ, ດ້ານພາສາຫວຽດ ໃຫ້ແກ່ລູກຫຼານຊາວຫວຽດນາມ ໃນບໍລິເວນແຂວງ, ກໍ່ຄືຊາວລາວ ທີ່ຕ້ອງການຮຽນພາສາຫວຽດ, ພ້ອມທັງສະແດງນ້ຳໃຈມິດຕະພາບແບບພິເສດ, ບໍລິສຸດຜຸດຜ່ອງລະຫວ່າງສອງປະເທດ ຫວຽດນາມ - ລາວ.

ສ່ວນຝ່າຍລາວ, ທ່ານ ບຸນຄົງ ຫຼ້າຈຽມພອນ, ເລຂາຄະນະພັກແຂວງ, ເຈົ້າແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ໂຄງການກໍ່ສ້າງໂຮງຮຽນສອງພາສາ ລາວ - ຫວຽດນາມ ແຂວງ ອຸດົມໄຊ ແມ່ນສັນຍາລັກແຫ່ງການຮ່ວມມືລະຫວ່າງແຂວງ ອຸດົມໄຊ ກັບ ຫວຽດນາມ ເວົ້າລວມ ແລະ ກັບສະມາຄົມຊາວ ຫວຽດນາມ ຢູ່ແຂວງ ເວົ້າສະເພາະ. ເມື່ອນຳເຂົ້າເຄື່ອນໄຫວ, ໂຮງຮຽນບໍ່ພຽງແຕ່ແມ່ນບ່ອນບຳລຸງສ້າງໃຫ້ລູກຫຼານຊາວຫວຽດນາມ ແລະ ຊາວລາວ ຢູ່ແຂວງເທົ່ານັ້ນ, ຫາກຍັງແມ່ນບ່ອນເພື່ອໃຫ້ປະຊາຊົນທ້ອງຖິ່ນຢູ່ພາກເໜືອຂອງລາວ ທີ່ມີຄວາມຕ້ອງການຮຽນພາສາຫວຽດ ຫຼື ກຽມພາສາເພື່ອໄປຮຽນຢູ່ ຫວຽດນາມ ອີກດ້ວຍ.

ສະຫາຍເລຂາຄະນະພັກແຂວງ, ເຈົ້າແຂວງ ອຸດົມໄຊ ຮຽກຮ້ອງ​ການ​ນຳ​ບັນດາ​ພະ​ແນ​ກ, ຄະນະ, ຂະແໜງການ​ທີ່ກ່ຽວຂ້ອງ​ຂອງ​ແຂວງ​ອຸດົມ​ໄຊ ສືບ​ຕໍ່​ໜູນ​ຊ່ວຍ​ສະມາຄົມ​ຊາວ​ຫວຽດນາມ ​ຢູ່ແຂວງ​ອຸດົມ​ໄຊ ສຳ​ເລັດ​ການ​ກໍ່ສ້າງ​ໂຮງຮຽນ​ຕາມ​ຄາດໝາຍໂດຍ​ໄວ.

​ໂຄງການ​ໂຮງຮຽນ​ສອງ​ພາສາ​ລາວ-ຫວຽດນາມ ຢູ່​ແຂວງ​ອຸດົມ​ໄຊ ມີ​ຍອດ​ມູນ​ຄ່າ​ປະມານ 30 ຕື້​ດົ່ງ. ໂດຍສະເພາະ ໄລຍະທີ 1 ຈະສຳເລັດການກໍ່ສ້າງໂຄງຮ່າງຫໍພັກຄູສອນ ແລະ ນັກຮຽນ, ມີຄວາມຍາວ 46,8 ແມັດ, ກວ້າງ 9,7 ແມັດ. ອາຄານມີໂຄງສ້າງ 3 ຊັ້ນ, ລວມທັງເຮືອນຄົວ, ຫ້ອງນ້ຳ ແລະ ຫ້ອງພັກ.

​ເມື່ອ​ສ້າງ​ສຳ​ເລັດ​ແລ້ວ, ​ໂຮງຮຽນ​ສອງ​ພາສາ​ລາວ-ຫວຽດນາມ ​ແຂວງ​ອຸດົມ​ໄຊ ​ຈະ​ເປັນ​ໂຮງຮຽນ​ສອງ​ພາສາ​ລາວ-ຫວຽດນາມ ​ແຫ່ງ​ທີ​ສອງ​ຢູ່​ລາວ, ພ້ອມ​ກັບ​ໂຮງຮຽນ​ສອງ​ພາສາ​ລາວ-ຫວຽດນາມ ຫງວຽນ​ຢູ ຢູ່​ນະຄອນຫຼວງ​ວຽງ​ຈັນ.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.