ນາຍົກລັດຖະມົນຕີລາວ ຮຽກຮ້ອງປະຊາຄົມຮ່ວມແຮງຮ່ວມໃຈໃນການຕ້ານຢາເສບຕິດ

00:00 | 31/07/2023

ຍສໝ - ເນື່ອງ​ໃນ​ໂອກາດ​ວັນ​ຕ້ານ​ຢາ​ເສບ​ຕິດ​ໂລກ (26 ມິຖຸນາ), ທ່ານ ສອນ​ໄຊ ສີ​ພັນ​ດອນ ນາຍົກລັດຖະມົນຕີ ສປປ ລາວ ​ໄດ້​ຮຽກຮ້ອງ​ໃຫ້​ປະຊາ​ຄົມ​ຮ່ວມ​ແຮງຮ່ວມໃຈໃນການ​ຕ້ານ​ການ​ຄ້າ​ຢາ​ເສບ​ຕິດ.

ໜູນຊ່ວຍຍົກສູງປະສິດທິຜົນວຽກງານບຳບັດຜູ້ຕິດຢາເສບຕິດ ໃຫ້ແກ່ປະເທດລາວ ໜູນຊ່ວຍຍົກສູງປະສິດທິຜົນວຽກງານບຳບັດຜູ້ຕິດຢາເສບຕິດ ໃຫ້ແກ່ປະເທດລາວ
ຍົກສູງຄວາມສາມາດໃນການສືບສວນ-ສອບສວນອາດຊະຍາກຳ ແລະ ຄວບຄຸມຢາເສບຕິດ ໃຫ້ແກ່ປະເທດລາວ ຍົກສູງຄວາມສາມາດໃນການສືບສວນ-ສອບສວນອາດຊະຍາກຳ ແລະ ຄວບຄຸມຢາເສບຕິດ ໃຫ້ແກ່ປະເທດລາວ

ປັດຈຸບັນ ປະເທດລາວ ກໍາລັງປະເຊີນກັບໄພຂົ່ມຂູ່ຂອງຢາເສບຕິດ ແລະ ບັນຫານີ້ໄດ້ແຜ່ລາມໄປທົ່ວທຸກຫົນທຸກແຫ່ງ, ຈາກຕົວເມືອງໄປສູ່ຊົນນະບົດ ແລະ ເຂດຫ່າງໄກສອກຫຼີກ ໃນລະດັບທີ່ແຕກຕ່າງກັນ.

ລັດຖະບານ​ລາວ​ໄດ້​ປະຕິບັດ​ໂຄງການ​ແຫ່ງ​ຊາດ ​ເພື່ອ​ແກ້​ໄຂ​ບັນຫາ​ຢາ​ເສບ​ຕິດ​ໄລຍະ 2021-2023. ມາ​ຮອດ​ປະຈຸ​ບັນ, ບັນດາ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ໄດ້​ສຸມ​ໃສ່​ປະຕິບັດ 6 ໜ້າ​ທີ່​ຂອງ​ໂຄງການ​ນີ້, ​ໂດຍ​ສະ​ເພາະ​ ແມ່ນຍົກສູງ​ຄວາມຮັບຮູ້ໃນ​ສັງຄົມ​ຜ່ານ​ການ​ສຶກສາ, ເຜີຍແຜ່​ກົດໝາຍ, ໂຄສະນາ​ໃຫ້​ປະຊາຊົນ​ກ່ຽວ​ກັບ​ຜົນ​ຮ້າຍ​ຂອງ​​ຢາ​ເສບ​ຕິດ.

ນາຍົກລັດຖະມົນຕີລາວ ຮຽກຮ້ອງປະຊາຄົມຮ່ວມແຮງຮ່ວມໃຈໃນການຕ້ານຢາເສບຕິດ

ໃນ 6 ເດືອນຕົ້ນປີ 2023, ລາວແກ້ໄຂຄະດີຢາເສບຕິດໄດ້ 1.734 ຄະດີ ໃນຂອບເຂດທົ່ວປະເທດ, ຈັບ 2.635 ເປົ້າໝາຍພ້ອມກັບຢາເສບຕິດຫຼາຍປະເພດ.

ກຳລັງຕຳຫຼວດແຂວງໄຊຍະບູລີ ພາກເໜືອຂອງລາວ ຫາກໍຈັບຕົວ 6 ຄົນ ທີ່ກຳລັງຂົນສົ່ງຢາເສບຕິດປະເພດ methamphetamine 12 ລ້ານເມັດ.

ໜັງສືພິມປ້ອງກັນຄວາມສະຫງົບຂອງລາວ ໄດ້ລົງພິມບົດຄວາມວ່າ ພາຍຫຼັງໄດ້ຮັບຂໍ້ມູນຄະດີຄ້າຂົນສົ່ງຢາເສບຕິດແລ້ວ, ກຳລັງຕຳຫຼວດກໍໄດ້ຕິດຕາມຈັບຕົວຜູ້ຕ້ອງຫາທີ່ຂີ່ລົດກະບະ 2 ຄັນ ແລະ ລົດຈັກ 1 ຄັນ ຢູ່ກາງ ເມືອງງອຍ ແລະ ເມືອງຫົງສາ ແຂວງ ໄຊຍະບູລີ, ​ໂດຍໄດ້​ຈັບ​ຊາວ​ລາວ 6 ຄົນ, ກັກຂອງກາງຢາ​ເສບ​ຕິດປະເພດ methamphetamine 12 ລ້ານ​ເມັດ ​ແລະ ປືນ​ 01 ກະບອກພ້ອມກັບລູກປືນ 15 ລູກ. ໃນເບື້ອງຕົ້ນ, ຜູ້ຖືກຫາອ້າງວ່າ ໄດ້ຮັບເງິນຈາກຄົນໄທ ເພື່ອຂົນສົ່ງຢາເສບຕິດໄປຍັງນະຄອນຫຼວງວຽງຈັນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.