ແຂວງ ວິ້ງລອງ ເພີ່ມທະວີການຮ່ວມມືກັບ ແຂວງຊຽງຂວາງ (ລາວ) ໃນ 6 ຂົງເຂດ

00:00 | 02/08/2023

ຍສໝ - ແຂວງວິ້ງລອງ ແລະ ແຂວງຊຽງຂວາງ (ລາວ) ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ ເພື່ອເພີ່ມທະວີການຮ່ວມມືໃນໄລຍະ 2023-2025, ໃນບັນດາຂົງເຂດ: ການສຶກສາ ແລະ ບຳລຸງສ້າງ; ວັດທະນະທໍາ - ການທ່ອງທ່ຽວ; ອຸດ​ສາ​ຫະ​ກຳ - ການ​ຄ້າ… ແລະ ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ພົບປະມິດຕະພາບລະ​ຫວ່າງ 2 ທ້ອງ​ຖິ່ນ.

ແຂວງຊຽງຂວາງ ແບ່ງປັນຄວາມຫຍຸ້ງຍາກກັບປະຊາຊົນນະຄອນໂຮ່ຈີມິນ ແຂວງຊຽງຂວາງ ແບ່ງປັນຄວາມຫຍຸ້ງຍາກກັບປະຊາຊົນນະຄອນໂຮ່ຈີມິນ
ທ້ອນໂຮມໄດ້ 8 ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດທີມີຊື່ແມ່ນທະຫານຫວຽດນາມ ຢູ່ ແຂວງຊຽງຂວາງ, ລາວ ທ້ອນໂຮມໄດ້ 8 ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດທີມີຊື່ແມ່ນທະຫານຫວຽດນາມ ຢູ່ ແຂວງຊຽງຂວາງ, ລາວ

ຕາມ​ນັ້ນ​ແລ້ວ, ສອງ​ແຂວງ ໄດ້​ຊຸກຍູ້​ການ​ຮ່ວມ​ມື​ໃນ 6 ຂົງ​ເຂດ​, ໃນ​ນັ້ນ​ມີ​ການ​ສຶກສາ ​ແລະ ບຳລຸງ​ສ້າງ; ວັດທະນະທໍາ, ກິລາ ແລະ ການທ່ອງທ່ຽວ; ອຸດສາຫະກຳ - ການຄ້າ; ກະສິກຳ ແລະ ພັດທະນາຊົນນະບົດ; ປ້ອງກັນຄວາມເປັນລະບຽບຮຽບຮ້ອຍ; ກິດຈະກຳພົບປະມິດຕະພາບຂອງຊາວໜຸ່ມ ແລະ ແມ່ຍິງ.

​ໃນ​ນັ້ນ, ​ແຂວງ​ວິ້ງ​ລອງ ຈະ​​ຊ່ວຍສ້າງເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ນັກ​ສຶກສາ​​ແຂວງ​ຊຽງ​ຂວາງ ທີ່​ມາ​ຮ່ຳຮຽນ​ຢູ່​ທ້ອງ​ຖິ່ນ; ​ເຊື່ອມ​ຕໍ່​ການ​ຄ້າ​ລະ​ຫວ່າງ​ວິ​ສາ​ຫະ​ກິດ​ແຂວງ​ວິ້ງ​ລອງ ແລະ ວິ​ສາ​ຫະ​ກິດ​ແຂວງ​ຊຽງ​ຂວາງ; ຊຸກຍູ້​ການ​ຮ່ວມ​ມື, ​ແລກປ່ຽນ​ປະສົບ​ການ ​ແລະ ​ເຕັກນິກ​ໃນ​ຂົງ​ເຂດ​ກະສິກຳ...

ແຂວງ ວິ້ງລອງ ເພີ່ມທະວີການຮ່ວມມືກັບ ແຂວງຊຽງຂວາງ (ລາວ) ໃນ 6 ຂົງເຂດ

ແຂວງ ວິ້ງລອງ ເພີ່ມທະວີການຮ່ວມມືກັບ ແຂວງຊຽງຂວາງ (ລາວ) ໃນ 6 ຂົງເຂດ

ຕາມ​ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ວິ້ງ​ລອງ ຫຼື​ກວາງ​ເຫງີຍ ແລ້ວ, ​ເພື່ອ​ແນ​ໃສ່​ສະ​ເຫຼີມ​ສະ​ຫຼອງ 46 ປີ​ແຫ່ງ​ວັນ​ເຊັນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ລະ​ຫວ່າງ​ ຫວຽດ​ນາມ - ລາວ (18 ກໍລະກົດ 1977), ​ແຂວງ​ວິ້ງ​ລອງ ​ແລະ ​ແຂວງ​ຊຽງ​ຂວາງ ​ໄດ້​ດຳ​ເນີນ​ພິທີ​ລົງ​ນາມ​ໃນບົດບັນທຶກການ​ຮ່ວມ​ມື​​ລະຫວ່າງ​ແຂວງ​ວິ້ງ​ລອງ ​ແລະ ​ແຂວງ​ຊຽງ​ຂວາງ ​ໄລຍະ 2023 – 2025; ສິ່ງ​ດັ່ງກ່າວ​ສືບ​ຕໍ່​ຢືນຢັນ​ຄວາມ​ມານະ​ພະຍາຍາມ​ຂອງ​ສອງ​ແຂວງ ​ໃນ​ການ​ເພີ່ມ​ທະວີ​ການ​ແລກປ່ຽນ ​ແລະ ການ​ຮ່ວມ​ມື, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ແຕ່ລະ​ແຂວງ ​ແລະ ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື ​ແລະ ຄວາມ​ສາມັກຄີ​​ແບບພິ​ເສດລະຫວ່າງ​ສອງ​ປະ​ເທດ ຫວຽດນາມ - ລາວ.

ກ່າວ​ຄຳ​ເຫັນ​ທີ່​ພິທີ​ລົງ​ນາມ​ໃນ​ການ​ຮ່ວມ​ມື, ທ່ານ ບຸນ​ຈັນ ສີ​ວົງ​ພັນ ​ເລຂາພັກ​ແຂວງ, ເຈົ້າ​ແຂວງຊຽງ​ຂວາງ ​ໄດ້​ສະ​ແດງ​ຄວາມ​ເຫັນ​ດີ​ເປັນ​ເອກະ​ພາບ​​ກ່ຽວ​ກັບ​ທິດ​ທາງ​ການ​ຮ່ວມ​ມື​ລະຫວ່າງ 2 ທ້ອງ​ຖິ່ນ​ໃນ​ໄລຍະ​ຈະ​ມາ​ເຖິງ. ທ່ານ ບຸນ​ຈັນ ສີ​ວົງ​ພັນ ​ເນັ້ນ​ໜັກ​ວ່າ: ການ​ລົງ​ນາມ​ໃນ​ໂຄງການ​ຮ່ວມ​ມື​ປມ່ນສືບ​ຕໍ່​ເຊື່ອມ​ໂຍງ ​ແລະ ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ການພົວພັນມິດຕະພາບ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ຂອງ​ສອງ​ປະ​ເທດ ລາວ - ຫວຽດນາມ ເວົ້ົ້າລວມ, ​ແຂວງ ​ຊຽງ​ຂວາງ ​ແລະ ​ແຂວງ​ວິ້ງ​ລອງ ເວົ້ົ້າສະເພາະ ​ ໃຫ້​ນັບ​ມື້​ນັບ​ແໜ້ນ​ແຟ້ນຍິ່ງ​ຂຶ້ນ.

ພ້ອມກັນນັ້ນ, ທ່ານເລຂາພັກແຂວງ, ເຈົ້າແຂວງຊຽງຂວາງ ກໍ່ປາດຖະໜາວ່າ ແຂວງວິ້ງລອງ ຈະສົ່ງນັກຊ່ຽວຊານ ໄປໜູນຊ່ວຍວຽກງານຝຶກອົບຮົມ, ຖ່າຍທອດເຕັກໂນໂລຊີ ໃຫ້ພະແນກກະສິກຳ ແລະ ປ່າໄມ້ ແຂວງຊຽງຂວາງ ກ່ຽວກັບການປູກຝັງ, ລ້ຽງສັດ ແລະ ການປະມົງ; ພ້ອມກັນນັ້ນ ກໍ່ສະໜັບສະໜູນທຶນການສຶກສາລະດັບປະລິນຍາຕີ ໃຫ້ແກ່ນັກສຶກສາແຂວງຊຽງຂວາງ ໄປຮຽນຢູ່ ວິ້ງລອງ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.